ພໍ່ຕູ້ ເລິມວັນເມົ້າ ຜູ້ມີຄວາມກະຕືລືລົ້ນພ້ອມກັບປະຊຳຊົນ ຕ້ານໂລກລະບາດໂຄວິດ - 19 ໃນແຂວງ ລ້າງເຊີນ

15:04 | 04/09/2021

ເຖິງວ່າໄດ້ມີອາຍຸສູງແລ້ວກໍ່ຕາມ ແຕ່ວ່າໃນແຕ່ລະວັນ ພໍ່ຕູ້ຍັງຄົງຖີບລົດໄປຮອດແຕ່ລະເຂດຊຸມຊົນແຕ່ລະຄອບຄົວ ເພື່ອໂຄສະນາວຽກງານປ້ອງກັນ ຕ້ານພະຍາດໂຄວິດ - 19. ນັ້ນແມ່ນພໍ່ຕູ້ ເລິມວັນເມົ້າ ຊາວບ້ານ ກ໋ອກມໍ່ ຕາແສງ ມິງເຊີນ ເມືອງ ຫິວຫຼຸງ ແຂວງ ລ້າງເຊີນ. ວຽກງານຂອງພໍ່ຕູ້ໄດ້ແຜ່ກະຈາຍສານ “ແຕ່ລະຄົນຕ່າງກໍ່ແມ່ນນັກຮົບບົນແນວຮົບປ້ອງກັນ ຕ້ານໂລກລະບາດໂຄວິດ - 19”.

ລ້າງເຊີນ ທົດລອງດ່ານຊາຍແດນດີຈີຕອນສ້າງບາດກ້າວບຸກທະລຸເພື່ອສ້າງແຜນທີ່ການສົ່ງອອກ-ນຳເຂົ້າທົ່ວປະເທດໃຫ້ສົມບູນແບບ ລ້າງເຊີນ ທົດລອງດ່ານຊາຍແດນດີຈີຕອນສ້າງບາດກ້າວບຸກທະລຸເພື່ອສ້າງແຜນທີ່ການສົ່ງອອກ-ນຳເຂົ້າທົ່ວປະເທດໃຫ້ສົມບູນແບບ
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຝລັ່ງ ແລະ ເພື່ອນມິດສາກົນສະຫນັບສະຫນູນ ຫວຽດນາມໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຝລັ່ງ ແລະ ເພື່ອນມິດສາກົນສະຫນັບສະຫນູນ ຫວຽດນາມໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19
ພໍ່ຕູ້ ເລິມວັນເມົ້າ(ຢູ່ເບື້ອງຂວາ) ໄປໂຄສະນາວຽກງານຕ້ານໂຄວິດ-19
ພໍ່ຕູ້ ເລິມວັນເມົ້າ (ຢູ່ເບື້ອງຂວາ) ໄປໂຄສະນາວຽກງານຕ້ານໂຄວິດ-19

ເຖິງວ່າມີອາຍຸກວ່າ 80 ປີແລ້ວກໍ່ຕາມ ແຕ່ຍາກທີ່ຈະເຫັນພໍ່ຕູ້ ເລິມວັນເມົ້າ ຢູ່ເຮືອນ ເຖິງວ່າບໍ່ໄດ້ຮັບການແບ່ງວຽກແບ່ງງານ ຫຼື ມອບໝາຍໜ້າທີ່ຈາກຂັ້ນໃດກໍ່ຕາມ ແຕ່ໃນແຕ່ລະວັນພໍ່ຕູ້ ເມົ້າ ກໍ່ລ້ວນແຕ່ໄປຈົດຂໍ້ມູນຂ່າວສານ ກ່ຽວກັບສະພາບໂລກລະບາດ, ບັນດາມາດຕະການບອກເຕືອນຂອງອຳນາດການປົກຄອງ ແລະ ຂະແໜງສາທາລະນະສຸກ ໃນການປ້ອງກັນ ຕ້ານໂລກລະບາດ ເຊິ່ງພໍ່ຕູ້ໄດ້ຮັບຟັງຈາກລາຍການກະແຈກສຽງ ຫຼື ໂທລະພາບແລ້ວກໍ່ນຳໄປຮອດແຕ່ລະຄອບຄົວໃນບ້ານ ເພື່ອເຜີຍແຜ່. ພໍ່ຕູ້ ເລິມວັນເມົ້າ ເປີດເຜີຍວ່າ:

“ການປ້ອງກັນຕ້ານໂລກລະບາດໂຄວິດ - 19 ກໍ່ແມ່ນໜ້າທີ່ຮ່ວມຂອງທົ່ວປວງຊົນ, ດັ່ງນັ້ນຮອດຕອນເຊົ້າ ເມື່ອຕື່ນນອນ ຂ້າພະເຈົ້າກໍ່ໄດ້ໄປອ້ອມບ້ານໂຄສະນາໃຫ້ທຸກໆຄົນຮູ້ຈັກ. ໄປຮອດ 11 ໂມງ ຕອນທ່ຽງກັບຄືນບ້ານ ຫຸງເຂົ້າ ໃຫ້ລູກຫຼານກິນ ແລະ ຮອດຕອນບ່າຍກໍ່ໄປເຜີຍແຜ່ຕໍ່ ສຳລັບບັນດາຄອບຄົວທີ່ໃນຕອນເຊົ້າບໍ່ຢູ່.ໄປເຜີຍແຜແບບໂອ້ລົມນຳກັນດ້ວຍຄວາມຮັກແພງເທົ່ານັ້ນ”.

ຢູ່ບ້ານ ກ໋ອກມໍ່ ຮູບພາບພໍ່ເຖົ້າຂີ່ລົດຖີບ ພ້ອມດ້ວຍຖົງຜ້າອັດປາກ ແລະ ໜັງສືແຂວນໃສ່ເຂົາລົດຖີບ ໄດ້ກາຍເປັນຮູບພາບທີ່ລື້ງເຄີຍຂອງຊາວບ້ານ. ກວ່າ 200 ຄອບຄົວໃນບ້ານກໍ່ລ້ວນແຕ່ຖືພໍ່ຕູ້ ແມ່ນຍາດຕິພີ່ນ້ອງຂອງຕົນ. ເຂົາເຈົ້າເຄີຍຊອກຫາພໍ່ຕູ້ ເພື່ອຂໍຄຳບອກເຕືອນ ເມື່ອມີວຽກມີງານ. ທ່ານ ວີວັນແຄນ ນາຍບ້ານບ້ານ ກ໋ອກມໍ່ ແບ່ງປັນວ່າ:

“ພໍ່ຕູ້ ເມົ້າ ແມ່ນຜູ້ມີອິດທິພົນຊື່ສຽງຂອງໝູ່ບ້ານ ພໍ່ຕູ້ໄດ້ມີຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ຊາວບ້ານ ຜ່ານນັ້ນກໍ່ສາມາດຂົນຂວາຍປະຊາຊົນປະຕິບັດບັນດາມາດຕະການປ້ອງກັນຕ້ານໂລກລະບາດ. ພໍ່ຕູ້ໄດ້ລົງໄປຮອດແຕ່ລະຄອບຄົວ ເພື່ອໂຄສະນາ ໂອ້ລົມນຳກັນກ່ຽວກັບຂໍ້ມູນຂ່າວສານ ສະພາບການໂລກລະບາດ. ວຽກງານຂອງພໍ່ຕູ້ໄດ້ຮັບການສະໜັບສະໜູນ ຈາກພໍ່ແມ່ພີ່ນ້ອງຊາວບ້ານຢ່າງສຸດໃຈ”.

ພໍ່ຕູ້ ເລິມວັນເມົ້າ ຍາມໃດກໍ່ມີຄວາມມານະພະຍາຍາມບອກເຕືອນໃຫ້ທຸກໆຄົນ ບໍ່ຄວນລະເຫຼີງປະໝາດໃນວຽກງານປ້ອງກັນຕ້ານໂລກລະບາດ, ຕ້ອງປະຕິບັດບັນດາມາດຕະການປ້ອງກັນ ຕ້ານໂລກລະບາດ ຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ. ພໍ່ຕູ້ມີຄວາມສຳນຶກວ່າ ຢາກຕ້ານໂລກລະບາດສຳເລັດຜົນ ແມ່ນຕ້ອງຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ ມີຄວາມໃກ້ຊິດສະໜິດສະໜົມກັບປະຊາຊົນ. ພໍ່ຕູ້ ເມົ້າ ໃຫ້ຮູ້ອີກວ່າ:

“ໂລກພະຍາດແມ່ນສັບສົນທີ່ສຸດ ບໍ່ອາດຈະຮູ້ວ່າຜູ້ໃດຕິດ ຜູ້ໃດຍັງບໍ່ທັນຕິດ. ໃນເບື້ອງຕົ້ນຊາວໜຸ່ມເຂົາເຈົ້າບໍ່ຢ້ານດອກ, ແຕ່ພາຍຫຼັງມາຈຶ່ງປ່ຽນແປງສະຕິຄວາມຮັບຮູ້. ປັດຈຸບັນໃນບ້ານບໍ່ມີຜູ້ໃດຕິດພະຍາດ ດັ່ງນັ້ນພໍ່ແມ່ພີ່ນ້ອງກໍ່ຮູ້ສຶກມີຄວາມອຸ່ນອ່ຽນໃຈ”.

ຈາກການບອກເຕືອນ ໂຄສະນາຂອງພໍ່ຕູ້ ເລິມວັນເມົ້າ ແລະ ບັນດາສະມາຊິກໃນໜ່ວຍໂຄວິດຊຸມຊົນ. ຊາວບ້ານໄດ້ຮັບຮູ້ເຖິງຄວາມເປັນອັນຕະລາຍຂອງໂລກພະຍາດ ແລະ ໄດ້ເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ ຕ້ານໂລກລະບາດ ຕາມຄຳແນະນຳຂອງອຳນາດການປົກຄອງ ແລະ ຂະແໜງສາທາລະນະສຸກ. ທ່ານ ຫຼີກວັກຫວຽດ ປະທານຄະນະກຳມະການປະຊາຊົນຕາແສງ ມິງເຊີນ ເມືອງ ຫິວຫຼຸງ ໃຫ້ຮູ້ວ່າ:

“ໜ່ວຍໂຄວິດຊຸມຊົນ ແລະ ບົດບາດຂອງບັນດາສະມາຊິກໃນໜ່ວຍ ກໍ່ລ້ວນແຕ່ມີຄວາມສຳຄັນທີ່ສຸດ. ພວກຂ້າພະເຈົ້າດຳເນີນກອງປະຊຸມລະຫວ່າງບັນດາໜ່ວຍໂຄວິດ - 19 ຊຸມຊົນຢ່າງເປັນປະຈຳ ແລະ ກໍ່ໄດ້ໂຄສະນາກ່ຽວກັບບັນດາແບບຢ່າງຄື ພໍ່ຕູ້ ເລິມວັນເມົ້າ ເພື່ອໃຫ້ທຸກໆຄົນພ້ອມກັນຮ່ຳຮຽນຕາມ”.

ໂດຍບໍ່ຕ້ອງການຮັບເງິນເດືອນ,ການເຮັດວຽກເລີ່ມມາຈາກຄວາມສະໝັກໃຈ ແຕ່ພໍ່ຕູ້ ເລິມວັນເມົ້າ ໄດ້ເຮັດວຽກດ້ວຍຄວາມຮັບຜິດຊອບສູງທີ່ສຸດ. ດ້ວຍບັນດາວຽກງານທີ່ລຽບງ່າຍ ແຕ່ມີຄວາມໝາຍ ພໍ່ຕູ້ບໍ່ພຽງແຕ່ປະກອບສ່ວນພ້ອມກັບວົງຄະນາຍາດປ້ອງກັນ ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນເທົ່ານັ້ນ ຫາກຍັງແມ່ນແບບຢ່າງທີ່ດີ ກ່ຽວກັບຄວາມກະຕືລືລົ້ນ ຄວາມສຸດຈິດສຸດໃຈເພື່ອຊຸມຊົນ ເພື່ອໃຫ້ຊາວທ້ອງຖິ່ນປະຕິບັດຕາມ.

vovworld.vn

ເຫດການ
302 Found

Found

The document has moved here.