ນັກຮຽນ ຍີ່ປຸ່ນ ສຳຜັດວັດທະນະທຳ ຫວຽດນາມ ຢູ່ ຮ່າໂນ້ຍ

14:15 | 05/08/2026

ຍສໝ - ຕອນບ່າຍວັນທີ 4 ສິງຫາ, ກົມການສຶກສາ ແລະ ບຳລຸງສ້າງນະຄອນ ຮ່າໂນ້ຍ ໄດ້ຈັດພິທີຕ້ອນຮັບຄະນະຄູອາຈານ ແລະ ນັກຮຽນຈາກບັນດາໂຮງຮຽນມັດທະຍົມປາຍ ແຂວງ Fukuoka (ຍີ່ປຸ່ນ) ທີ່ເດີນທາງມາຮຽນຮູ້ ແລະ ຊອກຮູ້ວັດທະນະທຳ ແລະ ຮີດຄອງປະເພນີຂອງ ຫວຽດນາມ.

5 ບຸລິມະສິດສ້າງແຮງຍູ້ໃໝ່ ໃຫ້ແກ່ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ແຂວງ ຫວິງລອງ ເສີມສ້າງການຮ່ວມມືກັບ ສິງກະໂປ ແລະ ຍີ່ປຸ່ນ

ນີ້ແມ່ນກິດຈະກຳປະຈຳທີ່ຖືກຈັດຂຶ້ນເປັນປະຈຳ ເພື່ອເສີມສ້າງຄວາມຜູກພັນລະຫວ່າງບັນດາໂຮງຮຽນຂອງນະຄອນ ຮ່າໂນ້ຍ ກັບແຂວງ Fukuoka, ພ້ອມທັງສ້າງໂອກາດໃຫ້ຄູອາຈານ ແລະ ນັກຮຽນຂອງສອງຝ່າຍໄດ້ພົບປະແລກປ່ຽນ ແລະ ແບ່ງປັນປະສົບການໃນການຄຸ້ມຄອງ, ການສິດສອນ ແລະ ການຮຽນ.

ຄະນະຜູ້ແທນຈາກແຂວງ Fukuoka ປະກອບມີນັກຮຽນ 45 ຄົນ ແລະ ພະນັກງານ ພ້ອມຄູອາຈານຫຼາຍກວ່າ 10 ຄົນ ເດີນທາງມານະຄອນ ຮ່າໂນ້ຍ ແຕ່ວັນທີ 4-8 ສິງຫາ 2026. ໂຮງຮຽນຂັ້ນມັດທະຍົມ 3 ແຫ່ງຂອງນະຄອນ ຮ່າໂນ້ຍ ທີ່ຮັບນັກຮຽນ ຍີ່ປຸ່ນ ປະກອບມີ: ໂຮງຮຽນມັດທະຍົມປາຍ ຫວຽດດຶກ, ໂຮງຮຽນມັດທະຍົມປາຍ ຟານດິງຟຸງ ແລະ ໂຮງຮຽນສາມັນລະຫວ່າງບັນດາຂັ້ນ Phenikaa.

ນັກຮຽນ ຍີ່ປຸ່ນ ສຳຜັດວັດທະນະທຳ ຫວຽດນາມ ຢູ່ ຮ່າໂນ້ຍ
ນັກຮຽນ ຫວຽດນາມ ແລະ ຍີ່ປຸ່ນ ຮ່ວມຖ່າຍຮູບເປັນທີ່ລະນຶກ.

ໃນໄລຍະພັກອາໄສຢູ່ ຫວຽດນາມ, ນັກຮຽນ ຍີ່ປຸ່ນ ຈະພັກອາໄສຮ່ວມກັບຄອບຄົວຂອງນັກຮຽນ ຮ່າໂນ້ຍ ຕາມຮູບແບບ homestay ເພື່ອສຳຜັດວິຖີຊີວິດ, ວັດທະນະທຳ ແລະ ຮີດຄອງປະເພນີຂອງຊາວ ຫວຽດນາມ.

ທ່ານ Yoshitaka Kajihara, ຫົວໜ້າຄະນະຜູ້ແທນ ຍີ່ປຸ່ນ, ອຳນວຍການໂຮງຮຽນມັດທະຍົມ Nakamura Gakuen Sanyo ແລະ ປະທານຄະນະກຳມະການແລກປ່ຽນອາຊີ ສັງກັດສະມາຄົມໂຮງຮຽນເອກະຊົນ Fukuoka, ສະແດງຄວາມເຊື່ອໝັ້ນວ່າ ເຖິງແມ່ນຈະຍັງມີຄວາມແຕກຕ່າງດ້ານພາສາ ແລະ ຮີດຄອງປະເພນີ, ແຕ່ການຮ່ວມກັນດຳລົງຊີວິດ ແລະ ແລກປ່ຽນຈະຊ່ວຍໃຫ້ນັກຮຽນເຕີບໃຫຍ່ຂຶ້ນ, ພ້ອມທັງປະກອບສ່ວນເສີມສ້າງຄວາມເຂົ້າໃຈ ແລະ ມິດຕະພາບລະຫວ່າງສອງປະຊາຊາດ.

ຕາມກົມການສຶກສາ ແລະ ບຳລຸງສ້າງນະຄອນ ຮ່າໂນ້ຍ ແລ້ວ, ຫຼັງຈາກດຳເນີນໂຄງການມາກວ່າ 15 ປີ, ໂຄງການແລກປ່ຽນວັດທະນະທຳ ແລະ ການສຶກສາ ລະຫວ່າງນັກຮຽນມັດທະຍົມປາຍຂອງນະຄອນ ຮ່າໂນ້ຍ ແລະ ແຂວງ Fukuoka ໄດ້ຖືກສືບຕໍ່ຈັດຂຶ້ນຢ່າງສະໝ່ຳສະເໝີ ໂດຍແຕ່ລະປີມີນັກຮຽນຈາກແຕ່ລະຝ່າຍເຂົ້າຮ່ວມປະມານ 40-60 ຄົນ.

ນອກຈາກການສ້າງເງື່ອນໄຂໃຫ້ນັກຮຽນໄດ້ພົບປະແລກປ່ຽນ, ໂຄງການຍັງເປັນເວທີໃຫ້ຜູ້ບໍລິຫານ ແລະ ຄູອາຈານຂອງສອງທ້ອງຖິ່ນໄດ້ແລກປ່ຽນປະສົບການດ້ານການບໍລິຫານການສຶກສາ, ການຈັດການຮຽນການສອນ ແລະ ຂະຫຍາຍການຮ່ວມມືລະຫວ່າງບັນດາສະຖານສຶກສາ.

VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ຍສໝ - ວັນທີ 18 ກໍລະກົດ, ສູນຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ແລະ ການສຶກສາ ຫວຽດນາມ - ຍີ່ປຸ່ນ (VJCE) ໄດ້ເປີດໂຕຫ້ອງການຜູ້ຕາງໜ້າຢູ່ທີ່ຮາໂນ້ຍ ຢ່າງເປັນທາງການ, ເຊິ່ງເປັນການເປີດສາກໄລຍະໃໝ່ ພາຍໃນການເຄື່ອນໄຫວເຊື່ອມຕໍ່ທາງດ້ານການສຶກສາ, ວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ສອງພັກກຳອຳນາດ ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ສອງພັກກຳອຳນາດ
ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ໄດ້ຕ້ອນຮັບຄະນະຜູ້ແທນ ພັກປະຊາທິປະໄຕ ເສລີ ຍີ່ປຸ່ນ (LDP) ໂດຍທ່ານ Hagiuda Koichi ຜູ້ຮັກສາການເລຂາທິການໃຫຍ່ ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ຫວຽດນາມ ຕັ້ງແຕ່ວັນທີ 20-23 ກໍລະກົດ ປີ 2026.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ