ກອງ​ປະ​ຊຸມ​ການ​ນຳ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ປະ​ຊາ​ຊົນ ອາ​ຊຽນ - ຈີນ

19:07 | 04/08/2021

ຍ​ສ​ໝ - ກອງ​ປະ​ຊຸມ​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ກໍ​ລະ​ກົດ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງ​ການ​ໂອ້​ລົມ​ສົນ​ທະ​ນາ​ໃນ​ລະ​ຫວ່າງ ອາ​ຊຽນ - ຈີນ ຕາມ​ຮູບ​ການ​ທາງ​ໄກ ດ້ວຍ​ຫົວ​ຂໍ້​ວ່າ “ສ​າ​ມັກ​ຄີ​ກັນ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ປົກ​ປ້ອງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການພັດ​ທະ​ນາ​ຂອງ​ພາກ​ພື້ນ ແລະ ໂລກ”.

ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 54 ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 54
ພັດ​ທະ​ນາ​ການ​ພົວ​ພັນຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ຈີນ ພັດ​ທະ​ນາ​ການ​ພົວ​ພັນຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ຫວຽດ​ນາມ - ຈີນ
ກອງ​ປະ​ຊຸມ​ການ​ນຳ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ປະ​ຊາ​ຊົນ ອາ​ຊຽນ - ຈີນ

ທ່ານ​ນາງ ຫງວ​ຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ທ່ານ ຫງວຽນ​ວັນ​ເທີ ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ ຈີນ ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: TV)

ຜູ້​ແທນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ຈີນ ໄດ້​ແບ່ງ​ປັນ​ຂໍ້​ມູນ​ກ່ຽວ​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19, ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ, ແບ່ງ​ປັນ​ຂໍ້​ມູນ ແລະ ບົດ​ຮຽນ​ປະ​ສົບ​ການ​ຂອງ​ຈີນ ກັບ​ບັນ​ດາ​ປະ​ເທດ, ​ໂດຍເນັ້ນ​ໜັກ​ວ່າ ຕ້ອງ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຄວາມ​ສາ​ມັກ​ຄີ, ປະ​ດິ​ດ​ຄິດ​ສ້າງ, ຂຸດ​ຄົ້ນ​ແຫຼ່ງ​ກຳ​ລັງ​ໃນ​ປະ​ຊາ​ຊົນ ເພື່ອ​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສືບ​ຕໍ່​ພັດ​ທະ​ນາ.

ເຫັນ​ດີ​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫ່ວາງ​ອາ​ຊຽນ ກັບ ຈີນ ໃນ​ໄລຍະ​ເວ​ລາ 30 ປີ​ຜ່ານ​ມາ ເຊິ່ງ​ບັນ​ລຸ​ໄດ້​ໝາກ​ຜົນ​ດີ​ງາມຫຼາຍ​ຢ່າງ, ບັນ​ດາ​ຜູ້​ແທນ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ຮຽກ​ຮ້ອງ​ສືບ​ຕໍ່​ສາ​ມັກ​ຄີ​ກັນ, ໜູນ​ຊ່ວຍ​ກັນ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19, ຟື້ນ​ຟູ​ເສດ​ຖະ​ກິດ, ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນແລກ​ປ່ຽນ​ປະ​ຊາ​ຊົນ, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ລະ​ຫວ່າງ​ປະ​ຊາ​ຊົນ ບັ​ນ​ດາ​ປະ​ເທດ ອາ​ຊຽນ ແລະ ຈີນ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດນາມ ຈີນ ຫງວຽນ​ວັນ​ເທີ ຊີ້​ແຈ້ງວ່າ: ໃນ​ສະ​ພາບ​ການ​ບັນ​ດາ​ການ​ແກ້ງ​ແຍ່ງ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່, ແກ້ງ​ແຍ່ງ​ທາງ​ການ​ຄ້າ, ເຕັກ​ໂນ​ໂລ​ຢີ, ການ​ຂັດ​ແຍ່ງ​ທາງ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ, ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ສ​ະ​ພາບ​ການ​ໂລກ​ໃນ​ປັດ​ຈຸ​ບັນ... ​ຄວາມສາ​ມັກ​ຄີ ແລະ ການຮ່ວມ​ມື​ຢ່າງ​ຮອບ​ດ້ານ​ບົນ​ຈິດ​ໃຈ​ໄວ້​ວາງ​ໃຈ ແລະ ເຄົາ​ລົບ​ເຊິ່ງ​ກັນ​ແລ​ະ​ກັນ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແມ່ນ​ກຸນ​ແຈ​ຂອງ​ຜົນ​ສຳ​ເລັດ ເພື່ອ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ, ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ​ການພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ. ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ແລະ ສະ​ມາ​ຄົມ​ມິ​ດ​ຕະ​ພາ​ບ ຫວຽດ​ນາມ - ຈີນ ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຂອງ ຈີນ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ເພື່ອເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ, ພ້ອມ​ກັນ​ປະ​ກອບ​ສ່ວນເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.