| IMF ຍ້ອງຍໍຜົນງານຂອງຫວຽດນາມ ໃນການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19 | |
| ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ | 
ຢູ່ທ່າກຳປັ່ນທະເລ ແລະ ເຂດຊື້ຂາຍອາຫານທະເລຢູ່ແຄມຝັ່ງທະເລ ມີບັນຍາກາດຢ່າງຄຶກຄັກ. ກອງບັນຊາການທະຫານຊາຍແດນແຂວງກວາງນາມ ກໍ່ເພີ່ມທະວີການລາດຕະເວນ ແລະ ຄວບຄຸມຊາຍຝັ່ງທະເລເຊິ່ງມີຄວາມຍາວ 125 ກມ.
ທ່ານພັນຕີ ເດົ້າຟີເຊີນ ໃຫ້ຮູ້ວ່າ: ດ່ານຊາຍແດນ ກີຫ່າ ໄດ້ຕັ້ງດ່ານກວດກາ 2 ແຫ່ງຢູ່ບໍລິເວນຊາຍຝັ່ງທະເລ ດ້ວຍຈຳນວນທະຫານເກືອບ 10 ຄົນ ແລະ ເວນຍາມປະຕິບັດໜ້າທີ່ 24 ຊົ່ວໂມງໃນການລາດຕະເວນບໍລິເວນຊາຍຝັ່ງທະເລ, ຄວບຄຸມກຳປັ່ນເຂົ້າ - ອອກ, ປ້ອງກັນການເຂົ້າ - ອອກທີ່ຜິດກົດໝາຍດ້ວຍທາງທະເລ, ຫລື ການຂົນສົ່ງຄົນຜິດກົດໝາຍທີ່ມາຈາກເຂດມີຄວາມລະບາດຂອງພະຍາດ. ພວກເຮົາໄດ້ກຳນົດທິດທາງໃຫ້ບັນດາພະນັກງານ ແລະ ພົນທະຫານນັກຮົບເພື່ອຍົກສູງນ້ຳໃຈລະວັງຕົວ ແລະ ສົມທົບກັບບັນດາດ່ານຊາຍແດນ, ກວດກາການເຄື່ອນໄຫວເຂົ້າອອກເມືອງຂອງຄົນຕ່າງປະເທດ.
![]()  |   		
| ແຂວງກວາງນາມ ປ້ອງກັນ ແລະ ສະກັດກັ້ນ ບໍ່ໃຫ້ມີການແຜ່ລະບາດ COVID-19 ເຂົ້າປະເທດ ດ້ວຍທາງທະເລ | 
ທ່າກຳປັ່ນ ຈູລາຍ ແມ່ນທ່າເຮືອສົ່ງອອກສິນຄ້າທີ່ສຳຄັນຢູ່ພາກກາງ. ໃນຊຸມມື້ສຸດທ້າຍຂອງປີຕາມຈັນທະປະຕິທິນ, ເຮືອບັນທຸກສິນຄ້າຫຼາຍລຳ ມີປະລິມານສິນຄ້ານຳເຂົ້າ ແລະ ສົ່ງອອກເພີ່ມຂື້ນ. ເພື່ອຄວບຄຸມໂລກລະບາດ, ກວດກາຄົນ, ພາຫະນະທີ່ເຂົ້າອອກ ແລະ ອອກຈາກທ່າເຮືອ, ອົງການທີ່ມີໜ້າທີ່ທ່າເຮືອ ຈູລາຍ ໄດ້ປະຕິບັດການກວດກາຢ່າງເຂັ້ມງວດ, ໂດຍສະເພາະແມ່ນສຳຫຼັບກຳປັ່ນທີ່ມາຈາກຕ່າງປະເທດ.
ໃນຂະນະທີ່ກຳລັງທີ່ມີໜ້າທີ່ຢູ່ເຂດແຜ່ນດິນ ໄດ້ຮັດແໜ້ນມາດຕະການໃນການຄຸ້ມຄອງຄົນເຂົ້າເມືອງ, ໃນເສັ້ນທາງທະເລ, ອົງການທີ່ມີໜ້າທີ່ ແລະ ກອງບັນຊາການຕຳຫຼວດທະເລເຂດ 2 ຍັງເພີ່ມທະວີວຽກງານລາດຕະເວນ ເພື່ອກຳໄດ້ສະຖານະການໃນທຸກທິດທາງ; ໂດຍສະເພາະ ໃນເຂດທະເລທີ່ມີຄວາມອ່ອນໄຫວ, ເພື່ອປ້ອງກັນບັນດາກໍລະນີທີ່ຫຼົບຫຼີກການແຍກອອກຫ່າງ, ຫຼື ເຂົ້າເມືອງຫວຽດນາມໂດຍຜ່ານທະເລຢ່າງຜິດກົດໝາຍໃນບັນດາມື້ສຸດທ້າຍຂອງປີ.
ທ່ານພັນເອກ ຫງວຽນປ໋າໂທງ - ຜູ້ບັງຄັບບັນຊາກອງບັນຊາການທະຫານຊາຍແດນແຂວງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ ໄດ້ກຳນົດວ່າການລະບາດພະຍາດຈະສືບຕໍ່ແຜ່ລາມ, ໂດຍສະເພາະແມ່ນຜົນກະທົບຈາກສະພາບການລະບາດຂອງໂລກ. ສຳລັບເສັ້ນຊາຍແດນແຂວງກວາງນາມ, ມີເສັ້ນຊາຍແດນທາງບົກ 157 ກມ ແລະ ທາງທະເລ 125 ກມ. ກອງກຳລັງຊາຍແດນແຂວງກວາງນາມ ຈະຄວບຄຸມຢ່າງເຂັ້ມງວດຢູ່ຕາມຊາຍຝັ່ງທະເລ ແລະ ຊາຍແດນ.
| ຫວຽດນາມ ຊົມເຊີຍຂໍ້ລິເລີ່ມເຂົ້າຮ່ວມ ແລະ ເຊື່ອມຕໍ່ອິນໂດ - ປາຊີຟິກ  			 ຍສໝ - ຕາມຜູ້ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັງ, ຫຼັກໝັ້ນນີ້ ໄດ້ແບ່ງປັນໂດຍຫວຽດນາມ ແລະ ປະເທດອື່ນໆ ໃນເອກະສານທັດສະນະຂອງອາຊຽນກ່ຽວກັບອິນໂດ - ປາຊີຟິກ (AOIP).  |   		
| ຫວຽດນາມສະແດງຄວາມເດັດດ່ຽວ, ຢຶດໝັ້ນໃນການຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ ເກາະຢ່າງໝັ້ນຄົງ  			 ຍສໝ - ຫວ່າງແລ້ວນີ້, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2020, ທິດທາງ, ໜ້າທີ່ປີ 2021.  |   		
| ຫວຽດນາມ - ຈີນ ໄດ້ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ  			 ຍສໝ - ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການເຈລະຈາກໍານົດເຂດທະເລນອກອ່າວພາກເໜືອ ແລະ ການຮ່ວມມືພ້ອມກັນພັດທະນາຢູ່ທະເລຕາເວັນອອກ ໃຫ້ບັນລຸຄວາມຄືບໜ້າຖືກຕາມຂໍ້ກໍານົດຂອງກົດໝາຍສາກົນ.  |   		
ຄຳຮຸ່ງ
                