ຫວຽດ​ນາມ ປະ​ກາດ​ໃຊ້​ໂຄງ​ການ​ລະດັບ​ຊາດ​ກ່ຽວ​ກັບ​ການ​ປົກ​ປ້ອງ​ເດັກ​ໃນສະພາບແວດລ້ອມ​​ອິນ​ເຕີເນັດ

09:54 | 04/06/2021

ຍ​ສໝ - ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ​ແມ່ນ​ອົງ​ການປະທານ​ຈັດ​ຕັ້ງ​ໂຄງ​ການ. ນອກ​ຈາກ​ນັ້ນ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ກະ​ຊວງ​ສຶກ​ສາ​ທິ​ການ ແລະ ບຳ​ລຸງ​ສ້າງ, ກະ​ຊວງຕຳຫຼວດ ແລະ ການ​ສົມ​ທົບ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ການ​ເມືອງ​ສັງ​ຄົມ, ບັນ​ດາ​ວິ​ສາ​ຫະ​ກິດ, ອົງ​ການ​ສື່ມວນ​ຊົນ…

ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ
ປ້ອມ​ຣາ​ດາ 575: ປະ​ຊາ​ຊົນ​ຖື​ພວກ​ອ້າຍ​ຄື​ຍາດ​ຕິ​ພີ່​ນ້ອງ​ໃນ​ຄອບ​ຄົວດຽວກັນ ປ້ອມ​ຣາ​ດາ 575: ປະ​ຊາ​ຊົນ​ຖື​ພວກ​ອ້າຍ​ຄື​ຍາດ​ຕິ​ພີ່​ນ້ອງ​ໃນ​ຄອບ​ຄົວດຽວກັນ
ຫວຽດ​ນາມ ປະ​ກາດ​ໃຊ້​ໂຄງ​ການ​ລະດັບ​ຊາດ​ກ່ຽວ​ກັບ​ການ​ປົກ​ປ້ອງ​ເດັກ​ໃນສະພາບແວດລ້ອມ​​ອິນ​ເຕີເນັດ
ພາບ​ປະ​ກອບ

ວັນ​ທີ 1 ມິ​ຖຸ​ນາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ລົງ​ນາມ​ຂໍ້​ຕົກ​ລົງສະບັບ​ເລກ​ທີ 830/QD-TTg ອະນຸມັດຜ່ານໂຄງ​ການ “ປົກ​ປ້ອງ ແລະ ໜູນ​ຊ່ວຍ​ເດັກໃນການ​ສຳ​ຜັດກັບ​ອິນ​ເຕີ​ເນັດ​ຢ່າງ​ປອດ​ໄສ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ໄລ​ຍະ 2021 - 2025”.

ໂຄງ​ການ​ມີ​ເປົ້າ​ໝາຍ: ປົກ​ປ້ອງ​ຄວາມລັບຂອງ​ຊີ​ວິດ​ສ່ວນ​ຕົວ ແລະ ສະ​ກັດ​ກັ້ນ, ແກ້​ໄຂ​ບັນ​ດາ​ການ​ກະ​ທຳ​ສວຍ​ໃຊ້​ອິນ​ເຕີ​ເນັດ ເພື່ອ​ທຳ​ຮ້າຍເດັກ​ນ້ອຍ, ໃນ​ນັ້ນ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ເຖິງ​ການ​ປະ​ກອບ​ຄວາມ​ຮູ້, ທັກ​ສະ​ທີ່​ເໝາະ​ສົມ​ຕາມ​ເກນ​ອາ​ຍຸ​ໃຫ້​ແກ່​ເດັກ​ນ້ອຍ ເພື່ອ​ໃຫ້​ເດັກມີຄວາມຮັບ​ຮູ້​ດ້ວຍຕົນເອງ ແລະ ມີ​ຄວາມ​ສາ​ມາດ​ໃນ​ການ​ປົກ​ປ້ອງ​ຕົນ​ເອງ​ໃນສະພາບແວດລ້ອມ​ອິນ​ເຕີ​ເນັດ, ຮັກ​ສາສະພາບແວດລ້ອມ​ອິນ​ເຕີ​ເນັດ​ທີ່​ປອ​ດ​ໄສ, ພັດ​ທະ​ນາ​ລະ​ບົບ​ຊີ​ວະ​ພາບ​ຂອງ​ບັນ​ດາ​ຜະ​ລິດ​ຕະ​ພັນ, ໂປ​ແກຼມຫວຽດ​ ໃຫ້​ແກ່ພວກ​ນ້ອງ​ໃນ​ການ​ຮ່ຳ​ຮຽນ, ເຊື່ອມ​ຕໍ່, ບັນ​ເທິງ ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ.

ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ​ແມ່ນ​ອົງ​ການປະທານ​ຈັດ​ຕັ້ງ​ໂຄງ​ການ. ນອກ​ຈາກ​ນັ້ນ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ກະ​ຊວງ​ສຶກ​ສາ​ທິ​ການ ແລະ ບຳ​ລຸງ​ສ້າງ, ກະ​ຊວງຕຳຫຼວດ ແລະ ການ​ສົມ​ທົບ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ການ​ເມືອງ​ສັງ​ຄົມ, ບັນ​ດາ​ວິ​ສາ​ຫະ​ກິດ, ອົງ​ການ​ສື່ມວນ​ຊົນ…

ໂຄງ​ການ​ຍັງ​ມີ​ການ​ສົບ​ທົບ​ກັນ​ຂອງ​ບັນ​ດາ​ອົງ​ການ​ການ​ເມືອງ - ສັງ​ຄົມ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ, ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ; ພິ​ເສດ, ເພື່ອ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ ພໍ່​ແມ່, ຄູ​ອາ​ຈານ, ຜູ້​ເບິ່ງ​ແຍງ​ດູ​ແລ​ເດັກ​ນ້ອຍ.

ໂຄງ​ການ​ໄດ້​ຍົກ​ອອກ​ຂໍ້​ລິ​ເລີ່ມ, ໜ້າ​ທີ່, ວິ​ທີ​ການ​ແກ້​ໄຂ​ບຸກ​ທະ​ລຸ ຫຼາ​ຍ​ຢ່າງ, ຜັນ​ຂະ​ຫຍາຍ​ບັນ​ດາ​ວິ​ທີ​ການແກ້ໄຂ​ເຕັກ​ນິກ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່ (ປັນ​ຍາ​ປະ​ດິດ, ຂໍ້​ມູນ​ໃຫຍ່…) ເພື່ອ​ເກັບ​ກຳ​ແບບ​ອັດ​ຕະ​ໂນ​ມັດ, ວິ​ໄຈ​ແຈ້ງເຕືອນ​ໂດຍ​ໄວ, ສະ​ກັດ​ກັ້ນ, ແກ້​ໄຂ​ບັນ​ດາ​ເນື້ອ​ໃນ​ລະ​ເມີດ​ກົດ​ໝາຍວ່າ​ດ້ວຍ​ເດັກ​ນ້ອຍ, ເນື້ອ​ໃນທີ່​ບໍ່​ເໝາະສົມ​ກັບ​ເດັກ​ນ້ອຍ. ສ້າງຕັ້ງ ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຂອງ​ເຄືອ​ຂ່າຍ​ກູ້​ຊ່ວຍ, ປົກ​ປ້ອງເດັກ​ນ້ອຍ​ໃນສະພາບແວດລ້ອມ​ອິນ​ເຕີ​ເນັດ ດ້ວຍ​ບັນ​ດາ​ໜ້າ​ທີ່ຫຼັກ​ແຫຼ່ງ​ແມ່ນ​ຍົກ​ສູງ​ຄວາມ​ຮັບ​ຮູ້, ແບ່ງ​ປັນ​ບົດ​ຮຽນ​ປ​ະ​ສົບ​ການ​ໃນ​ການ​ປົກ​ປ້ອງ​ເດັກ​ນ້ອຍ​ໃນສະພາບແວດລ້ອມ​ອິນ​ເຕີ​ເນັດ, ຮັບ​ເອົາ, ແບ່ງ​ປະເພດ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່ເກີດ​ຂຶ້ນ​ກັບ​ເດັກ​ນ້ອຍ​ໃນສະພາບແວດລ້ອມ​ອິນ​ເຕີ​ເນັດ​ຢ່າງ​ທັນ​ການ.

ບາງ​ເປົ້າ​ໝາຍ​ລະ​ອຽດ​ທີ່​ເປັນ​ໜ້າ​ສົນ​ໃຈ ຊຶ່ງ​ໄດ້​ຍົກ​ອອກ​ມາ​ໃນ​ໂຄງ​ການ​ນັ້ນ​ແມ່ນ: 100% ໂຮງ​ຮຽນ ອະ​ນຸ​ບານ, ມັດ​ທະ​ຍົມ​ຕອນ​ປາຍ, ມັດ​ທະ​ຍົມ​ຕອນ​ຕົ້ນ ແລະ ບັນ​ດາ​ຮາກ​ຖານ​ປົກ​ປ້ອງ, ລ້ຽງເດັກ​ ຈະ​ຈັດ​ຕັ້ງ​ໂຄງ​ການ​ໂຄ​ສະ​ນາ, ສຶກ​ສາ​ຄວາມ​ຮູ້, ທັກ​ສະ​ທີ່​ຈຳ​ເປັນ​ໃຫ້​ແກ່​ເດັກ​ນ້ອຍ​ເປັນປະຈຳໄລຍະ ເພື່ອ​ໃຫ້​ເດັກ​ນ້ອຍ​ເຂົ້າ​ຮ່ວມສະພາບແວດລ້ອມນ​ເຕີ​ເນັດ​ຢ່າງ​ປອດ​ໄພ​.

ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ ປົກ​ປ້ອງ​ເດັກ​ນ້ອຍ​ຕໍ່​ໜ້າ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ

ວັນທີ 1 ມິຖຸນາ ແມ່ນວັນເດັກນ້ອຍສາກົນ ແລະ ກໍ່ແມ່ນວັນທຳອິດຂອງເດືອນກະທຳເພື່ອເດັກ 2021 ຂອງ ຫວຽດນາມ. ຫົວເລື່ອງຂອງເດືອນກະທຳເພື່ອເດັກປີນີ້ແມ່ນ “ຮ່ວມແຮງຮ່ວມໃຈຮັບປະກັນການປະຕິບັດສິດທິເດັກ, ປົກປ້ອງເດັກນ້ອຍຕໍ່ໜ້າໄພທຳມະຊາດ, ໂລກລະບາດ”.

ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ເດັກ​ນ້ອຍ​ທຸກ​ຍາ​ກ​ເຂດ​ຊາຍ​ແດນ

ຍ​ສ​ໝ - ບໍ່​ພຽງ​ແຕ່​ຮັກ​ສາ​ເຂດ​ຊາຍ​ແດນ​ຢ່າງ​ໝັ້ນ​ຄົງ​ເທົ່າ​ນັ້ນໃນ​ຊຸມ​ປີ​ຜ່ານ​ມາ ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ ຍັງ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ລົບ​ລ້າງ​ຄວາ​ມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສ້າງ​ຊີ​ວິດ​ການ​ເປັນ​ຢູ່, ດູ​ແລ, ຊ່ວຍ​ໃຫ້​ບັນ​ດາ​ນ້ອງ​ນ້ອຍ ຢູ່​ເຂດ​ຊາຍ​ແດນ, ລວມ​ມີ​ເດັກ​ນ້ອຍຫວຽດ​ນາມ, ລາວ ກຳ​ປູ​ເຈຍ​ໄ ດ້ມີ​ເງື່ອນ​ໄຂ​ລະຫຼິ້ນ, ຮ່ຳ​ຮຽນ, ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ໃຫ້​ແກ່​ພວກ​ນ້ອງ.

ສະ​ມາ​ຄົມ ຫວຽດ​ນາມ - ກາ​ນາ​ດາ ອຸ​ປະ​ຖ​ຳ​ເງິນ​ເປັນ​ຈຳ​ນວນ 1 ຕື້​ດົ່ງ​​ຈາ​ການ​ແຂ່ງ​ຂັນ​ແລ່ນ​ເພື່ອ​ເດັກ​ນ້ອຍ​ຮ່າ​ໂນ້ຍ ສະ​ມາ​ຄົມ ຫວຽດ​ນາມ - ກາ​ນາ​ດາ ອຸ​ປະ​ຖ​ຳ​ເງິນ​ເປັນ​ຈຳ​ນວນ 1 ຕື້​ດົ່ງ​​ຈາ​ການ​ແຂ່ງ​ຂັນ​ແລ່ນ​ເພື່ອ​ເດັກ​ນ້ອຍ​ຮ່າ​ໂນ້ຍ

ຍ​ສ​ໝ - ຈຳ​ນວນ​ເງິນ​ດັ່ງ​ກ່າວ​ເພື່ອນ​ແນ​ໃສ່​ໜູນ​ຊ່ວຍ​ການ​ປິ່ນ​ປົວ​ໃຫ້​ແກ່​ເດັກ​ນ້ອຍ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາມ ເຊິ່ງ​ຕິດ​ໂລກ​ມະ​ເຮັງ ແລະ ໂລກ​ຫົວ​ໃຈ​ຢູ່​ໂຮງ​ໝໍ​ເດັກ​ນ້ອຍ​ສູນ​ກາງ, ໂຮງ​ໝໍ​ຫົວ​ໃຈ​ຮ່າ​ໂນ້ຍ ແລະ ລາຍ​ການ​ຫົວ​ໃຈ​ຫວຽດ​ນາມ ຂຶ້ນ​ກັ​ບ​ກອງ​ທຶນ VinaCapital.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.