![]() |
| ວັນທີ 2 ຕຸລາ, ໃນຂອບເຂດ ງານມະໂຫລານວັດທະນະທຳໂລກ ຄັ້ງທີສອງ ຢູ່ ຮ່າໂນ້ຍ, ບັນດາຜູ້ຕາງໜ້າສາກົນ ໄດ້ມາຢ້ຽມຊົມ, ແລກປ່ຽນ ຢູ່ທີ່ ໝູ່ບ້ານວັດທະນະທຳ - ທ່ອງທ່ຽວ ບັນດາຊົນເຜົ່າ ຫວຽດນາມ.ຄະນະ ໄດ້ສຳຜັດໂດຍກົງກັບ ຄວາມຫຼາກຫຼາຍທາງດ້ານເອກະລັກ ຂອງ 54 ຊົນເຜົ່າ ຜ່ານພື້ນທີ່ດົນຕີຄ້ອງ, ບົດຟ້ອນຂອງຊາວ ເໝືອງ, ເຕີຍງວຽນ , ອາຊີບຕ່ຳແຜ່ນ ແດ່ງ ແລະ ອາຫານການກິນດັ້ງເດີມ ຂອງຊາວ ຕາໂອຍ . ບັນດາຜູ້ຕາງໜ້າ ທີ່ມາຈາກ ເມັກຊິໂກ ແລະ ປາກິດສະຖານ ລ້ວນແຕ່ສະແດງຄວາມປະທັບໃຈຢ່າງເລິກເຊິ່ງ ຕໍ່ກັບທັດສະນີຍະພາບອັນສົດງາມ, ອາຫານການກິນທີ່ດຶງດູດໃຈ ແລະ ຄວາມມີນ້ຳໃຈຕ້ອນຮັບແຂກ ຂອງປະຊາຊົນ, ພ້ອມດຽວກັນນັ້ນ ກໍ່ສຳຜັດໄດ້ເຖິງຄວາມໃກ້ຊິດ, ຄວາມຄ້າຍຄືກັນ ລະຫວ່າງ ບັນດາພື້ນຖານວັດທະນະທຳ.ເຫດການ ໄດ້ປະກອບສ່ວນກະຈາຍ ພາບພົດ ຫວຽດນາມ ທີ່ອຸດົມສົມບູນໄປດ້ວຍມູນເຊື້ອ, ເປັນມິດ, ພ້ອມກັນນັ້ນ ກໍ່ຢືນຢັນວ່າ ຮ່າໂນ້ຍ ແມ່ນຈຸດໝາຍປາຍທາງທີ່ອຸດົມຄະຕິ ສຳລັບການເຊື່ອມໂຍງ ແລະ ການແລກປ່ຽນວັດທະນະທຳທົ່ວໂລກ. |
ຍສໝ - ນັກຖ່າຍພາບ ຂອງວາລະສານ Life ໄດ້ເກັບພາບຊ່ວງເວລາທີ່ມີຄວາມໝາຍດ້ານປະຫວັດສາດ ຂອງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ 64ປີກ່ອນ. |
ຍສໝ - ຕອນບ່າຍວັນທີ 22 ຕຸລາ ຢູ່ ສຳນັກງານ ກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ເລຮວ່າຍ ຈຸງ ໄດ້ຕ້ອນຮັບ ທ່ານ Michael Croft, ຕ່າງໜ້າ ຫວົໜ້າຫ້ອງການ UNESCO ປະຈຳຫວຽດນາມ, ຊົມເຊີຍແນວຄິດຂອງ UNESCO ຈະນຳ ຮ່າໂນ້ຍ ເຂົ້າຮ່ວມໃນເຄືອຂ່າຍ “ນະຄອນແຫ່ງແນວຄວາມຄິດປະດິດສ້າງ”. |
ແທັງຮັ່ງ
