ຍູ້ແຮງ​ຄວາມ​ຄ​ືບ​ໜ້າ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19

08:03 | 21/08/2021

ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຕ້ອງຍູ້ໄວຄວາມຄືບໜ້າໃນການສັກວັກຊິນ ຕາມຫຼັກການໄວ ແລະ ມີຄວາມປອດໄພທີ່ສຸດ.

ມອບຮັບເຄື່ອງ 10 ໂຕນຈາກເຢຍລະມັນເພື່ອຊ່ວຍຫວຽດນາມຕ້ານກັບພະຍາດ COVID-19 ມອບຮັບເຄື່ອງ 10 ໂຕນຈາກເຢຍລະມັນເພື່ອຊ່ວຍຫວຽດນາມຕ້ານກັບພະຍາດ COVID-19
AstraZeneca ໃຫ້ຄຳໝັ້ນສັນຍາຍູ້ແຮງການສະໜອງວັນຊິນໃຫ້ແກ່ຫວຽດນາມ AstraZeneca ໃຫ້ຄຳໝັ້ນສັນຍາຍູ້ແຮງການສະໜອງວັນຊິນໃຫ້ແກ່ຫວຽດນາມ
undefined
ພາບປະກອບ: ກະຊວງສາທາລະນະສຸກ ຫວຽດນາມ

ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ໄລ່ຮອດວັນທີ 19 ສິງຫາ, ຫວຽດນາມ ໄດ້ຮັບວັກຊິນກັນໂຄວິດ - 19 ກ່ວາ 22 ລ້ານໂດສ, ໃນນັ້ນມີວັກຊິນ AstraZeneca ກ່ວາ 14 ລ້ານໂດສ, ວັກຊິນ Moderna ກ່ວາ 5 ລ້ານໂດສ, ມີວັກຊິນ Pfizer ກ່ວາ 1,2 ລ້ານໂດສ ແລະ ວັກຊິນ Sputnik-V ແມ່ນ 12.000 ໂດສ ແລະ ວັກຊິນ Sinopharm 2,5 ລ້ານໂດສ. ໄລ່ຮອດຕອນເຊົ້າວັນທີ 20 ສິງຫາ, ຈຳນວນວັກຊິນກັນໂຄວິດ - 19 ໄດ້ສັກໃນທົ່ວປະເທດທັງໝົດແມ່ນ 16,3 ລ້ານໂດສ.

ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ກໍ່ມີເອກະສານກ່ຽວກັບການຄາດຄະເນແຈກຢາຍວັກຊິນ ແຕ່ນີ້ຮອດທ້າຍປີ 2021 ແລ້ວ. ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຕ້ອງຍູ້ໄວຄວາມຄືບໜ້າໃນການສັກວັກຊິນ ຕາມຫຼັກການໄວ ແລະ ມີຄວາມປອດໄພທີ່ສຸດ. ຢູ່ບັນດາສະຖານທີ່ສັກວັກຊິນ, ຕ້ອງມີການເຂົ້າຮ່ວມຂອງບັນດາຂະແໜງການ, ອົງການມະຫາຊົນ, ພິເສດແມ່ນລະດົມກຳລັງຄະນະຊາວໜຸ່ມ ມາຊ່ວຍຕ້ອນຮັບ, ແຈ້ງອາການສຸຂະພາບ ແລະ ຈົດທະບຽນສັກວັກຊິນກັນໂຄວິດ - 19 ໃນໂປແກຼມສັກວັກຊິນ. ສ່ວນພະນັກງານການແພດ ຈະສຸມໃສ່ໜ້າທີ່ວິຊາສະເພາະນັ້ນຄື: ກວດຫາເຊື້ອ, ປະຕິບັດການສັກຢາ ແລະ ຕິດຕາມອາການສຸຂະພາບພາຍຫຼັງການສັກຢາ...

vov.world.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.