ວັນ​ເພື່ອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຫວຽດ​ນາມ: ມາ​ນະ​ພະ​ຍາມ, ຢຶດ​ໝັ້ນ​ເພື່ອ​ບັນ​​ເທົາ​ຄວາມ​ເຈັບ​ປວດ

00:00 | 25/07/2023

ຍສໝ - ວັນທີ 10 ສິງຫາ ແມ່ນວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ. ຫຼາຍທ້ອງຖິ່ນຂອງ ຫວຽດນາມ ໄດ້ຈັດກິດຈະກຳຕ່າງໆທີ່ລະອຽດ.

ຕອນເຊົ້າວັນທີ 10 ສິງຫາ, ຢູ່ແຂວງ ບິ່ງເຟຶອກ, ຄະນະກຳມະການປະຊາຊົນແຂວງ ບິ່ງເຟຶອກ ໄດ້ປຸກລະດົມເດືອນເຄື່ອນໄຫວເພື່ອຜູ້ປະສົບເຄາະຮ້ານຈາກທາດພິດສີສົ້ມ/ດີໂອຊິນ ແນໃສ່ຮຽກຮ້ອງການໜູນຊ່ວຍ, ລະດົມແຫຼ່ງກຳລັງເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ເນື່ອງໃນໂອກາດລະນຶກເຖິງວັນວິນາດສະກຳທາດພິດສີສົ້ມ ຢູ່ ຫວຽດນາມ ຄົບຮອບ 62 ປີ (ວັນທີ 10 ສິງຫາ 1961 – 10/08/2023).

ວັນ​ເພື່ອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຫວຽດ​ນາມ: ມາ​ນະ​ພະ​ຍາມ, ຢຶດ​ໝັ້ນ​ເພື່ອ​ບັນ​​ເທົາ​ຄວາມ​ເຈັບ​ປວດ

ນະຄອນ ໂຮ່ຈີມິນ ມອບຫຼຽນກາລະນຶກ "ເພື່ອຄົນປະສົບເຄາະຮ້າຍຈາກທາດພິດສີສົ້ມ" ໃຫ້ແກ່ສ່ວນບຸກຄົນທີ່ມີຜົນງານດີເດັ່ນ (ພາບ: TTXVN)

ຕອນເຊົ້າວັນທີ 9 ສິງຫາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຮ່າຕິງ ໄດ້ຈັດກອງປະຊຸມພົບປະໂອ້ລົມ ແລະ ມອບຂອງຂວັນ ເນື່ອງໃນໂອກາດວັນວິນາດສະກຳທາດພິດສີສົ້ມ ຢູ່ ຫວຽດນາມ ຄົບຮອບ 62 ປີ. ນະທີ່ນີ້, ບັນດາຜູ້ແທນກໍໄດ້ພ້ອມກັນຫວນຄືນປະຫວັດສາດ, ຢັ້ງຢືນພ້ອມກັນຮ່ວມແຮງຮ່ວມໃຈບັນເທົ່າຄວາມເຈັບປວດທາງດ້ານຮ່າງກາຍ ແລະ ຈິດໃຈ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສິສົ້ມ ບໍ່ພຽງແຕ່ແມ່ນການກຸສົນມະນຸດສະທຳເທົ່ານັ້ນ, ກ່ອນອື່ນໝົດແມ່ນການເຄື່ອນໄຫວຕອບບຸນແທນຄຸນຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ; ແມ່ນຄວາມຮັບຜິດຊອບຂອງປະຊາຊົນ ຫວຽດນາມ ແຕ່ລະຄົນ ອີກດ້ວຍ.

ກ່ອນໜ້ານັ້ນ, ວັນທີ 7 ສິງຫາ, ຢູ່ນະຄອນ ໂຮ່ຈີິມິນກໍໄດ້ຈັດພິທີລະນຶກເຖິງວັນວິນາດສະກຳທາດພິດສີສົ້ມ ຢູ່ ຫວຽດນາມ ຄົບຮອບ 62 ປີ ເຊັ່ນດຽວກັນ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.