ທ່ານປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ: ຫວັງວ່າສອງຝ່າຍຮ່ວມມືພັດທະນາໃນທຸກຂົງເຂດ

17:29 | 03/03/2023

ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໃຫ້ຮູ້ວ່າ, ປະຈຸບັນ, ມີວິສາຫະກິດໃຫຍ່ຫຼາຍແຫ່ງຂອງ ສ.ເກົາຫຼີ ໄດ້ມາລົງທຶນຢູ່ ຫວຽດນາມ ໃນຫຼາຍຂົງເຂດ ນັບແຕ່ອຸດສາຫະກຳໜັກ ຕະຫຼອດຮອດເອເລັກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ…

ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ຕ້ອງປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ສ ເກົາຫຼີ ປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ຕ້ອງປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ສ ເກົາຫຼີ
ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ

ຕອນບ່າຍວັນທີ 02 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ສ.ເກົາຫຼີ- ຫວຽດນາມ Lee Shin Jae ທີ່ພວມຢ້ຽມຢາມ ຫວຽດນາມ.

ທ່ານປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ: ຫວັງວ່າສອງຝ່າຍຮ່ວມມືພັດທະນາໃນທຸກຂົງເຂດ

ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ສ.ເກົາຫຼີ- ຫວຽດນາມ Lee Shin Jae. (ພາບ: quochoi.vn)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໃຫ້ຮູ້ວ່າ, ປະຈຸບັນ, ມີວິສາຫະກິດໃຫຍ່ຫຼາຍແຫ່ງຂອງ ສ.ເກົາຫຼີ ໄດ້ມາລົງທຶນຢູ່ ຫວຽດນາມ ໃນຫຼາຍຂົງເຂດ ນັບແຕ່ອຸດສາຫະກຳໜັກ ຕະຫຼອດຮອດເອເລັກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ… ສຳລັບຂົງເຂດເຄື່ອງຕ່ຳແຜ່ນຕັດຫຍິບ, ຄຽງຂ້າງເລື່ອງແກ້ໄຂວຽກເຮັດງານທຳ, ທ່ານຮອງປະທານສະພາແຫ່ງຊາດສະເໜີໃຫ້ ສ.ເກົາຫຼີ ຈົ່ງໜູນຊ່ວຍ ແລະ ຊຸກຍູ້ການພັດທະນາຂະແໜງຕາມທິດພັດທະນາຮອບດ້ານອຸດສາຫະກຳສຳຮອງຕິດພັນກັບແຟຊັນ, ຕະຫຼາດສາກົນຢ່າງຮອບດ້ານ. ທ່ານຮອງປະທານສະພາແຫ່ງຊາດປາດຖະໜາວ່າ ສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ ຈະສືບຕໍ່ສະໜັບສະໜູນ, ຊຸກຍູ້ວິສາຫະກິດ ສ.ເກົາຫຼີ ລົງທຶນ, ເປີດກວ້າງຂອບເຂດການລົງທຶນເຂົ້າບັນດາຂົງເຂດເຊິ່ງ ສ.ເກົາຫຼີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.

ສ່ວນທ່ານປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ Lee Shin Jae ຢືນຢັນວ່າ, ໃນໄລຍະຈະມາເຖິງ, ສະມາຄົມຂອງ 2 ປະເທດຈະຍູ້ແຮງການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດໃຫ້ນັບມື້ນັບບັນລຸປະສິດທິຜົນກວ່າເກົ່າ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.