ກະຊວງສາທາລະນະສຸກຫວຽດນາມ ຮຽກຮ້ອງໃຫ້ 5 ທ້ອງຖິ່ນປະຕິບັດສຳເລັດການສັກວັກຊິນກັນໂຄວິດ - 19 ເຂັມທີ 1 ກ່ອນວັນທີ 15 ກັນຍາ

11:30 | 08/09/2021

ຍສໝ - ກະຊວງສາທາລະນະສຸກ ຫວຽດນາມ ຫາກໍ່ສົ່ງໂທລະເລກທາງການ ໄປຍັງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ, ຮ່າໂນ້ຍ, ແຂວງບິ່ງເຢືອງ, ລອງອານ ແລະ ດົ່ງນາຍ ກ່ຽວກັບການຍູ້ໄວການສັກວັກຊິນກັນໂຄວິດ - 19.

ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ
ສື່ມວນຊົນລາວ ອວນພອນວັນຊາດຫວຽດນາມ ທີ 2 ກັນຍາ ສື່ມວນຊົນລາວ ອວນພອນວັນຊາດຫວຽດນາມ ທີ 2 ກັນຍາ

ມາຮອດປັດຈຸບັນ, ນະຄອນໂຮ່ຈີມິນ, ແຂວງລອງອານ ແລະແຂວງບິ່ງເຢືອງ ໄດ້ຈັດສັນວັກຊີນໃຫ້ພຽງພໍເພື່ອສັກວັກຊິນກັນໂຄວິດ - 19 ເຂັມທີ 1 ໃຫ້ປະຊາຊົນ 100% ທີ່ມີອາຍຸ 18 ປີຂຶ້ນໄປ.

ພາບປະກອບ
ພາບປະກອບ

ເພື່ອຍູ້ໄວຄືບໜ້າການສັກຢາກັນພະຍາດ, ກະຊວງສາທາລະນະສຸກໄດ້ສະເໜີໃຫ້ປະທານຄະນະກໍາມະການປະຊາຊົນແຂວງ, ນະຄອນສືບຕໍ່ຊີ້ນໍາບັນດາໜ່ວຍງານທີ່ກ່ຽວຂ້ອງເພື່ອເລັ່ງຄວາມຄືບໜ້າຂອງການສັກວັກຊີນກັນພະຍາດ COVID-19.

ຕາມນັ້ນແລ້ວ, ບັນດາທ້ອງຖິ່ນກໍ່ຈັດຕັ້ງການສັກຢາກັນພະຍາດໃຫ້ທຸກກໍລະນີທີ່ມີອາຍຸ 18 ປີຂຶ້ນໄປ (ລວມທັງແມ່ຍິງຖືພາ) ທີ່ອາໄສຢູ່ ແລະເຮັດວຽກຢູ່ໃນບໍລິເວນ ຕາມມະຕິ 21/NQ-CP ລົງວັນທີ 26 ກຸມພາ 2021 ຂອງລັດຖະບານ; ບັນດາຄໍາສັ່ງຂອງນາຍົກລັດຖະມົນຕີ, ຂໍ້ຕົກລົງເລກທີ 3355/QD-BYT ລົງວັນທີ 8 ກໍລະກົດ 2021 ຂອງກະຊວງສາທາລະນະສຸກ ແລະປະຕິບັດສໍາເລັດການສັກຢາກັນພະຍາດ ເຂັມທີ 1 ໃຫ້ກັບປະຊາຊົນທຸກຄົນທີ່ມີອາຍຸ 18 ປີຂຶ້ນໄປ ກ່ອນວັນທີ 15 ກັນຍາ 2021; ສັກເຂັມທີ 2 ໃຫ້ແກ່ຜູ້ທີ່ໄດ້ຮັບການສັກເຂັມທີ 1 ທີ່ຄົບຕາມກຳນົດເວລາແລ້ວ.

ນະຄອນຫຼວງຮ່າໂນ້ຍໃຫ້ບຸລິມະສິດການສັກຢາປ້ອງກັນພະຍາດໃຫ້ຜູ້ທີ່ມີພະຍາດປະຈຳໂຕ, ຜູ້ອາຍຸສູງ, ປະຊາຊົນຢູ່ໃນເຂດສີແດງ, ເຂດສີສົ້ມ, ເຂດທີ່ມີລະດັບຄວາມໜາແໜ້ນຂອງປະຊາກອນສູງ.

ບັນດາທ້ອງຖິ່ນລະດົມບັນດາກໍາລັງເຂົ້າຮ່ວມການສັກຢາວັກຊີນສູງສຸດ, ລວມທັງສາທາລະນະສຸກຂອງພາກລັດ ແລະເອກະຊົນ, ບັນດາໂຮງໝໍ, ສະຖານທີ່ກວດ ແລະປິ່ນປົວພະຍາດ, ສາທາລະນະສຸກຂອງບັນດາຂະແໜງການ... ; ຈັດຕັ້ງການສັກຢາປ້ອງກັນພະຍາດຢູ່ຈຸດຄົງທີ່ ແລະຈັດຈຸດສັກຢາກັນພະຍາດເຄື່ອນທີ່ຫຼາຍບ່ອນຢູ່ໃນເຂດຊຸມຊົນ, ອົງການ, ໜ່ວຍງານ...

ບໍ່ຈໍາກັດຕໍ່ຈໍານວນຄົນທີ່ສັກຢາໃນແຕ່ລະຕອນ, ຫຼຸດຂັ້ນຕອນລະບຽບການບໍລິຫານ ແລະເສີມຂະຫຍາຍກຳລັງໃນການສັກຂອງແຕ່ລະຈຸດສັກຢາກັນພະຍາດໃຫ້ສູງສຸດ. ກະຊວງສາທາລະນະສຸກຮຽກຮ້ອງໃຫ້ບັນດາຮາກຖານສັກຢາກັນພະຍາດນໍາໃຊ້ສໍາເນົາສຸຂະພາບເອເລັກໂຕຣນິກເພື່ອຄຸ້ມຄອງ ແລະຕິດຕາມຄວາມຄືບໜ້າການສັກຢາ.

ກະຊວງສາທາລະນະສຸກສະເໜີ ໃຫ້ປະທານຄະນະກໍາມະການປະຊາຊົນແຂວງ ຫຼືນະຄອນຈັດຕັ້ງການຜັນຂະຫຍາຍການສັກຢາວັກຊີນໃຫ້ສອດຄ່ອງກັບສະຖານະການລະບາດຂອງພະຍາດ ແລະພິຈາລະນາການສັກຢາກັນພະຍາດເປັນວຽກບູລິມະສິດ ແລະເປັນວຽກທີ່ຮີບດ່ວນໃນສະຖານະການປັດຈຸບັນ.

ຕາມການສະຖິຕິຢູ່ໃນປະຕູຖານການສັກຢາວັກຊີນແລ້ວ, ນະຄອນໂຮ່ຈີມິນ, ຮ່າໂນ້ຍ, ລອງອານ, ບິ່ງເຢືອງ ແລະດົງນາຍ ແມ່ນ 5 ທ້ອງຖິ່ນໃນ 10 ແຂວງ ແລະນະຄອນທີ່ມີອັດຕາການສັກຢາກັນພະຍາດຕໍ່າສຸດຕາມຈຳນວນເຂັມສັກຢາ/ຈຳນວນວັກຊີນທີ່ແຈກຢາຍຕາມຂໍ້ຕົກລົງ.

ໄຊພອນ

ເຫດການ
302 Found

Found

The document has moved here.