ມອບຫຼຽນໄຊມິດຕະພາບ ໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ

00:00 | 29/07/2023

ຍສໝ - ໃນວັນທີ 7 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮຸ່ງ ໄດ້ມອບຫຼຽນໄຊມິດຕະພາບ ໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ ຍ້ອມມີບັນດາຜົນງານ ແລະ ປະກອບສ່ວນອັນໃຫຍ່ຫຼວງ ໃນ​ການ​ເຊີດຊູ​ປະທານ ​ໂຮ່ຈີ​ມິນ, ວິລະ​ຊົນ​​ປົດ​ປ່ອຍ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ​ນັກວັດທະນະທຳ​ດີ​ເດັ່ນ​ຂອງ​ໂລກ.

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ບ໋າ​ຮຸ່ງ ໄດ້ຕີ​ລາຄາ​ສູງ ​ແລະ ຍ້ອງຍໍ​ຫໍພິພິທະ​ພັນ ໄກສອນ ພົມວິຫານ ​ໃນ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນໃນການ​ເຊີດ​ຊູ​ປະທານ ​ໂຮ່ຈີ​ມິນ - ວິລະ​ຊົນ​​ປົດ​ປ່ອຍ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ​ນັກວັດທະນະທຳ​ດີ​ເດັ່ນ​ຂອງ​ໂລກ, ​ເປັນ​ສັນຍາ​ລັກຂອງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ, ພ້ອມທັງສະແດງຄວາມປາດຖະໜາວ່າ ຫໍພິພິທະພັນ ໄກສອນ ພົມວິຫານ ຈະສືບຕໍ່ຊຸກຍູ້ວຽກງານອັນດີງາມນີ້, ປະກອບສ່ວນຢ່າງແໜ້ນແຟ້ນເຂົ້າໃນການພົວພັນສາມັກຄີແບບພິເສດລະຫວ່າງ 2 ປະເທດ.

ມອບຫຼຽນໄຊມິດຕະພາບ ໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ
ມອບຫຼຽນໄຊມິດຕະພາບ ໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ

ຕາງໜ້າກົມຫໍພິພິທະພັນ ໄກສອນ ພົມວິຫານ ແລະ ຮ່ອງຮອຍການນຳປະຕິວັດລາວ ຮັບການປະດັບຫຼຽນໄຊມິດຕະພາບຈາກປະທານປະເທດ ສສ ຫວຽດນາມ, ທ່ານ ໄຊຍະລາດ ພອນຍະລັກ ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ໄດ້ສະແດງຄວາມເປັນກຽດ ແລະ ຄວາມຮູ້ບຸນຄຸນ. ທ່ານ​ກ່າວ​ວ່າ ລາງວັນ​ອັນ​ສູງ​ສົ່ງ​ຂອງ​ພັກ ​ແລະ ລັດ ຫວຽດນາມ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຮັບ​ຮູ້ ​ແລະ ຍ້ອງຍໍ​ບັນດາ​ການ​ປະກອບສ່ວນ​ດ້ານ​ສະຕິ​ປັນຍາ, ກຳລັງ​ແຮງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ ​ແລະ ​ເສີມຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ-ຫວຽດນາມ.

ປະຈຸບັນ, ກົມພິພິທະພັນ ໄກສອນ ພົມວິຫານ ພວມໄດ້ຮັບການມອບໝາຍຈາກພັກປະຊາຊົນ ປະຕິວັດລາວ ໃນການກໍ່ສ້າງ ແລະ ຄຸ້ມຄອງສວນອະນຸສອນປະທານ ໂຮ່ຈີມິນ 3 ແຫ່ງຢູ່ ແຂວງວຽງຈັນ, ຄໍາມ່ວນ ແລະ ສະຫວັນນະເຂດ. ພິ​ເສດ​ແມ່ນສວນອະນຸສອນປະທານ ໂຮ່ຈີມິນ ຢູ່ 2 ​ແຂວງ​ຄຳ​ມ່ວນ ​ແລະ ສະຫວັນ​ນະ​ເຂດ ​ໄດ້​ຮັບ​ການ​ເປີດ​ນຳ​ໃຊ້​ນັບ​ແຕ່​ປີ 2012, 2014.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.