ຫວຽດນາມ ໄດ້ຮຽກຮ້ອງຊຸກຍູ້ຂະບວນການສັນຕິພາບ ທີ່ກ່ຽວກັບປະເທດ Afghanistan

11:00 | 29/06/2020

ຍສໝ - ໃນວັນທີ 27 ມິຖຸນາ ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມອອນລາຍ ເພື່ອປຶກສາຫາລືກ່ຽວກັບສະຖານະການຂອງ Afghanistan ແລະ ການປະຕິບັດງານຂອງຄະນະສະໜັບສະໜູນ ສະຫະປະຊາຊາດ ໃນ Afghanistan (UNAMA).

ຫວຽດນາມ ໄດ ຮຽກຮ ອງຊ ກຍ ຂະບວນການສ ນຕ ພາບ ທ ກ ຽວກ ບປະເທດ afghanistan ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 36: ສື່ມວນຊົນສາກົນຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020
ຫວຽດນາມ ໄດ ຮຽກຮ ອງຊ ກຍ ຂະບວນການສ ນຕ ພາບ ທ ກ ຽວກ ບປະເທດ afghanistan ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີຫວຽດນາມ-ລາວ

ທີ່ການກອງປະຊຸມ, ບັນດານັກປາຖະກະຖາ ໄດ້ຕີລາຄາສູງຄວາມຄືບໜ້າດ້ານການເມືອງ ຢູ່ປະເທດ Afghanistan, ໂດຍສະເພາະແມ່ນລັດຖະບານ ແລະ ບັນດາຝ່າຍກົງກັນຂ້າມ ໄດ້ບັນລຸຂໍ້ຕົກລົງແບ່ງປັນອຳນາດໃນວັນທີ 17 ພຶດສະພາ; ການສ້າງຕັ້ງຄະນະເຈລະຈາສັນຕິພາບ ໂດຍລັດຖະບານປະເທດ Afghanistan ເຊິ່ງມີຈຳນວນສະມາຊິກທີ່ກວມເອົາເປັນ 20%.

ຫວຽດນາມ ໄດ ຮຽກຮ ອງຊ ກຍ ຂະບວນການສ ນຕ ພາບ ທ ກ ຽວກ ບປະເທດ afghanistan
ກອງປະຊຸມອອນລາຍເພື່ອປຶກສາຫາລືກ່ຽວກັບສະຖານະການຂອງ Afghanistan. (ພາບ: VOV)

ແຕ່ວ່າ, ສະພາຄວາມໝັ້ນຄົງ ຍັງສະແດງຄວາມກັງວົນກ່ຽວກັບຄວາມຮຸນແຮງທີ່ເພີ່ມຂື້ນ ໃນປະເທດ Afghanistan ໃນບັນດາອາທິດທີ່ຜ່ານມາ, ພ້ອມທັງຜົນກະທົບຂອງການລະບາດພະຍາດ COVID-19 ຕໍ່ສະຖານະການຄວາມໝັ້ນຄົງ, ເສດຖະກິດ - ສັງຄົມ ແລະ ມະນຸດສະທຳໃນປະເທດ Afghanistan. ສະພາຄວາມໝັ້ນຄົງ ຍັງກ່າວປະນາມການໂຈມຕີໂດຍກຸ່ມ ຕາລີບານ ແລະ ບັນດາອົງການກໍ່ການຮ້າຍອື່ນໆ, ໂດຍສະເພາະແມ່ນການໂຈມຕີພົນລະເຮືອນ ແລະ ສະຖານທີ່ສາທາລະນະສຸກ.

ກອງປະຊຸມຍັງໄດ້ຍົກໃຫ້ເຫັນເຖິງ ຄວາມພະຍາຍາມຂອງສະຫະປະຊາຊາດ, ໃນນັ້ນມີຫ້ອງການສະພາຄວາມໝັ້ນຄົງ ກ່ຽວກັບຂົງເຂດປ້ອງກັນ ແລະ ຕ້ານຢາເສບຕິດ, ແລະ ຄະນະສະໜັບສະໜູນ ສະຫະປະຊາຊາດ ໃນ Afghanistan ໃນການຊຸກຍູ້ການເຈລະຈາສັນຕິພາບ, ການສົ່ງເສີມພັດທະນາ ແລະ ການປົກປ້ອງສິດທິມະນຸດໃນປະເທດ Afghanistan, ການປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ ແລະ ອາຊະຍາກຳຢາເສບຕິດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ່ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງຫວຽດນາມ ສຳລັບຂະບວນການສັນຕິພາບທີ່ນຳພາ ແລະ ເປັນເຈົ້າຂອງໂດຍປະຊາຊົນ Afghanistan, ເນັ້ນໜັກເຖິງຄວາມສຳຄັນຂອງການເລີ່ມຕົ້ນການເຈລະຈາ ປະຕິບັດຢຸດຍິງໄລຍະຍາວ.

ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ ໄດ້ສະແດງຄວາມກັງວົນກ່ຽວກັບ ການໂຈມຕີໂດຍກຸ່ມ ຕາລີບານ ແລະ ບັນດາອົງການກໍ່ການຮ້າຍອື່ນໆ, ຮຽກຮ້ອງໃຫ້ປັບປຸງຄວາມປອດໄພໃນສະພາບການຂອງໂລກລະບາດ COVID-19 ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດໃນປະເທດ Afghanistan.

ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ ໄດ້ຫວັງວ່າ ຈະມີການເພີ່ມຂຶ້ນການເຂົ້າຮ່ວມຂອງແມ່ຍິງ ໃນຂະບວນການສັນຕິພາບ, ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການສົ່ງເສີມການສ້າງສາຄືນໃໝ່, ປົກປ້ອງສິດຂອງກຸ່ມພົນລະເມືອງທີ່ມີຄວາມສ່ຽງ ແລະ ປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ ແລະ ອາຊະຍາກຳຢາເສບຕິດ.

ຫວຽດນາມ ໄດ ຮຽກຮ ອງຊ ກຍ ຂະບວນການສ ນຕ ພາບ ທ ກ ຽວກ ບປະເທດ afghanistan ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີຫວຽດນາມ-ລາວ

ຍສໝ - ໃນອາຍຸການຜ່ານມາ, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີຫວຽດນາມ-ລາວ; ຢ້ຽມຢາມ, ລະດົມກຳລັງໃຈ ແລະມອບຂອງຂວັນ, ທຶນການສຶກສາໃຫ້ແກ່ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງດົ່ງນາຍ...

ຫວຽດນາມ ໄດ ຮຽກຮ ອງຊ ກຍ ຂະບວນການສ ນຕ ພາບ ທ ກ ຽວກ ບປະເທດ afghanistan ຫວຽດນາມ ຈັດພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36

ຍສໝ - ຕອນເຊົ້າວັນທີ 26 ມິຖຸນາ, ທີ່ສູນປະຊຸມສາກົນນະຄອນຫຼວງຮ່າໂນ້ຍ ໄດ້ໄຂຂຶ້ນກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ດ້ວຍຮູບການອອນລາຍ ຢ່າງເປັນທາງການ.

ຫວຽດນາມ ໄດ ຮຽກຮ ອງຊ ກຍ ຂະບວນການສ ນຕ ພາບ ທ ກ ຽວກ ບປະເທດ afghanistan ຫວຽດນາມ - ຕວກກີ: ຊຸກຍູ້ການພົວພັນສອງຝ່າຍ

ຍສໝ - ຕອນບ່າຍວັນທີ 25 ມິຖຸນາ, ທ່ານດັ້ງມິງໂຄຍ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມສົນທະນາກັບ ທ່ານ Sedat Unal - ຮອງລັດຖະມົນຕີກະຊວງການຕ່າງປະເທດຕວກກີ ເພື່ອປຶກສາຫາລືບັນດາມາດຕະການ ທີ່ຊຸກຍູ້ການພົວພັນສອງຝ່າຍ ໃນສະພາບການແຜ່ລະບາດຂອງພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.