ຊາວຫວຽດນາມເກືອບ 28.000 ຄົນຢູ່ຍີ່ປຸ່ນ ເຂົ້າຮ່ວມການແຂ່ງຂັນຄວາມຮູ້ດ້ານກົດໝາຍ

15:31 | 13/10/2026

ຍສໝ - ວັນທີ 12/10, ຢູ່ສະຖານທູດຫວຽດນາມປະຈຳຍີ່ປຸ່ນ ໄດ້ຈັດພິທີມອບລາງວັນການແຂ່ງຂັນຄວາມຮູ້ກ່ຽວກັບກົດໝາຍຍີ່ປຸ່ນ ຄັ້ງທີ 3 ປະຈຳປີ 2026, ໂດຍມີຊາວຫວຽດນາມເຂົ້າຮ່ວມ 27.900 ຄົນ, ປະກອບສ່ວນຍົກສູງຄວາມຮັບຮູ້ ແລະ ຈິດສຳນຶກໃນການປະຕິບັດຕາມກົດໝາຍຂອງປະເທດທີ່ຕົນພຳນັກອາໄສ.

ສັງຄົມຊາວຫວຽດນາມອາໄສ ຢູ່ ສິງກະໂປ ຕ້ອນຮັບບຸນໄຫວ້ພະຈັນ ປີ 2026 ຢ່າງຟົດຟື້ນ ນັກສຶກສາຫວຽດນາມຢູ່ໂອຕຣິດ ສົ່ງເສີມບົດບາດເຊື່ອມໂຍງຊຸມຊົນ
ຊາວຫວຽດນາມເກືອບ 28.000 ຄົນຢູ່ຍີ່ປຸ່ນ ເຂົ້າຮ່ວມການແຂ່ງຂັນຄວາມຮູ້ດ້ານກົດໝາຍ
ການແຂ່ງຂັນຄັ້ງນີ້ມີສະຖານທູດຫວຽດນາມປະຈຳຍີ່ປຸ່ນ, ກະຊວງຕຳຫຼວດ ແລະ ກະຊວງພາຍໃນຫວຽດນາມ ເປັນປະທານຮ່ວມ, ໂດຍມີ FAVIJA ແລະ HONTO TV ປະສານສົມທົບຈັດຕັ້ງ, ພ້ອມດ້ວຍການສະໜັບສະໜູນດ້ານວິຊາການຈາກຝ່າຍຍີ່ປຸ່ນ. ການແຂ່ງຂັນດຳເນີນໃນຮູບແບບອອນລາຍ ແຕ່ວັນທີ 17/6 ຫາ 15/9, ປະກອບມີຄຳຖາມແບບເລືອກຄຳຕອບ 25 ຂໍ້ ແລະ ຄຳຖາມແບບຂຽນຕອບ 3 ຂໍ້, ໂດຍປະກາດຜົນໃນວັນທີ 26/9. ຜູ້ຝຶກງານດ້ານທັກສະວິຊາຊີບກວມເອົາ 67,1% ຂອງຜູ້ເຂົ້າແຂ່ງຂັນ. ທ່ານ ຟ້າມ ກວາງ ຮ້ຽວ ເອກອັກຄະລັດຖະທູດ ສະເໜີໃຫ້ສືບຕໍ່ເຜີຍແຜ່ຄວາມຮູ້ດ້ານກົດໝາຍໃຫ້ແກ່ຊຸມຊົນຊາວຫວຽດນາມ. ທ່ານ ໂດ໊ ກວາງ ບາ ປະທານ FAVIJA ເນັ້ນໜັກເຖິງຄວາມໝາຍຂອງການຍົກສູງຈິດສຳນຶກໃນການເຄົາລົບ ແລະ ປະຕິບັດຕາມກົດໝາຍ. ຄະນະຈັດຕັ້ງໄດ້ມອບລາງວັນບຸກຄົນ 30 ລາງວັນ ແລະ ລາງວັນລວມໝູ່ 3 ລາງວັນ, ລວມມູນຄ່າ 640.000 ເຢນ.
ຊາວຫວຽດນາມ ອາໄສຢູ່ມາເລເຊຍ ມີຄວາມພາກພູມໃຈຕໍ່ການພັດທະນາຂອງປະເທດ. ຊາວຫວຽດນາມ ອາໄສຢູ່ມາເລເຊຍ ມີຄວາມພາກພູມໃຈຕໍ່ການພັດທະນາຂອງປະເທດ.
ຍສໝ - ປະຊາຄົມຊາວຫວຽດນາມຢູ່ມາເລເຊຍມີຄວາມພາກພູມໃຈຕໍ່ 40 ປີແຫ່ງການປະຕິຮູບຂອງຫວຽດນາມ, ໄດ້ເຫັນປະຈັກຕາເຖິງການພັດທະນາຢ່າງແຂງແຮງ ແລະ ຖານະບົດບາດສາກົນຂອງປະເທດທີ່ນັບມື້ນັບສູງຂຶ້ນ.
ຊາວຫວຽດນາມ ອາໄສຢູ່ໄທ ປາດຖະໜາຢາກຮ່ວມມືກັນເພື່ອບັນລຸເປົ້າໝາຍການພັດທະນາຂອງຫວຽດນາມ ໃຫ້ປະສົບຜົນສຳເລັດ ຊາວຫວຽດນາມ ອາໄສຢູ່ໄທ ປາດຖະໜາຢາກຮ່ວມມືກັນເພື່ອບັນລຸເປົ້າໝາຍການພັດທະນາຂອງຫວຽດນາມ ໃຫ້ປະສົບຜົນສຳເລັດ
ຍສໝ - ໃນບັນຍາກາດຂອງທົ່ວປະເທດທີ່ມຸ່ງໜ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ປະຊາຄົມຊາວຫວຽດນາມຢູ່ໄທສະແດງຄວາມເປັນຫ່ວງເປັນໄຍ ແລະ ຄວາມໝັ້ນໃຈຢ່າງເລິກເຊິ່ງຕໍ່ທິດທາງຍຸດທະສາດຂອງປະເທດຊາດ, ພ້ອມທັງຢືນຢັນຄວາມປາຖະໜາຂອງເຂົາເຈົ້າທີ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ