ກຸ່ມ​ບໍ​ລິ​ສັດ Google ພ້ອ​ມ​ແລ້ວ​ທີ່​ຈະ​ຮ່ວມ​ເດີນ​ທາງ​ກັບ ຫວຽດ​ນາມ ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ

15:00 | 18/07/2025

ຍສໝ - ທີ່ການເຮັດວຽກ, ທ່ານ ຫງວຽນຊວັນທັງ ສະເໜີສະຖາບັນຈະຮ່ວມມືກັບກຸ່ມບໍລິສັດ Google ເພື່ອສ້າງຮູບແບບບຳລຸງສ້າງ Ai ຮອບດ້ານ, ເໝາະສົມກັບສະພາບຕົວຈິງ ຫວຽດນາມ, ຕອບສະໜອງຄວາມຕ້ອງການໃນທຸກລະດັບທີ່ແຕກຕ່າງກັນ

ຫວຽດ​ນາມ ໝາຍ​ໝັ້ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ພ້ອມ​ແລ້ວຮ່ວມ​ເດີນ​ທາງ​ໃນ​ຄວາມ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ​ຂອງ​ທົ່ວ​ໂລກ
ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ທ່າ​ອ່ຽງ​ຫັນ​ປ່ຽນ​ການ​ຜະ​ລິດ​ທົ່ວ​ໂລກ

ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານສາດສະດາຈານ, ປ.ອ ຫງວຽນຊວັນທັ້ງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ມີການເຮັດວຽກກັບທ່ານ Doron Avnin ຮອງປະທານກຸ່ມບໍລິສັດ Google ຜູ້ຮັບຜິດຊອບການພົວພັນລະຫວ່າງ ລັດຖະບານ ແລະ ນະໂຍບາຍພາກລັດທີ່ ໃຫ້ແກ່ບັນດາຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນ.

ກຸ່ມ​ບໍ​ລິ​ສັດ Google ພ້ອ​ມ​ແລ້ວ​ທີ່​ຈະ​ຮ່ວມ​ເດີນ​ທາງ​ກັບ ຫວຽດ​ນາມ ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ
ທ່ານສາດສະດາຈານ, ປ.ອ ຫງວຽນຊວັນທັ້ງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ເຮັດວຽກກັບທ່ານ Doron Avnin ຮອງປະທານກຸ່ມບໍລິສັດ Google (ພາບ: vov1)

ທີ່ການເຮັດວຽກ, ທ່ານ ຫງວຽນຊວັນທັງ ສະເໜີສະຖາບັນຈະຮ່ວມມືກັບກຸ່ມບໍລິສັດ Google ເພື່ອສ້າງຮູບແບບບຳລຸງສ້າງ Ai ຮອບດ້ານ, ເໝາະສົມກັບສະພາບຕົວຈິງ ຫວຽດນາມ, ຕອບສະໜອງຄວາມຕ້ອງການໃນທຸກລະດັບທີ່ແຕກຕ່າງກັນ: ນັບແຕ່ການເຜີຍແຜ່ຄວາມຮູ້ກ່ຽວກັບຄວາມສາມາດດ້ານດີຈີຕອນ, ຄວາມສາມາດໃນການນຳໃຊ້ Ai ຢ່າງມີປະສິດທິຜົນໃຫ້ແກ່ພະນັກງານການນຳ, ຄຸ້ມຄອງ, ພະນັກງານຮາກຖານ, ຕະຫຼອດຮອດບັນດາໂຄງການລົງເລິກວິຊາສະເພາະ ທີ່ສະຫງວນໃຫ້ແກ່ບັນດາພະນັກງານການນຳ ແລະ ນັກຊ່ຽວຊານເຕັກໂນໂລຢີໃນລະບົບການເມືອງ

ສ່ວນກຸ່ມບໍລິສັດ Google, ທ່ານ Doron Avnin ຕີລາຄາສູງວິໄສທັດຍຸດທະສາດຂອງ ຫວຽດນາມ, ເປັນຕົ້ນແມ່ນໃນການຜັນຂະຫຍາຍບັນດາແຜນນະໂຍບາຍ, ມະຕິໃຫຍ່ຂອງພັກ, ຄືມະຕິເລກທີ 57 ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ. ທ່ານ ຢັ້ງຢືນກຸ່ມບໍລິສັດ Google ຍາມໃດກໍ່ກຽມພ້ອມຈະຮ່ວມເດີນທາງກັບ ຫວຽດນາມ ໃນວິວັດການຫັນເປັນດີຈີຕອນ, ພິເສດແມ່ນໃນຂົງເຂດການສຶກສາ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ຫວຽດ​ນາມ - ສິງ​ກະ​ໂປ: ກຳລັງໜູນຈາກ​ການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ເສດ​ຖະ​ກິດສີຂຽວ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ຫວຽດ​ນາມ - ສິງ​ກະ​ໂປ: ກຳລັງໜູນຈາກ​ການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ເສດ​ຖະ​ກິດສີຂຽວ

ຍສໝ -​ ວັນທີ 1 ຕຸລາ, ຢູ່ ນະຄອນໂຮ່ຈີມິນ (HCMC), ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ໂດຍມີການສົມທົບ, ໜູນຊ່ວຍຂອງກົງສຸນໃຫຍ່ ສິງກະໂປ ປະຈໍາ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ເຊື່ອມຕໍ່ການຊຸກຍູ້ການຄ້າ, ການລົງທຶນ ຫວຽດນາມ - ສິງກະໂປ”. ນີ້​ແມ່ນ​ເວທີ​ປາ​ໄສ​ເພື່ອ​ຊ່ວຍ​ໃຫ້​​ວິ​ສາ​ຫະກິດ​ຂອງ​ທັງ​ສອງ​ປະ​ເທດ​​ກຳ​ແໜ້ນ​ທ່າ​ອ່ຽງ​ດຳ​ເນີນ​ທຸລະ​ກິດ​ໃໝ່, ຊອກ​ຫາ​ຄູ່​ຮ່ວມ​ມື ...

ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ ຫວຽດນາມ - ລາວ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະຕິ​ຮູບ​ລະບຽບການ​ການ​ບໍລິຫານ ​ແລະ ສື່ສານ

ຍສໝ - ວັນ​ທີ 4 ມິຖຸນາ, ​ໃນ​ຂອບ​ເຂດ​ການຜັນຂະຫຍາຍບົດ​ບັນທຶກ​ຊ່ວຍ​ຈຳວ່າດ້ວຍການຮ່ວມມື​ລະຫວ່າງ​ກະຊວງ​ແຮງ​ງານ ​ແລະ ສະຫວັດດິການສັງຄົມ​ ລາວ ​ແລະ ອົງການປະກັນສັງຄົມ ຫວຽດນາມ, ຄະນະປະຕິບັດງານຂອງອົງການປະກັນສັງຄົມ ຫວຽດນາມ, ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຈຸ່ແມ້ງຊິງ ເປັນຫົວໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການປະກັນສັງຄົມແຫ່ງຊາດ ລາວ (LSSO).

ມີງດຶກ

ທ່ານອາດຈະມັກ