ຮັບ​ປະ​ກັນ​ການ​ສະ​ໜອງ​ສິນ​ຄ້າ​ທີ່​ຈຳ​ເປັນ​ໃຫ້​ແກ່​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້

15:24 | 19/07/2021

ໄປຄຽງຄູ່ກັບການຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ບາງແຂວງ, ນະຄອນຍັງອະນຸຍາດໃຫ້ບັນດາຕະຫຼາດມີການເຄື່ອນໄຫວທີ່ເປັນປົກກະຕິ ແຕ່ຕ້ອງນຳໃຊ້ບັນດາມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ.

3 ບຸ​ລິ​ມະ​ສິດ ເມື່ອ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 16 ຢູ່​ 19 ແຂວງ, ນະ​ຄອນ​ທາງ​ພາກ​ໃຕ້ 3 ບຸ​ລິ​ມະ​ສິດ ເມື່ອ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 16 ຢູ່​ 19 ແຂວງ, ນະ​ຄອນ​ທາງ​ພາກ​ໃຕ້
ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໄດ້​ຮັບ​ເງິນ​ເປັນ​ຈຳ​ນວນ 8.080 ຕື້ດົ່ງ  ໂດຍມີກ່ວາ 425.600 ອົງການ, ສ່ວນບຸກຄົນປະກອບສ່ວນ ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໄດ້​ຮັບ​ເງິນ​ເປັນ​ຈຳ​ນວນ 8.080 ຕື້ດົ່ງ ໂດຍມີກ່ວາ 425.600 ອົງການ, ສ່ວນບຸກຄົນປະກອບສ່ວນ
ຮັບ​ປະ​ກັນ​ການ​ສະ​ໜອງ​ສິນ​ຄ້າ​ທີ່​ຈຳ​ເປັນ​ໃຫ້​ແກ່​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້
ພາບປະກອບ

ເລີ່ມແຕ່ເວລາ 0 ໂມງຂອງວັນທີ 19 ກໍລະກົດ 2021, 19 ແຂວງ, ນະຄອນທາງພາກໃຕ້ ໄດ້ປະຕິບັດການແຍກຫ່າງໃນສັງຄົມຕາມຈິດໃຈປະຕິບັດຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ຢ່າງເປັນທາງການ. ໄປຄຽງຄູ່ກັບການຮັບປະກັນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ບາງແຂວງ, ນະຄອນຍັງອະນຸຍາດໃຫ້ບັນດາຕະຫຼາດມີການເຄື່ອນໄຫວທີ່ເປັນປົກກະຕິ ແຕ່ຕ້ອງນຳໃຊ້ບັນດາມາດຕະການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ.

ຢູ່ແຂວງບາກລຽວ, ເພື່ອຮັບປະກັນຄວາມຕ້ອງການທາງດ້ານສິນຄ້າທີ່ຈຳເປັນ ແລະ ສະບຽງອາຫານ, ທັນຍາຫານໃຫ້ແກ່ປະຊາຊົນໃນບໍລິເວນແຂວງ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແຂວງບາກລຽວ ຍັງອະນຸຍາດໃຫ້ສືບຕໍ່ຮັກສາການເຄື່ອນໄຫວຂອງບັນດາຕະຫຼາດເປັນປົກກະຕິ ເພື່ອຄ້າຂາຍສິນຄ້າປະເທດສະບຽງອາຫານ, ທັນຍາຫານ ແລະ ສິນຄ້າປະເພດຕ່າງໆທີ່ຈຳເປັນ. ທ່ານ ຟ້າມວັນຖ່ຽວ ປະທານຄະນະກຳມະການປະຊາຊົນ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແຂວງບາກລຽວ ຢັ້ງຢືນວ່າ:

ປະຊາຊົນບໍ່ຄວນແຕກຕື່ນໃນຂະນະນີ້, ແຂວງບາກລຽວຍັງຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ ແລະ ບັນດາການເຄື່ອນໄຫວຍັງໄດ້ດຳເນີນຢ່າງເປັນປົກກະຕິ, ມີການຕິດຕາມກວດກາຢ່າງແໜ້ນແຟ້ນຂອງອຳນາດການປົກຄອງ. ປະຊາຊົນຕ້ອງປະຕິບັດຕາມການແນະນຳ 5 ຂໍ້ປະການ ຂອງກະຊວງສາທາລະນະສຸກໃຫ້ເປັນຢ່າງດີ, ແຈ້ງອາການສຸຂະພາບ, ພ້ອມທັງກວດວິໄຈຫາເຊື້ອມີຜົນເປັນລົບ... ທຸກໆບັນຫານັ້ນ ພວກເຮົາຍັງມີການເຄຶ່ອນໄຫວທີ່ເປັນປົກກະຕິ, ບໍ່ແມ່ນສະກັດກັ້ນຫ້າມບໍ່ໃຫ້ເຄື່ອນໄຫວ ແລະ ບໍ່ມີຂໍ້ກຳນົດທີ່ແຂງກະດ້າງກັບການແຍກຫ່າງໃນສັງຄົມ.

ສ່ວນຢູ່ແຂວງຈ່າວິງ, ສິນຄ້າປະເພດຈຳເປັນຄື: ເຂົ້າສານ, ໝີ່, ຊີ້ນ, ໄຂ່, ນ້ຳນົມ...ກຳລັງຊື້ສິນຄ້າຍັງສູງເມື່ອທຽບໃສ່ກັບທຳມະດາ ແຕ່ແຫຼ່ງສະໜອງຍັງອຸດົມສົມບູນ, ລາຄາກໍ່ເພີ່ມຂຶ້ນໜ້ອຍໜຶ່ງ.

ຢູ່ແຂວງວິງລອງ, ທ່ານ ລືກວາງເງີ່ຍ, ປະທານຄະນະກຳມະການປະຊາຊົນແຂວງ ວິງລອງ ໃຫ້ຮູ້ວ່າ ໂດຍປະຕິບັດຕາມຄຳສັ່ງເລກທີ 16 ຂອງທ່ານນາຍົກລັດຖະມົນຕີ, ແຂວງວິງລອງ ໄດ້ສ້າງຕັ້ງປ້ອມກວດກາຄົງທີ່ ແລະ ເຄື່ອນທີ່ເປັນຈຳນວນຫຼາຍ ແຕ່ແຂວງລົງຮອດຮາກຖານ ເພື່ອຄວບຄຸມໂລກລະບາດໂຄວິດ - 19 ແລະ ຜູ້ເຂົ້າອອກທ້ອງຖິ່ນ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.