ພິທີມອບຫຼຽນໄຊມິດຕະພາບ ໃຫ້ແກ່ອະດີດເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳຫວຽດນາມ

12:54 | 16/06/2021

ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ໄດ້ຈັດພິທີມອບຫຼຽນໄຊມິດຕະພາບ ໃຫ້ທ່ານ Lee Huyk - ອະດີດເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ, ຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານເອກອັກຄະລັດຖະທູດ ໃນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ.

ອາໄລຫາ ແລະ ມອບຫຼຽນໄຊມິດຕະພາບໃຫ້ທ່ານ Rennie Davis - ເພື່ອນທີ່ສັດຊື່ຂອງຊາວຫວຽດນາມ ອາໄລຫາ ແລະ ມອບຫຼຽນໄຊມິດຕະພາບໃຫ້ທ່ານ Rennie Davis - ເພື່ອນທີ່ສັດຊື່ຂອງຊາວຫວຽດນາມ
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ ຫງວຽນວູຕູງ ໃຫ້ຮູ້ວ່າ, ໃນຖານະເປັນເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ແຕ່ປີ 2016-2018, ທ່ານເອກອັກຄະລັດຖະທູດ Lee Hyuk ໄດ້ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫວຽດນາມ - ສ.ເກົາຫຼີ ໄດ້ນັບມື້ນັບພັດທະນາຢ່າງແຮງ ແລະ ເລິກເຊິ່ງ, ໂດຍສະເພາະໃນຂົງເຂດເສດຖະກິດ, ການຄ້າ - ການລົງທືນ, ວິທະຍາສາດ ແລະ ເຕັກໂນໂລຢີ, ແຮງງານ...

ພິທີມອບຫຼຽນໄຊມິດຕະພາບ ໃຫ້ແກ່ອະດີດເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳຫວຽດນາມ
ພິທີມອບຫຼຽນໄຊມິດຕະພາບ ໃຫ້ແກ່ອະດີດເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳຫວຽດນາມ.

ໃນຖານະເປັນເລຂາທິການໃຫຍ່ຂອງສູນອາຊຽນ - ສ.ເກົາຫລີ (AKC) ແຕ່ປີ 2018-2021, ທ່ານເອກອັກຄະລັດຖະທູດ Lee Hyuk ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອຊຸກຍູ້ການພົວພັນ ສ.ເກົາຫຼີ - ຫວຽດນາມ ໃນຂອບອາຊຽນ ແລະ ສ.ເກົາຫຼີ ກັບບັນດາປະເທດອາຊຽນ, ໂດຍເປັນສັນຍະລັກແມ່ນບັນດາການເຄື່ອນໄຫວທີ່ມີຄວາມໝາຍ ຂອງສູນອາຊຽນ - ສ.ເກົາຫຼີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມື ສ.ເກົາຫຼີ - ອາຊຽນ ໄດ້ຄົບຮອບ 30 ປີ (ປີ 2019).

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ ຫງວຽນວູຕູງ ໄດ້ຫວັງວ່າ ທ່ານເອກອັກຄະລັດຖະທູດ Lee Hyuk ຈະສືບຕໍ່ປະກອບສ່ວນ ໃນການເພີ່ມທະວີການພົວພັນມິດຕະພາບ ລະຫວ່າງປະຊາຊົນ 2 ປະເທດຫວຽດນາມ - ສ.ເກົາຫຼີ, ແບ່ງປັນບັນດາປະສົບການອັນລ້ຳຄ່າຂອງທ່ານ ເພື່ອຮັກສາ, ຊຸກຍູ້ການພັດທະນາ ຂອງການພົວພັນຫວຽດນາມ - ສ.ເກົາຫຼີ.

ພິທີມອບຫຼຽນໄຊມິດຕະພາບ ໃຫ້ແກ່ອະດີດເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳຫວຽດນາມ
ທ່ານເອກອັກຄະລັດຖະທູດ ຫງວຽນວູຕູງ (ຂວາ) ແລະ ພັນລະຍາ ໄດ້ຖ່າຍຮູບທີ່ລະລຶກກັບທ່ານ Lee Huyk ແລະ ພັນລະຍາ.

ສ່ວນທ່ານເອກອັກຄະລັດຖະທູດ Lee Huyk ໄດ້ສະແດງ ຄວາມຂອບອົກຂອບໃຈມາຍັງລັດ ແລະ ສະຖານທູດຫວຽດນາມປະຈຳ ສ.ເກົາຫຼີ ທີ່ໄດ້ຮັບຫຼຽນໄຊມິດຕະພາບອັນສູງສົ່ງ. ທ່ານ Lee Huyk ກ່າວວ່າ, ການພົວພັນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ມີການພັດທະນາຢ່າງແຮງ, ແມ່ນສິ່ງມະຫັດສະຈັນ ເມື່ອ ສ.ເກົາຫຼີ ກາຍເປັນໜຶ່ງໃນບັນດານັກລົງທືນໃຫຍ່ທີ່ສຸດຢູ່ຫວຽດນາມ.

ດ້ວຍຕຳແໜ່ງໃໝ່ ແມ່ນຮອງປະທານສະມາຄົມມິດຕະພາບສ.ເກົາຫຼີ - ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາການພົວພັນສອງຝ່າຍ, ເພື່ອຜົນປະໂຫຍດຕົວຈິງຂອງປະຊາຊົນສອງປະເທດ.

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ

ຍສໝ - ນີ້ແມ່ນລາງວັນອັນປະເສີດເລີດລໍ້າຂອງລັດຫວຽດນາມ ແນໃສ່ຮັບຮູ້ຄວາມມານະພະຍາຍາມຂອງທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ໃນການຊຸກຍູ້ການພົວພັນສອງປະເທດ.

ກະຊວງການຕ່າງປະເທດຫວຽດນາມ ໄດ້ມອບຫຼຽນໄຊມິດຕະພາບໃຫ້ທ່ານເອກອັກຄະລັດຖະທູດປະເທດ Azerbaijan ກະຊວງການຕ່າງປະເທດຫວຽດນາມ ໄດ້ມອບຫຼຽນໄຊມິດຕະພາບໃຫ້ທ່ານເອກອັກຄະລັດຖະທູດປະເທດ Azerbaijan

ຍສໝ - ວັນທີ 5 ກັນຍາ ຢູ່ຮ່າໂນ້ຍ, ໂດຍໄດ້ຮັບອະນຸຍາດຈາກປະທານປະເທດຫວຽດນາມ, ກະຊວງການຕ່າງປະເທດ ໄດ້ຈັດພິທີມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານ Anar Imanov - ເອກອັກຄະລັດຖະທູດສາທາລະນະລັດ Azerbaijan ປະຈຳຫວຽດນາມ.

ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດ Mozambique ເພື່ອຊຸກຍູ້ການພົວພັນກັບຫວຽດນາມ ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດ Mozambique ເພື່ອຊຸກຍູ້ການພົວພັນກັບຫວຽດນາມ

ຍສໝ - ທ່ານ Gamiliel Sepulveda Joao Munguambe ກ່າວວ່າຫຼຽນໄຊແມ່ນຄວາມຮັບຮູ້ ແລະ ເປັນກຳລັງໃຈອັນໃຫຍ່ຫຼວງຂອງຫວຽດນາມ ສຳລັບຄວາມມານະພະຍາຍາມຂອງທ່ານ ແລະ ມີຄວາມໝາຍເພື່ອໃຫ້ກຽດແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ Mozambique ແລະຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.