ນະ​ຄອນ​ໂຮ່​ຈີ​ມິນ ມອບ​ຂອງ​ຂັວນ ນັບ​ພັນ​​ພູດ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ທີ່​ປະ​ສົບ​ກັບຄວາມ​ຫຍຸ້ງ​ຍາກ

14:40 | 13/08/2021

ເມື່ອມອບຂອງຂວັນໃຫ້ແກ່ກຳມະກອນ, ຜູ້ອອກແຮງງານ, ທ່ານຮອງລັດຖະມົນຕີ ເຈິ່ນແທງນານ, ຫົວໜ້າກຸ່ມປະຕິບັດງານກະຊວງກະສິກຳ ແລະ ພັດທະນາຊົນນະບົດນະຄອນໂຮ່ຈີມິນ ໄດ້ເຊື່ອໝັ້ນວ່າ ບັນດາຂອງຂວັນນີ້ ຈະຊ່ວຍໃຫ້ກຳມະກອນ, ແຮງງານປັບປຸງຊີວິດການເປັນຢູ່ຂອງຕົນໄດ້ສ່ວນໃດສ່ວນໜຶ່ງ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ
ຫວຽດນາມ ສືບຕໍ່ນອນໃນ 10 ສະຖານທີ່ເປັນມິດທີ່ສຸດໃນໂລກ 2021 ຫວຽດນາມ ສືບຕໍ່ນອນໃນ 10 ສະຖານທີ່ເປັນມິດທີ່ສຸດໃນໂລກ 2021
undefined
ຜູ້ຕາງໜ້າສະພາປະຊາຊົນນະຄອນໂຮ່ຈີມິນ ມອບຂອງຂວັນ ແລະ ລະດົມກຳລັງໃຈໃຫ້ແກ່ກຳມະກອນ (ພາບ: TTXVN)

ໃນລະຫວ່າງວັນທີ 10 – 11 ສິງຫາ, ສະຫະພັນແຮງງານນະຄອນໂຮ່ຈີມິນ ພ້ອມກັບກຸ່ມປະຕິບັດງານກະຊວງກະສິກຳ ແລະ ພັດທະນາຊົນນະບົດຢູ່ນະຄອນໂຮ່ຈີມິນ ໄດ້ສົມທົບກັບຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ໃຫ້ແກ່ຜູ້ອອກແຮງງານ ພັກເຊົ່າຢູ່ບໍລິເວນນະຄອນ ຖູດຶກ. ນີ້ແມ່ນໂຄງການໜູນຊ່ວຍທັນຍະຫານ, ສະບຽງອາຫານທີ່ຈຳເປັນ ໃຫ້ແກ່ກຳມະກອນແຮງງານທີ່ປະສົບກັບຄວາມຫຍຸ້ງຍາກປັດຈຸບັນພວມເຮັດວຽກ ຢູ່ບັນດາເຂດອຸດສາຫະກຳໃນໄລຍະປະຕິບັດການແຍກຫ່າງ ຕາມຄຳສັ່ງເລກທີ 16 ຂອງລັດຖະບານ. ໃນຄັ້ງນີ້, ບັນດາຫົວໜ່ວຍໄດ້ມອບຂອງຂວັນ 10.000 ພູດ ດ້ວຍງົບປະມານທັງໝົດປະມານ 5 ຕື້ດົ່ງ.

ເມື່ອມອບຂອງຂວັນໃຫ້ແກ່ກຳມະກອນ, ຜູ້ອອກແຮງງານ, ທ່ານຮອງລັດຖະມົນຕີ ເຈິ່ນແທງນານ, ຫົວໜ້າກຸ່ມປະຕິບັດງານກະຊວງກະສິກຳ ແລະ ພັດທະນາຊົນນະບົດນະຄອນໂຮ່ຈີມິນ ໄດ້ເຊື່ອໝັ້ນວ່າ ບັນດາຂອງຂວັນນີ້ ຈະຊ່ວຍໃຫ້ກຳມະກອນ, ແຮງງານປັບປຸງຊີວິດການເປັນຢູ່ຂອງຕົນໄດ້ສ່ວນໃດສ່ວນໜຶ່ງ.

ແລະ ກໍ່ໃນວັນດຽວກັນ, ສະພາປະຊາຊົນນະຄອນ ໂຮ່ຈີມິນ ໄດ້ສົບທົບກັບສະຫະພັນແຮງງານນະຄອນໂຮ່ຈີມິນ ມອບຂອງຂວັນໃຫ້ແກ່ກຳມະກອນ, ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ຢູ່ເມືອງ 8 ແລະ ເມືອງ ກູຈີ.

vov.world.vn

ເຫດການ
302 Found

Found

The document has moved here.