| ເຜີຍແຜ່ມູນເຊື້ອວັດທະນະທຳຂອງຊາດ ແລະ ພາສາ ຫວຽດນາມ ໃນປະຊາຄົມຊາວຫວຽດນາມ ຢູ່ ໂອຕຣິດ ຫວຽດນາມ - ໂອຕຣິດ ຊຸກຍູ້ການຮ່ວມມືຢ່າງແທດຕົວຈິງໃນຂົງເຂດຄວາມໝັ້ນຄົງທາງໄຊເບີ |
ໃນຂອບເຂດການເດີນທາງຄັ້ງນີ້, ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ໄດ້ຈັດການພົບປະ ແລະ ກອງປະຊຸມສຳມະນາ ກັບບັນດາປັນຍາຊົນ, ນັກວິທະຍາສາດ ແລະ ຜູ້ຊ່ຽວຊານໜຸ່ມຊາວຫວຽດນາມ ທີ່ກຳລັງອາໄສ, ສຶກສາ ແລະ ເຮັດວຽກຢູ່ ໂອຕຣິດ.
ເຂົ້າຮ່ວມກອງປະຊຸມສຳມະນາ ມີນັກສຶກສາລະດັບປະລິນຍາເອກ, ນັກສຶກສາຕ່າງປະເທດ ແລະ ຜູ້ຊ່ຽວຊານຊາວຫວຽດນາມ ທີ່ກຳລັງປະຕິບັດວຽກຢູ່ຫຼາຍມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດເຕັກໂນໂລຊີຂອງ ໂອຕຣິດ. ບັນດາຜູ້ແທນ ໄດ້ແບ່ງປັນປະສົບການໃນການຮຽນ ແລະ ການຄົ້ນຄວ້າ; ພ້ອມທັງແລກປ່ຽນກ່ຽວກັບທ່າແຮງການຮ່ວມມືລະຫວ່າງບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດຂອງສອງປະເທດ.
![]() |
| ຄະນະຜູ້ແທນຂອງສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ພົບປະກັບປັນຍາຊົນຊາວຫວຽດນາມໃນ ໂອຕຣິດ. |
ເນື້ອໃນການສົນທະນາ ໄດ້ສຸມໃສ່ບາງຂົງເຂດ ເຊັ່ນ: ປັນຍາປະດິດ, ຫຸ່ນຍົນ, ເຕັກໂນໂລຊີສາລະສົນເທດ, ວິສະວະກຳກົນຈັກການຜະລິດ, ເຕັກໂນໂລຊີຄວັນຕຳ ແລະ ເຕັກໂນໂລຊີນິວເຄຼຍ. ນີ້ແມ່ນບັນດາຂົງເຂດທີ່ ໂອຕຣິດ ມີຈຸດແຂງ ແລະ ພ້ອມກັນນັ້ນ ກໍເປັນຂະແໜງທີ່ ຫວຽດນາມ ກຳລັງໃຫ້ຄວາມສົນໃຈໃນການພັດທະນາ.
ກ່າວຄຳປາໄສໃນກອງປະຊຸມສຳມະນາ, ທ່ານ ສຈ.ປອ. ເຈິ່ນຕ໊ວນແອັງ ໄດ້ຕີລາຄາສູງຕໍ່ຜົນງານທີ່ຄະນະປັນຍາຊົນຫວຽດນາມໃນ ໂອຕຣິດ ບັນລຸໄດ້. ທ່ານເຫັນວ່າ ບັນດາຜູ້ຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມໃນຕ່າງປະເທດ ແມ່ນແຫຼ່ງກຳລັງອັນສຳຄັນ ຕໍ່ການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ຂະບວນການເຊື່ອມໂຍງສາກົນຂອງປະເທດ.
ປະທານສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ໄດ້ສະແດງຄວາມປາຖະໜາວ່າ ບັນດາປັນຍາຊົນ ແລະ ນັກວິທະຍາສາດໜຸ່ມ ຈະສືບຕໍ່ເສີມຂະຫຍາຍບົດບາດຂົວເຊື່ອມ, ເພີ່ມທະວີການແລກປ່ຽນດ້ານວິຊາການ, ການຮ່ວມມືຄົ້ນຄວ້າ ແລະ ການຖ່າຍທອດເຕັກໂນໂລຊີ ລະຫວ່າງ ຫວຽດນາມ ແລະ ໂອຕຣິດ.
ຄະນະຜູ້ແທນ ຍັງໄດ້ເຮັດວຽກກັບ ສະຖານທູດ ຫວຽດນາມ ປະຈຳ ໂອຕຣິດ ເພື່ອແລກປ່ຽນກ່ຽວກັບບັນດາທິດທາງໃນການຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ ແລະ ເພີ່ມທະວີການປະສານງານໃນວຽກງານການຕ່າງປະເທດປະຊາຊົນ.
ໃນກອງປະຊຸມເຮັດວຽກ, ທ່ານ ຫວູເລໄທຮ່ວາງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ໄດ້ແນະນຳບາງກິດຈະກຳການຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ຢູ່ນະຄອນ Vienna ຊຶ່ງເປັນບ່ອນຕັ້ງສຳນັກງານຂອງອົງການສາກົນຫຼາຍແຫ່ງ ເຊັ່ນ: ອົງການພະລັງງານປະລະມານູສາກົນ (IAEA), ຫ້ອງການສະຫະປະຊາຊາດວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳ (UNODC), ອົງການພັດທະນາອຸດສາຫະກຳແຫ່ງສະຫະປະຊາຊາດ (UNIDO) ແລະ ຄະນະກຳມະການສະຫະປະຊາຊາດວ່າດ້ວຍການນຳໃຊ້ອະວະກາດເພື່ອສັນຕິ (COPUOS).
ທ່ານເອກອັກຄະລັດຖະທູດ ຍັງໄດ້ແຈ້ງຂໍ້ມູນກ່ຽວກັບບັນດາກິດຈະກຳທີ່ສະຖານທູດໄດ້ດຳເນີນ ເພື່ອເຊື່ອມໂຍງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດຂອງສອງປະເທດ. ບາງເວທີສົນທະນາກ່ຽວກັບຄວາມປອດໄພທາງໄຊເບີ, ປັນຍາປະດິດ, ຫຸ່ນຍົນຮູບຮ່າງຄົນ ແລະ ການຫັນເປັນດິຈິຕອນ ທີ່ຈັດຂຶ້ນຢູ່ Vienna ໄດ້ດຶງດູດການເຂົ້າຮ່ວມຂອງນັກວິທະຍາສາດ, ຜູ້ຊ່ຽວຊານ ແລະ ວິສາຫະກິດເຕັກໂນໂລຊີ ຈາກ ຫວຽດນາມ ແລະ ໂອຕຣິດ.
ບັນດາຜູ້ແທນ ເຫັນວ່າ ຈຸດແຂງຂອງ ໂອຕຣິດ ດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຝຶກອົບຮົມບຸກຄະລາກອນຄຸນນະພາບສູງ ໄດ້ສ້າງເງື່ອນໄຂອັນດີ ໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືດ້ານການຄົ້ນຄວ້າ, ການຖ່າຍທອດເຕັກໂນໂລຊີ, ການພັດທະນາຊັບພະຍາກອນມະນຸດ ແລະ ການເຊື່ອມໂຍງບັນດາສະຖາບັນວິທະຍາສາດ, ມະຫາວິທະຍາໄລ ແລະ ວິສາຫະກິດ.
![]() |
| ທ່ານ ປອ. Alfred Gerstl, ປະທານສະມາຄົມ ໂອຕຣິດ - ຫວຽດນາມ, ເປັນຜູ້ຕາງໜ້າຂອງສະມາຄົມ ຮັບເຄື່ອງອິດທິຍາພອນມິດຕະພາບ ທີ່ມອບໂດຍ ປະທານປະເທດ ຫວຽດນາມ. (ພາບ: ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ) |
ໃນໂອກາດການເດີນທາງຄັ້ງນີ້, ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ໄດ້ປະສານງານກັບ ສະຖານທູດ ຫວຽດນາມ ປະຈຳ ໂອຕຣິດ ຈັດພິທີມອບເຄື່ອງອິດທິຍາພອນມິດຕະພາບ ຂອງ ປະທານປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໃຫ້ແກ່ ທ່ານ ດຣ. Peter Jankowitsch, ອະດີດລັດຖະມົນຕີວ່າການກະຊວງການຕ່າງປະເທດ ໂອຕຣິດ, ປະທານສະມາຄົມ ໂອຕຣິດ - ຫວຽດນາມ ໃນໄລຍະປີ 1998-2022, ປັດຈຸບັນເປັນປະທານກຽດຕິຍົດຂອງສະມາຄົມ; ພ້ອມກັນນັ້ນ ຍັງໄດ້ມອບເຄື່ອງອິດທິຍາພອນມິດຕະພາບ ໃຫ້ແກ່ສະມາຄົມ ໂອຕຣິດ - ຫວຽດນາມ.
ລາງວັນອັນຊົງກຽດນີ້ ເປັນການຍົກຍ້ອງຜົນງານອັນຍາວນານຂອງ ທ່ານ ດຣ. Peter Jankowitsch ແລະ ສະມາຄົມ ໂອຕຣິດ - ຫວຽດນາມ ໃນການສ້າງສາ ແລະ ເສີມສ້າງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ໃນໂອກາດນີ້, ຄະນະຜູ້ແທນ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບ ສະຖາບັນສາກົນເພື່ອການວິເຄາະລະບົບປະຍຸກໃຊ້ (IIASA), ສະພາບັນດິດ ໂອຕຣິດ, ມະຫາວິທະຍາໄລເຕັກໂນໂລຊີ Vienna ແລະ ອົງການພະລັງງານປະລະມານູສາກົນ (IAEA). ໃນການພົບປະເຮັດວຽກ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບກິດຈະກຳການຄົ້ນຄວ້າ, ການຝຶກອົບຮົມ, ການໃຫ້ຄຳປຶກສາດ້ານນະໂຍບາຍ ແລະ ຄວາມສາມາດໃນການສ້າງກົນໄກການຮ່ວມມືເພີ່ມເຕີມ ລະຫວ່າງບັນດາສະຖາບັນວິທະຍາສາດຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືໃນ ໂອຕຣິດ.
ຍສໝ - ຕາມການລາຍງານຂອງນັກຂ່າວ VNA ປະຈຳເອີຣົບ, ໃນວັນທີ 23 ເມສາ ທີ່ນະຄອນຫຼວງ ວຽນນາ (Vienna) ຂອງປະເທດ ໂອຕຣິດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ໂອຕຣິດ ຫວູເລໄທຮ່ວາງ (VuLeThaiHoang) ໄດ້ມີການເຮັດວຽກຮ່ວມກັບ ທ່ານ Tobias Lang, ຜູ້ອຳນວຍການສູນສັນຕິພາບ ໂອຕຣິດ, ເພື່ອແນໃສ່ເພີ່ມທະວີການຮ່ວມມື ຫວຽດນາມ - ໂອຕຣິດ ໃນຂົງເຂດການຝຶກອົບຮົມ, ຍົກສູງຂີດຄວາມສາມາດໃຫ້ແກ່ກຳລັງທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ. |
ຍສໝ - ວັນທີ 5/5 ຢູ່ທີ່ນະຄອນຫຼວງ ວຽນນາ (ໂອຕຣິດ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ໄດ້ປະສານສົມທົບກັບ ສະພາການຄ້າສະຫະພັນໂອຕຣິດ, ສະຖາບັນເຕັກໂນໂລຊີໂອຕຣິດ ແລະ ບໍລິສັດ FPT ຮ່ວມກັນຈັດເວທີປຶກສາຫາລືຄວາມໝັ້ນຄົງທາງໄຊເບີ ໂອຕຣິດ - ຫວຽດນາມ ໃນຮູບແບບເຊິ່ງໜ້າສົມທົບກັບທາງອອນລາຍ. ກິດຈະກຳນີ້ມຸ່ງໄປສູ່ເປົ້າໝາຍເພີ່ມທະວີການຮ່ວມມືສອງຝ່າຍ, ປັບປຸງຂີດຄວາມສາມາດດ້ານສະຖາບັນ ແລະ ເຕັກໂນໂລຊີ, ທັງເປີດໂອກາດການລົງທຶນ ແລະ ທຸລະກິດໃໝ່ໆໃນຂົງເຂດຄວາມໝັ້ນຄົງທາງໄຊເບີ ແລະ ການຫັນເປັນດີຈີຕອນ. |
ມິງດຶກ

