ນະຄອນຫຼວງຮ່າໂນ້ຍຖະຫວາຍທູບທຽນເພື່ອອາໄລຫາ ພົນເອກ ຫວໍງວຽນຢາບ

11:30 | 27/08/2021

ຍສໝ - ບັນດາການນຳ ນະຄອນຮ່າໂນ້ຍ ໄດ້ຖະຫວາຍທູບທຽນ ແລະດອກໄມ້ເພື່ອອາໄລຫາ ສະຫາຍພົນເອກ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງສະຫາຍພົນເອກ ທີ່ມີຕໍ່ພາລະກິດປະຕິວັດອັນສະຫງ່າລາສີຂອງພັກ ແລະປະເທດຊາດ.

ການນໍາພັກ, ລັດ, ກະຊວງປ້ອງກັນປະເທດ ຖະຫວາຍທູບທຽນອາໄລຫາທ່ານພົນເອກ ຫວໍງວຽນຢາບ ການນໍາພັກ, ລັດ, ກະຊວງປ້ອງກັນປະເທດ ຖະຫວາຍທູບທຽນອາໄລຫາທ່ານພົນເອກ ຫວໍງວຽນຢາບ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢາບ ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢາບ
ນະຄອນຫຼວງຮ່າໂນ້ຍຖະຫວາຍທູບທຽນເພື່ອອາໄລຫາ ພົນເອກ ຫວໍງວຽນຢາບ

ຄະນະຜູ້ແທນນະຄອນຮ່າໂນ້ຍ, ນໍາໂດຍ ສະຫາຍ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ດິງຕຽນຢຸງ ໄດ້ໄປຢ້ຽມຢາມຄອບຄົວ ແລະອາໄລຫາ ພົນເອກ ຫວໍງວຽນຢາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງ ພົນເອກ ຫວໍງວຽນຢາບ. ພາບ: laodongthudo.vn

ວັນທີ 24 ສິງຫາ, ຄະນະຜູ້ແທນນະຄອນຮ່າໂນ້ຍ, ນໍາໂດຍ ສະຫາຍ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ດິງຕຽນຢຸງ ໄດ້ໄປຢ້ຽມຢາມຄອບຄົວ ແລະອາໄລຫາ ພົນເອກ ຫວໍງວຽນຢາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງ ພົນເອກ ຫວໍງວຽນຢາບ (25 ສິງຫາ 1911 - 25 ສິງຫາ 2021) ຢູ່ເຮືອນພັກຂອງເພິ່ນຢູ່ເມືອງ ບາດິ່ງ.

ບັນດາການນຳນະຄອນຮ່າໂນ້ຍ ໄດ້ຖະຫວາຍທູບທຽນ ແລະດອກໄມ້ເພື່ອອາໄລຫາ ສະຫາຍພົນເອກ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງສະຫາຍພົນເອກ ທີ່ມີຕໍ່ພາລະກິດປະຕິວັດອັນສະຫງ່າລາສີຂອງພັກ ແລະປະເທດຊາດ.

ພົນເອກຫວໍງວຽນຢາບ ໄດ້ອຸທິດຕະຫຼອດຊີວິດຂອງຕົນເພື່ອເອກະລາດ, ເສລີພາບຂອງຊົນຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ. ການນຳນະຄອນ ໄດ້ກ່າວຍົກສູງເຈດຈຳນົງຄວາມຕັດສິນໃຈທີ່ຈະເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ -19, ປົກປ້ອງສຸຂະພາບ ແລະຄວາມປອດໄພຊີວິດອິນຊີຂອງປະຊາຊົນ ແລະນໍາຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໄຊພອນ

ເຫດການ
302 Found

Found

The document has moved here.