ພຽງແຕ່ຢາກຊ່ວຍໃຫ້ຄົນທີ່ມີສະພາບການດຽວກັນ ມີຄວາມເຊື່ອໝັ້ນ ແລະ ບືນຕົວຂຶ້ນໃນການດຳລົຊີວິດ

18:00 | 22/06/2021

ຍສໝ - ນີ້ແມ່ນຄວາມປາດຖະໜາຂອງ ທ້າວ ຫງວຽນວັນມ໊າກ (ແຂວງໄທບິ່ງ), ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ໄດ້ຜ່ານຜ່າສິ່ງທ້າທາຍ ເພື່ອຈະຊ່ວຍເຫຼືອຄົນອື່ນທີ່ຢູ່ໃນສະພາບການດຽວກັນ.

ການໂທດກຳສົງຄາມທີ່ເຮັດຜິດກັບທຳມະຄະຕິຄື ທາດພິດສີສົ້ມ ຈະບໍ່ໄດ້ປິດບັງໄວ້ ການໂທດກຳສົງຄາມທີ່ເຮັດຜິດກັບທຳມະຄະຕິຄື ທາດພິດສີສົ້ມ ຈະບໍ່ໄດ້ປິດບັງໄວ້
ຄວາມຍຸຕິທຳສຳລັບ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ ຄວາມຍຸຕິທຳສຳລັບ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ

ທ້າວ ຫງວຽນວັນມ໊າກ, ອາຍຸ 49 ປີ, ເກີດໃນຄອບຄົວທຸກຍາກ ຢູ່ບ້ານດົງກື, ຕາແສງດົງໄຫ, ເມືອງກວິ່ງຟູ້, ແຂວງໄທບິ່ງ. ພໍ່ແມ່ເປັນຊາວກະສິກອນ, ໃນປີ 1966, ລຸງ ເຮີນ (ພໍ່ຂອງ ຫງວຽນວັນມ໊າກ) ໄດ້ເຂົ້າເປັນທະຫານ. ພາຍຫຼັງການຝຶກຊ້ອມມາເປັນເວລາ 3 ເດືອນ, ໃນເດືອນມິຖຸນາ ປີ 1966, ລຸງ ເຮີນ ໄດ້ເພີ່ມເຂົ້າໃນສະໜາມຮົບຂອງແຂວງກວາງຈິ - ເທື່ອທຽນ ເຫວ້. ປີ 1968, ລຸງ ເຮີນ ຮັບບາດເຈັບ ແລະ ຖືກນຳຕົວໄປແນວຫຼັງເພື່ອຮັບການຮັກສາປິ່ນປົວ ແລະ ພັກຜ່ອນບຳລຸງສຸຂະພາບ ແລະ ໃນປີ 1970, ລຸງ ເຮີນ ໄດ້ອອກຈາກກອງທັບ ແລ້ວກັບມາຢູ່ທ້ອງຖິ່ນຂອງລາວໃນຖານະເປັນຜູ້ເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ.

ພຽງແຕ່ຢາກຊ່ວຍໃຫ້ຄົນທີ່ມີສະພາບການດຽວກັນ ມີຄວາມເຊື່ອໝັ້ນ ແລະ ບືນຕົວຂຶ້ນໃນການດຳລົຊີວິດ

ພຽງແຕ່ຢາກຊ່ວຍໃຫ້ຄົນທີ່ມີສະພາບການດຽວກັນ ມີຄວາມເຊື່ອໝັ້ນ ແລະ ບືນຕົວຂຶ້ນໃນການດຳລົຊີວິດ.

ໃນຊີວິດປະຈຳວັນ, ລຸງ ສືບຕໍ່ທຳການຜະລິດ ແລະ ສ້າງຄອບຄົວ. ປີ 1972, ລຸງ ເຮີນ ມີລູກຊາຍຄົນທຳອິດ, ຊື່ ທ້າວ ຫງວຽນວັນມ໊າກ. ຫງວຽນວັນມ໊າກ ມີສຸຂະພາບແຂງແຮງດີ ແລະ ແມ່ນກຳລັງໃຈໃຫ້ຜົວເມຍຂອງທະຫານເສຍອົງຄະ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ລຸງ ຫງວຽນວັນເຮີນ.

ໃນປີ 1975, ທ້າວ ຫງວຽນວັນມ໊າກ ມີອາການໄຂ້ສູງ ແລະ ນອນສະຫຼົບບໍ່ຮູ້ຫຍັງໝົດ, ພໍ່ແມ່ຂອງລາວ ພາໄປຫ້ອງສຸກເສີນ. ພະຍາດທີ່ຮ້າຍແຮງໄດ້ເຮັດໃຫ້ ທ້າວ ຫງວຽນວັນມ໊າກ ເປັນລ່ອຍເຄິ່ງຄີງ ແລະ ກາຍເປັນເດັກພິການໃນຕອນອາຍຸ 3 ປີ.

ປະຈຸບັນ, ທ້າວ ຫງວຽນວັນມ໊າກ ເປັນຮອງປະທານສະມາຄົມຄົນພິການເມືອງ, ຮອງປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຢູ່ຕາແສງດົງໄຫ ແລະ ເປັນຜູ້ອຳນວຍການບໍລິສັດ ມາຍມ໊າກ ຈຳກັດຜູ້ດຽວ ເຊິ່ງດຳເນີນທຸລະກິດການຂົນສົ່ງສິນຄ້າ ແລະ ການເກັບຊື້ວັດຖຸເສດເຫຼືອ.

ນອກຈາກນັ້ນ, ທ້າວ ຫງວຽນວັນມ໊າກ ຍັງໄດ້ເປີດໂຮງງານຜະລິດເຈ້ຍອະນາໄມ ແລະ ເຄື່ອງຫຸ້ມຫໍ່ສຳລັບໂຮງງານເກີບ MAXPORT ຂອງ ສ.ເກົາຫຼີ. ບໍລິສັດນີ້ ມີຍອດເງິນລົງທຶນເຖິງຫຼາຍຮ້ອຍຕື້ດົ່ງ.

ເມື່ອເວົ້າກ່ຽວກັບຄວາມຄິດ ແລະ ຄວາມມຸ້ງມາດປາດຖະໜາຂອງຕົນ, ທ້າວ ຫງວຽນວັນມ໊າກ ເວົ້າວ່າ: "ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ລັດ ແລະ ບັນດາຜູ້ມີໃຈສັດທາຈະສ້າງເງື່ອນໄຂສະດວກ ໃນການກູ້ຢືມເງິນທຶນ ແລະ ທີ່ດິນ ເພື່ອໃຫ້ຄົນພິການ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ສາມາດມີໂອກາດໄດ້ທຳມາຫາກິນ. ປະຈຸບັນ, ຂ້າພະເຈົ້າຫາກໍ່ສ້າງໂຮງງານເຮັດເຄື່ອງຫຼິ້ນສຳລັບເດັກນ້ອຍສຳເລັດ, ຜ່ານນັ້ນ ກໍ່ໄດ້ສ້າງວຽກເຮັດງານທຳໃຫ້ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ຄົນພິການທຸກຄົນທີ່ມີສອງມືແຂງແຮງ ກໍ່ລ້ວນແຕ່ສາມາດເຮັດໄດ້. ຫລັງຈາກນັ້ນ ພວກເຮົາຈະສົ່ງອອກສິນຄ້າໄປຍັງຍີ່ປຸ່ນ ແລະ ສ.ເກົາຫຼີ."

ຂ້າພະເຈົ້າຍັງເຊື່ອວ່າ ຄວາມຍຸຕິທຳ ຈະມາເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ ຫວຽດນາມ ຂ້າພະເຈົ້າຍັງເຊື່ອວ່າ ຄວາມຍຸຕິທຳ ຈະມາເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ ຫວຽດນາມ

ຍສໝ - ນີ້ແມ່ນຄວາມເຫັນຂອງທ່ານ ຮວ່າງກົງຖູຍ, ອະດີດເລຂາທິການຂອງສະມາຄົມຫວຽດນາມ - ອາເມລິກາ. ທ່ານ ຮວ່າງກົງຖູຍ ເຄີຍເປັນຮອງຫົວໜ້າສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນ ຫວຽດນາມ ທີ່ໄດ້ໄປສະຫະລັດອາເມລິກາ ເພື່ອເຂົ້າຮ່ວມການດຳເນີນຄະດີທີ່ສານອຸທອນ ນິວຢອກ ໃນປີ 2007.

ສະຫະພັນນັກຮົບເກົ່າຢູແກຼນ ໄດ້ອອກຖະແຫຼງການສະໜັບສະໜູນ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ ສະຫະພັນນັກຮົບເກົ່າຢູແກຼນ ໄດ້ອອກຖະແຫຼງການສະໜັບສະໜູນ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ

ຍສໝ - ສະຫະພັນນັກຮົບເກົ່າຢູແກຼນ ໄດ້ປະກາດຄວາມສາມັກຄີ ກັບ ທ່ານນາງ ເຈີນໂຕຫງ່າ ແລະຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ ໃນການຕໍ່ສູ້ດ້ານກົດໝາຍ ຕໍ່ບໍລິສັດເຄມີຫຼາຍປະເທດຈຳນວນ 14 ແຫ່ງ.

ສານ Evry - ຝ​ລັ່ງ ປະ​ຕິ​ເສດ​ໃບ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງ ເຈິ່ນ​ໂຕ໊ງາ ສານ Evry - ຝ​ລັ່ງ ປະ​ຕິ​ເສດ​ໃບ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງ ເຈິ່ນ​ໂຕ໊ງາ

ຍ​ສ​ໝ - ທຸກ​ຄົນ​ພຽງ​ແຕ່​ຮູ້​ສຶກ​ແປກ​ປະຫຼາດ​ໃຈ​ເມື່ອ​ເຫັນ​ວ່າສານຍອມ​ຮັບ​ວ່າ ບັນ​ດາ​ບໍ​ລິ​ສັດ​ທີ່​ກ່ຽວ​ຂ້ອງ ເໝືອນ​ຄື​ວ່າ ມີ​ການ​ກະ​ທຳ​ຍ້ອນ​ຖືກ​ບັງ​ຄັບ​ຈາກ​ລັດ​ຖະ​ບານ ອາ​ເມ​ລິ​ກາ, ໃນ​ຂະ​ນະ​ທີ່ ຕາມ​ຄວາມ​ຈິງ ເຂົ​າ​ເຈົ້າ​ພຽ​ງ​ແຕ່​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ການປະ​ມູນ, ແລະ ດັ່ງ​ນັ້ນ ເຂົາ​ເຈົ້າ​ມີ​ສິດ​ເສ​ລີ​ໃນ​ການ​ຕັດ​ສິນ​ວ່າ ຈະ​ເຮັດຫຼື​ບໍ່​ເຮັດ​.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.