ໄຂ​ງານ​ວາງ​ສະ​ແດງ “ນາຍ​ພົນ​ແຫ່ງ​ເທບ​ນິ​ຍາຍ”

11:07 | 23/08/2021

ງານວາງສະແດງ ໄດ້ນຳມາວາງສະແດງກ່ວາ 200 ຮູບພາບ, ເອກະສານ, ວັດຖຸພັນລວມມີ 4 ເນື້ອໃນ.

ຫວຽດນາມ ຢືນອັນດັບທີ 27 ໃນໂລກກ່ຽວກັບການນຳໃຊ້ປັນຍາປະດິດ ຫວຽດນາມ ຢືນອັນດັບທີ 27 ໃນໂລກກ່ຽວກັບການນຳໃຊ້ປັນຍາປະດິດ
ມອບຮັບເຄື່ອງ 10 ໂຕນຈາກເຢຍລະມັນເພື່ອຊ່ວຍຫວຽດນາມຕ້ານກັບພະຍາດ COVID-19 ມອບຮັບເຄື່ອງ 10 ໂຕນຈາກເຢຍລະມັນເພື່ອຊ່ວຍຫວຽດນາມຕ້ານກັບພະຍາດ COVID-19
undefined
ທ່ານເລຫູ້ວຮຸຍ-ຜູ້ອຳນວຍການຫໍພິພິຕະພັນປະຫວັດສາດກອງທັບຫວຽດນາມ ກ່າວຄຳເຫັນທີ່ພິທີໄຂງານວາງສະແດງ

ຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ຫໍພິພິຕະພັນປະຫວັດສາດກອງທັບຫວຽດນາມ ໄດ້ຈັດພິທີ ໄຂງານວາງສະແດງ “ນາຍພົນແຫ່ງເທບນິຍາຍ”ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ(25/8/1911-25/8/2021). ງານວາງສະແດງໄດ້ອັບເດັດໃນເວບໄຊຂອງ ຫໍພິພິຕະພັນປະຫວັດສາດກອງທັບຫວຽດນາມ (http://baotanglichsuquansu.vn). ຊື່ງໄດ້ນຳມາວາງສະແດງກ່ວາ 200 ຮູບພາບ, ເອກະສານ, ວັດຖຸພັນລວມມີ 4 ເນື້ອໃນຕົ້ນຕໍຄື: ໃນແມ່ນ້ຳກຽນຢາງ; ເສັ້ນທາງໄປເຖິງການປະຕິວັດ; ນາຍພົນແຫ່ງເທບນິຍາຍ-ນາຍພົນຂອງ ປຊຊ. ງານວາງສະແດງຍັງໄດ້ວາງສະແດງບັນດາວັດຖຸພັນທີ່ດີເດັ່ນ, ຕິດພັນກັບຊີວິດ ແລະພາລະກິດຂອງ ທ່ານພົນເອກ ຫວໍງວຽນຢາບ.

ຕາມແຜນການ, ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີຈະຖືກຈັດຂຶ້ນດ້ວຍຂອບຂະໜາດລະດັບຊາດຢູ່ແຂວງ ກວາງບິນ ໃນວັນທີ 25 ສິງຫາທີ່ຈະມາເຖິງ ແຕ່ຍ້ອນສະພາບການໂລກລະບາດໂຄວິດ 19 ພວມມີການຜັນແປຢ່າງສັບສົນ, ຄະນະປະຈຳຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ຕົກລົງວ່າຈະຈັດຕັ້ງພິທີດັ່ງກ່າວໃນເວລາທີ່ເໝາະສົມ.

la.qdnd.vn

ເຫດການ
302 Found

Found

The document has moved here.