ATM ໄປສະນີພັນ ຮ​ັບ​ສິນ​ຄ້າ​ໂດຍ​ບໍ່​ສຳ​ຜັດ

10:09 | 30/07/2021

ຍ​ສ​ໝ - ວັນ​ທີ 27 ກໍ​ລະ​ກົດ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ໃຫ້​ຮູ້​ວ່າ ໄປ​ສະ​ນີ ຫວຽດ​ນາມ ຫາ​ກໍ່​ນຳບັນ​ດາ​ຕູ້​ແຈກ​ເຄື່ອງ ອັດ​ຕະ​ໂນ​ມັດ ບຸ​ລິ​ມະ​ສິດ​ໃນ​ຂົງ​ເຂດ ໄປ​ນະ​ນີ​ພັນ ຂົ​ນ​ສົ່ງ ​ເຂົ້າ​​ເຄື່ອນ​ໄຫວ, ຊ​່ວຍ​ລູກ​ຄ້າ​ເປັນ​ເຈົ້າ​ໃນ​ການ​ເວ​ລາ​ຮັບ​ເຄື່ອງ, ຈຳ​ກັດ​ຄວາມ​ສ່ຽງ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຜ່ານ​ການ​ສຳ​ຜັດ​.

ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ໄປ​ຍັງ​ຕະຫຼາດ ອີ​ຢູ ຍາດ​ແຍ່ງ​ທ່າ​ໄດ້​ປຽບຈາກ​ສັນ​ຍາ​ການ​ຄ້າ EVFTA ໄດ້​ເປັ​ນ​ຢ່າງ​ດີ ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ໄປ​ຍັງ​ຕະຫຼາດ ອີ​ຢູ ຍາດ​ແຍ່ງ​ທ່າ​ໄດ້​ປຽບຈາກ​ສັນ​ຍາ​ການ​ຄ້າ EVFTA ໄດ້​ເປັ​ນ​ຢ່າງ​ດີ
ຮັບ​ປະ​ກັນ​ການ​ສະ​ໜອງ​ສິນ​ຄ້າ​ທີ່​ຈຳ​ເປັນ​ໃຫ້​ແກ່​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ຮັບ​ປະ​ກັນ​ການ​ສະ​ໜອງ​ສິນ​ຄ້າ​ທີ່​ຈຳ​ເປັນ​ໃຫ້​ແກ່​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້
ATM  ໄປສະນີພັນ ຮ​ັບ​ສິນ​ຄ້າ​ໂດຍ​ບໍ່​ສຳ​ຜັດ
ພາບ​ປະ​ກອບ: nhandan.vn

ແທນ​ທີ່​ຈະ​ໄປຍັງໄປ​ສະ​ນີ​ ເພື່ອ​ຮັບ​ເຄື່ອງ​ ຫຼື ບຸລຸດໄປສະນີ ແຈກ​ຢາຍ​ສິນ​ຄ້າຕາມທີ່​ຢູ່ອາ​ໄສ, ປັດ​ຈຸ​ບັນ ລູກ​ຄ​້າ ຢູ່ ຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈິ​ມິນ ອາດ​ຈະ​ໄປຍັງ​ຕູ້​ແຈກ​ຢາຍ​ແບບ ອັດ​ຕະ​ໂນ​ມັດ Post Smart ໃນ​ບໍ່​ວ່າ ບໍ​ລິ​ເວນ​ໃດ​ເພື່ອ​ສາ​ມາດສົ່ງເຄື່ອງ​ເອງ.

ເພື່ອຮັບ​ເຄື່ອງ​​ຜ່ານ​ຕູ້ Post Smart, ລູກ​ຄ້າ​ສາ​ມາດ​ຕິດ​ຕໍ​່ພົວ​ພັນ hotline, ໂທ​ລະ​ສັບ​ຂອງ ໄປ​ສະ​ນີ​ພັນ​ຂົ​ນ​ສົ່ງ​ສິນ​ຄ້າ, fanepage ​ທາງ​ການ​ຂອງ ໄປ​ສະ​ນີ ຫວຽດ​ນາມ, ພິມ​​ຄຳ​ຂໍ​ປ່ຽນ​ແປງ​ທີ່​ຢູ່​ໃນ ໂປຼ​ແກຼມ My Vietnam Post ຫຼື ຮຽກ​ຮ້ອງ​ ບຸລຸດໄປສະນີສົ່ງ​ເຄື່ອງຢູ່​​ຈຸດ​ຕູ້​ຕາມ​ຄວ​າມ​ປະ​ສົງໃນ​ກໍ​ລະ​ນີ​ເກີ​ດ​ຂຶ້ນ​ແບບ​ບັງ​ເອີນ, ບໍ່​ສະ​ດວກ​ໃນ​ການ​ຮັບເຄື່ອງ​.

ໄປ​ສະ​ນີ​ພັນ​ຂອງລູກ​ຄ້າ ຈະ​ໄດ້​ເກັບ​ຮັກ​ສາຢູ່ໃນ​ຕູ້ດົນສຸດ​ແມ່ນ 48 ຊົ່ວ​ໂມງ ນັບ​ແຕ່​ເວ​ລາເຄື່ອງມາ​ຮອດ​ຕູ້, ຊ່ວຍ​ໃຫ້​ລູກ​ຄ້າ​ເປັນ​ເຈົ້າ​ການ​ໃນ​ການ​ສັບ​ຊ້ອນ​ເວ​ລາມາ​ຍັງ​ຈຸດ​ຮັບ​ເຄື່ອງ​ທີ່​​ສະ​ດວກ​ທີ່​ສຸດ. ເລື່ອງ​ຊຳ​ລະ​ກໍ່​ໄດ້​ຫັນ​ເປັນ​ງ່າຍ​ດ່າຍ​ທີ່​ສຸດ​ໃຫ້​ແກ່​ລູກ​ຄ້າ ໂດຍຜ່ານ​ກະ​ເປົ໋າເອ​ເລັກ​ໂຕ​ນິກ ດ້ວຍ​ວິ​ທີ​ການ Scan ລະ​ຫັດ QR ຜ່ານ​ໜ້າ​ຈໍ​ຕູ້.

ໄປ​ສະ​ນີ ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ 40 ຕູ້ແຈກ​ຢາຍ​ແບບ​ອັດ​ຕະ​ໂນ​ມັດ, ໃນ​ນັ້ນ​ມີ 18 ຕູ້​ຢູ່ຮ່າ​ໂນ້ຍ ແລະ 22 ຕູ້ ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ຕັ້ງ​ຕູ້​ທົດ​ລອງ​ຢູ່​ບັນ​ດາ​ສະ​ຖານ​ທີ່ ​​ສູນໄປ​ສະ​ນີ, ​ຄອນ​ໂດ​ມີ​ນຽມ, ສູນ​ການ​ຄ້າ, ຫ້ອງ​ການ…

ບຸນ​ຄົງ

ເຫດການ
302 Found

Found

The document has moved here.