ເປີດຕົວວິທີການແກ້ໄຂດີຈີຕອນ ເພື່ອໜູນຊ່ວຍຄົນພິການ ແລະ ຜູ້ຖືກເຄາະຮ້າຍຈາກລູກລະເບີດ

14:53 | 22/06/2021

ຍສໝ - ເມຶ່ອບໍ່ດົນມານີ້, ລາຍການພັດທະນາຂອງອົງການສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ໄດ້ຈັດພິທີເປີດຕົວອອນລາຍ “ວິທີການແກ້ໄຂດີຈີຕອນສຳລັບພື້ນຖານຂໍ້ມູນ ແລະ ວິທີການແກ້ໄຂນະໂຍບາຍສັງຄົມ ເພື່ອຕອບສະໜອງຄວາມຕ້ອງການໃນການຊ່ວຍເຫຼືອຄົນພິການ ແລະ ຜູ້ປະສົບເຄາະຮ້າຍຈາກລູກລະເບີດ ຢູ່ຫວຽດນາມ”.

ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ ສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການ
ສ.ເກົາຫຼີສະໜັບສະໜູນຄົນພິການຢູ່ລາວ ສ.ເກົາຫຼີສະໜັບສະໜູນຄົນພິການຢູ່ລາວ

ລາຍການແມ່ນໜຶ່ງໃນບັນດາການເຄື່ອນໄຫວສຳຄັນຂອງ “ໂຄງການຮ່ວມມືລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ເພື່ອຟື້ນຟູຜົນຮ້າຍຈາກລູກລະເບີດພາຍຫຼັງສົງຄາມ” ໂດຍ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA), UNDP ຫວຽດນາມ ແລະ ສູນປະຕິບັດງານກ່ຍວກັບລູກລະເບີດ ແຫ່ງຊາດຫວຽດນາມ (VNMAC) ສົມທົບກັນປະຕິບັດ.

ກ່າວຄຳເຫັນທີ່ພິທີເປີດ, ທ່ານນາງ Caitlin Wiesen - ຫົວໜ້າຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຕາມການສຳຫຼວດທົ່ວປະເທດປີ 2016 ກ່ຽວກັບຄົນພິການ, ມີປະຊາຊົນຫວຽດນາມ ຫຼາຍກວ່າ 6 ລ້ານຄົນແມ່ນຄົນພິການ. ໃນນັ້ນມີ 20% ບໍ່ມີໃບຢັ້ງຢືນຄົນພິການ, ເຊິ່ງຈຳກັດການເຂົ້າເຖິງນະໂຍບາຍການໜູນຊ່ວຍທີ່ຈຳເປັນ. ພຶ້ນຖານຂໍ້ມູນດິຈິຕອນຂອງ UNDP ຈະເຮັດໃຫ້ຊີວິດຂອງຄົນພິການງ່າຍດາຍຂຶ້ນ. ລາຍການນີ້ ໄດ້ມີການທົດລອງຢ່າງສຳເລັດຜົນໃນ 9 ແຂວງ, ໃນນັ້ນມີ ກວາງບິ່ງ ແລະ ບິ່ງດິ້ງ. ມີຄົນພິການ 90,000 ຄົນທີ່ໄດ້ລົງທະບຽນເຂົ້າໃຊ້ຊອບແວນີ້ແລ້ວ.

ເປີດຕົວວິທີການແກ້ໄຂດີຈີຕອນ ເພື່ອໜູນຊ່ວຍຄົນພິການ ແລະ ຜູ້ຖືກເຄາະຮ້າຍຈາກລູກລະເບີດ
ເປີດຕົວວິທີການແກ້ໄຂດີຈີຕອນ ເພື່ອໜູນຊ່ວຍຄົນພິການ ແລະ ຜູ້ຖືກເຄາະຮ້າຍຈາກລູກລະເບີດ. (ພາບ: vnexpress)

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ຖືກຜົນຮ້າຍຂອງລູກລະເບີດ ແລະ ສານພິດເຄມີ ພາຍຫຼັງສົງຄາມຢ່າງໜັກໜ່ວງ. ຄາດວ່າ ມີລູກລະເບີດທີ່ຍັງບໍ່ທັນແຕກ ຫຼົງເຫຼືອຈາກສົງຄາມ ແມ່ນປະມານ 800,000 ໂຕນ, ເນື້ອທີ່ເປັນມົນລະພິດ ແລະ ສົງໃສວ່າເປັນມົນລະພິດ ແມ່ນທັງໝົດປະມານ 6,13 ລ້ານເຮັກຕາ (ກວມ 18,82% ຂອງພື້ນທີ່ທົ່ວປະເທດ).

ຈຳນວນລະເບີດທີ່ຍັງບໍ່ທັນແຕກ ກະແຈກກະຈາຍຢູ່ໃນ 63 ແຂວງ/ນະຄອນ, ໂດຍສຸມໃສ່ບັນດາແຂວງພາກກາງ. ຫວຽດນາມມີຄົນພິການປະມານ 64 ລ້ານຄົນ, ໃນນັ້ນຫລາຍພັນຄົນແມ່ນຜູ້ທີ່ຖືກເຄາະຮ້າຍ ຈາກລູກລະເບີດທີ ແລະ ສານພິດເຄມີ. ແຕ່ປີ 1975 ມາຮອດປະຈຸບັນ, ລະເບີດທີ່ຫຼົງເຫຼືອຈາກສົງຄາມ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 40,000 ຄົນ ແລະ 60,000 ຄົນໄດ້ຮັບບາດເຈັບ. ພວກເຂົາສ່ວນຫລາຍແມ່ນຜູ້ອອກແຮງງານຫລັກຂອງຄອບຄົວ ແລະ ມີທັງເດັກນ້ອຍ.

ອົງການ ຈາຫຼ້າຍຕວຍເທີ ໄດ້ມອບລົດເຂັນ ຈຳນວນ 488 ຄັນ ໃຫ້ແກ່ຄົນພິການທີ່ແຂວງແທງຮວາ ອົງການ ຈາຫຼ້າຍຕວຍເທີ ໄດ້ມອບລົດເຂັນ ຈຳນວນ 488 ຄັນ ໃຫ້ແກ່ຄົນພິການທີ່ແຂວງແທງຮວາ

ຍສໝ - ອົງການ Giving it back to Kids (ຈາຫຼ້າຍຕວຍເທີ ) ໄດ້ສ້າງຕັ້ງຂຶ້ນໂດຍທ່ານ Robert Kalatschan. ອົງການດັ່ງກ່າວໄດ້ເລີ່ມຕົ້ນບັນດາກິດຈະກຳ ຢູ່ ນະຄອນດ່າໜັງ ໃນປີ 2002. ອົງການ ຈາຫຼ້າຍຕວຍເທີ ໄດ້ສ້າງຕັ້ງຂຶ້ນເພື່ອຊ່ວຍໃຫ້ເດັກນ້ອຍ ໂດຍຜ່ານການດູແລສຸຂະພາບ, ການສຶກສາ, ໂພຊະນາການ ແລະ ຄວາມຮັກພິເສດ. ...

Lawrence S. Ding ມອບລົດເຂັນ ຈຳນວນ 25 ຄັນ ໃຫ້ແກ່ຄົນພິການຢູ່ເມືອງ ຮືງງວຽນ, ແຂວງ ເຫງ້ອານ Lawrence S. Ding ມອບລົດເຂັນ ຈຳນວນ 25 ຄັນ ໃຫ້ແກ່ຄົນພິການຢູ່ເມືອງ ຮືງງວຽນ, ແຂວງ ເຫງ້ອານ

ຍສໝ - ເມື່ອບໍ່ດົນມານີ້, ກອງທຶນສະໜັບສະໜູນ ຊຸມຊົນ Lawrence S. Ting ໄດ້ສົມທົບກັບອົງການກາແດງແຂວງ ເຫງ້ອານໄດ້ມອບລົດເຂັນ ຈຳນວນ 20 ຄັນ ໃຫ້ແກ່ຄົນພິການ ໃນເມືອງ ຮືງງວຽນ, ແຂວງ ເຫງ້ອານ.

ນັກກີລາຍົກນ້ຳໜັກຄົນພິການລາວ ເຂົ້າຮ່ວມແຂ່ງຂັນ ຊີງແຊັມໂລກ 2019 ນັກກີລາຍົກນ້ຳໜັກຄົນພິການລາວ ເຂົ້າຮ່ວມແຂ່ງຂັນ ຊີງແຊັມໂລກ 2019

ສຳ­ລັບ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ​ຊີງ​ແຊັມ​ໂລກ 2019 ຖື​ວ່າ​ມີ​ຄວາມ​ສຳ­ຄັນ​ໃນ​ການ​ຍົກ​ລະ­ດັບ​ຄວາມ​ສາ­ມາດ ແລະ ເກັບ​ກ່ຽວ​ປະ­ສົບ​ການ​ຂອງ​ນັກ­ກີລາ​ທັງ 2 ຄົນ ເພື່ອ​ກຽມ​ຄວາມ​ພ້ອມ​ຢ່າງ­ຮອບ­ດ້ານ​ທັງ​ດ້ານ​ຮ່າງ­ກາຍ ແລະ ຈິດ­ໃຈ ກ່ອນ​ເດີນ­ທາງ​ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກິ­ລາ​ອາ​ຊຽນ​ພາ​ຣາ​ເກມ ຄັ້ງ​ທີ X ທີ່​ປະ­ເທດ​ຟີ​ລິບ​ປິນ ເປັນ​ເຈົ້າ­ພາບ ລະ­ຫວ່າງ​ວັນ​ທີ 18-25 ມັງ­ກອນ 2020 ແລະ ງານ​ມະ​ຫະ​ກຳ​ກີ­ລາ​ພາ​ຣາ​ແລມ​ປິກ​ເກມ ທີ່​ປະ­ເທດ​ຍີ່­ປຸ່ນ ເປັນ​ເຈົ້າ­ພາບ ລະ­ຫວ່າງ​ວັນ​ທີ 25 ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.