ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ

15:19 | 28/03/2021

ຫວ່າງແລ້ວນີ້, ທີ່ ຄະນະພົວພັນ ຕ່າງປະເທດສູນກາງພັກ, ທ່ານ ນາງສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລໍດອຍດຳບາ ກາລ໌ບັດຣັກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ.

ຫ ວໜ າຄະນະພ ວພ ນຕ າງປະເທດສ ນກາງພ ກ ຕ ອນຮ ບການເຂ າຢ ຽມຂ ຳນ ບຂອງ ທ ານເອກອ ກຄະລ ດຖະທ ດວ ສາມ ນຜ ມ ອຳນາດເຕ ມ ແຫ ງ ມ ງໂກລ ປະຈຳ ສປປ ລາວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ບັນດາເອກອັກຄະລັດຖະທູດຕ່າງປະເທດປະຈຳ ສປປ ລາວ
ຫ ວໜ າຄະນະພ ວພ ນຕ າງປະເທດສ ນກາງພ ກ ຕ ອນຮ ບການເຂ າຢ ຽມຂ ຳນ ບຂອງ ທ ານເອກອ ກຄະລ ດຖະທ ດວ ສາມ ນຜ ມ ອຳນາດເຕ ມ ແຫ ງ ມ ງໂກລ ປະຈຳ ສປປ ລາວ ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX
ຫ ວໜ າຄະນະພ ວພ ນຕ າງປະເທດສ ນກາງພ ກ ຕ ອນຮ ບການເຂ າຢ ຽມຂ ຳນ ບຂອງ ທ ານເອກອ ກຄະລ ດຖະທ ດວ ສາມ ນຜ ມ ອຳນາດເຕ ມ ແຫ ງ ມ ງໂກລ ປະຈຳ ສປປ ລາວ
ທ່ານ ນາງສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ

ໃນການພົບປະ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ແລະ ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ ໃນ​ການ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ 30 ຂອງ​ພັກ​ປະ​ຊາ​ຊົນ ​ມົງ​ໂກ​ລີ ແລະ ​ບັນ​ດາ​ຜົນ​ສຳ​ເລັດ ທີ່ປະຊາຊົນມົງໂກລີ ຍາດມາໄດ້ ໃນ​ການ​ພັດ​ທະ​ນາ​ປະ​ເທດ ແລະ ສະແດງຄວາມຊົມເຊີຍ ແລະ ອວຍພອນ ພັກປະຊາຊົນມົງໂກລີ ໃນໂອກາດສະເຫລີມສະຫລອງ 100 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນມົງໂກລີ. ສອງຝ່າຍ ຍັງໄດ້​ແຈ້ງ​ໃຫ້​ກັນ​ຊາບ​ ກ່ຽວ​ກັບ​ສ​ະ​ພາບ​ການ​ທີ່​ພົ້ນ​ເດັ່ນ ​ຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະ​ເທດ, ພ້ອມ​ກັນ​ແລກ​ປ່ຽນ​ ຄຳ​ຄິດ​​ເຫັນ​ນຳ​ກັ​ນ​ ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ສອງ​ພັກ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ກໍຄື​ ທິດທາງ​ກາ​ນ​ຮ່ວ​ມມື​ໃນ​ຕໍ່​ໜ້າ ຕາມແຜນການຮ່ວມມື ລະຫວ່າງ ພັກ ປປ ລາວ ແລະ ພັກປະຊາຊົນມົງໂກລີ ທີ່ໄດ້ລົງນາມຮ່ວມກັນໃນປີ 2019 ຜ່ານມາ.

ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກປະຊາຊົນ ມົງໂກລີທີ່​ໄດ້​ສົ່ງ​ໂທ​ລະ​ເລກ ອວຍ​ພອນ​ກອງ​ປະ​ຊຸມ​ໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງ​ທີ XI ຂອງ​ພັກ ປປ ລາວ ແລະ ສານ​ຊົມ​ເຊີຍມາ​ຍັງ ທ່ານ ທອງລຸນ ສີສຸລິດ ເນື່ອງ​ໃນ​ໂອ​ກາດ​ທີ່​ໄດ້​ຮັບ ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່ ພັກປ​ປລາວ; ໄດ້​ຕີລາຄາສູງຕໍ່ການ ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ການ​ຮ່ວມ​ມືລະ​ຫວ່າງພັກ ປປ ລາວ ແລະ ພັກປະຊາ ຊົນມົງໂກລີ ໃນໄລຍະຜ່ານມາ.

ທ່ານ ລໍດອຍດຳບາ ກາລ໌ບັດຣັກ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ປປລາວ ແລະ ຜົນສຳເລັດໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ 9 ແລະ ສະພາປະຊາຊົນຂັ້ນແຂວງ, ນະຄອນຫລວງ ຄັ້ງທີ 2 ທີ່ໄດ້ຈັດຂຶ້ນໃນກາງເດືອນກຸມພາ2021 ທີ່ຜ່ານມາດ້ວຍຜົນສໍາເລັດອັນຈົບງາມ ແລະ ເຊື່ອໜັ້ນວ່າພາຍໃຕ້ການຊີ້ນຳ-ນຳພາຂອງພັກປປລາວ ຈະສາມາດຍາດໄດ້ຜົນສຳເລັດ​ອັນ​ໃຫ​ຍ່​ຫລວງ ໃນ​ການ​ຈັດ​ຕັ້ງ​ຜັນ​ ຂະ​ຫຍາຍ​ມະ​ຕິ​ ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XI ຂອງພັກ ແລະ ນຳເອົາຄວາມສົມບູນ ພູນສຸກມາສູ່ປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ.

ທ່ານ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ສະແດງຄວາມອວຍພອນຕໍ່ ທ່ານເອກອັກຄະລັດທະທູດ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີຜົນສຳເລັດ ໃນການສືບຕໍ່ເປັນຂົວຕໍ່ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ມົງໂກລີ ກໍ່ຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ຫ ວໜ າຄະນະພ ວພ ນຕ າງປະເທດສ ນກາງພ ກ ຕ ອນຮ ບການເຂ າຢ ຽມຂ ຳນ ບຂອງ ທ ານເອກອ ກຄະລ ດຖະທ ດວ ສາມ ນຜ ມ ອຳນາດເຕ ມ ແຫ ງ ມ ງໂກລ ປະຈຳ ສປປ ລາວ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງທີ່ກະຊວງແຜນການ ແລະ ການລົງທຶນ ຫວຽດນາມຍາດມາໄດ້ໃນໄລຍະຜ່ານມາ

ຍສໝ - ຫວ່າງແລ້ວນີ້, ທີ່ ກະຊວງແຜນການ ແລະ ການລົງທຶນຫວຽດນາມນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຫງວຽນຈີຢູ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ...

ຫ ວໜ າຄະນະພ ວພ ນຕ າງປະເທດສ ນກາງພ ກ ຕ ອນຮ ບການເຂ າຢ ຽມຂ ຳນ ບຂອງ ທ ານເອກອ ກຄະລ ດຖະທ ດວ ສາມ ນຜ ມ ອຳນາດເຕ ມ ແຫ ງ ມ ງໂກລ ປະຈຳ ສປປ ລາວ ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ

ໃນວັນທີ 24 ທັນວາ 2020 ຢູ່ທີ່ສຳນັກງານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງຮ້ອຍຫົກສິບຫ້າລ້ານດົງ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນຢູ່ພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ.

ຫ ວໜ າຄະນະພ ວພ ນຕ າງປະເທດສ ນກາງພ ກ ຕ ອນຮ ບການເຂ າຢ ຽມຂ ຳນ ບຂອງ ທ ານເອກອ ກຄະລ ດຖະທ ດວ ສາມ ນຜ ມ ອຳນາດເຕ ມ ແຫ ງ ມ ງໂກລ ປະຈຳ ສປປ ລາວ ບັນດາທູຕານຸທູດອາຊຽນ ປະຈຳ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ທ່ານ ນາງ ເບລິນດາ ແອນເຕ, ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປ ລາວ ໃນຖານະປະເທດປະສານງານ ແລະ ທູດອາວຸໂສ ກໍໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດອາຊຽນ ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງ ມາຍັງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບສະພາບຈຸດພິເສດ

kpl.gov.la

ເຫດການ
302 Found

Found

The document has moved here.