ຍສໝ - ຕອນເຊົ້າວັນທີ 5 ສິງຫາ, ທີ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມການທູດ ຄັ້ງທີ 33, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມໃຫຍ່ກ່ຽວກັບວຽກງານການຕ່າງປະເທດຂອງພັກ ແລະ ວຽກງານການຕ່າງປະເທດປະຊາຊົນ ໃນຮູບແບບປະຊຸມໂດຍກົງຄວບຄູ່ກັບການປະຊຸມຜ່ານລະບົບອອນລາຍ ເຊື່ອມຕໍ່ກັບ 34 ແຂວງ, ນະຄອນ ທົ່ວປະເທດ ແລະ ບັນດາອົງການຜູ້ແທນ ຫວຽດນາມ ປະຈຳຕ່າງປະເທດ.
ຍສໝ - ການທູດດ້ານວິທະຍາສາດ - ເຕັກໂນໂລຊີ ຈຳເປັນຕ້ອງຫັນປ່ຽນຢ່າງແຂງແຮງ ຈາກການສ້າງການເຊື່ອມໂຍງ ໄປສູ່ການສ້າງການພັດທະນາ, ຈາກການລົງນາມສັນຍາ ໄປສູ່ການຈັດຕັ້ງປະຕິບັດ, ຈາກການລະດົມແຫຼ່ງກຳລັງຈາກພາຍນອກ ໄປສູ່ການສ້າງຂີດຄວາມສາມາດພາຍໃນ, ຜ່ານນັ້ນປະກອບສ່ວນເຮັດໃຫ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ ກາຍເປັນແຮງຂັບເຄື່ອນການພັດທະນາປະເທດຊາດ.
ຍສໝ - ເວທີປາໄສໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “Uganda: The Pearl of Africa - Your Gateway to Africa” (ອູການດາ - ໄຂ່ມຸກແຫ່ງ ອາຟຣິກາ: ປະຕູເຊື່ອມໂຍງສູ່ ອາຟຣິກາ) ແລະ ເປັນຂໍ້ລິເລີ່ມສຳຄັນໃນຍຸດທະສາດການທູດດ້ານເສດຖະກິດ ແລະ ການຄ້າຂອງ ອູການດາ.
ຍສໝ - ຕອນບ່າຍວັນທີ 4 ສິງຫາ, ກົມການສຶກສາ ແລະ ບຳລຸງສ້າງນະຄອນ ຮ່າໂນ້ຍ ໄດ້ຈັດພິທີຕ້ອນຮັບຄະນະຄູອາຈານ ແລະ ນັກຮຽນຈາກບັນດາໂຮງຮຽນມັດທະຍົມປາຍ ແຂວງ Fukuoka (ຍີ່ປຸ່ນ) ທີ່ເດີນທາງມາຮຽນຮູ້ ແລະ ຊອກຮູ້ວັດທະນະທຳ ແລະ ຮີດຄອງປະເພນີຂອງ ຫວຽດນາມ.
ຍສໝ - ວັນທີ 4 ສິງຫາ, ທີ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ປະຈຳທຳນຽບປະທານປະເທດ (ຮ່າໂນ້ຍ), ໄດ້ຈັດພິທີໄຂຊຸດກິດຈະກຳພິເສດຫົວຂໍ້ “ປະທານ ໂຮ່ຈີມິນ - ຜູ້ບັນຊາການສູງສຸດ Fidel Castro: ມິດຕະພາບອັນໝັ້ນຄົງພິເສດ” ເນື່ອງໃນໂອກາດຄົບຮອບ 100 ປີ ວັນເກີດຂອງຜູ້ນຳການປະຕິວັດ ກູບາ. ໂຄງການນີ້ຈັດຂຶ້ນໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່ວມກັບ ສະຖານທູດ ກູບາ ປະຈຳ ຫວຽດນາມ.
ຍສໝ - ວັນທີ 4 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ, ສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ເກີນເທີ ຮ່ວມກັບ ສະຖານກົງສຸນໃຫຍ່ ລາຊະອານາຈັກ ໄທ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດພິທີພົບປະເພື່ອສະຫຼອງຄົບຮອບ 50 ປີ ການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ (1976-2026). ໃນໂອກາດນີ້, ໂດຍເນັ້ນຢ້ຳບົດບາດຂອງການແລກປ່ຽນປະຊາຊົນ, ກົງສຸນໃຫຍ່ ໄທ ກ່າວວ່າ ກິດຈະກຳແລກປ່ຽນດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ອາຫານ, ສິລະປະ ແລະ ການແລກປ່ຽນຊາວໜຸ່ມ ໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນ ...
ຍສໝ - ທ່ານ ຫງວຽນຊວນຟອງ, ອະດີດຫົວໜ້າກົມອາເມລິກາ (ກະຊວງການຕ່າງປະເທດ), ເດີນທາງໄປ ກູບາ ໃນປີ 1963 ແລະ ໄດ້ຕິດຕາມໂດຍກົງ ພ້ອມທັງປະສານວຽກດ້ານການແປພາສາ ໃນໂອກາດທີ່ປະທານ Fidel Castro ເດີນທາງຢ້ຽມຢາມເຂດປົດປ່ອຍ ກວາງຈິ ໃນປີ 1973. ທ່ານໄດ້ເລົ່າຄືນເຖິງບັນດາພາບຈຳທີ່ບໍ່ເຄີຍຈາງຫາຍ ກ່ຽວກັບມິດສະຫາຍຜູ້ຍິ່ງໃຫຍ່ ຜູ້ຊື່ສັດ ແລະ ອຸທິດຕົນເພື່ອປະຊາຊົນ ຫວຽດນາມ.
ຍສໝ - ໃນ 6 ເດືອນຕົ້ນປີ 2026, ວຽກງານການຕ່າງປະເທດຂອງແຂວງ ຫວິງລອງ ໄດ້ຮັບການຜັນຂະຫຍາຍຕາມທິດທາງທີ່ເປັນຮູບປະທຳ, ຕິດພັນກັບເປົ້າໝາຍຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ. ຜ່ານບັນດາການເດີນທາງໄປປະຕິບັດວຽກຢູ່ ສິງກະໂປ, ຍີ່ປຸ່ນ, ກຳປູເຈຍ ແລະ ການຕ້ອນຮັບບັນດາຄະນະສາກົນທີ່ມາເຮັດວຽກ, ແຂວງໄດ້ຂະຫຍາຍສາຍພົວພັນການຕ່າງປະເທດ ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ ກະສິກຳເຕັກໂນໂລຊີສູງ, ການຄ້າ, ການລົງທຶນ, ເຕັກໂນໂລຊີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ.
ຍສໝ - ທ່ານ ຫງວຽນມິງເຕີມ, ເອກອັກຄະລາຊະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ ການເຊື່ອມໂຍງລະຫວ່າງບັນດາທ້ອງຖິ່ນ ກຳລັງກາຍເປັນແຮງຂັບເຄື່ອນສຳຄັນ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການແລກປ່ຽນລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ພັດທະນາໄປໃນທິດທາງທີ່ເປັນຮູບປະທຳ ແລະ ມີປະສິດທິຜົນຫຼາຍຂຶ້ນ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ແຂວງ ຫຼວງພະບາງ ທາງພາກເໜືອຂອງ ລາວ, ໄດ້ມີການຈັດກອງປະຊຸມຫາລືລະຫວ່າງຄະນະຜູ້ແທນແຂວງ ລາວກາຍ ຂອງ ຫວຽດນາມ ແລະ ແຂວງ ບໍ່ແກ້ວ ຂອງ ລາວ.
ຍສໝ - ວັນທີ 2 ສິງຫາ, ທີ່ນະຄອນຫຼວງ Baku (ອາແຊກໄບຊານ), ຄະນະຜູ້ແທນຈາກສະຖາບັນຮູບເງົາ ຫວຽດນາມ ໄດ້ເຂົ້າຮ່ວມກິດຈະກຳສະຫຼອງວັນຮູບເງົາ ອາແຊກໄບຊານ, ແນະນຳຜົນງານຄລາສສິກຂອງຮູບເງົາປະຕິວັດ ຫວຽດນາມ ແລະ ແລກປ່ຽນກ່ຽວກັບແນວໂນ້ມການຮ່ວມມືລະຫວ່າງອົງການດ້ານຮູບເງົາຂອງສອງປະເທດ.
ຍສໝ - ວັນທີ 30 ກໍລະກົດ ຢູ່ ກວາງນິງ, ກະຊວງການຕ່າງປະເທດ ປະສານສົມທົບກັບ ຄະນະກຳມະການປະຊາຊົນແຂວງ ກວາງນິງ ຈັດກອງປະຊຸມສະຖານກົງສຸນກິດຕິມະສັກ ຫວຽດນາມ ຢູ່ຕ່າງປະເທດ ຄັ້ງທີ 2. ເຂົ້າຮ່ວມກອງປະຊຸມ ມີ ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ ຫວຽດນາມ ປະຈຳຕ່າງປະເທດ, ບັນດາກົງສຸນກິດຕິມະສັກ ຫວຽດນາມ ຈາກທົ່ວໂລກ ພ້ອມດ້ວຍຜູ້ແທນເກືອບ 100 ຄົນ ຕາງໜ້າໃຫ້ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ແລະ ສະມາຄົມ.
ຍສໝ - ຕອນບ່າຍວັນທີ 29 ກໍລະກົດ, ທີ່ ຮ່າໂນ້ຍ, ສະພາສັນຕິພາບ ແລະ ການພັດທະນາ ຫວຽດນາມ ໄດ້ປະສານງານກັບ ສະຖາບັນຄົ້ນຄວ້າຍຸດທະສາດເສດຖະກິດ ຈັດກອງປະຊຸມສຳມະນາ ເພື່ອຈຳແນກບັນດາຈຸດຄັບຄ້ອງໃນການພັດທະນາເສດຖະກິດ - ສັງຄົມ, ພ້ອມທັງສະເໜີບາງແນວທາງແກ້ໄຂ ແລະ ທິດທາງການພັດທະນາໃຫ້ແກ່ ຫວຽດນາມ ໃນຊຸມປີຂ້າງໜ້າ.
ຍສໝ - ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ນຳໂດຍ ທ່ານ ສຈ.ປອ. ເຈິ່ນຕ໊ວນແອັງ, ຮອງປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ປະທານສະມາຄົມ, ຫາກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ໂອຕຣິດ. ຄະນະໄດ້ພົບປະກັບປັນຍາຊົນຫວຽດນາມ, ເຮັດວຽກກັບສະຖານທູດ ຫວຽດນາມ ພ້ອມດ້ວຍສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ອົງການສາກົນຈຳນວນໜຶ່ງຢູ່ ໂອຕຣິດ; ແລກປ່ຽນກ່ຽວກັບຄວາມສາມາດໃນການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.
ຍສໝ - ຕອນບ່າຍວັນທີ 29 ກໍລະກົດ, ທີ່ສຳນັກງານໃຫຍ່ຄະນະພັກກາງ, ທ່ານ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ປະຈຳຄະນະເລຂາທິການກາງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂອງພັກສະພາແຫ່ງຊາດເພື່ອປົກປ້ອງປະຊາທິປະໄຕ - ກອງກຳລັງປົກປ້ອງປະຊາທິປະໄຕ (CNDD-FDD) ຂອງ ບູຣຸນດີ ນຳໂດຍ ທ່ານ Révérien Ndikuriyo, ເລຂາທິການໃຫຍ່, ເນື່ອງໃນໂອກາດເດີນທາງຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 27-31 ກໍລະກົດ.
ຍສໝ - ຕອນບ່າຍວັນທີ 29 ກໍລະກົດ, ທີ່ສຳນັກງານໃຫຍ່ກະຊວງປ້ອງກັນຊາດ, ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະບານ, ລັດຖະມົນຕີກະຊວງປ້ອງກັນຊາດ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Gillian Bird, ເອກອັກຄະລັດຖະທູດອົດສະຕຣາລີປະຈຳຫວຽດນາມ.
ຍສໝ - ຕອນບ່າຍຂອງວັນທີ 29 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ເລືອງຕາມກວາງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບທ່ານ Daniele Tavano, ຮອງປະທານອາວຸໂສຂອງກຸ່ມບໍລິສັດ Leonardo S.p.A. (ອີຕາລີ), ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ ທີ່ຮັບໃຊ້ວຽກງານຮັບປະກັນຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ຍສໝ - ຜູ້ແທນເດັກນ້ອຍ 120 ຄົນ ຈາກ ຫວຽດນາມ-ລາວ-ກຳປູເຈຍ ໄດ້ເຂົ້າຮ່ວມງານມະໂຫຼານເດັກນ້ອຍ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 8 ປີ 2026 ພາຍໃຕ້ຫົວຂໍ້ "ອ້ອມກອດແຫ່ງມິດຕະພາບ", ເຊິ່ງໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 28 ກໍລະກົດ ຢູ່ ນະຄອນໂຮ່ຈີມິນ.
ຍສໝ - ໃນອາຍຸການ 2026-2031, ສະມາຄົມມິດຕະພາບ ຫວຽດນາມ-ສີລັງກາ ກຳນົດຂະຫຍາຍເຄືອຂ່າຍຄູ່ຮ່ວມມື, ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ, ການສຶກສາ, ພຸດທະສາສະໜາ ແລະ ການທ່ອງທ່ຽວ. ໃນໄລຍະຕົ້ນ, ສະມາຄົມໄດ້ຮັບຂໍ້ສະເໜີໃຫ້ຍູ້ແຮງການເຊື່ອມໂຍງລະຫວ່າງທ້ອງຖິ່ນ, ວິສາຫະກິດ ແລະ ມະຫາວິທະຍາໄລຂອງສອງປະເທດ.
ຍສໝ - ເມື່ອ 31 ປີກ່ອນ, ກົງກັບວັນທີ 28 ກໍລະກົດ 1995, ທຸງຊາດພື້ນສີແດງດາວສີເຫຼືອງຂອງຫວຽດນາມໄດ້ໂບກສະບັດຢູ່ເທິງທ້ອງຟ້າຂອງບຣູໄນ, ເປັນສັນຍາລັກວ່າ ຫວຽດນາມ ໄດ້ເຂົ້າເປັນສະມາຊິກລຳດັບທີ 7 ຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ASEAN) ຢ່າງເປັນທາງການ ໃນໂອກາດກອງປະຊຸມລັດຖະມົນຕີວ່າການຕ່າງປະເທດອາຊຽນ ຄັ້ງທີ 28.
ຍສໝ - ໃນຕອນເຊົ້າວັນທີ 27 ກໍລະກົດ, ທ່ານ ກຳມະການກົມການເມືອງ, ຮອງນາຍົກລັດຖະບານຜູ້ປະຈຳ ຟ້າມຢາຕຸກ ໄດ້ຕ້ອນຮັບເຂົ້າພົບຢ້ຽມຂ່ຳນັບ ທ່ານ Salvador Illa, ປະທານແຄວ້ນ Catalonia (ແອັດສະປາຍ) ພ້ອມຄະນະຜູ້ແທນລັດຖະບານແຄວ້ນ Catalonia ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ວັນທີ 25/7, ສະມາຄົມມິດຕະພາບ ຫວຽດນາມ - ລາວ ພ້ອມດ້ວຍຄະນະປະຕິບັດງານ ໄດ້ເຂົ້າຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ ທະຫານເສຍອັງຄານ, ທະຫານເຈັບປ່ວຍ, ອະດີດເຍົາວະຊົນກອງອາສາສະໝັກ ແລະ ເລີ່ມດຳເນີນການກໍ່ສ້າງ "ເຮືອນແຫ່ງຄວາມຮັກແພງ" ໃຫ້ແກ່ຄອບຄົວເປົ້າໝາຍນໂຍບາຍ ຢູ່ທີ່ ແຂວງ ເຫງະອານ.
ຍສໝ - ແຕ່ວັນທີ 19-23/7, ພາຍໃນການປະຕິບັດວຽກງານ ຢູ່ທີ່ ສາທາລະນະລັດ ໂອຕຣິດ, ຄະນະປະຕິບັດວຽກງານ ຂອງສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍການເຄື່ອນໄຫວ ການທູດວິທະຍາສາດ ແລະ ການທູດປະຊາຊົນ, ຂະຫຍາຍການຮ່ວມມືສາກົນ, ເຊື່ອມໂຍງວົງການວິທະຍາສາດ ແລະ ປະຊາຄົມປັນຍາຊົນ ຫວຽດນາມ ຢູ່ຕ່າງປະເທດ.
ຍສໝ - ຢູ່ເທິງຕຳແໜ່ງ ປະທານຄົນທຳອິດ ຂອງຄະນະກຳມະການ ກູບາ ສາມັກຄີກັບ ຫວຽດນາມ ທາງໃຕ້, ທ່ານນາງ ວິຣະສະຕີ Melba Hernández ໄດ້ເຕົ້າໂຮມ ບັນດາອົງການຈັດຕັ້ງທາງການເມືອງ, ມວນຊົນ ແລະ ຫຼາຍກະຊວງ, ຂະແໜງການ ກູບາ, ນຳເອົາສຽງເວົ້າສະໜັບສະໜູນ ຫວຽດນາມ ກະຈາຍຢ່າງກວ້າງຂວາງ ພາຍໃນສັງຄົມ ກູບາ ແລະ ເຂົ້າເຖິງບັນດາເວທີປຶກສາຫາລືສາກົນ.
ຍສໝ - ວັນທີ 24/7 ຢູ່ທີ່ ຮ່າໂນ້ຍ, ທ່ານ ປະທານສະຫະພັນບັນດາອົງການຈັດຕັ້ງມິດພາບ ຫວຽດນາມ ຟານອານເຊີນ ຕ້ອນຮັບ ທ່ານ ເອກອັກຄະລັດຊະທູດ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ປະຈຳ ຫວຽດນາມ Akbar Ghasemi Ali Abadi. ສອງຝ່າຍ ຢັ້ງຢືນການຖືເປັນສຳຄັນ ສາຍພົວພັນມິດພາບ ຫວຽດນາມ - ອີຣານ, ເປັນເອກະພາບ ເພີ່ມທະວີການຊຸກຍູ້ການແລກປ່ຽນປະຊາຊົນ, ຂະຫຍາຍການເຊື່ອມໂຍງທ້ອງຖິ່ນ, ວິສາຫະກິດ ແລະ ອົງການຈັດຕັ້ງ ຂອງສອງປະເທດ, ປະກອບສ່ວນນຳເອົາສາຍພົວພັນທະວີພາຄີ ພັດທະນາຢ່າງແທດຕົວຈິງ, ສົມກ່ຽວກັບທ່າແຮງ.
ຍສໝ - ວັນທີ 24 ກໍລະກົດ, ສະຫາຍ ເລຮວ່າຍຈຸງ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະກັບທ່ານ Sultan bin Saad Al Muraikhi, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດກາຕາ, ຢູ່ນອກຂອບກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.
ຍສໝ - ວັນທີ 23/7, ຢູ່ທີ່ ສຳນັກງານໃຫຍ່ ກະຊວງການຕ່າງປະເທດ, ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ ໄດ້ຕ້ອນຮັບ ທ່ານນາງ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Jennifer Wicks ພາຍໃນໂອກາດ ທ່ານນາງ ເອກອັກຄະລັດຖະທູດ ເລີ່ມຕົ້ນອາຍຸການປະຕິບັດງານ ຢູ່ທີ່ ຫວຽດນາມ.
ຍສໝ - ພາຍໃນຕອນຄ່ຳວັນທີ 23/7, ຢູ່ທີ່ ຮ່າໂນ້ຍ, ສະຖານທູດ ອີຢິບ ປະຈຳ ຫວຽດນາມ ໄດ້ຈັດຕັ້ງ ພິທີສະຫຼອງວັນຊາດ ອີຢິບ ຄົບຮອບ 74 ປີ (23/7/1952 - 23/7/2026) ຢ່າງສົມກຽດ, ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຫງວຽນມິນຮັ່ງ ເຂົ້າຮ່ວມ ແລະ ກ່າວຄຳເຫັນ ຢູ່ທີ່ພິທີ.
ຍສໝ - ວັນທີ 23/7, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ມີການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ Marco Rubio ຢູ່ທີ່ນອກກອງປະຊຸມ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM-59) ຢູ່ທີ່ ມາໂນລາ, ຟີລິບປິນ.
ຍສໝ - ຢູ່ທີ່ການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວ່າງອີ ໃນວັນທີ 22/7 ຢູ່ທີ່ ມາໂນລາ (ຟີລິບປິນ), ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ສະເໜີໃຫ້ ຈີນ ສືບຕໍ່ຂະຫຍາຍຕະຫຼາດໃຫ້ແກ່ສິນຄ້າ, ໂດຍສະເພາະແມ່ນ ຜະລິດຕະພັນກະສິກຳຂອງ ຫວຽດນາມ; ພ້ອມດຽວກັນນັ້ນກໍສ້າງເງື່ອນໄຂໃຫ້ ຫວຽດນາມ ເປັນປະເທດຫົວຂໍ້ຫຼັກຂອງເຄື່ອນໄຫວ "ແບ່ງປັນຕະຫຼາດໃຫຍ່: ສ່ງອອກໄປ ຈີນ".