KFHI ໜູນ​ຊ່ວຍ​ແມ່​ຍິງ 110 ຄົນ​ທີ່​ປະ​ສົບ​ກັບ​ຄວາ​ມ​ຫຍຸ້ງ​ຍາກ​ຢູ່​ແຂວງ ກ໋​ວາງ​ນາມ

13:55 | 22/08/2021

ຍ​ສ​ໝ - ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ Korea Food for the Hungry International (KFHI/ສ.ເກົາຫຼີ) ໄດ້​ອຸ​ປະ​ຖຳ​ໃຫ້​ແກ່​ໂຄງ​ການ “ໜູນ​ຊ່ວຍ​ການ​ທຳ​ມາ​ຫາ​ກິນ​ໃຫ້​ແກ່​ແມ່​ຍິງ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ເມືອງ ທັງ​ບິ່ງ” (ແຂວງ​ກ໋​ວາງ​ນາມ) ດ້ວຍຍອດ​ງົບ​ປະ​ມານ 1.502.940.000 ດົ່ງ.

ACCL ຢາກ​ເປີ​ດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ເດັກ​ທີ່​ເປັນ​ພະ​ຍາດ​ມະ​ເຮັງ ຢູ່ ຫວຽດ​ນາມ ACCL ຢາກ​ເປີ​ດ​ກ້​ວາງ​ຂອບ​ຂະ​ໜາດ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ເດັກ​ທີ່​ເປັນ​ພະ​ຍາດ​ມະ​ເຮັງ ຢູ່ ຫວຽດ​ນາມ
WeWork ໜູນ​ຊ່ວຍ​ການ​ເພີ່ມ​ຄວາມ​ໄວ​ໃນ​ການ Startup ຢູ່ ຫວຽດ​ນາມ WeWork ໜູນ​ຊ່ວຍ​ການ​ເພີ່ມ​ຄວາມ​ໄວ​ໃນ​ການ Startup ຢູ່ ຫວຽດ​ນາມ
KFHI ໜູນ​ຊ່ວຍ​ແມ່​ຍິງ 110 ຄົນ​ທີ່​ປະ​ສົບ​ກັບ​ຄວາ​ມ​ຫຍຸ້ງ​ຍາກ​ຢູ່​ແຂວງ ກ໋​ວາງ​ນາມ
ມອບ​ໝູ​ພັນ​ໃຫ້​ແກ່​ບັນ​ດາ​ແມ່​ຍິງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

ໂຄງ​ການ​ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ກ໋​ວາງ​ນາມ ໄດ້​ອະ​ນຸ​ຍາດ​ໃຫ້ປະ​ຕິ​ບັດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ ຫາ ວັນ​ທີ 30 ພະ​ຈິກ ປີ 2021, ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ແມ່​ຍິງ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ປ່ຽນ​ແປງ​​ຈິດ​ຕະ​ສາດ, ທ່າ​ທີຕາມ​ຕິດ​ຕັ້ງ​ໜ້າ, ຄ່ອຍໆ​ເຊື່ອມ​ຕົນ​ເຂົ້າ​ກັບ​ປະ​ຊາ​ຄົມ ແລະ ສ້າງ​​​ຊີ​ວິດທີ່​ເປັນ​ປົກ​ກະ​ຕິ.

ລະ​ອຽດ​ແມ່ນ, ໂຄງ​ການ​ໜູນ​ຊ່ວຍ ​110 ຄອບ​ຄົວ​ແມ່​ຍິງທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່ 8 ຕາ​ແສງ, ເທດ​ສະ​ບານ​ຂອງ​ເມືອງ ທັງ​ບິ່ງ: ສະ​ໜອງ​ແນວ​ພັນ​ສັດ (ໝູ​​ພັນ), ໜູນ​ຊ່ວຍ​ການ​​ສ້ອ​ມ​ແປງ, ກໍ່ສ້າງຄອກ​ໝູ​ ແລະ ຝຶກ​ອົບ​ຮົມ​ຍົກ​ສູງ​ຄວາມ​ຮູ້, ທັກ​ສະ​ໃນ​ການ​ປູກລ້ຽງ.

ສະ​ຫະ​ພັນ​ແມ່​ຍິງ​​ເມືອງ​ທັງ​ບິງ ແມ່ນ​ຫົວ​ໜ່ວຍ​ໄດ້​ຮັບ​ໜ້າ​ທີ່​​ຮັບ, ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ໂຄງ​ການ ແລະ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ.

ມາ​ຮອດ​ປັດ​ຈຸ​ບັນ, ໂຄງ​ການ​ໄດ້​ສຳ​ເລັດການ​ຈັດ​ຕັ້ງ​ບັນ​ດາ​ໂຮງ​ຮຽນ​ສອນ​ວິ​ຊາ​ຊີບ “ລ້ຽງ, ຮັບ​ຮູ້ ແລະ ປິ່ນ​ປົວ​ພະ​ຍາດ​ໃຫ້​ໝູ” ​ໂດຍ​ພື້​ນ​ຖານ, ສະ​ໜອງ​ໝູ​ພັນ​ຄັ້ງ 1 ໃຫ້​ແກ່​ຄອບ​ຄົວຈຳ​ນວນ​ໜຶ່ງ​ໃນ​ບໍ​ລິ​ເວນ​ຕາ​ແສງ​ທີ່​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ ເພື່ອ​ຜ​ັນ​ຂະ​ຫຍາຍ​ການ​ລ້ຽງ​ໝູ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.