ຈຳກັດຄວາມສ່ຽງໂລກລະບາດໂຄວິດ - 19 ແຜ່ລະບາດເຂົ້າສູ່ ຫວຽດນາມ ໃຫ້ຢູ່ລະດັບຕ່ຳສຸດ

19:39 | 15/04/2021

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຖືວ່າ: ຈຸດເວລານີ້ ຄວນປຸກລະດົມແຫຼ່ງກຳລັງຮັບມືຢ່າງສູງສຸດ ແລະ ເດັດດ່ຽວແກ້ໄຂບັນດາກໍລະນີເຂົ້າເມືອງຢ່າງຜິດກົດໝາຍໃຫ້ເຂັ້ມງວດ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ
ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ
undefined
ພາບປະກອບ

ຕາມກະຊວງສາທາລະນະສຸກຫວຽດນາມ ແລ້ວ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 4 ຄົນ ເຊິ່ງລ້ວນແຕ່ແມ່ນຄົນເຂົ້າເມືອງຢູ່ແຄງຮວ່າ ແລະກຽນຢາງ, ສະນັ້ນຈຳນວນຜູ້ຕິດເຊື້ອຢູ່ຫວຽດນາມ ສະສົມ 2.727 ຄົນ, ໃນນັ້ນມີ 2.445 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະມີ 35 ຄົນເສຍຊີວິດ.

ທີ່ກອງປະຊຸມຄະນະປະຈຳ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 14 ເມສາ 2021 ຢູ່ ຮ່າໂນ້ຍ ສສ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຖືວ່າ: ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດໃນພາກພື້ນ, ສົ່ງຜົນກະທົບໂດຍກົງເຖິງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ ຫວຽດນາມ. ຈຸດເວລານີ້ ຄວນປຸກລະດົມແຫຼ່ງກຳລັງຮັບມືຢ່າງສູງສຸດ ແລະ ເດັດດ່ຽວແກ້ໄຂບັນດາກໍລະນີເຂົ້າເມືອງຢ່າງຜິດກົດໝາຍໃຫ້ເຂັ້ມງວດ.

ຄະນະປະຈຳຄະນະຊີ້ນຳແຫ່ງຊາດ ກໍຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຫວຽດນາມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ສ້າງເງື່ອນໄຂສະດວກກວ່າອີກໃຫ້ແກ່ການທົດລອງວັກຊິນກັນພະຍາດໂຄວິດ - 19 ພາຍໃນປະເທດ. ກະກຽມວິທີການຜະລິດ ພາຍຫຼັງທົດລອງສຳເລັດໃນທັນທີ. ກະຊວງສາທາລະນະສຸກ ຫວຽດນາມ ສືບຕໍ່ເຈລະຈາເພື່ອມີແຫຼ່ງວັກຊິນຈາກຕ່າງປະເທດ ແຕ່ການນຳເຂົ້າຕ້ອງຮັບປະກັນຖືກຕ້ອງຕາມຂັ້ນຕອນ ແລະ ປະຕິບັດບັນດາລະບຽບການທີ່ໄດ້ກຳນົດຢ່າງຖືກຕ້ອງຕາມກົດໝາຍ.

ໃນເຫດການທີ່ກ່ຽວຂ້ອງ, ທ່ານ Axel van Trotsenburg ຜູ້ອໍານວຍການບໍລິຫານການເຄື່ອນໄຫວຂອງທະນາຄານໂລກ (WB) ໃຫ້ຮູ້ວ່າ, WB ໃຫ້ຄໍາໝັ້ນສັນຍາຈະອຸປະຖໍາເງິນ 2 ຕື້ໂດລາສະຫະລັດ ເພື່ອສະໜອງວັກຊິນກັນໂຄວິດ-19 ໃຫ້ 40 ປະເທດກໍາລັງພັດທະນາ ໃນທ້າຍເດືອນນີ້.

ຈໍານວນເງິນ 2 ຕື້ໂດລາສະຫະລັດແມ່ນສ່ວນໜຶ່ງໃນກອງທຶນ 12 ຕື້ໂດລາສະຫະລັດ ເຊິ່ງ WB ສະຫງວນໄວ້ ເພື່ອໜູນຊ່ວຍການພັດທະນາ, ແຈກຢາຍ ແລະຜະລິດວັກຊິນຢູ່ບັນດາປະເທດ ທີ່ມີລາຍຮັບຕໍ່າ ແລະປານກາງ. ໃນຂະນະນັ້ນ, ທ່ານ David Malpass ປະທານ WB ຢັ້ງຢືນວ່າ ທະນາຄານນີ້ ຄາດວ່າຈະເປີດກວ້າງຄໍາໝັ້ນສັນຍາຂຶ້ນເຖິງ 4 ຕື້ໂດລາສະຫະລັດ ເພື່ອສະໜອງວັກຊິນໃຫ້ແກ່ 50 ປະເທດ ໃນກາງປີນີ້.

ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ

ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ຫວຽດນາມ ສະໜັບສະໜູນຍຸດທະສາດໜູນຊ່ວຍພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ ຫວຽດນາມ ສະໜັບສະໜູນຍຸດທະສາດໜູນຊ່ວຍພາກພື້ນທີ່ມີບັນດາໜອງໃຫຍ່ອາຟຼິກກາ

ຍສໝ - ໃນໄລຍະກອງປະຊຸມຖ່າຍທອດສົດຂອງສະພາຄວາມໝັ້ນຄົງ ກ່ຽວກັບເຂດພາກພື້ນທີ່ມີບັນດາໜອງໃຫຍ່ ໃນອາຟຣິກກາ, ຫວຽດນາມ ໄດ້ຢືນຢັນການສະໜັບສະໜູນຍຸດທະສາດຂອງສະຫະປະຊາຊາດ ໃນການໜູນຊ່ວຍຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຂອງພາກພື້ນນີ້.

ການນໍາບັນດາປະເທດ ສືບຕໍ່ສົ່ງສານມາສະແດງຄວາມຊົມເຊີຍ ເຖິງການນໍາຫວຽດນາມ ການນໍາບັນດາປະເທດ ສືບຕໍ່ສົ່ງສານມາສະແດງຄວາມຊົມເຊີຍ ເຖິງການນໍາຫວຽດນາມ

ຍສໝ - ເນື່ອງໃນໂອກາດສະພາແຫ່ງຊາດຫວຽດນາມ ເລືອກຕັ້ງຕໍາແໜ່ງການນໍາລັດ ແລະສະພາແຫ່ງຊາດ ທ່ານ Sheikh Khalid Bin Khalifa Bin Abdulaziz Al-Thani ນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງພາຍໃນແຫ່ງລັດ ກາຕາ; ທ່ານ Andrej Babis ນາຍົກລັດຖະມົນຕີ ເຊັກໂກ; ທ່ານ Ibrahim Mohamed Solih ປະທານາທິບໍດີ ...

ໄຊພອນ

ເຫດການ
302 Found

Found

The document has moved here.