ຊຸກຍູ້ຈິດໃຈລິເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງຫວຽດນາມ ຢູ່ ອົດສະຕາລີ

13:03 | 24/06/2021

ເຄືອຂ່າຍປ່ຽນແປງໃໝ່ປະດິດສ້າງຫວຽດນາມ - ອົດສະຕາລີ (NIC-AU) ແລະເຄືອຂ່າຍຊຸກຍູ້ການລິເລີ່ມທຸລະກິດຫວຽດນາມ ຢູ່ ອົດສະຕາລີ (SVF-AU) ຫາກໍ່ຈັດຕັ້ງພິທີມອບລາງວັນການເສັງກ່ຽວກັບການປ່ຽນແປງໃໝ່ປະດິດສ້າງ Hack4Growth ຢູ່ອົດສະຕາລີ ປີ 2021 ປະສົບຜົນສໍາເລັດ.

ງານວາງສະແດງຮູບພາບ 120 ແຜ່ນ ງານວາງສະແດງຮູບພາບ 120 ແຜ່ນ "ມໍລະດົກພາບເອມີເນຊັນໃນການໂຄສະນາການທ່ອງທ່ຽວຫວຽດນາມ"
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ
ແຂກຖືກເຊີນຢູ່ພິທີມອບລາງວັນ Hack4Growth ອົດສະຕາລີ 2021. ພາບ: vov.vn.
ແຂກຖືກເຊີນຢູ່ພິທີມອບລາງວັນ Hack4Growth ອົດສະຕາລີ 2021. ພາບ: vov.vn.

ທີ່ເຫດການ, ທ່ານ ເຈິ່ນເລເຟືອງ, ທີ່ປຶກສາທູດດ້ານການເມືອງ, ສະຖານທູດຫວຽດນາມ ປະຈຳ ອົດສະຕາລີ, ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ ແລະປ່ຽນແປງໃໝ່ປະດິດສ້າງລະຫວ່າງຫວຽດນາມ-ອົດສະຕາລີ ຜ່ານໂຄງການ Aus4Innovation: “ການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີລະຫວ່າງອົດສະຕາລີ ແລະຫວຽດນາມ ແມ່ນໜຶ່ງໃນບັນດາຂົງເຂດທີ່ຖືເປັນສຳຄັນພິເສດດ້ວຍຫຼາຍລາຍການ ແລະໂຄງການ. ສອງປະເທດໄດ້ກໍ່ສ້າງຫ້ອງການຜູ້ຕາງໜ້າ ຫຼືແຕ່ງຕັ້ງຜູ້ຮັບຜິດຊອບດ້ານວິທະຍາສາດເຕັກໂນໂລຢີຢູ່ຄຽງຂ້າງສະຖານທູດຂອງກັນ ແລະກັນ. ໃນຊຸມປີມໍ່ໆມານີ້, ສອງປະເທດເພີ່ມທະວີການພົວພັນຄູ່ຮ່ວມມືກ່ຽວກັບປ່ຽນແປງໃໝ່ປະດິດສ້າງຢ່າງແຮງ. ພວກຂ້າພະເຈົ້າຖືວ່າ ການເສັງຄັ້ງນ້ີແມ່ນກິດຈະກຳທີ່ມີຄວາມໝາຍ ແລະແທດຈິງທີ່ສຸດເພື່ອຊຸກຍູ້ຈິດໃຈລິເລີ່ມທຸລະກິດ ແລະປ່ຽນແປງໃໝ່ປະດິດສ້າງຂອງຫວຽດນາມ ໃນສະມາຄົມນັກຮຽນ, ນັກສຶກສາ, ນັກວິສາວະກອນ, ນັກວິທະຍາສາດໜຸ່ມຢູ່ອົດສະຕາລີ, ປະກອບສ່ວນພັດທະນາລະບົບຊີວະພາບວິສາຫະກິດ ແລະແກ້ໄຂບັນດາບັນຫາເສດຖະກິດສັງຄົມຢູ່ຫວຽດນາມ”.

Hack4Growth 2021 ແມ່ນການເສັງກ່ຽວກັບການປ່ຽນແປງໃໝ່ປະດິດສ້າງທົ່ວໂລກໂດຍອົງການວິທະຍາສາດ ແລະຊ່ຽວຊານຫວຽດນາມ ທົ່ວໂລກ (AVSE Global) ປະຕິບັດພາຍໃຕ້ການອຸປະຖຳຂອງຄະນະກຳມະການແຫ່ງຊາດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ. ການເສັງແມ່ນສົ່ງເສີມບັນດາໂຄງການແກ້ໄຂບັນຫາສັງຄົມທີ່ໜ້າເອົາໃຈໃສ່ຢູ່ຫວຽດນາມ, ພິເສດແມ່ນໂຄງການມຸ່ງໄປເຖິງຫົວຂໍ້: ອຸດສາຫະກຳ ແລະການຄ້າ, ຫັນປ່ຽນດີຈີຕອນ, ຕົວເມືອງ ແລະຊົນນະບົດອັດສະລິຍະ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການແພດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ສິ່ງແວດລ້ອມ, ກະສິກຳ.

ໂຄສະນາວັດທະທຳຫວຽດນາມ ເຖິງຜູ້ຕາງໜ້າບັນດາອົງການທູຕານຸທູດຕ່າງປະເທດປະຈຳສ.ເຊັກໂກ ໂຄສະນາວັດທະທຳຫວຽດນາມ ເຖິງຜູ້ຕາງໜ້າບັນດາອົງການທູຕານຸທູດຕ່າງປະເທດປະຈຳສ.ເຊັກໂກ

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພິເສດ ເພື່ອແນໃສ່ໂຄສະນາພາບພົດມະນຸດ ແລະ ວັດທະນະທຳພື້ນເມືອງຫວຽດນາມ.

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ

ຍສໝ - ເມື້ອບໍ່ດົນມານີ້, ທີ່ທຳນຽບປະທານ, ທ່ານປະທານປະເທດ ຫວຽດ​ນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ​ສະ​ແດງ​ຄວາມ​ຊົມ​ເຊີຍ​ ທ່ານ Antonio Guterres ເນື່ອງໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງເປັນເລຂາທິການໃຫຍ່ສະຫະປະຊາຊາດ ອາ​ຍູ​ການ 2022 -2026 ແລະ ແລ​ກ​ປ່ຽນກ່ຽວກັບການ​ເພີ່ມ​ທະ​ວີການຮ່ວມມື ລະຫວ່າງ ຫວຽດນາມ ແລະ ສະຫະປະຊາຊາດ.

ນັກສິລະປິນ 50 ຄົນເຂົ້າຮ່ວມການຮ້ອງເພງປະສານສຽງ “ກຳລັງແຮງຫວຽດນາມ” ເພື່ອເປັນກຳລັງໃຈກຳລັງແຖວໜ້າໃນການຕ້ານໂລກລະບາດ ນັກສິລະປິນ 50 ຄົນເຂົ້າຮ່ວມການຮ້ອງເພງປະສານສຽງ “ກຳລັງແຮງຫວຽດນາມ” ເພື່ອເປັນກຳລັງໃຈກຳລັງແຖວໜ້າໃນການຕ້ານໂລກລະບາດ

ຍສໝ - ວິດີໂອເພງ “ກຳລັງແຮງຫວຽດນາມ” ດ້ວຍຈັງຫວະ, ເນື້ອຮ້ອງ ແລະ ຮູບພາບຂອງບັນດາຜູ້ຢູ່ແຖວໜ້າໃນການຕໍ່ຕ້ານການລະບາດ ໄດ້ເຮັດໃຫ້ສະເທືອນໃຈຫຼາຍລ້ານຄົນ.

la.qdnd.vn

ເຫດການ
302 Found

Found

The document has moved here.