ຄວາມຫຍຸ້ງຍາກໃນຍຸດທະສາດວັກຊີນ COVID-19 ຂອງຫວຽດນາມ

11:47 | 18/06/2021

ຍສໝ - ດ້ວຍຍຸດທະສາດວັກຊີນ COVID-19, ຫວຽດນາມ ຫວັງວ່າຈະສາມາດທຽບທັນກັບບັນດາປະເທດອື່ນໆໃນໂລກ ໃນການສັກຢາວັກຊີນກັນພະຍາດ ແລະ ສ້າງການຕ້ານທານຕໍ່ພະຍາດໃນຊຸມຊົນ. ເຖິງຢ່າງໃດກໍ່ຕາມ, ການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ ຈະປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ...

ວິສາຫະກິດຫວຽດນາມຢູ່ຕ່າງປະເທດ Steve Bui & Friends ໄດ້ປະກອບສ່ວນເຂົ້າ ໃນກອງທຶນສັກວັກຊີນຕ້ານ COVID-19 ວິສາຫະກິດຫວຽດນາມຢູ່ຕ່າງປະເທດ Steve Bui & Friends ໄດ້ປະກອບສ່ວນເຂົ້າ ໃນກອງທຶນສັກວັກຊີນຕ້ານ COVID-19
ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ຕາມ ທ່ານ ດຣ. ວູແທ່ງຕື້ແອັງ (ໂຮງຮຽນ Fulbright), ງົບປະມານປີ 2021 ບໍ່ມີການຂຶ້ນແຜນຈ່າຍບ້ວງສຳລັບຍຸດທະສາດສັກຢາວັກຊີນ. ຄະນະປະຈຳສະພາແຫ່ງຊາດ ໄດ້ອະນຸມັດງົບປະມານ 12,100 ຕື້ດົ່ງ ຈາກງົບປະມານສຳຮອງໃຫ້ແກ່ຍຸດທະສາດດັ່ງກ່າວນີ້.

ເຖິງຢ່າງໃດກໍ່ຕາມ, ເພື່ອສ້າງການຕ້ານທານຕໍ່ພະຍາດໃນຊຸມຊົນ ຕ້ອງໄດ້ມີວັກຊີນ 150 ລ້ານໂດສ, ດ້ວຍຍອດມູນຄ່າໃນການຊື້, ເກັບຮັກສາ ແລະ ສັກຢາວັກຊີນທັງໝົດ 25,200 ຕື້ດົ່ງ. ສະນັ້ນ, ລັດຖະບານໄດ້ສ້າງຕັ້ງກອງທຶນວັກຊີນກັນ COVID-19 (ໃນວັນທີ 26 ພຶດສະພາ 2021) ເພື່ອລະດົມບັນດາແຫຼ່ງທຶນສັງຄົມສຳລັບໂຄງການສັກຢາກັນພະຍາດນີ້.

ຄວາມຫຍຸ້ງຍາກໃນຍຸດທະສາດວັກຊີນ COVID-19 ຂອງຫວຽດນາມ
ພາບປະກອບ: vnexpress

ດ້ວຍການສະໜັບສະໜູນຢ່າງສຸດຈິດສຸດໃຈຂອງບັນດາວິສາຫະກິດ ແລະ ປະຊາຊົນ, ມາຮອດຈຸດເວລານີ້, ກອງທຶນວັກຊີນ COVID-19 ໄດ້ຮັບເງິນສະໜັບສະໜູນ 7.000 ຕື້ດົ່ງ. ຫວັງວ່າໃນອະນາຄົດອັນໃກ້ນີ້ ພວກເຮົາຈະມີເງິນພໍທີ່ຈະຊື້ວັກຊີນ.

ມີເງິນແມ່ນເລື່ອງໜຶ່ງ, ແຕ່ການຊື້ວັກຊີນພັດແມ່ນອີກເລື່ອງໜຶ່ງຕ່າງຫາກ. ໃນປະຈຸບັນນີ້ ບັນດາປະເທດໃນທົ່ວໂລກຍັງຂາດເຂີນວັກຊີນ, ສະນັ້ນ ບໍ່ແມ່ນເລື່ອງງ່າຍທີ່ຈະຊື້ວັກຊີນມາໄດ້ຢ່າງພຽງພໍ ຫລື ຊື້ເຕັກໂນໂລຢີການຜະລິດວັກຊີນ.

ການຊື້ວັກຊີນແມ່ນມີຄວາມສຳຄັນ, ແຕ່ວ່າ ການສັກຢາວັກຊີນໂດຍໄວ ແລະ ປອດໄພສຳລັບ 70-75% ຈຳນວນປະຊາກອນ ແມ່ນມີຄວາມສຳຄັນກວ່າ. ປະຊາກອນໃນປະເທດຂອງພວກເຮົາ ແມ່ນເກືອບ 100 ລ້ານຄົນ, ຈຳເປັນຕ້ອງໄດ້ສັກຢາວັກຊີນໃຫ້ປະຊາກອນ 70-75 ລ້ານຄົນຄົບທັງ 2 ເຂັມ. ຄວາມສຳເລັດແມ່ນຂື້ນກັບກຳລັງແຮງຂອງຂະແໜງສາທາລະນະສຸກ ແລະ ການສະໜັບສະໜູນ (ເຫັນດີສັກວັກຊິນ) ຂອງປະຊາຊົນ.

VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19 VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19

ຍສໝ - ຫວ່າງມໍ່ໆມານີ້, ຢູ່ຮ່າໂນ້ຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟື່ອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ມອບຂອງຂວັນທີ່ເປັນສັນຍາລັກເກືອບ 500 ລ້ານດົ່ງ ຜ່ານສູນກາງແນວໂຮມປະເທດຊາດຫວຽດນາມ ເພື່ອສະໜັບສະໜູນກອງທຶນການສັກຢາວັກຊີນຕ້ານ COVID-19.

ຊຸມຊົນຊາວຫວຽດນາມຢູ່ໂມຊຳບິກ ບໍລິຈາກໃຫ້ແກ່ກອງທຶນວັກຊີນປ້ອງກັນ ແລະ ຄວບຄຸມ COVID-19 ຊຸມຊົນຊາວຫວຽດນາມຢູ່ໂມຊຳບິກ ບໍລິຈາກໃຫ້ແກ່ກອງທຶນວັກຊີນປ້ອງກັນ ແລະ ຄວບຄຸມ COVID-19

ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Maputo, ສະຖານທູດຫວຽດນາມປະຈຳໂມຊຳບິກ ໄດ້ຈັດຕັ້ງພິທີບໍລິຈາກ ເພື່ອສະໜັບສະໜູນກອງທຶນວັກຊີນປ້ອງກັນ ແລະ ຄວບຄຸມ COVID-19. ການລະດົມທຶນດັ່ງກ່າວນີ້ ໄດ້ດຳເນີນແຕ່ວັນທີ 9 - 19 ມິຖຸນາ 2021.

ຫວຽດນາມ ໄດ້ສັ່ງຊື້ວັກຊີນ COVID-19 ຈຳນວນ 170 ລ້ານປະລິມານ ເພື່ອສັກຢາໃຫ້ປະຊາຊົນ ຫວຽດນາມ ໄດ້ສັ່ງຊື້ວັກຊີນ COVID-19 ຈຳນວນ 170 ລ້ານປະລິມານ ເພື່ອສັກຢາໃຫ້ປະຊາຊົນ

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເຈີນວັນເຊີນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວລັດຖະບານເປັນປະຈຳ ໃນເດືອນພຶດສະພາ. ສັກຢາວັກຊີນ. ໃນກອງປະຊຸມ, ໜຶ່ງໃນບັນຫາທີ່ສະມາຊິກລັດຖະບານສຸມໃສ່ພິຈາລະນາ ແມ່ນກ່ຽວຂ້ອງກັບວັກຊີນປ້ອງກັນ ແລະ ຕ້ານ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.