ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການປະສານງານ, ການຮ່ວມມື

14:33 | 24/07/2026

ຍສໝ - ວັນທີ 23/7, ຢູ່ທີ່ ສຳນັກງານໃຫຍ່ ກະຊວງການຕ່າງປະເທດ, ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ ໄດ້ຕ້ອນຮັບ ທ່ານນາງ ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Jennifer Wicks ພາຍໃນໂອກາດ ທ່ານນາງ ເອກອັກຄະລັດຖະທູດ ເລີ່ມຕົ້ນອາຍຸການປະຕິບັດງານ ຢູ່ທີ່ ຫວຽດນາມ.

ຫວຽດນາມ ມີຜູ້ພິພາກສາຢູ່ພາຍໃດສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ ລັດຖະມົນຕີ ເລຮວ່າຍຈຸງ ແລະ ລັດຖະມົນຕີກະຊວງການຕ່າງປະເທດ Marco Rubio ແລກປ່ຽນກ່ຽວກັບສາຍພົວພັນ ຫວຽດນາມ - ອາເມລິກາ

ທ່ານນາງ ຮອງລັດຖະມົນຕີ ຫງວຽນມິງຮັ່ງ ອວຍພອນ ທ່ານນາງ Jennifer Wicks ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ຫວຽດນາມ; ເຊື່ອໝັ້ນວ່າ, ດ້ວຍບົດຮຽນຫຼາຍປີ ທີ່ໄດ້ປະຕິບັດງານ ພາຍໃນຣັດຖະບານ ສະຫະລັດ ອາເມລິກາ, ທ່ານນາງ ເອກອັກຄະລັດຖະທູດ ຈະມີອາຍຸການທີ່ປະສົບຜົນສຳເລັດ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ – ອາເມລິກາ ໃຫ້ພັດທະນາຢ່າງໝັ້ນຄົງ, ແທດຕົວຈິງ ແລະ ມີປະສິດທິຜົນ.

ທ່ານນາງ ຮອງລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຖືເອົາ ສະຫະລັດ ອາເມລິກາ ເປັນໜຶ່ງໃນບັນດາຄູ່ຮ່ວມມືອັນສຳຄັນແຖວໜ້າ; ຕີລາຄາວ່າ ສາຍພົວພັນຂອງສອງປະເທດ ພວມມີພື້ນຖານຢ່າງແໜ້ນແກ່ນ ແລະ ມີຂອບເຂດອີກຫຼາຍຢ່າງ ເພື່ອສືບຕໍ່ພັດທະນາ.

ທ່ານນາງ ຮອງລັດຖະມົນຕີ ສະເໜີໃຫ້ ທ່ານນາງ ເອກອັກຄະລັດຖະທູດ ເສີມຂະຫຍາຍບົດບາດເປັນຂົວຕໍ່, ປະສານງານຢ່າງແໜ້ນແຟ້ນ ກັບ ກະຊວງການຕ່າງປະເທດ ແລະ ບັນດາອົງການຂອງ ຫວຽດນາມ ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ພ້ອມດຽວກັນນັ້ນ ກໍຂະຫຍາຍການຮ່ວມມື ພາຍໃນບັນດາຂົງເຂດວິທະຍາສາດ – ເຕັກໂນໂລຊີ ແລະ ບັນດາຂົງເຂດສັກກະຍາພາບອື່ນໆ.

ທ່ານນາງ ຮອງລັດຖະມົນຕີ ມຸ່ງຫວັງໃຫ້ ສະຫະລັດ ອາເມລິກາ ສະໜັບສະໜູນ ຫວຽດນາມ ຈັດຕັ້ງປີ APEC 2027 ໃຫ້ປະສົບຜົນສຳເລັດ, ຕັ້ງໜ້າປະສານງານຜັນຂະຫຍາຍບັນດາບຸລິມະສິດ ແລະ ຂໍ້ລິເລີ່ມຂອງ ຫວຽດນາມ; ສະແດງຄວາມມຸ່ງຫວັງ ທີ່ຈະໄດ້ຕ້ອນຮັບ ທ່ານ ປະທານາທິບໍດີ Donald Trump ເຂົ້າຮ່ວມ ສັບປະດາຂັ້ນສູງ APEC ຢູ່ທີ່ ຫວຽດນາມ.

ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການປະສານງານ, ການຮ່ວມມື
ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ ຕ້ອນຮັບ ທ່ານນາງ ເອກອັກຄະລັດຖະທູດ ອາເມລິກາ Jennifer Wicks ພາຍໃນໂອກາດ ທ່ານນາງ ເອກອັກຄະລັດຖະທູດ ເລີ່ມຕົ້ນອາຍຸການປະຕິບັດງານ ຢູ່ທີ່ ຫວຽດນາມ.

ທ່ານນາງ ເອກອັກຄະລັດຖະທູດ Jennifer Wicks ຂອບໃຈ ທ່ານນາງ ຮອງລັດຖະມົນຕີ ຫງວຽນມິງຮັ່ງ ທີ່ໄດ້ສະຫຼະເວລາຕ້ອນຮັບ; ແບ່ງປັນຄວາມພາກພູມໃຈ ທີ່ໄດ້ຍື່ນສານຕາຕັ້ງ ແລະ ເຂົ້າຢ້ຽມຄຳນັບ ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານ ນາຍົກລັດຖະມົນຕີ ເລມິນຮຶງ ພາຍໃນບັນດາມື້ທຳອິດຂອງອາຍຸການ. ທ່ານນາງ ເອກອັກຄະລັດຖະທູດ ຕີລາຄາວ່າ ສາຍພົວພັນ ສະຫະລັດ ອາເມລິກາ – ຫວຽດນາມ ພວມຢູ່ໃນໄລຍະການພັດທະນາທີ່ດີງາມ, ມີພື້ນຖານຢ່າງແໜ້ນແກ່ນ ແລະ ມີສັກກະຍາພາບຫຼາຍຢ່າງ ພາຍໃນການຂະຫຍາຍການຮ່ວມມື; ຢັ້ງຢືນວ່າ ສະຫະລັດ ອາເມລິກາ ໃຫ້ຄວາມສຳຄັນ ຕໍ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ຫວຽດນາມ.

ທ່ານນາງ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຈະປະສານງານຢ່າງແໜ້ນແຟ້ນ ກັບ ກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ, ເສີມຂະຫຍາຍບົດບາດເປັນຂົວຕໍ່ ແນ່ງໃສ່ຊຸກຍູ້ການແລກປ່ຽນ, ການພົບປະຂັ້ນສູງ ແລະ ຜັນຂະຫຍາຍບັນດາຂົງເຂດການຮ່ວມມືບຸລິມະສິດ ຢ່າງມີປະສິດທິຜົນ, ໂດຍຜ່ານນັ້ນ ປະກອບສ່ວນນຳເອົາສາຍພົວພັນຂອງສອງປະເທດ ໃຫ້ພັດທະນາຢ່າງນັບມື້ນັບແທດຕົວຈິງ, ມີປະສິດທິຜົນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ.

ສອງຝ່າຍ ໄດ້ຕົກລົງເປັນເອກະພາບ ສືບຕໍ່ປະສານງານຢ່າງແໜ້ນແຟ້ນ ແນ່ງໃສ່ຜັນຂະຫຍາຍຂອບຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ – ສະຫະລັດ ອາເມລິກາ ຢ່າງມີປະສິດທິຜົນ. ພາຍໃນໂອກາດນີ້, ທ່ານນາງ ຮອງລັດຖະມົນຕີ ຫງວຽນມິງຮັ່ງ ສະແດງຄວາມມຸ່ງຫວັງວ່າ, ຢູ່ເທິງພື້ນຖານບົດຮຽນການປະຕິບັດງານ ແລະ ການນຳພາຂອງຕົນ, ທ່ານນາງ ເອກອັກຄະລັດຖະທູດ Jennifer Wicks ຈະມີໂອກາດແບ່ງປັນບົດຮຽນ, ທັກສະການນຳພາ ໃຫ້ແກ່ບັນດາພະນັກງານການທູດຍິງ ຫວຽດນາມ, ໂດຍຜ່ານນັ້ນ ປະກອບສ່ວນເພີ່ມທະວີການແລກປ່ຽນ ແລະ ການເຊື່ອມຕໍ່ ລະຫວ່າງ ແມ່ຍິງສອງປະເທດ.

ຊຸກຍູ້ບົດບາດຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ໃນການຕິດພັນລະຫວ່າງ ຫວຽດນາມ ແລະ ອາເມລິກາລາຕິນ ຊຸກຍູ້ບົດບາດຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ໃນການຕິດພັນລະຫວ່າງ ຫວຽດນາມ ແລະ ອາເມລິກາລາຕິນ
ຍ​ສ​ໝ - ດ້ວຍຫົວຂໍ້ “ເຊື່ອມຕໍ່ດີຈີຕອນ ຫວຽດນາມ - ອາເມລິກາລາຕິນ”, ບັນດາປະເທດເຂົ້າຮ່ວມກອງປະຊຸມໄດ້ມຸ່ງໄປເຖິງການຊຸກຍູ້ບົດບາດຂອງເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ໃນການຕິດພັນລະຫວ່າງ ຫວຽດນາມ ກັບ ບັນດາປະເທດໃນພາກພື້ນ ອາເມລິກາລາຕິນໃຫ້ຫຼາຍກ່ວາອີກ - ໂດຍເປັນພາກພື້ນຮ່ວມມືທີ່ມີພູມສັນຖານຢູ່ຫ່າງໄກກັນ ແຕ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.
ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື
ຍສໝ - ຕອນບ່າຍວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Steven Udvar-Hazy, ປະທານບໍລິສັດ ໃຫ້ເຊົ່າເຮືອບິນ Air Lease Corporation ອາເມລິກາ (ALC).

ມີງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ