| ຫວຽດນາມ - ອິດສະຣາແອນ ຊຸກຍູ້ການຮ່ວມມືດ້ານນະວັດຕະກຳ ການເຕີບໂຕແບບໃໝ່ຕ້ອງອີງໃສ່ເຕັກໂນໂລຊີ ແລະ ນະວັດຕະກຳ |
![]() |
| ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຕ້ອນຮັບ ສາດສະດາຈານ ເຈິ່ນແທັງເວິນ, ປະທານສະມາຄົມວິທະຍາສາດ “ພົບປະຫວຽດນາມ”, ຜູ້ອຳນວຍການສູນວິທະຍາສາດ ແລະ ການສຶກສາສາກົນລະຫວ່າງສາຂາ (ICISE). |
ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ພັກ, ລັດ ແລະ ລັດຖະບານ ຍາມໃດກໍໃຫ້ຄວາມສຳຄັນ, ຮັບຟັງບັນດາຄຳເຫັນດ້ວຍຈິດໃຈເປີດກວ້າງ; ສືບຕໍ່ກວດກາ, ດັດແກ້, ເພີ່ມເຕີມ ແລະ ປັບປຸງລະບົບນະໂຍບາຍໃຫ້ສົມບູນ, ພ້ອມທັງສ້າງສະພາບແວດລ້ອມທີ່ສະດວກເພື່ອໃຫ້ບັນດາຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ປະກອບສ່ວນໃຫ້ແກ່ປະເທດ.
ທີ່ການຕ້ອນຮັບ, ສາດສະດາຈານ ເຈິ່ນແທັງເວິນ ສະເໜີໃຫ້ບັນດາອົງການສືບຕໍ່ໃຫ້ການສະໜັບສະໜູນ ເພື່ອໃຫ້ສູນ, ສະຖາບັນ ແລະ ຕົວສາດສະດາຈານເອງ ສາມາດຈັດຕັ້ງບັນດາກິດຈະກຳໃຫ້ມີປະສິດທິຜົນຍິ່ງຂຶ້ນ, ໂດຍສະເພາະການເຊື່ອມຕໍ່ບັນດານັກວິທະຍາສາດສາກົນ, ຈັດບັນດາເຫດການວິທະຍາສາດ ແລະ ສະໜັບສະໜູນຜູ້ມີພອນສະຫວັນດ້ານວິທະຍາສາດຮຸ່ນໜຸ່ມ.
ຕາມສາດສະດາຈານ ເຈິ່ນແທັງເວິນ, ບັນດາອົງການວິທະຍາສາດ ແລະ ເຕັກໂນໂລຊີ ປາດຖະໜາຢາກໄດ້ຮັບການຄຸ້ມຄອງ ແລະ ສະໜັບສະໜູນ ບົນພື້ນຖານການສົ່ງເສີມຈິດໃຈເປັນເຈົ້າການ, ປະດິດສ້າງ, ດຳເນີນກິດຈະກຳຕາມກົດໝາຍ ແລະ ໄດ້ຮັບການຕີລາຄາໂດຍອີງໃສ່ຜົນສຳເລັດທີ່ໄດ້ຮັບ. ຜ່ານນັ້ນ, ບັນດາອົງການຈະມີເງື່ອນໄຂບັນລຸຜົນສຳເລັດທີ່ໃຫຍ່ກວ່າເກົ່າ, ປະກອບສ່ວນຢ່າງແທ້ຈິງເຂົ້າໃນການພັດທະນາປະເທດ.
| ສາດສະດາຈານ Jean ເຈິ່ນແທັງເວິນ (ເກີດປີ 1936) ແມ່ນນັກຟີຊິກທິດສະດີຊາວຝຣັ່ງເຊື້ອສາຍຫວຽດນາມ, ເປັນຜູ້ມີຊື່ສຽງໃນວົງການຟີຊິກສາກົນ. ທ່ານນາງ ສາດສະດາຈານ ເລກິມຫງອກ (ເກີດປີ 1934 ທີ່ ຫວິງລອງ), ພັນລະຍາຂອງທ່ານ, ແມ່ນນັກຊີວະວິທະຍາໂມເລກຸນດ້ານພືດ. ນອກຈາກກິດຈະກຳດ້ານວິທະຍາສາດແລ້ວ, ສາດສະດາຈານທັງສອງທ່ານຍັງທຸ່ມເທໃຫ້ແກ່ວຽກງານການສຶກສາ ແລະ ກິດຈະກຳສັງຄົມ. ໃນປີ 1970, ທ່ານທັງສອງໄດ້ສ້າງຕັ້ງສະມາຄົມ Aide à l'Enfance du Vietnam, ປະກອບສ່ວນກໍ່ສ້າງບ້ານເດັກ SOS ຢູ່ຫວຽດນາມ; ພ້ອມທັງລິເລີ່ມສ້າງຕັ້ງສູນວິທະຍາສາດ ແລະ ການສຶກສາສາກົນລະຫວ່າງສາຂາ ທີ່ ກຸຍເຍີນ ໃນປີ 2008. ແຕ່ປີ 2017-2020, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ການສຶກສາລະຫວ່າງສາຂາ (IFIRSE) ໄດ້ຢູ່ໃນກຸ່ມ 5 ສະຖາບັນຄົ້ນຄວ້າແຖວໜ້າຂອງຫວຽດນາມຕາມ Nature Index ຢ່າງຕໍ່ເນື່ອງ. ເດືອນ 4/2020, ຜົນງານຂອງກຸ່ມ Neutrino ທີ່ IFIRSE ເປັນຜູ້ນຳ ໄດ້ຮັບການລົງພິມໃນວາລະສານ Nature, ເປັນຄັ້ງທຳອິດທີ່ກຸ່ມນັກຄົ້ນຄວ້າພາຍໃນປະເທດໄດ້ກາຍເປັນຜູ້ຂຽນຮ່ວມໃນຜົນງານທີ່ລົງພິມໃນວາລະສານນີ້. ສາດສະດາຈານ ເຈິ່ນແທັງເວິນ ໄດ້ຮັບຫຼຽນໄຊມິດຕະພາບຈາກປະທານປະເທດຫວຽດນາມ ໃນປີ 2015. ໃນປີ 2025, ປະທານາທິບໍດີຝຣັ່ງ ໄດ້ເລື່ອນຂັ້ນຫຼຽນກຽດຕິຍົດຝຣັ່ງ Légion d'honneur ຂຶ້ນເປັນຂັ້ນສັນຍາບັດ (Officier) ໃຫ້ແກ່ສາດສະດາຈານທັງສອງທ່ານ, ເພື່ອຮັບຮູ້ບັນດາການປະກອບສ່ວນດ້ານວິທະຍາສາດ ແລະ ການປູກຝັງສາຍພົວພັນມິດຕະພາບ ຫວຽດນາມ - ຝຣັ່ງ. |
ຍສໝ - ພາຍຫຼັງທີ່ໄດ້ປັບປຸງລະບົບສະຖາບັນ ສໍາລັບວຽກງານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ເປັນປູມພື້ນຖານແລ້ວ, ຈຸດສຸມໃນປັດຈຸບັນແມ່ນການແກ້ໄຂບັນດາຈຸດອຸດຕັນ (ຂໍ້ຄົງຄ້າງ) ພາຍໃນຂະບວນການຈັດຕັ້ງປະຕິບັດ, ເພື່ອນຳເອົາບັນດາກົນໄກ ແລະ ນະໂຍບາຍຕ່າງໆ ເຂົ້າສູ່ຊີວິດການເປັນຢູ່ຕົວຈິງຢ່າງວ່ອງໄວ, ແນໃສ່ສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາ. |
ຍສໝ - ມຸ່ງໜ້າໄປເຖິງ ກອງປະຊຸມການທູດ ຄັ້ງທີ 33 ແລະ ກອງປະຊຸມການຕ່າງປະເທດທົ່ວປະເທດ ຄັ້ງທີ 22 ທີ່ກຳລັງຈະມາເຖິງ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂງເລວັນ ໄດ້ມີບົດຂຽນ ກ່ຽວກັບວຽກງານການຕ່າງປະເທດປະຊາຊົນ: “ນະວັດຕະກຳວຽກງານການຕ່າງປະເທດປະຊາຊົນ, ປະກອບສ່ວນສ້າງສັນພະລັງແຮງລວມ ຂອງພື້ນຖານການທູດ ຫວຽດນາມ”. |
ມິງດຶກ
