ການໂອ້ລົມສົນທະນາກ່ຽວກັບທະເລ ຄັ້ງທີ 7

16:38 | 25/08/2021

ຍສໝ - ຫວ່າງແລ້ວນີ້, ສະຖາບັນການຕ່າງປະເທດຫວຽດນາມ ສົມທົບກັບສະຖານທູດອັງກິດ ແລະ ກອງທຶນ Kondras Adenauer Stiftung (KAS) ເຢຍລະມັນ ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງການໂອ້ລົມສົນທະນາກ້ຽວກັບທະເລຄັ້ງທີ 7 (ອອນໄລ໌) ດ້ວຍຫົວຂໍ້ “ຕີລາຄາບັນຫາທະເລທີ່ພວມພົ້ນເດັ່ນຂຶ້ນ ຈາກມຸມມອງກົດໝາຍສາກົນ.”

ບັນດານັກຊ່ຽວຊານເຊັກໂກ ຕີລາຄາສູງຄຳປາໄສຂອງນາຍົກລັດຖະມົນຕີຫວຽດນາມ ບັນດານັກຊ່ຽວຊານເຊັກໂກ ຕີລາຄາສູງຄຳປາໄສຂອງນາຍົກລັດຖະມົນຕີຫວຽດນາມ
ການຮ່ວມມືຫວຽດນາມ - ຈີນ ຄັ້ງທີ 7 ກ່ຽວກັບການປ້ອງກັນ ແລະ ຕ້ານອາຊະຍາກຳ ການຮ່ວມມືຫວຽດນາມ - ຈີນ ຄັ້ງທີ 7 ກ່ຽວກັບການປ້ອງກັນ ແລະ ຕ້ານອາຊະຍາກຳ

ການໂອ້ລົມສົນທະນາ ໄດ້ດຶງດູດຜູ້ແທນຫຼາຍກວ່າ 250 ຄົນ ເຊິ່ງເປັນຜູ້ຊ່ຽວຊານພາຍໃນປະເທດ ແລະ ສາກົນ. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນ ໄດ້ເນັ້ນໜັກວ່າ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແມ່ນພື້ນຖານໃຫ້ແກ່ການຄຸ້ມຄອງມະຫາສະໝຸດ, ຢືນຢັນວ່າ ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແມ່ນຜົນປະໂຫຍດອັນສຳຄັນ.

ການໂອ້ລົມສົນທະນາກ່ຽວກັບທະເລ ຄັ້ງທີ 7
ການໂອ້ລົມສົນທະນາກ່ຽວກັບທະເລ ຄັ້ງທີ 7 (7th Ocean Dialogue)

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ຫຼາຍຄຳເຫັນໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການຮັບປະກັນສະຖຽນລະພາບຂອງກົດໝາຍສາກົນ; ພ້ອມກັນນັ້ນ ກໍ່ໄດ້ສະເໜີບັນດາວິທີການແກ້ໄຂ ແລະ ແຜນການເພື່ອຮັບມື ແລະ ປັບຕົວເຂົ້າກັບສະຖານະການການລະດັບນໍ້າທະເລຍື່ງຂຶ້ນໃນປະຈຸບັນ ຈາກມຸມມອງປະເທດ, ພາກພື້ນ ແລະ ສາກົນ.

ບັນດານັກວິຊາການໄດ້ສະແດງຄວາມສົນໃຈຕໍ່ທະເລຕາເວັນອອກ, ເສັ້ນທາງທີ່ເຊື່ອມຕໍ່ກັນ ຂອງເສັ້ນທາງທະເລທີ່ສໍາຄັນ ແລະ ໄດ້ຍົກຄວາມກັງວົນກ່ຽວກັບການຮຽກທວງສິດຢູ່ເຂດທະເລຫຼາຍເກີນໄປ, ເຊິ່ງຄັດກັບ UNCLOS 1982 ແລະ ການຕັດສິນປີ 2016 ຂອງສານກຳມະການ ໃນຄະດີຢູ່ທະເລຕາເວັນອອກ, ນາບຂູ່ການຈໍາກັດຄວາມເສລີໃນການເດີນທະເລ.

ບັນດານັກວິຊາການ ສະເໜີວ່າ ຕ້ອງສືບຕໍ່ຮັກສາຄວາມເປັນລະບຽບຮຽບຮ້ອຍຕາມກົດຢູ່ທະເລ ຢູ່ໃນພາກພື້ນ ມະຫາສະໝຸດອິນເດຍ-ປາຊີຟິກ ແລະ ອາຊຽນຄວນສ້າງທັດສະນະລວມກ່ຽວກັບບັນດາສິດໃນການເດີນທະເລ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.