ເບິ່ງແຍງແລະມອບຂອງຂວັນໃຫ້ແກ່ເດັກນ້ອຍໃນເຂດແຍກຕົວ Covid-19 ໃນວັນເດັກນ້ອຍສາກົນ

ເບິ່ງແຍງແລະມອບຂອງຂວັນໃຫ້ແກ່ເດັກນ້ອຍໃນເຂດແຍກຕົວ Covid-19 ໃນວັນເດັກນ້ອຍສາກົນ

ຍສໝ - ເນື່ອງຈາກການລະບາດຂອງ COVID-19, ເດັກນ້ອຍທີ່ເປັນກໍລະນີ F1 ຫຼາຍຮ້ອຍຄົນຕ້ອງເຂົ້າໄປຢູ່ເຂດແຍກຕົວລວມໝູ່ ແລະ ເດັກນ້ອຍຫຼາຍພັນຄົນຢູ່ໃນເຂດຫ້າມເຂົ້າອອກ. ເພື່ອໃຫ້ເດັກນ້ອຍໄດ້ມີຄວາມສຸກໃນວັນເດັກນ້ອຍສາກົນ, ຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນຂອງບັນດາແຂວງໃນທົ່ວປະເທດໄດ້ມີກິດຈະກຳແທດຈິງຫຼາຍຢ່າງເພື່ອໃຫ້ກໍາລັງໃຈເດັກນ້ອຍໃຫ້ມີຄວາມອຸ່ນອ່ຽນໃຈເພື່ອປະຕິບັດການແຍກຕົວ,ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ເອົາຊະນະໂລກລະບາດ ໂຄວິດ-19, ໄດ້ກັບເມືອຫາຄອບຄົວໂດຍໄວ.

ມີຫຼາຍກິດຈະກຳເພື່ອເບິ່ງແຍງ ແລະ ມອບຂອງຂວັນໃຫ້ເດັກພິການຫວຽດນາມໃນວັນເດັກນ້ອຍສາກົນ

ມີຫຼາຍກິດຈະກຳເພື່ອເບິ່ງແຍງ ແລະ ມອບຂອງຂວັນໃຫ້ເດັກພິການຫວຽດນາມໃນວັນເດັກນ້ອຍສາກົນ

ຍສໝ - ໃນຂອບເຂດທົ່ວປະເທດ, ກິດຈະກຳເບິ່ງແຍງດູແລ ແລະ ລາຍການລະຫຼິ້ນບັນເທິງທີ່ມີຄວາມໝາຍຫຼາຍຢ່າງໄດ້ມີການຂຶ້ນແຜນຢ່າງລະອຽດໂດຍບັນດາອົງການທີ່ກ່ຽວຂ້ອງເພື່ອຮັບປະກັນຄວາມປອດໄພ, ປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19 ໃຫ້ເດັກພິການໃນວັນເດັກນ້ອຍສາກົນ (1/6).

ສະຫຼອງວັນເດັກນ້ອຍສາກົນ ດ້ວຍຫຼາຍກິດຈະກຳ

ສະຫຼອງວັນເດັກນ້ອຍສາກົນ ດ້ວຍຫຼາຍກິດຈະກຳ

ຫໍ­ສະ­ໝຸດນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ (1 ມິ­ຖຸ­ນາ) ຂຶ້ນ​ວັນ​ທີ 29 ພຶດ­ສະ­ພາ 2019 ຢູ່​ຫໍ­ສະ­ໝຸດ​ດັ່ງ­ກ່າວ ໂດຍ​ມີ​ທ່ານ ຄຳ​ປະ­ດິດ ເຂັມ​ມາ­ນິດ ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນວ ທ່ານ ແກ້ວ​ວິ­ໄລ​ສັກ ແສນ​ສັກ­ດາ ຜູ້­ອຳ­ນວຍ­ການ​ຫໍ­ສະ­ໝຸດ ນວ ພ້ອມ​ດ້ວຍ​ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ຂະ­ແໜງ ກອງ​ວິ­ຊາ​ການ ຜູ້​ປົກ­ຄອງ ແລະ ນັກ­ຮຽນ​ເຂົ້າ​ຮ່ວມ.

ເຊີນຊວນນັກຮຽນກວດສຸຂະພາບໂດຍບໍ່ເສຍຄ່າ

ເຊີນຊວນນັກຮຽນກວດສຸຂະພາບໂດຍບໍ່ເສຍຄ່າ

ໃນໂອກາດວັນເດັກນ້ອຍສາກົນ 1 ມິຖຸນາ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດລາວ ປີ 2019 ຫຼາຍພາກສ່ວນໃນສັງຄົມທັງພາກລັດ ແລະ ເອກະຊົນ ໄດ້ຮ່ວມກັນຈັດກິດຈະກຳເພື່ອສະເຫຼີມ-ສະຫຼອງວັນດັ່ງກ່າວ ໃຫ້ເປັນຂະບວນຟົດຟື້ນຄືກັບທຸກປີຜ່ານມາ ສະເພາະລາວອິນເຕີຄລີນິກ ເປັນຫົວ¬ໜ່ວຍທຸລະກິດໜຶ່ງທີ່ດຳເນີນທຸລະກິດກວດ ແລະ ປິ່ນປົວສຸຂະພາບໃຫ້ຄົນເຈັບ ກໍໄດ້ມີສ່ວນຮ່ວມປະກອບສ່ວນວັນດັ່ງກ່າວ ດ້ວຍການຈັດໃຫ້ມີກິດຈະກຳກວດສຸຂະພາບທົ່ວໄປໂດຍບໍ່ເສຍຄ່າໃຫ້ນັກຮຽນ ເພື່ອເປັນການສົ່ງເສີມສຸຂະພາບບຸຄະລາກອນຂອງຊາດ.

ສະເຫລີມສະຫລອງ ວັນເດັກນ້ອຍສາກົນ

ສະເຫລີມສະຫລອງ ວັນເດັກນ້ອຍສາກົນ

ຄະນະກຳມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໂດຍໄດ້ຮັບ ການສະໜັບສະໜູນ ຈາກອົງການຢູນິເຊັບປະຈຳລາວ ໄດ້ຈັດພິທີສະເຫລີມສະຫລອງ ວັນເດັກສາກົນ 1 ມິຖຸນາ 2018.

ເຫດການ