ແຂວງແຂັງຮ່ວາ ຈະຕ້ອນຮັບນັກທ່ອງທ່ຽວສາກົນ ທີ່ມີ “ປັດສະປໍວັກຊີນ”

18:28 | 16/07/2021

ຍສໝ - ຄະນະກຳມະການປະຊາຊົນແຂວງແຂັງຮ່ວາ ຫາກໍ່ເຫັນດີກ່ຽວກັບນະໂຍບາຍການສ້າງແຜນງານການທົດລອງຕ້ອນຮັບນັກທ່ອງທ່ຽວສາກົນ ທີ່ມີ “ປັດສະປໍວັກຊີນ” ໂດຍບັນດາຖ້ຽວບິນໂດຍສານໄປຍັງແຂວງແຂັງຮ່ວາ.

ລາວ: ເຂດເສດຖະກິດພິເສດເກາະສີພັນດອນ ດຶງດູດນັກທ່ອງທ່ຽວ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ ລາວ: ເຂດເສດຖະກິດພິເສດເກາະສີພັນດອນ ດຶງດູດນັກທ່ອງທ່ຽວ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ
ເສດຖະກິດຫວຽດນາມ ສາມາດບັນລຸລະດັບເຕີບໂຕປະມານ 5% ເສດຖະກິດຫວຽດນາມ ສາມາດບັນລຸລະດັບເຕີບໂຕປະມານ 5%

ຄະນະກຳມະການປະຊາຊົນແຂວງ ໄດ້ມອບໝາຍ ໃຫ້ພະແນກການທ່ອງທ່ຽວ ເປັນຜູ້ປະທານໃນການປະສານສົມທົບ ກັບພະແນກສາທາລະນະສຸກ ແລະ ສະມາຄົມທ່ອງທ່ຽວ ຍາຈາງ - ແຂັງຮ່ວາ ເພື່ອສ້າງແຜນການລະອຽດ, ເກັບກຳຄຳຄິດເຫັນຈາກບັນດາພະແນກ, ອົງການ, ທ້ອງຖິ່ນ ແລະ ບັນດາຫົວໜ່ວຍ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ; ສັງລວມ ແລະ ລາຍງານໃຫ້ຄະນະຊີ້ນຳຂັ້ນແຂວງ ເພື່ອປະຕິບັດການຍື່ນສະເໜີຕໍ່ຄະນະກຳມະການປະຊາຊົນແຂວງໃຫ້ສຳເລັດ, ສະເໜີໃຫ້ອົງການທີ່ມີສິດອຳນາດ ພິຈາລະນາ ແລະ ກຳນົດ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດ.

ແຂວງແຂັງຮ່ວາ ຈະຕ້ອນຮັບນັກທ່ອງທ່ຽວສາກົນ ທີ່ມີ “ປັດສະປໍວັກຊີນ”
(ພາບປະກອບ)

ກ່ອນໜ້ານີ້, ພະແນກທ່ອງທ່ຽວແຂວງແຂັງຮ່ວາ ກໍໄດ້ມີເອກະສານຂໍອະນຸຍາດ ເພື່ອເປັນປະທານຜູ້ປະສານງານກັບສະມາຄົມທ່ອງທ່ຽວ ຍາຈາງ - ແຂັງຮ່ວາ ແລະ ບັນດາພະແນກ, ຂະແໜງການ ແລະ ທ້ອງຖິ່ນເພື່ອສ້າງແຜນງານການທົດລອງ ເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ ທີ່ມີ “ປັດສະປໍວັກຊີນ” ດ້ວຍບັນດາຖ້ຽວບິນໂດຍສານໄປຍັງແຂວງແຂັງຮ່ວາ ເພື່ອບັນລຸເປົ້າໝາຍຄູ່ ທັງຕ້ານການລະບາດ ແລະ ການຟື້ນຟູເຄື່ອນໄຫວດ້ານທ່ອງທ່ຽວ.

ພະແນກທ່ອງທ່ຽວ ແຂັງຮ່ວາ ສະເໜີໃຫ້ບຸລິມະສິດກຸ່ມນັກທ່ອງທ່ຽວ ທີ່ໄປໄປພັກຜ່ອນບຳລຸງສຸຂະພາບຢູ່ທະເລ, ນຳໃຊ້ການບໍລິການທ່ອງທ່ຽວຢ່າງຄົບວົງຈອນ ຢູ່ເຂດຣີສອດ, ຫຼີ້ນກອບ, ແລະ ເຄື່ອນຍ້າຍໜ້ອຍ.

ນັກທ່ອງທ່ຽວຕ່າງປະເທດ ທີ່ມີ “ປັດສະປໍວັກຊີນ” ແມ່ນນັກທ່ອງທ່ຽວສາກົນທີ່ໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ 2 ເຂັມ ດ້ວຍໃບຢັ້ງຢືນທີ່ຕິດຄັດມານຳ, ມີການກວດວິໄຈ PT-PCR ບໍ່ມີຜົນກວດພະຍາດເປັນບວກ ພາຍໃນ 72 ຊົ່ວໂມງກ່ອນທີ່ຈະເດີນທາງອອກເມືອງ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.