ການແລກປ່ຽນປະຊາຊົນ ເສີມສ້າງສາຍພົວພັນ ຫວຽດນາມ - ໄທ

11:05 | 05/08/2026

ຍສໝ - ວັນທີ 4 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ, ສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ເກີນເທີ ຮ່ວມກັບ ສະຖານກົງສຸນໃຫຍ່ ລາຊະອານາຈັກ ໄທ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດພິທີພົບປະເພື່ອສະຫຼອງຄົບຮອບ 50 ປີ ການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ໄທ (1976-2026). ໃນໂອກາດນີ້, ໂດຍເນັ້ນຢ້ຳບົດບາດຂອງການແລກປ່ຽນປະຊາຊົນ, ກົງສຸນໃຫຍ່ ໄທ ກ່າວວ່າ ກິດຈະກຳແລກປ່ຽນດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ອາຫານ, ສິລະປະ ແລະ ການແລກປ່ຽນຊາວໜຸ່ມ ໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນ ໄທ - ຫວຽດນາມ ນັບມື້ນັບແໜ້ນແຟ້ນ ແລະ ໃກ້ຊິດຍິ່ງຂຶ້ນ.

ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ ການພົບປະແລກປ່ຽນລະຫວ່າງປະຊາຊົນ - ພື້ນຖານແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ໄທ

ໃນການກ່າວຄຳປາໄສໃນງານພົບປະ, ທ່ານ ຫງວຽນວັນເຂີຍ, ຮອງປະທານຄະນະປະຊາຊົນນະຄອນ ເກີນເທີ, ກ່າວວ່າ ຫຼັງຈາກໄດ້ຮ່ວມກັນສ້າງສາ ແລະ ບົ່ມເພາະມາເປັນເວລາກວ່າເຄິ່ງສະຕະວັດ, ສາຍພົວພັນ ຫວຽດນາມ - ໄທ ໄດ້ພັດທະນາຢ່າງເຂັ້ມແຂງ, ຮອບດ້ານ ແລະ ກາຍເປັນໜຶ່ງໃນສາຍພົວພັນຄູ່ຮ່ວມງານທີ່ມີພະລັງໃນພາກພື້ນອາຊຽນ. ໂດຍສະເພາະ, ການທີ່ສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2025 ໄດ້ເປີດກວ້າງໂອກາດໃໝ່ຫຼາຍດ້ານ ໃນການຮ່ວມມືດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ.

ການແລກປ່ຽນປະຊາຊົນ ເສີມສ້າງສາຍພົວພັນ ຫວຽດນາມ - ໄທ
ບັນດາຜູ້ແທນເຂົ້າຊົມງານວາງສະແດງ. (ພາບ: ຮ່າວີ)

ຕາມທ່ານ ຫງວຽນວັນເຂີຍ ແລ້ວ, ການທູດປະຊາຊົນເປັນຂົວຕໍ່ທີ່ສຳຄັນ ໃນການປະກອບສ່ວນເສີມສ້າງຄວາມເຂົ້າໃຈ, ຄວາມໄວ້ວາງໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນຂອງສອງປະເທດ. ບັນດາກິດຈະກຳແລກປ່ຽນດ້ານວັດທະນະທຳ, ການຮ່ວມມືດ້ານການສຶກສາ, ການເຊື່ອມຕໍ່ວິສາຫະກິດ, ການສົ່ງເສີມການລົງທຶນ - ການຄ້າ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະ ບັນດາໂຄງການດ້ານມະນຸດສະທຳ ໄດ້ປະກອບສ່ວນສ້າງຮາກຖານທາງສັງຄົມທີ່ໝັ້ນຄົງ ໃຫ້ແກ່ສາຍພົວພັນ ຫວຽດນາມ - ໄທ.

ທ່ານຍັງຢືນຢັນວ່າ ນະຄອນ ເກີນເທີ ກຳລັງສືບຕໍ່ສົ່ງເສີມບົດບາດເປັນສູນກາງຂອງເຂດສາມຫຼ່ຽມປາກແມ່ນ້ຳຂອງ, ພ້ອມທັງຂະຫຍາຍການຮ່ວມມືສາກົນຢ່າງບໍ່ຢຸດຢັ້ງ. ນະຄອນປາດຖະໜາເສີມສ້າງການເຊື່ອມຕໍ່ກັບບັນດາຄູ່ຮ່ວມງານ ໄທ ໃນຂົງເຂດການລົງທຶນ, ການຄ້າ, ການທ່ອງທ່ຽວ, ການສຶກສາ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງຂຶ້ນ.

ໂດຍຍ້ອງຍໍບົດບາດຂອງ ສະຖານກົງສຸນໃຫຍ່ ລາຊະອານາຈັກ ໄທ ປະຈຳນະຄອນ ໂຮ່ຈີມິນ, ການນຳນະຄອນ ເກີນເທີ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານນາງ Wiraka Moodhitaporn ໃນການສົ່ງເສີມການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ການແລກປ່ຽນປະຊາຊົນ ຫວຽດນາມ - ໄທ.

ການແລກປ່ຽນປະຊາຊົນ ເສີມສ້າງສາຍພົວພັນ ຫວຽດນາມ - ໄທ
ທ່ານນາງ Wiraka Moodhitaporn, ກົງສຸນໃຫຍ່ ລາຊະອານາຈັກ ໄທ ປະຈຳນະຄອນ ໂຮ່ຈີມິນ ກ່າວຄຳປາໄສ. (ພາບ: ຮ່າວີ)

ໃນການກ່າວຄຳປາໄສໃນງານ, ທ່ານນາງ Wiraka Moodhitaporn, ກົງສຸນໃຫຍ່ ລາຊະອານາຈັກ ໄທ ປະຈຳນະຄອນ ໂຮ່ຈີມິນ, ກ່າວວ່າ ການຍົກລະດັບສາຍພົວພັນ ຫວຽດນາມ - ໄທ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ເປັນເຫດການສຳຄັນ ທີ່ສະທ້ອນເຖິງຄວາມໄວ້ວາງໃຈ ແລະ ຄວາມຕັ້ງໃຈຂອງສອງປະເທດ ໃນການຍົກລະດັບສາຍພົວພັນສອງຝ່າຍໃຫ້ກ້າວສູ່ລະດັບໃໝ່.

ຕາມທ່ານນາງແລ້ວ, ຫວຽດນາມ ເປັນຄູ່ຮ່ວມງານສຳຄັນຂອງ ໄທ ໃນອາຊຽນ, ໂດຍການຮ່ວມມືລະຫວ່າງສອງປະເທດນັບມື້ນັບຂະຫຍາຍຕົວໃນຫຼາຍຂົງເຂດ ເຊັ່ນ ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ. ໃນນັ້ນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຖືກຖືວ່າເປັນພື້ນຖານສຳຄັນ ທີ່ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນຍືນຍົງລະຫວ່າງສອງປະເທດ.

ທ່ານນາງກົງສຸນໃຫຍ່ ໄທ ປະເມີນວ່າ ນະຄອນ ເກີນເທີ ແມ່ນຄູ່ຮ່ວມງານທ້ອງຖິ່ນທີ່ສຳຄັນຂອງ ໄທ. ສາຍພົວພັນເມືອງມິດຕະພາບລະຫວ່າງນະຄອນ ເກີນເທີ ກັບແຂວງ Chachoengsao ໄດ້ສ້າງກົນໄກທີ່ມີປະສິດທິຜົນ ເພື່ອສົ່ງເສີມການຮ່ວມມື ແລະ ເສີມສ້າງການແລກປ່ຽນລະຫວ່າງອົງການປົກຄອງ, ວິສາຫະກິດ ແລະ ປະຊາຊົນຂອງສອງຝ່າຍ.

ການແລກປ່ຽນປະຊາຊົນ ເສີມສ້າງສາຍພົວພັນ ຫວຽດນາມ - ໄທ
ຄະນະຈັດຕັ້ງມອບດອກໄມ້ ແລະ ຂອງທີ່ລະນຶກ ເພື່ອຍ້ອງຍໍການປະກອບສ່ວນຂອງຄະນະບໍລິຫານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ເກີນເທີ ໃນວຽກງານການທູດປະຊາຊົນ. (ພາບ: ຮ່າວີ)

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ຮອດປີ 2025, ຍອດມູນຄ່າການລົງທຶນຂອງ ໄທ ຢູ່ນະຄອນ ເກີນເທີ ບັນລຸປະມານ 119,25 ລ້ານ USD. ມູນຄ່າການສົ່ງອອກຂອງ ເກີນເທີ ໄປຍັງ ໄທ ບັນລຸ 28,8 ລ້ານ USD, ໃນຂະນະທີ່ມູນຄ່າການນຳເຂົ້າຈາກ ໄທ ບັນລຸ 10,7 ລ້ານ USD. ຕາມທ່ານນາງ Wiraka Moodhitaporn ແລ້ວ, ຜົນສຳເລັດເຫຼົ່ານີ້ສະແດງໃຫ້ເຫັນວ່າ ຍັງມີທ່າແຮງອັນໃຫຍ່ຫຼວງໃນການຮ່ວມມືລະຫວ່າງສອງຝ່າຍ ໂດຍສະເພາະໃນຂົງເຂດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.

ທ່ານນາງຍັງເຫັນວ່າ ການພັດທະນາການທ່ອງທ່ຽວຕະຫຼາດນ້ຳແມ່ນຂົງເຂດທີ່ມີທ່າແຮງຫຼາຍ ເພື່ອໃຫ້ ເກີນເທີ ແລະ ໄທ ເສີມສ້າງການຮ່ວມມື ແລະ ແລກປ່ຽນປະສົບການ, ທັງເປັນການຮັກສາ ແລະ ເຜີຍແຜ່ຄຸນຄ່າວັດທະນະທຳດັ້ງເດີມ ພ້ອມທັງສ້າງອາຊີບ ແລະ ລາຍຮັບທີ່ຍືນຍົງໃຫ້ແກ່ຊຸມຊົນທ້ອງຖິ່ນ.

ໂດຍເນັ້ນຢ້ຳບົດບາດຂອງການແລກປ່ຽນປະຊາຊົນ, ທ່ານນາງກົງສຸນໃຫຍ່ ໄທ ກ່າວວ່າ ກິດຈະກຳແລກປ່ຽນດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ອາຫານ, ສິລະປະ ແລະ ການແລກປ່ຽນຊາວໜຸ່ມ ໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນ ໄທ - ຫວຽດນາມ ນັບມື້ນັບແໜ້ນແຟ້ນ ແລະ ໃກ້ຊິດຍິ່ງຂຶ້ນ. ທ່ານນາງໄດ້ສະແດງຄວາມຫວັງວ່າ ບັນດາອົງການມິດຕະພາບ, ອົງການປົກຄອງທ້ອງຖິ່ນ, ຊຸມຊົນວິສາຫະກິດ ແລະ ປະຊາຊົນຂອງສອງປະເທດ ຈະສືບຕໍ່ຮ່ວມມື ແລະ ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນໄລຍະໃໝ່.

ການແລກປ່ຽນປະຊາຊົນ ເສີມສ້າງສາຍພົວພັນ ຫວຽດນາມ - ໄທ
ການສະແດງສິລະປະຫຼາຍລາຍການທີ່ໂດດເດັ່ນ ແລະ ປະທັບໃຈ ໄດ້ຖືກນຳສະເໜີໃນງານພົບປະ. (ພາບ: ຮ່າວີ)

ໃນໂອກາດນີ້, ສະຖານກົງສຸນໃຫຍ່ ລາຊະອານາຈັກ ໄທ ປະຈຳນະຄອນ ໂຮ່ຈີມິນ ໄດ້ນຳສະເໜີການສະແດງມວຍໄທ ແລະ ການຟ້ອນລຳພື້ນເມືອງຂອງ ໄທ ໃຫ້ແກ່ປະຊາຊົນນະຄອນ ເກີນເທີ, ໂດຍມີນັກສິລະປິນ ແລະ ນັກສຶກສາ ຫວຽດນາມ ເປັນຜູ້ສະແດງ, ປະກອບສ່ວນເຜີຍແຜ່ວັດທະນະທຳ ໄທ ແລະ ເສີມສ້າງການແລກປ່ຽນລະຫວ່າງປະຊາຊົນຂອງສອງປະເທດ.

ກຳນົດບາດກ້າວໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ກຳນົດບາດກ້າວໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ
ຍສໝ - ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ Anuthin Sanvirakorn ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ນັບຕັ້ງແຕ່ວັນທີ 27 ຫາ ວັນທີ 29 ພຶດສະພາ 2026.
ເປີດກວ້າງຂົວຕໍ່ແຫ່ງການຮ່ວມມື ຫວຽດນາມ - ໄທ ຢູ່ແຂວງ ຮ້ອຍເອັດ (Roi Et) ເປີດກວ້າງຂົວຕໍ່ແຫ່ງການຮ່ວມມື ຫວຽດນາມ - ໄທ ຢູ່ແຂວງ ຮ້ອຍເອັດ (Roi Et)
ຍສໝ - ພາຍໃຕ້ຂອບເຂດໂຄງການເພີ່ມທະວີການເຊື່ອມຕໍ່ທ້ອງຖິ່ນ ຫວຽດນາມ - ໄທ, ແຕ່ວັນທີ 5-6/6/2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນຳແຂວງ ຮ້ອຍເອັດ, ພ້ອມທັງເຂົ້າຮ່ວມບັນດາກິດຈະກຳທາງດ້ານວັດທະນະທຳຢູ່ພາຍໃດທ້ອງຖິ່ນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ