ສ້າງຕັ້ງຂຶ້ນໃນວັນທີ 27 ພະຈິກ 1982, ສະມາຄົມສະວິດ - ຫວຽດນາມ (ASV) ໄດ້ສືບທອດຈິດໃຈຂອງຂະບວນການສາມັກຄີກັບຫວຽດນາມໃນຊຸມປີ 1960-1970. ຈາກບັນດາການເດີນຂະບວນປະທ້ວງຄັດຄ້ານສົງຄາມ ແລະ ການຂົນຂວາຍໃຫ້ສະໜັບສະໜູນສິດເອກະລາດ ແລະ ສິດຕັດສິນຊາຕາກຳຕົນເອງຂອງປະຊາຊົນຫວຽດນາມ, ບັນດາເພື່ອນມິດຊາວສະວິດໄດ້ສືບຕໍ່ຢືນຄຽງຂ້າງຫວຽດນາມໃນພາລະກິດຟື້ນຟູ, ພັດທະນາປະເທດ ແລະ ແກ້ໄຂຜົນຮ້າຍຈາກສົງຄາມ.
ທ່ານນາງ Margrit Schlosser, ປະທານຄົນທຳອິດຂອງສະມາຄົມ, ແມ່ນໜຶ່ງໃນບັນດາຜູ້ທີ່ມີຄຸນປະກອບສ່ວນຫຼາຍຕໍ່ວຽກງານມະນຸດສະທຳຢູ່ຫວຽດນາມ. ທ່ານນາງເຄີຍເຮັດວຽກຢູ່ຄະນະກຳມະການກາແດງສາກົນ (ICRC), ອົງການ Caritas ສະວິດ ແລະ ອົງການ Terre des Hommes Lausanne, ໂດຍໄດ້ເດີນທາງມາຫວຽດນາມເປັນຄັ້ງທຳອິດໃນປີ 1981. ຄວາມຫຍຸ້ງຍາກ ແລະ ການສູນເສຍຂອງປະຊາຊົນພາຍຫຼັງສົງຄາມ ໄດ້ກະຕຸ້ນໃຫ້ທ່ານນາງຕັດສິນໃຈຜູກພັນກັບປະເທດນີ້ໃນໄລຍະຍາວ.
ໃນເກືອບ 20 ປີທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາງໄດ້ເຂົ້າຮ່ວມປະສານງານຫຼາຍໂຄງການພັດທະນາຊຸມຊົນ, ການດູແລສຸຂະພາບ, ການຊ່ວຍເຫຼືອເດັກນ້ອຍ, ຄົນທຸກຍາກ ແລະ ບັນດາກຸ່ມຄົນທີ່ມີຄວາມສ່ຽງສູງ. ຫຼັງຈາກອອກບຳນານ ແລະ ກັບຄືນສະວິດໃນປີ 2011, ທ່ານນາງຍັງສືບຕໍ່ຂົນຂວາຍແຫຼ່ງທຶນເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍຈາກສານພິດສີສົ້ມ/ໄດອອກຊິນ, ປະສານສົມທົບກັບສະມາຄົມຜູ້ເຄາະຮ້າຍຈາກສານພິດສີສົ້ມ/ໄດອອກຊິນຫວຽດນາມ (VAVA) ດຳເນີນບັນດາໂຄງການມະນຸດສະທຳ.
![]() |
| ທ່ານນາງ ຫງວຽນ ທິ ບິ່ງ, ອະດີດຮອງປະທານປະເທດຫວຽດນາມ (ຜູ້ທີສີ່ນັບຈາກຂວາມື, ແຖວໜ້າ) ພົບປະກັບບັນດາເພື່ອນມິດສາກົນ ເນື່ອງໃນໂອກາດລະນຶກຄົບຮອບ 40 ປີແຫ່ງວັນປົດປ່ອຍພາກໃຕ້ (30/4/1975 - 30/4/2015). ໃນຮູບຍັງມີທ່ານນາງ Anjuska Marija Weil, ປະທານສະມາຄົມສະວິດ - ຫວຽດນາມ (ຜູ້ຢູ່ຊ້າຍສຸດ, ແຖວໜ້າ). |
ເພື່ອຮັບຮູ້ ແລະ ຍ້ອງຍໍຄຸນປະກອບສ່ວນຂອງທ່ານນາງ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບຫຼຽນລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ທ່ານນາງ.
ເພື່ອນມິດອີກຜູ້ໜຶ່ງແມ່ນທ່ານນາງ Anjuska Marija Weil, ຜູ້ທີ່ໄດ້ເຂົ້າຮ່ວມຂະບວນການຄັດຄ້ານສົງຄາມຫວຽດນາມນັບແຕ່ປີ 1966. ໃນປີ 1968, ຄອບຄົວຂອງທ່ານນາງໄດ້ຮັບເອົາ ແລະ ດູແລທ້າວ ດ່ວານ ເຊີນ, ເດັກຊາຍຫວຽດນາມທີ່ຖືກໄຟໄໝ້ຮຸນແຮງຈາກລະເບີດນາປາມ, ເຊິ່ງອົງການ Terre des Hommes ໄດ້ນຳຕົວໄປປິ່ນປົວຢູ່ເອີຣົບ. ແມ່ຂອງທ່ານນາງໄດ້ຮັບທ້າວ ເຊີນ ເປັນລູກບຸນທຳ, ເປີດສາກສາຍສຳພັນອັນພິເສດລະຫວ່າງຄອບຄົວຂອງທ່ານນາງກັບຫວຽດນາມ.
ນັບແຕ່ປີ 1994, ໃນຖານະປະທານສະມາຄົມສະວິດ - ຫວຽດນາມ, ທ່ານນາງ Anjuska Marija Weil ໄດ້ຊຸກຍູ້ຢ່າງຫ້າວຫັນບັນດາໂຄງການຊ່ວຍເຫຼືອຜູ້ເຄາະຮ້າຍຈາກສານພິດສີສົ້ມ/ໄດອອກຊິນ, ກໍ່ສ້າງໂຮງຮຽນ, ດູແລຜູ້ປ່ວຍພະຍາດຂີ້ທູດ, ພັດທະນາສິນເຊື່ອຂະໜາດນ້ອຍ ແລະ ປັບປຸງເງື່ອນໄຂດ້ານການແພດ ແລະ ການສຶກສາຢູ່ຫຼາຍທ້ອງຖິ່ນ.
ຢູ່ສະວິດ, ສະມາຄົມໄດ້ຈັດງານວາງສະແດງ, ກອງສຳມະນາ ແລະ ບັນດາກິດຈະກຳສາມັກຄີ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຜົນຮ້າຍຂອງສົງຄາມ, ພ້ອມທັງຂົນຂວາຍແຫຼ່ງທຶນຊ່ວຍເຫຼືອຫວຽດນາມ.
ໃນປີ 2006, ທ່ານນາງ Anjuska Marija Weil ໄດ້ຮັບຫຼຽນກາມິດຕະພາບຈາກລັດຫວຽດນາມ. ຕໍ່ມາໃນປີ 2021, ສະມາຄົມສະວິດ - ຫວຽດນາມ ກໍໄດ້ຮັບກຽດມອບຫຼຽນກາມິດຕະພາບຈາກປະທານປະເທດຫວຽດນາມ, ເພື່ອຮັບຮູ້ຄຸນປະກອບສ່ວນໃນການຊຸກຍູ້ສາຍພົວພັນລະຫວ່າງປະຊາຊົນສອງປະເທດ.
ຈາກທຸງຊາດເທິງມະຫາວິຫານນົດຣະດາມ ປາຣີ ສູ່ການເດີນທາງທວງຄືນຄວາມຍຸຕິທຳ
ໜຶ່ງໃນຮ່ອງຮອຍອັນພິເສດຂອງຂະບວນການສາກົນຄັດຄ້ານສົງຄາມຫວຽດນາມ ແມ່ນການນຳທຸງຂຶ້ນໄປປັກໂດຍຊາຍໜຸ່ມຊາວສະວິດສາມຄົນ ຄື Olivier Parriaux, Bernard Bachelard ແລະ Noé Graff ຢູ່ມະຫາວິຫານນົດຣະດາມ ປາຣີ (ຝຣັ່ງ).
ວັນທີ 19 ມັງກອນ 1969, ທັງສາມຄົນໄດ້ລັກລອບປີນຂຶ້ນໄປເທິງຍອດມະຫາວິຫານ ແລະ ແຂວນທຸງຂອງແນວໂຮມແຫ່ງຊາດປົດປ່ອຍພາກໃຕ້ຫວຽດນາມ ທີ່ມີເນື້ອທີ່ 17,5 ຕາແມັດ. ທຸງຜືນນີ້ຕັດຫຍິບດ້ວຍຜ້າໄໝໂດຍພັນລະຍາຂອງທ່ານ Bernard Bachelard, ໄດ້ປິວສະບັດຢູ່ເປັນເວລາຫຼາຍຊົ່ວໂມງ, ດຶງດູດຄວາມສົນໃຈຈາກປະຊາມະຕິສາກົນ. ຕຳຫຼວດຝຣັ່ງຕ້ອງລະດົມເຮລິຄອບເຕີ ແລະ ໃຊ້ເວລາປະມານ 11 ຊົ່ວໂມງ ຈຶ່ງສາມາດປົດທຸງລົງໄດ້.
ຕົວຕົນຂອງຜູ້ດຳເນີນການຄັ້ງນັ້ນໄດ້ຖືກປິດເປັນຄວາມລັບຕະຫຼອດຫຼາຍທົດສະວັດ, ຈົນກະທັ້ງປຶ້ມ Le Viet Cong au sommet de Notre-Dame (ຫວຽດກົງເທິງຍອດມະຫາວິຫານນົດຣະດາມ) ໄດ້ຈັດພິມໃນປີ 2023.
ຕາມທ່ານ Olivier Parriaux ແລ້ວ, ສິ່ງສຳຄັນບໍ່ແມ່ນຕົວຕົນຂອງຜູ້ທີ່ນຳທຸງຂຶ້ນໄປແຂວນ, ຫາກແມ່ນສານທີ່ຢືນຢັນວ່າ ປະຊາຊົນຫວຽດນາມບໍ່ໄດ້ໂດດດ່ຽວໃນການຕໍ່ສູ້ເພື່ອຍາດເອົາເອກະລາດ ແລະ ສັນຕິພາບ.
ໃນເດືອນພະຈິກ 2024, ທ່ານ Olivier Parriaux ແລະ ທ່ານ Bernard Bachelard ໄດ້ກັບຄືນມາຫວຽດນາມ, ໂດຍໄດ້ໄປຢ້ຽມຊົມອຸໂມງກູ໋ຈີ, ພິພິທະພັນຫຼັກຖານສົງຄາມ ແລະ ໝູ່ບ້ານສັນຕິພາບ ຢູ່ນະຄອນໂຮ່ຈີມິນ.
ໃນລະຫວ່າງການເດີນທາງ, ທ່ານທັງສອງຍັງສືບຕໍ່ສະແດງຄວາມຫ່ວງໃຍຕໍ່ຜູ້ເຄາະຮ້າຍຈາກສານພິດສີສົ້ມ/ໄດອອກຊິນ, ໂດຍສະເພາະການຕໍ່ສູ້ທວງຄືນຄວາມຍຸຕິທຳຂອງທ່ານນາງ ເຈິ່ນ ໂຕ໊ ງາ, ຜູ້ທີ່ໄດ້ດຳເນີນຄະດີຟ້ອງຮ້ອງບັນດາບໍລິສັດເຄມີຂອງອາເມລິກາມາເປັນເວລາຫຼາຍປີ.
ທ່ານ Olivier Parriaux ໃຫ້ຮູ້ວ່າ ກຳລັງຂົນຂວາຍແຫຼ່ງທຶນຢູ່ສະວິດເພື່ອຊ່ວຍເຫຼືອຄ່າໃຊ້ຈ່າຍທາງກົດໝາຍ, ພ້ອມທັງຊອກຫາການປະສານຮ່ວມມືຈາກບັນດາອົງການ ແລະ ບຸກຄົນຢູ່ນະຄອນໂຮ່ຈີມິນ ເພື່ອສືບຕໍ່ສະໜັບສະໜູນຄະດີຟ້ອງຮ້ອງດັ່ງກ່າວ.
ເພື່ອຮັບຮູ້ຄວາມຮັກແພງ ແລະ ຄຸນປະກອບສ່ວນຂອງເພື່ອນມິດຊາວສະວິດທັງສອງ, ການນຳນະຄອນໂຮ່ຈີມິນ ໄດ້ມອບເຂັມກຽດຕິຍົດນະຄອນໂຮ່ຈີມິນໃຫ້ແກ່ທ່ານ Olivier Parriaux ແລະ ທ່ານ Bernard Bachelard.
ຈາກບັນດາການເດີນຂະບວນຄັດຄ້ານສົງຄາມເມື່ອກວ່າເຄິ່ງສະຕະວັດກ່ອນ ຈົນເຖິງບັນດາໂຄງການມະນຸດສະທຳ ແລະ ການເດີນທາງທວງຄືນຄວາມຍຸຕິທຳໃຫ້ແກ່ຜູ້ເຄາະຮ້າຍຈາກສານພິດສີສົ້ມ/ໄດອອກຊິນໃນມື້ນີ້, ຄວາມສາມັກຄີຂອງບັນດາເພື່ອນມິດຊາວສະວິດ ຍັງຄົງສະແດງອອກຜ່ານການກະທຳທີ່ເປັນຮູບປະທຳ, ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ສະວິດ.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Bern, ສະຖານທູດ ຫວຽດນາມ ປະຈຳ ສະວິດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2/9/1945 – 2/9/2022) ແລະ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ. |
ໜັງສືພິມ Agefi, ເຊິ່ງເປັນໜັງສືພິມດ້ວຍພາສາ ຝລັ່ງ ຂອງ ສະວິດ ທີ່ມີສຳນັກງານຕັ້ງຢູ່ ເຊີແນວ, ສະບັບອອກມໍ່ໆມານີ້ດ້ວຍຫົວຂໍ້ວ່າ “ຫວຽດນາມ ແມ່ນເສືອຕົວໃໝ່ຂອງ ອາຊີ” ຂອງນັກຂ່າວ Guy Mettan, ໃນນັ້ນຕີລາຄາ ຫວຽດນາມ ນັບມື້ນັບໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ມີບົດບາດສຳຄັນແຖວໜ້າຢູ່ ອາຊີ. |
ຄຳສີ
