| ຮັກສາຈິດວິນຍານຂອງຫວຽດນາມຢູ່ຕ່າງປະເທດ: ການເດີນທາງເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ກາຕາ ຫວຽດນາມ ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ກັບບັນດາປະເທດ ອາຟຣິກາຕາເວັນຕົກ |
![]() |
| ສະຫາຍ ເລຮວ່າຍຈຸງ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ພົບປະກັບທ່ານ Sultan bin Saad Al Muraikhi, ລັດຖະມົນຕີລອຍວ່າການກະຊວງການຕ່າງປະເທດກາຕາ. (ພາບ: ບາວຈີ) |
ໃນໂອກາດນີ້, ລັດຖະມົນຕີ ເລຮວ່າຍຈຸງ ໄດ້ສະແດງຄວາມເສຍໃຈຢ່າງສຸດເຊິ້ງອີກຄັ້ງໜຶ່ງ ໃນນາມການນຳຂັ້ນສູງຂອງຫວຽດນາມ ແລະ ໃນນາມສ່ວນຕົວ ຕໍ່ລັດກາຕາ, ລາຊະວົງ ແລະ ປະຊາຊົນກາຕາ ຕໍ່ການເຖິງແກ່ອະສັນຍະກຳຂອງອະດີດເຈົ້າຜູ້ຄອງລັດ Sheikh Hamad bin Khalifa Al Thani. ພ້ອມກັນນັ້ນ ທ່ານໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄຸນຄ່າຢ່າງສູງຕໍ່ຄວາມຮູ້ສຶກອັນດີງາມ ແລະ ການປະກອບສ່ວນອັນສຳຄັນຂອງອະດີດເຈົ້າຜູ້ຄອງລັດ ຕໍ່ການເສີມສ້າງມິດຕະພາບລະຫວ່າງສອງປະເທດ.
ໃນການແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ທັງສອງຝ່າຍໄດ້ເຫັນດີຮ່ວມກັນປະສານງານເພື່ອຊຸກຍູ້ການຢ້ຽມຢາມ ແລະ ການພົບປະໃນລະດັບສູງ ພ້ອມທັງໃນລະດັບຕ່າງໆ ເພື່ອສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການພົວພັນຂອງສອງປະເທດ. ສອງຝ່າຍຍັງເຫັນດີຂະຫຍາຍບັນດາໂຄງການລົງທຶນ ແລະ ສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມື ທີ່ສອດຄ່ອງກັບທ່າແຮງ, ຈຸດແຂງ ແລະ ຄວາມຕ້ອງການພັດທະນາຂອງແຕ່ລະປະເທດ.
ທັງສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະຖານະການໃນພາກພື້ນຕາເວັນອອກກາງ. ທ່ານ Sultan bin Saad Al Muraikhi, ລັດຖະມົນຕີລອຍ ກະຊວງການຕ່າງປະເທດກາຕາ ໄດ້ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກ, ຄວາມສູນເສຍ ແລະ ຜົນກະທົບອັນໜັກໜ່ວງຈາກຄວາມຂັດແຍ່ງທີ່ຍືດເຍື້ອ ຕໍ່ບັນດາປະເທດ ແລະ ປະຊາຊົນໃນພາກພື້ນ.
ລັດຖະມົນຕີ ເລຮວ່າຍຈຸງ ໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງ ແລະ ເນັ້ນໜັກວ່າ ຫວຽດນາມ, ດ້ວຍປະສົບການຂອງປະເທດທີ່ເຄີຍຜ່ານສົງຄາມຫຼາຍທົດສະວັດ, ຍາມໃດກໍເຂົ້າໃຈຢ່າງເລິກເຊິ່ງເຖິງຄຸນຄ່າຂອງສັນຕິພາບ, ຄວາມໝັ້ນຄົງ, ການສົນທະນາ ແລະ ການຮ່ວມມື. ຫວຽດນາມປາຖະໜາໃຫ້ຄວາມບໍ່ເຫັນດີຖືກແກ້ໄຂດ້ວຍວິທີການສັນຕິ, ບົນພື້ນຖານຂອງກົດໝາຍສາກົນ, ເພື່ອຜົນປະໂຫຍດຂອງປະຊາຊົນໃນພາກພື້ນ ແລະ ຂອງປະຊາຄົມໂລກ. ພ້ອມກັນນັ້ນ ທ່ານໄດ້ຕີລາຄາສູງຕໍ່ບົດບາດການໄກ່ເກ່ຍ ແລະ ການປະພຶດຕົນຢ່າງຮັບຜິດຊອບຂອງກາຕາ ທີ່ໄດ້ປະກອບສ່ວນຫຼຸດຜ່ອນຄວາມຕຶງຄຽດ, ຊຸກຍູ້ການສົນທະນາ ແລະ ຊອກຫາແນວທາງແກ້ໄຂດ້ວຍສັນຕິວິທີ.
ຍສໝ - ຕອນເຊົ້າວັນທີ 31 ຕຸລາ, ໃນຂອບເຂດການຢ້ຽມຢາມກາຕາ ຢ່າງເປັນທາງການ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Tamim bin Hamad Al Thani ມະຫາກະສັດກາຕາ. |
ຍສໝ - ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ກາຕາ ຢ່າງຈົບງາມ. ການຢ້ຽມຢາມແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ກັບ ກາຕາ ແລະມີຄວາມໝາຍພິເສດດັ່ງລຸ່ມນີ້. |
ມິງດຶກ
