ຫວຽດນາມ ສືບຕໍ່ນອນໃນ 10 ສະຖານທີ່ເປັນມິດທີ່ສຸດໃນໂລກ 2021

14:24 | 13/08/2021

83% ຂອງຈໍານວນຄົນເຂົ້າຮ່ວມການສຳຫຼວດໃນ InterNations ໄດ້ຕີລາຄາສູງກ່ຽວກັບຄວາມເປັນມິດກັບຊາວຕ່າງປະເທດຂອງປະຊາຊົນຫວຽດນາມ.

ມອບຫຼຽນກາລະນຶກ ມອບຫຼຽນກາລະນຶກ "ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງບັນ​ດ​າ​ຊາ​ດ" ໃຫ້ແກ່ ທ່ານເອກອັກຄະລັດຖະທູດ Kari Kahiluoto
ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
undefined
ຫວຽດນາມ ໄດ້ຄັດເລືອກຢູ່ອັນດັບ 9 ໃນທອັບ 10 ປະເທດເປັນມິດທີ່ສຸດໃນໂລກປີ 2021. ພາບ: Vietnam+.

ຕາມການຈັດອັນດັບໃໝ່ຫຼ້າສຸດຢູ່ເວັບໄຊ Worldpopulationreview ໂດຍອີງໃສ່ການສໍາຫຼວດຂອງ InterNations, ຫວຽດນາມ ຢືນອັນດັບທີ 9 ໃນຈຳນວນ 10 ສະຖານທີ່ເປັນມິດທີ່ສຸດກັບຊາວຕ່າງປະເທດປີ 2021. 9 ປະເທດທີ່ຍັງເຫຼືອໃນຕາຕະລາງຈັດອັນດັບນີ້ລວມມີ: ປອກຕຸຍການ, ໄຕ້ຫວັນ (ຈີນ), ເມັກຊິກໂກ, ກໍາປູເຈຍ, ບາເລນ, ກົດສະຕາຣິກາ, ໂອມານ, ໂກລົມບີ ແລະການາດາ. 10 ປະເທດ ແລະເຂດແຄວ້ນເປັນມິດທີ່ສຸດມີອັດຕາການຄັດເລືອກແຕ່ 81% ເຖິງ 94% ກ່ຽວກັບທ່າທີກິລິຍາທີ່ເປັນມິດກັບຊາວຕ່າງປະເທດ. ນີ້ແມ່ນລະດັບສູງກວ່າເມື່ອທຽບໃສ່ກັບອັດຕາສະເລ່ຍໃນທົ່ວໂລກແມ່ນ 67%.

ຫຼາຍປີຜ່ານມາ, ຫວຽດນາມ ຍາມໃດກໍ່ນອນໃນບັນຊີລາຍຊື່ 10 ສະຖານທີ່ເປັນມິດກັບຊາວຕ່າງປະເທດຂອງ InterNations ແລະຫຼາຍເວັບໄຊທີ່ມີອິດທິພົນຊື່ສຽງ, ຄື: CNN, CNTraveller... ໃນເດືອນ ພຶດສະພາ 2021 ນີ້, ການສໍາຫຼວດ Expat Insider 2021 ກໍ່ໄດ້ເລືອກເອົາ ຫວຽດນາມ ເຂົ້າໃນທອັບ 10 ສະຖານທີ່ໃນໂລກທີ່ມີການດໍາລົງຊີວິດດີທີ່ສຸດຕໍ່ກັບຊາວຕ່າງປະເທດໃນປີ 2021.

la.qdnd.vn

ເຫດການ
302 Found

Found

The document has moved here.