ການວາງແຜນຜັງກໍ່ສ້າງເຂດທ່ອງທ່ຽວແຫ່ງຊາດ ຢູ່ເມືອງກູ່ລາວຈ່າມ

14:50 | 29/07/2021

ຍສໝ - ຄະນະກຳມະການປະຊາຊົນແຂວງກວາງນາມ ຫາກໍ່ອອກແຈ້ງການກ່ຽວກັບການສະຫລຸບຂອງປະທານຄະນະກຳມະການປະຊາຊົນແຂວງກວາງນາມ ເຫັນດີກ່ຽວກັບຂອບເຂດການວາງແຜນຜັງການລົງທຶນ ເພື່ອພັດທະນາການທ່ອງທ່ຽວຊີ​ວະ​ພາ​ບ, ວັດທະນະທຳ ແລະ ປະຫວັດສາດຂອງໝູ່ເກາະ ເຕີນຮ້ຽບ (ກູ່ລາວຈ່າມ) ລວມທັງ 8 ເກາະ ແລະ ຍ່ານໜ້ານ້ຳໃນພື້ນທີ່...

ແຂວງແຂັງຮ່ວາ ຈະຕ້ອນຮັບນັກທ່ອງທ່ຽວສາກົນ ທີ່ມີ “ປັດສະປໍວັກຊີນ” ແຂວງແຂັງຮ່ວາ ຈະຕ້ອນຮັບນັກທ່ອງທ່ຽວສາກົນ ທີ່ມີ “ປັດສະປໍວັກຊີນ”
ແຂວງເທືອທຽນເຫວ້ ສູ້ຊົນນຳການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມ ແຂວງເທືອທຽນເຫວ້ ສູ້ຊົນນຳການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມ

ການວາງແຜນ​ຜັງຕ້ອງກຳນົດຢ່າງຈະແຈ້ງລັກສະນະຂອງກິດຈະກຳການລົງທືນ ເພື່ອພັດທະນາປະເພດການທ່ອງທ່ຽວ​ຊີ​ວະ​ພາບ, ວັດທະນະທຳ, ປະຫວັດສາດ, ກ​ົມ​ກຽວກັບທຳມະຊາດ. ກຳ​ນົດ​ການບຸລິມະສິດໃນການອະນຸລັກ ແລະ ປົກປັກຮັກສາ​ທິວ​ທັດ​ທ​ຳ​ມະ​ຊາດ, ສິ່ງແວດລ້ອມນິເວດ, ຊັບພະຍາກອນທຳມະຊາດ ແລະ ຮັບປະກັນການປ້ອງກັນຊາດ - ຄວາມ​ສະ​ຫງົບແມ່ນບົດບາດເປັນເຈົ້າ​ການ; ພຽງແຕ່ລົງທຶນ, ກໍ່ສ້າງ, ຂຸດຄົ້ນ ແລະ ພັດທະນາເສດຖະກິດຢູ່ສະຖານທີ່ທີ່ເໝາະສົມ ໃນເກາະ.

ການວາງແຜນຜັງກໍ່ສ້າງເຂດທ່ອງທ່ຽວແຫ່ງຊາດ ຢູ່ເມືອງກູ່ລາວຈ່າມ
ການວາງແຜນຜັງກໍ່ສ້າງເຂດທ່ອງທ່ຽວແຫ່ງຊາດ ຢູ່ເມືອງກູ່ລາວຈ່າມ.

ຄົ້ນຄວ້າການວາງແຜນຜັງການລົງທືນ ສຳລັບການກໍ່ສ້າງຫໍພິພິທະພັນເຄື່ອງປັ້ນດິນເຜົາ, ຫໍພິພິດຕະພັນມະຫາສະໝຸດ ໃນວຽກງານອະນຸລັກ, ຄົ້ນຄ້ວາວິທະຍາສາດ ແລະ ການທັດສະນະສຶກສາ, ການທ່ອງທ່ຽວເກາະ; ສ້າງຫໍພິພິທະພັນເຕົ່າທະເລຢູ່ທີ່ ຫາດຊາຍທະເລ Bim.

ໃນໄລຍະຍາວນານ, ແຂວງກວາງນາມ ຈະກໍ່ສ້າງເສັ້ນທາງທ່ອງທ່ຽວທາງແມ່ນ້ຳ ແລະ ທະເລ, ເຊື່ອມຕໍ່ເກາະດອນ ແລະ ບັນດາສະຖານທີ່ທ່ອງທ່ຽວແຄມທະເລ ເພ​ື່ອເຊື່ອມຕໍ່, ພັດທະນາ ແລະ ຂະຫຍາຍການທ່ອງທ່ຽວໄປເກາະ ລິເຊີນ (ກ້ວາງຫງ້າຍ) ໂດຍຜ່ານລະບົບທ່າກຳປັ່ນ, ​ທ່ານ້ຳ; ອະນຸລັກຮັກສາລະບົບນິເວດປ່າຢູ່ໃຕ້ນ້ຳເຄັມ Nui Thanh ເພື່ອພັດທະນາການທ່ອງທ່ຽວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.