ເດືອນມິຖຸນາ 2021: ຮ່ວມແຮງຮ່ວມໃຈ ໃນການຮັບປະກັນການຈັດຕັ້ງປະຕິບັດສິດທິເດັກ, ປົກປ້ອງເດັກ ໃນໄລຍະເກີດໄພພິບັດທາງທຳມະຊາດ ແລະ ໂລກລະບາດ

15:08 | 06/06/2021

ຍສໝ - ຍ້ອນສະຖານະການທີ່ສັບສົນຂອງການລະບາດຂອງພະຍາດ COVID-19, ເດືອນປະຕິບັດງານສຳລັບເດັກໃນປີ 2021 ໄດ້ຖືກເລືອກຫົວຂໍ້ "ຮ່ວມແຮງຮ່ວມໃຈ ໃນການຮັບປະກັນການຈັດຕັ້ງປະຕິບັດສິດທິເດັກ, ປົກປ້ອງເດັກໃນໄລຍະເກີດໄພພິບັດທາງທຳມະຊາດ ແລະ ໂລກລະບາດ"...

ເບິ່ງແຍງແລະມອບຂອງຂວັນໃຫ້ແກ່ເດັກນ້ອຍໃນເຂດແຍກຕົວ Covid-19 ໃນວັນເດັກນ້ອຍສາກົນ ເບິ່ງແຍງແລະມອບຂອງຂວັນໃຫ້ແກ່ເດັກນ້ອຍໃນເຂດແຍກຕົວ Covid-19 ໃນວັນເດັກນ້ອຍສາກົນ
ມີຫຼາຍກິດຈະກຳເພື່ອເບິ່ງແຍງ ແລະ ມອບຂອງຂວັນໃຫ້ເດັກພິການຫວຽດນາມໃນວັນເດັກນ້ອຍສາກົນ ມີຫຼາຍກິດຈະກຳເພື່ອເບິ່ງແຍງ ແລະ ມອບຂອງຂວັນໃຫ້ເດັກພິການຫວຽດນາມໃນວັນເດັກນ້ອຍສາກົນ

ເມື່ອບໍ່ດົນມານີ້, ຢູ່ບາງແຂວງ, ນະຄອນຂອງຫວຽດນາມ ໄດ້ຖືກບັນທຶກ ບັນດາແຫຼ່ງພະຍາດຕິດແປດລົງໃນຊຸມຊົນ. ຫລາຍທ້ອງຖິ່ນໄດ້ອະນຸຍາດໃຫ້ນັກຮຽນພັກຜ່ອນ ແລະ ຮຽນດ້ວຍຮູບການຖ່າຍທອດສົດຢູ່ເຮືອນ. ຈຳນວນເດັກນ້ອຍທີ່ຕ້ອງປະຕິບັດການແຍກອອກຫ່າງຢູ່ໃນເຮືອນ ຫລື ໃນຖິ່ນຖານຍັງສືບຕໍ່ເພີ່ມຂື້ນ, ໃນນັ້ນເດັກນ້ອຍຈຳນວນຫຼາຍຕ້ອງໄດ້ແຍກອອກຈາກພໍ່ແມ່ ແລະ ຄອບຄົວ, ຕົກຢູ່ໃນສະພາບຫຍຸ້ງຍາກ.

ນອກເໜືອຈາກຄວາມສ່ຽງຂອງການຕິດເຊື້ອ ແລະ ກໍ່ຮ່າງສ້າງຕົວດ້ວຍຕົນເອງໃນຊີວິດປະຈຳວັນ, ເດັກນ້ອຍຍັງມີຄວາມສ່ຽງສູງຕໍ່ການຈິດໃຈຖືກກະທົບກະເທືອນ ແລະ ວິກິດການທາງຈິດວິທະຍາ.

ເດືອນມິຖຸນາ 2021: ຮ່ວມແຮງຮ່ວມໃຈ ໃນການຮັບປະກັນການຈັດຕັ້ງປະຕິບັດສິດທິເດັກ, ປົກປ້ອງເດັກ ໃນໄລຍະເກີດໄພພິບັດທາງທຳມະຊາດ ແລະ ໂລກລະບາດ
ຮ່ວມແຮງຮ່ວມໃຈ ໃນການຮັບປະກັນການຈັດຕັ້ງປະຕິບັດສິດທິເດັກ, ປົກປ້ອງເດັກ ໃນໄລຍະເກີດໄພພິບັດທາງທຳມະຊາດ ແລະ ໂລກລະບາດ.

ຕອບສະໜອງເດືອນປະຕິບັດງານສຳລັບເດັກໃນປີ 2021, ກະຊວງ, ຂະແໜງການຈຳນວນໜຶ່ງ ໄດ້ອອກເອກະສານຊີ້ນຳການຈັດຕັ້ງປະຕິບັດກິດຈະກຳຕ່າງໆ, ເຊັ່ນ: ຄະນະກຳມະການປະຊາກອນ, ຄະນະຄອບຄົວ ແລະ ເດັກນ້ອຍ - ກະຊວງປ້ອງກັນປະເທດ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ຮ່ວມມືກັບສະມາຄົມຄວາມປອດໄພຂໍ້ມູນຂ່າວສານຫວຽດນາມ ແລະ ຫຼາຍກະຊວງ ແລະ ຂະ ແໜງການທີ່ກ່ຽວຂ້ອງ ຈັດຕັ້ງການແຂ່ງຂັນ “ນັກຮຽນ ແລະ ຄວາມປອດໄພຂໍ້ມູນຂ່າວສານ (ມິຖຸນາ 2021); ຄະນະກຳມະການສູນກາງສະຫະພັນຊາວໜຸ່ມ ກອມມູນິດໂຮ່ຈີມິນ ໄດ້ຈັດຕັ້ງລາຍການໄຂເປີດລະດູຮ້ອນ, ຕອບສະໜອງເດືອນປະຕິບັດງານສຳລັບເດັກໃນປີ 2021 ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ.

ເພື່ອປ້ອງກັນບໍ່ໃຫ້ເກີດອາການການຈິດໃຈຖືກກະທົບກະເທືອນ ຂອງເດັກນ້ອຍ ໃນສະພາບການແຍກອອກຫ່າງທາງສັງຄົມ, ພະແນກເດັກນ້ອຍ ຍັງໄດ້ແນະນຳໃຫ້ໜ່ວຍງານທີ່ເຮັດວຽກຕິດຕໍ່ພົວພັນໂທລະສັບແຫ່ງຊາດເພື່ອການປົກປ້ອງເດັກ (111) ເພື່ອໃຫ້ໄດ້ຮັບຄຳແນະນຳ ແລະ ຄຳເປັນທີ່ປຶກສາກ່ຽວກັບຄວາມປອດໄພຂອງເດັກ; ການດູແລ, ສະຖຽນລະພາບທາງຈິດໃຈ, ການປ້ອງກັນ, ການກວດພົບ ແລະ ການຈັດການກັບອາການການຈິດໃຈຖືກກະທົບກະເທືອນ ຂອງເດັກ; ການສະໜັບສະໜູນ, ການແຊກແຊງ ແລະ ການຈັດການສຸກເສີນເພື່ອປົກປ້ອງ, ປ້ອງກັນ ແລະ ຕ້ານການກໍ່ຄວາມເສຍຫາຍເດັກນ້ອຍ.

ຫວຽດ​ນາມ ປະ​ກາດ​ໃຊ້​ໂຄງ​ການ​ລະດັບ​ຊາດ​ກ່ຽວ​ກັບ​ການ​ປົກ​ປ້ອງ​ເດັກ​ໃນສະພາບແວດລ້ອມ​​ອິນ​ເຕີເນັດ ຫວຽດ​ນາມ ປະ​ກາດ​ໃຊ້​ໂຄງ​ການ​ລະດັບ​ຊາດ​ກ່ຽວ​ກັບ​ການ​ປົກ​ປ້ອງ​ເດັກ​ໃນສະພາບແວດລ້ອມ​​ອິນ​ເຕີເນັດ

ຍ​ສໝ - ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ​ແມ່ນ​ອົງ​ການປະທານ​ຈັດ​ຕັ້ງ​ໂຄງ​ການ. ນອກ​ຈາກ​ນັ້ນ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ກະ​ຊວງ​ສຶກ​ສາ​ທິ​ການ ແລະ ບຳ​ລຸງ​ສ້າງ, ກະ​ຊວງຕຳຫຼວດ ແລະ ການ​ສົມ​ທົບ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ການ​ເມືອງ​ສັງ​ຄົມ, ບັນ​ດາ​ວິ​ສາ​ຫະ​ກິດ, ອົງ​ການ​ສື່ມວນ​ຊົນ…

ສະມາຄົມ VAA: ບໍລິຈາກຫຼາຍກວ່າ 100 ລ້ານດົງ ເພື່ອຊ່ວຍເຫຼືອເດັກນ້ອຍ ແລະ ແມ່ຍິງທີ່ເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ ສະມາຄົມ VAA: ບໍລິຈາກຫຼາຍກວ່າ 100 ລ້ານດົງ ເພື່ອຊ່ວຍເຫຼືອເດັກນ້ອຍ ແລະ ແມ່ຍິງທີ່ເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ

ຍສໝ - ສະມາຄົມອະດີດນັກສຶກສາຫວຽດນາມ ຢູ່ອົດສະຕາລີ (VAA) ຢູ່ລັດ New South Wales ຫາກໍ່ຈັດການພົບປະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງຂອງສະມາຄົມ ຄົບຮອບ 1 ປີ; ຂາຍປະມູນຮູບແຕ້ມ ແລະ ລະດົມເງິນໄດ້ຫຼາຍກ່ວາ 110 ລ້ານດົ່ງ ເພື່ອຊ່ວຍເຫຼືອເດັກນ້ອຍຫວຽດນາມທີ່ປະສົບກັບຄວາມ ຫຍຸ້ງຍາກ ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມີຖຸນາ ແລະ ...

ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ

ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ແລະ ກໍ່ແມ່ນວັນທຳອິດຂອງເດືອນກະທຳເພື່ອເດັກ 2021 ຂອງ ຫວຽດນາມ. ຫົວເລື່ອງຂອງເດືອນກະທຳເພື່ອເດັກປີນີ້ແມ່ນ “ຮ່ວມແຮງຮ່ວມໃຈຮັບປະກັນການປະຕິບັດສິດທິເດັກ, ປົກປ້ອງເດັກນ້ອຍຕໍ່ໜ້າໄພທຳມະຊາດ, ໂລກລະບາດ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.