ຫວຽດນາມ - ໄທ ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດ ແລະ ຕ່ອງໂສ້ສະໜອງ

16:15 | 13/10/2026

ຍສໝ - ວັນທີ 11 ພະຈິກ, ຢູ່ບາງກອກ, ສະຖານທູດຫວຽດນາມປະຈຳໄທ ໄດ້ຈັດກອງສຳມະນາ “ເຊື່ອມໂຍງຫວຽດນາມ - ໄທ 2026: 50 ປີ ແຫ່ງການຮ່ວມເດີນທາງ - ຮ່ວມກັນສ້າງສາບົດໃໝ່”, ໂດຍສຸມໃສ່ແລກປ່ຽນບັນດາວິທີແກ້ໄຂເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການເຊື່ອມໂຍງຕ່ອງໂສ້ສະໜອງ ແລະ ການພັດທະນາແບບຍືນຍົງລະຫວ່າງສອງປະເທດ.

ຫວຽດນາມ - ໄທ ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຈາກພື້ນຖານຄວາມຜູກພັນລະຫວ່າງປະຊາຊົນ ຫວຽດນາມ - ໄທ ຂະຫຍາຍການຮ່ວມມືດ້ານການສຶກສາ, ການຄ້າ ແລະ ການແລກປ່ຽນປະຊາຊົນ

ກອງສຳມະນາມີທ່ານ Vijavat Isarabhakdi, ຮອງລັດຖະມົນຕີກະຊວງການຕ່າງປະເທດໄທ, ຜູ້ຕາງໜ້າກົມອາຊີຕາເວັນອອກ ແລະ ກົມບັນຫາເສດຖະກິດສາກົນ; ທ່ານນາງ Jariya Chirathivat, ປະທານສະພາທຸລະກິດໄທ - ຫວຽດນາມ (TVBC); ທ່ານ ໂຮ່ ວັນ ເລິມ, ປະທານສະມາຄົມຊາວຫວຽດນາມທົ່ວໄທ ແລະ ປະທານສະມາຄົມນັກທຸລະກິດໄທ - ຫວຽດນາມທົ່ວໄທ; ພ້ອມດ້ວຍການນຳສະມາຄົມມິດຕະພາບໄທ - ຫວຽດນາມ, ສະຫະພັນອຸດສາຫະກຳໄທ (FTI), ສະພາການຄ້າໄທ, ຜູ້ຕາງໜ້າບັນດາກຸ່ມບໍລິສັດ, ວິສາຫະກິດສອງປະເທດ ແລະ ມະຫາວິທະຍາໄລ Thammasat ເຂົ້າຮ່ວມ.

ກອງສຳມະນາດັ່ງກ່າວຖືກຈັດຂຶ້ນໃນຂອບເຂດຊຸດກິດຈະກຳສະຫຼອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ໄທ (6 ສິງຫາ 1976 - 6 ສິງຫາ 2026), ໂດຍເປັນເວທີໃຫ້ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບແນວໂນ້ມເສດຖະກິດ, ຊອກຫາໂອກາດຮ່ວມມືທາງທຸລະກິດ, ພ້ອມທັງພົບປະ, ແບ່ງປັນປະສົບການ ແລະ ທິດທາງການພັດທະນາສາຍພົວພັນສອງຝ່າຍ.

ຫວຽດນາມ - ໄທ ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດ ແລະ ຕ່ອງໂສ້ສະໜອງ
ທ່ານ ຟ້າມ ຫວຽດ ຮຸ່ງ, ເອກອັກຄະລັດຖະທູດຫວຽດນາມປະຈຳໄທ ກ່າວຄຳເຫັນໃນກອງສຳມະນາ.

ສົ່ງເສີມທ່າແຮງການຮ່ວມມືລະຫວ່າງສອງເສດຖະກິດ

ກ່າວເປີດກອງສຳມະນາ, ທ່ານ ຟ້າມ ຫວຽດ ຮຸ່ງ, ເອກອັກຄະລັດຖະທູດຫວຽດນາມປະຈຳໄທ ໄດ້ທົບທວນຄືນໄລຍະທາງ 50 ປີ ແຫ່ງການພັດທະນາສາຍພົວພັນສອງປະເທດ, ຈາກພື້ນຖານມິດຕະພາບ ແລະ ຄວາມໄວ້ວາງໃຈທາງການເມືອງ ໄປສູ່ການຮ່ວມມືທີ່ນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງໃນຫຼາຍຂົງເຂດ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ການທີ່ຫວຽດນາມ ແລະ ໄທ ໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນເດືອນພຶດສະພາ 2025 ໄດ້ສ້າງຂອບການຮ່ວມມື ແລະ ແຮງຂັບເຄື່ອນໃໝ່ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃຫ້ມີຄວາມເປັນຮູບປະທຳ ແລະ ປະສິດທິຜົນຍິ່ງຂຶ້ນ.

ທ່ານ ຟ້າມ ຫວຽດ ຮຸ່ງ ຢືນຢັນວ່າ ເສດຖະກິດ, ການຄ້າ ແລະ ການລົງທຶນ ຍັງຄົງມີບົດບາດເປັນເສົາຄ້ຳຫຼັກໃນສາຍພົວພັນສອງປະເທດ. ຜ່ານກິດຈະກຳການລົງທຶນ, ການຜະລິດ, ການດຳເນີນທຸລະກິດ, ການຖ່າຍທອດເຕັກໂນໂລຊີ ແລະ ການເຊື່ອມໂຍງຕະຫຼາດ, ປະຊາຄົມວິສາຫະກິດຫວຽດນາມ ແລະ ໄທ ພວມປະກອບສ່ວນໂດຍກົງເຂົ້າໃນຂະບວນການພັດທະນາການຮ່ວມມືສອງຝ່າຍ.

ທ່ານເນັ້ນໜັກວ່າ ປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ ບໍ່ພຽງແຕ່ສະແດງອອກຜ່ານອັດຕາການເຕີບໂຕ ຫຼື ຂະໜາດຂອງທຶນລົງທຶນເທົ່ານັ້ນ, ແຕ່ຍັງຢູ່ທີ່ການສ້າງສາຍພົວພັນເຊື່ອມໂຍງໄລຍະຍາວລະຫວ່າງວິສາຫະກິດ, ບັນດາຂະແໜງການຜະລິດ ແລະ ຕ່ອງໂສ້ສະໜອງ. ຄວາມເຊື່ອມໂຍງນີ້ຊ່ວຍໃຫ້ສອງເສດຖະກິດສາມາດປະສານງານຮັບມື ແລະ ຍົກສູງຄວາມສາມາດໃນການຕ້ານທານຕໍ່ຄວາມຜັນຜວນ ແລະ ຜົນກະທົບທາງລົບຈາກສະພາບການໂລກ.

ຊຸກຍູ້ການຮ່ວມມືຜ່ານຍຸດທະສາດ “ສາມການເຊື່ອມໂຍງ”

ກ່າວຄຳເຫັນໃນກອງສຳມະນາ, ທ່ານ Vijavat Isarabhakdi, ຮອງລັດຖະມົນຕີກະຊວງການຕ່າງປະເທດໄທ ໄດ້ຮັບຮູ້ບັນດາບາດກ້າວກ້າວໜ້າໃນສາຍພົວພັນຫວຽດນາມ - ໄທ, ພ້ອມທັງສະເໜີໃຫ້ສອງຝ່າຍຫັນຂອບການຮ່ວມມືຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ເປັນຮູບປະທຳ ຜ່ານບັນດາຂໍ້ລິເລີ່ມຮ່ວມມືທີ່ນຳມາເຊິ່ງຜົນສຳເລັດອັນແທ້ຈິງ.

ຕາມທ່ານແລ້ວ, ຍຸດທະສາດ “ສາມການເຊື່ອມໂຍງ” (Three Connects) ເປັນທິດທາງສຳຄັນເພື່ອຂຸດຄົ້ນຈຸດແຂງທີ່ສາມາດສົ່ງເສີມເຊິ່ງກັນ ແລະ ກັນຂອງສອງເສດຖະກິດໃຫ້ດີຍິ່ງຂຶ້ນ.

ເສົາຄ້ຳຫຼັກທີໜຶ່ງ ແມ່ນການເຊື່ອມໂຍງຕ່ອງໂສ້ສະໜອງ, ໂດຍສຸມໃສ່ການພັດທະນາໂຄງລ່າງພື້ນຖານການຄົມມະນາຄົມ, ລະບົບໂລຈິສຕິກ, ບັນດາເສັ້ນທາງຂົນສົ່ງຂ້າມຊາຍແດນຜ່ານລາວ ແລະ ເຄືອຂ່າຍການບິນ. ສອງປະເທດຍັງສາມາດເພີ່ມທະວີການຮ່ວມມືໃນບັນດາຂະແໜງທີ່ມີມູນຄ່າເພີ່ມສູງ ເຊັ່ນ ການບຳລຸງຮັກສາ, ສ້ອມແປງ ແລະ ປັບປຸງໃຫຍ່ເຮືອບິນ (MRO), ເຕັກໂນໂລຊີສາລະສົນເທດ, ປັນຍາປະດິດ (AI) ແລະ ອຸດສາຫະກຳເຄິ່ງຊັກນຳໄຟຟ້າ.

ເສົາຄ້ຳຫຼັກທີສອງ ແມ່ນການເຊື່ອມໂຍງເສດຖະກິດທ້ອງຖິ່ນ, ສົ່ງເສີມຈຸດແຂງຂອງແຕ່ລະທ້ອງຖິ່ນ ແລະ ເປີດກວ້າງສາຍພົວພັນລະຫວ່າງວິສາຫະກິດ ແລະ ປະຊາຊົນສອງປະເທດ. ປັດຈຸບັນ, ຫວຽດນາມ ແລະ ໄທ ມີຂໍ້ຕົກລົງສ້າງສາຍພົວພັນເມືອງແຮກສ່ຽວ ແລະ ບົດບັນທຶກຄວາມເຂົ້າໃຈລະຫວ່າງທ້ອງຖິ່ນ 20 ສະບັບ.

ການເຊື່ອມໂຍງທາງອາກາດຍັງຄົງໄດ້ຮັບການຮັກສາ ໂດຍມີຖ້ຽວບິນກົງປະມານ 250 ຖ້ຽວຕໍ່ອາທິດ. ສິ່ງທີ່ໜ້າສົນໃຈແມ່ນ ສາຍການບິນ Thai Airways ຄາດວ່າຈະເປີດເສັ້ນທາງບິນ ບາງກອກ - ດ່ານັງ ແຕ່ວັນທີ 1 ທັນວາ 2026, ດ້ວຍຄວາມຖີ່ 2 ຖ້ຽວຕໍ່ມື້, ປະກອບສ່ວນສ້າງຄວາມສະດວກໃຫ້ແກ່ກິດຈະກຳການຄ້າ, ການທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນ.

ເສົາຄ້ຳຫຼັກທີສາມ ແມ່ນການເຊື່ອມໂຍງບັນດາຍຸດທະສາດການພັດທະນາແບບຍືນຍົງ, ໃນນັ້ນໃຫ້ບຸລິມະສິດແກ່ພະລັງງານໝູນວຽນ, ເສດຖະກິດດິຈິຕອນ ແລະ ການບໍລິການທາງການເງິນຂ້າມຊາຍແດນ.

ຕາມທ່ານ Vijavat Isarabhakdi ແລ້ວ, ປັດຈຸບັນນັກລົງທຶນໄທພວມເຂົ້າຮ່ວມໃນ 37 ໂຄງການໄຟຟ້າພະລັງງານແສງຕາເວັນ ແລະ ພະລັງງານລົມຢູ່ຫວຽດນາມ, ດ້ວຍກຳລັງຜະລິດລວມເກືອບ 2.600 MW ແລະ ມູນຄ່າການລົງທຶນລວມຄາດຄະເນ 2,64 ຕື້ USD.

ໃນຂົງເຂດການເງິນ, ລະບົບຊຳລະເງິນຜ່ານລະຫັດ QR ທີ່ເຊື່ອມໂຍງສອງປະເທດ ເຊິ່ງໄດ້ເລີ່ມດຳເນີນນັບແຕ່ປີ 2021 ພວມຊ່ວຍໃຫ້ປະຊາຊົນ, ນັກທ່ອງທ່ຽວ ແລະ ວິສາຫະກິດ ສາມາດດຳເນີນທຸລະກຳຂ້າມຊາຍແດນໄດ້ສະດວກຍິ່ງຂຶ້ນ.

ບັນດາກິດຈະກຳຂ້າງເທິງສະທ້ອນໃຫ້ເຫັນແນວໂນ້ມການເປີດກວ້າງການຮ່ວມມືຫວຽດນາມ - ໄທ ຈາກການຄ້າ ແລະ ການລົງທຶນແບບດັ້ງເດີມ ໄປສູ່ຂົງເຂດເຕັກໂນໂລຊີ, ການເຊື່ອມໂຍງການຜະລິດ ແລະ ການພັດທະນາແບບຍືນຍົງ, ປະກອບສ່ວນຍົກສູງຄວາມສາມາດໃນການແຂ່ງຂັນ ແລະ ການປັບຕົວຂອງສອງເສດຖະກິດ.

ຫວຽດນາມ - ໄທ ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດ ແລະ ຕ່ອງໂສ້ສະໜອງ
ທ່ານ ຟ້າມ ຫວຽດ ຮຸ່ງ, ເອກອັກຄະລັດຖະທູດຫວຽດນາມປະຈຳໄທ ຖ່າຍຮູບທີ່ລະນຶກຮ່ວມກັບບັນດາຜູ້ແທນ.

ເປີດກວ້າງການຮ່ວມມືດ້ານເຕັກໂນໂລຊີ, ການຜະລິດ ແລະ ການລົງທຶນ

ໃນກອງສຳມະນາ, ຜູ້ຕາງໜ້າ TVBC, ມະຫາວິທະຍາໄລ Thammasat ແລະ ບັນດາວິສາຫະກິດສອງປະເທດ ໄດ້ແລກປ່ຽນກ່ຽວກັບແນວໂນ້ມການພັດທະນາເສດຖະກິດພາກພື້ນ, ບັນດາການປ່ຽນແປງໃນຕ່ອງໂສ້ສະໜອງ ແລະ ຄວາມສາມາດໃນການເປີດກວ້າງການຮ່ວມມືໃນບັນດາຂະແໜງທີ່ມີທ່າແຮງ.

ຜູ້ຕາງໜ້າ TVBC ເຫັນວ່າ ໃນສະພາບການທີ່ການແຂ່ງຂັນເພື່ອດຶງດູດການລົງທຶນ ແລະ ສ້າງວຽກເຮັດງານທຳນັບມື້ນັບເພີ່ມຂຶ້ນ, ວິສາຫະກິດສອງປະເທດສາມາດຍູ້ແຮງການຮ່ວມມືສ້າງເຄືອຂ່າຍຜູ້ສະໜອງ, ນຳໃຊ້ AI ໃນອຸດສາຫະກຳ, ພັດທະນາການຄ້າດິຈິຕອນ ແລະ ການຄ້າສີຂຽວ.

ບັນດາຂົງເຂດອຸດສາຫະກຳລົດຍົນ, ພະລັງງານ, ກະສິກຳ - ອາຫານ, ການຜະລິດ ແລະ ເຕັກໂນໂລຊີ ໄດ້ຮັບການຕີລາຄາວ່າ ມີຈຸດແຂງທີ່ສາມາດສົ່ງເສີມເຊິ່ງກັນ ແລະ ກັນຫຼາຍດ້ານ, ສ້າງເງື່ອນໄຂໃຫ້ຫວຽດນາມ ແລະ ໄທ ເຂົ້າຮ່ວມໃນຕ່ອງໂສ້ມູນຄ່າພາກພື້ນຢ່າງເລິກເຊິ່ງຍິ່ງຂຶ້ນ.

ໃນມຸມມອງດ້ານການຄົ້ນຄວ້າ, ຜູ້ຕາງໜ້າມະຫາວິທະຍາໄລ Thammasat ເຫັນວ່າ ສອງປະເທດຕ້ອງຫັນຈາກແນວຄິດການແຂ່ງຂັນໃນການດຶງດູດຕະຫຼາດ, ການລົງທຶນ ແລະ ວຽກເຮັດງານທຳ ໄປສູ່ການປະສານງານເພື່ອຍົກສູງຄວາມສາມາດໃນການແຂ່ງຂັນຮ່ວມກັນຢູ່ຕະຫຼາດໂລກ.

ໃນສະພາບການທີ່ອາຊຽນດຶງດູດທຶນລົງທຶນໂດຍກົງຈາກຕ່າງປະເທດ (FDI) ປະມານ 244 ຕື້ USD, ກວມເອົາ 15% ຂອງກະແສທຶນລົງທຶນທົ່ວໂລກ, ຫວຽດນາມ ແລະ ໄທ ສາມາດນຳໃຊ້ຈຸດແຂງຂອງກັນ ແລະ ກັນ ເພື່ອຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ພັດທະນາເຄືອຂ່າຍຜູ້ສະໜອງ ແລະ ຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດ.

ຕາມນັ້ນ, ເປົ້າໝາຍການຮ່ວມມື 3 ປະການທີ່ໄດ້ຮັບການກ່າວເຖິງ ປະກອບມີ ການແຂ່ງຂັນເພື່ອຍົກສູງປະສິດທິຜົນ, ການປະສານງານເພື່ອນຳໃຊ້ຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດ ແລະ ການຮ່ວມກັນພັດທະນາຄວາມສາມາດໃໝ່.

ຈາກປະສົບການຕົວຈິງຂອງວິສາຫະກິດ, ທ່ານ ຫງວຽນ ວັນ ເຟືອກ ລິງ, ຜູ້ອຳນວຍການໃຫຍ່ FPT ປະຈຳໄທ ແລະ ໄຕ້ຫວັນ (ຈີນ), ໄດ້ແບ່ງປັນກ່ຽວກັບບົດບາດຂອງ AI ແລະ ການຫັນປ່ຽນດິຈິຕອນ ຕໍ່ຜະລິດຕະພາບ, ປະສິດທິຜົນການດຳເນີນງານ ແລະ ຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດ.

ທ່ານໄດ້ແນະນຳປະສົບການຮ່ວມມືລະຫວ່າງ FPT ແລະ C.P. Group ໃນການນຳໃຊ້ AI ແລະ ອິນເຕີເນັດແຫ່ງສັບພະສິ່ງ (IoT) ເຂົ້າໃນຕ່ອງໂສ້ມູນຄ່າກະສິກຳ - ອາຫານ, ນັບແຕ່ການຜະລິດອາຫານສັດ, ການບໍລິຫານຟາມ ໄປຈົນເຖິງການປຸງແຕ່ງອາຫານ.

ຮູບແບບນີ້ສະແດງໃຫ້ເຫັນຄວາມສາມາດໃນການປະສົມປະສານລະຫວ່າງຄວາມສາມາດດ້ານເຕັກໂນໂລຊີຂອງວິສາຫະກິດຫວຽດນາມ ກັບຈຸດແຂງດ້ານການຜະລິດຂອງວິສາຫະກິດໄທ, ຜ່ານນັ້ນຊ່ວຍປັບປຸງການດຳເນີນງານໃຫ້ມີປະສິດທິຜົນສູງສຸດ, ຫຼຸດຜ່ອນຕົ້ນທຶນ ແລະ ຍົກສູງຄຸນນະພາບຜະລິດຕະພັນ.

ນອກຈາກນັ້ນ, ໃນກອງສຳມະນາ ຜູ້ຕາງໜ້າ Kim Long Motor ຍັງໄດ້ແນະນຳປະສົບການ ແລະ ແຜນການພັດທະນາກິດຈະກຳທຸລະກິດຢູ່ໄທ. ນັບແຕ່ເດືອນພຶດສະພາ 2026, ຜ່ານການຮ່ວມມືກັບບັນດາຄູ່ຮ່ວມມືທ້ອງຖິ່ນ, ວິສາຫະກິດມຸ່ງໄປສູ່ການຫັນຈາກການສົ່ງອອກລົດສຳເລັດຮູບທັງຄັນ ໄປສູ່ການປະກອບລົດຕາມຮູບແບບ CKD (ຊຸດຊິ້ນສ່ວນຄົບຊຸດ), ໂດຍມີເປົ້າໝາຍບັນລຸອັດຕາການນຳໃຊ້ຊິ້ນສ່ວນທີ່ຜະລິດພາຍໃນປະເທດຫຼາຍກວ່າ 50%.

ໃນໄລຍະ 2027-2030, Kim Long Motor ມີທິດທາງພັດທະນາໄທໃຫ້ກາຍເປັນສູນກາງການຜະລິດ ແລະ ສົ່ງອອກທາງຍຸດທະສາດຢູ່ອາຊຽນ. ນີ້ແມ່ນທິດທາງການຮ່ວມມືທີ່ສະແດງໃຫ້ເຫັນຄວາມສາມາດໃນການເປີດກວ້າງສາຍພົວພັນລະຫວ່າງວິສາຫະກິດ ຈາກກິດຈະກຳຊື້ຂາຍສິນຄ້າ ໄປສູ່ການລົງທຶນ, ການຜະລິດ ແລະ ການເຂົ້າຮ່ວມຕ່ອງໂສ້ສະໜອງພາກພື້ນ.

ນອກເໜືອຈາກການແລກປ່ຽນກ່ຽວກັບນະໂຍບາຍ, ຕະຫຼາດ ແລະ ໂອກາດການລົງທຶນແລ້ວ, ກອງສຳມະນາຍັງໄດ້ສ້າງເງື່ອນໄຂໃຫ້ບັນດາຜູ້ແທນໄດ້ແບ່ງປັນປະສົບການ, ເພີ່ມທະວີຄວາມເຂົ້າໃຈ ແລະ ສ້າງສາຍພົວພັນຮ່ວມມືໄລຍະຍາວ. ຜ່ານນັ້ນ, ບັນດາວິສາຫະກິດ, ອົງການຈັດຕັ້ງ ແລະ ບຸກຄົນຂອງສອງປະເທດ ສືບຕໍ່ຮັດແໜ້ນຄວາມໄວ້ວາງໃຈ, ຊຸກຍູ້ບັນດາການເຊື່ອມໂຍງທີ່ເປັນຮູບປະທຳໃນໄລຍະພັດທະນາໃໝ່ຂອງສາຍພົວພັນຫວຽດນາມ - ໄທ.

ປະຊາຄົມຊາວຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ໄທ ປະຊາຄົມຊາວຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ໄທ
ຍສໝ - ນັບແຕ່ການຮັກສາພາສາຫວຽດນາມ, ວັດທະນະທຳຂອງຊາດ ຈົນເຖິງການເຊື່ອມຕໍ່ການແລກປ່ຽນປະຊາຊົນ, ປະຊາຄົມຊາວຫວຽດນາມຢູ່ໄທ ພວມປະກອບສ່ວນຢ່າງແທດຈິງເຂົ້າໃນການທະນຸຖະໜອມສາຍພົວພັນ ຫວຽດນາມ - ໄທ ໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ແລະ ເປັນຮູບປະທຳ.
ອ່າວຢາຍຫວຽດນາມ ເຊື່ອມໂຍງວັດທະນະທຳ ຫວຽດນາມ - ໄທ ອ່າວຢາຍຫວຽດນາມ ເຊື່ອມໂຍງວັດທະນະທຳ ຫວຽດນາມ - ໄທ
ຍສໝ - ຜູ້ເຂົ້າປະກວດຫຼາຍກວ່າ 31 ຄົນ ຈາກຫຼາຍລຸ້ນອາຍຸຂອງຫວຽດນາມ ແລະ ໄທ ໄດ້ຮ່ວມກັນປະກົດໂຕໃນຊຸດອ່າວຢາຍ ແລະ ຜ້າໄໝໄທ ໃນການປະກວດ “ສາວງາມອ່າວຢາຍ ຫວຽດນາມ - ໄທ” ຄັ້ງທີ 1 ຢູ່ອຸດອນທານີ. ບໍ່ພຽງແຕ່ເຊີດຊູຄວາມງາມຂອງຊຸດປະຈຳຊາດເທົ່ານັ້ນ, ເຫດການນີ້ຍັງສ້າງພື້ນທີ່ແຫ່ງການແລກປ່ຽນວັດທະນະທຳ, ເຊື່ອມຈອດປະຊາຄົມ ແລະ ປະຊາຊົນສອງປະເທດໃຫ້ໃກ້ຊິດກັນຍິ່ງຂຶ້ນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ