ຫໍພິພທະພັນວິຈິດສິນຫວຽດນາມ ເປີດຕົວເຕັກໂນໂລຢີການທ່ອງທ່ຽວອອນໄລ໌ 3D

17:10 | 02/09/2021

ຍສໝ- ການວາງສະແດງຮູບພາບທາງອອນໄລ໌ ຂອງຫໍພິພິທະພັນວິຈິດສິນຫວຽດນາມ ຊ່ວຍໃຫ້ ມະຫາຊົນໄດ້ເຫັນຢ່າງຈະແຈ້ງກ່ຽວກັບຊຸດສະສົມຮູບແຕ້ມ, ຮູບປັ້ນອັນໃຫຍ່ຫຼວງ ແລະ ມີຄຸນຄ່າຂອງຫວຽດນາມ ໃນນັ້ນ ມີບັນດາວັດຖຸພັນທີ່ລ້ຳຄ່າຂອງຊາດ.

ຫວ​ຽດ​ນາມ ແລະ ເບ​ລາ​ຣູດ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວ​ຽດ​ນາມ ແລະ ເບ​ລາ​ຣູດ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ
ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ສ້າງເງື່ອນໄຂອຳນວຍຄວາມສະດວກດ້ານການຄ້າ ລະຫວ່າງຫວຽດນາມ ແລະ ຮົງກົງ ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ສ້າງເງື່ອນໄຂອຳນວຍຄວາມສະດວກດ້ານການຄ້າ ລະຫວ່າງຫວຽດນາມ ແລະ ຮົງກົງ

ວັນທີ 28 ສິງຫາ, ຫໍພິພິທະພັນວິຈິດສິນຫວຽດນາມ ໄດ້ເປີດຕົວເຕັກໂນໂລຢີການທ່ອງທ່ຽວອອນໄລ 3D Tour, ໂດຍໄດ້ລວບລວມຢູ່ໃນເວັບໄຊ໌ vnfam.vn.

ໃນສະພາບການຜັນແປທີ່ສັບສົນຂອງການແຜ່ລະບາດຂອງພະຍາດໂຄວິດ -19, ຫໍພິພິທະພັນ ແລະ ສະຖານທີ່ຮ່ອງຮອຍຕ່າງໆ ຍັງຕ້ອງໄດ້ຢຸດຮັບແຂກຊົ່ວຄາວ. ສະນັ້ນ ເຕັກໂນໂລຢີ ໄດ້ເປັນຂົວຕໍ່ທີ່ມີປະສິດທິພາບທີ່ສຸດ ເພື່ອສະຖານທີ່ຮ່ອງຮອຍ ແລະ ຫໍພິພິທະພັນ ສາມາດເຂົ້າເຖິງມະຫາຊົນ.

ຫໍພິພທະພັນວິຈິດສິນຫວຽດນາມ ເປີດຕົວເຕັກໂນໂລຢີການທ່ອງທ່ຽວອອນໄລ໌ 3D
ຫໍພິພທະພັນວິຈິດສິນຫວຽດນາມ ເປີດຕົວເຕັກໂນໂລຢີການທ່ອງທ່ຽວອອນໄລ໌ 3D.

ດ້ວຍເນື້ອໃນເປັນພາສາຫວຽດນາມ ແລະ ພາສາອັງກິດ, ມະຫາຊົນຢູ່ທຸກແຫ່ງຫົນໃນໂລກ ສາມາດຄົ້ນຫາພື້ນທີ່ການວາງສະແດງຂອງຫໍພິພິທະພັນໄດ້ຢ່າງເສລີ, ຮັບຊົມຜົນງານສິລະປະ ແລະ ຮັບຟັງຄຳແນະນຳທົ່ວໄປກ່ຽວກັບຫົວຂໍ້ການວາງສະແດງຂອງຫໍພິພິທະພັນ. ວັດຖຸພັນ100 ອັນ ທີ່ໄດ້ນໍາສະເໜີຢູ່ໃນໂປແກລມ iMuseum VFA ໄດ້ເຊື່ອມຕໍ່ກັບການສະແດງອອນໄລ໌ 3D Tour, ໂດຍໄດ້ຕິດຮູບສັນຍາລັກທີ່ໂດດເດັ່ນ ເພື່ອເຮັດໃຫ້ຜູ້ເຂົ້າຊົມສາມາດຮັບຮູ້ໄດ້ງ່າຍ.

ການທ່ອງທ່ຽວທັດສະນະອອນໄລ໌ ແມ່ນບໍ່ໄດ້ເສຍຄ່າ. ນີ້ແມ່ນຄວາມພະຍາຍາມ ແລະ ໝາກຜົນຂອງວິວັດການຄົ້ນຄ້ວາ, ການພັດທະນາແນວຄວາມຄິດ ແລະ ຂະບວນການຈັດຕັ້ງປະຕິບັດຂອງພະນັກງານພິພິທະພັນ, ຮ່ວມກັບການຮ່ວມມື ແລະ ການຊ່ວຍເຫຼືອຂອງເພື່ອນຮ່ວມງານທັງພາຍໃນ ແລະ ຕ່າງປະເທດ, ດ້ວຍຄວາມປາຖະໜາທີ່ຢາກແຜ່ກະຈາຍ, ເຜີຍແຜ່ຄວາມຮັກຕໍ່ສິລະປະ ແລະ ມໍລະດົກ, ນໍາເອົາຫໍພິພິທະພັນວິຈິດສິນຫວຽດນາມ ເຂົ້າໃກ້ກັບມວນຊົນກວ່າອີກ.

ຄຳຮຸ່ງ