ຄະນະສະຖາບັນຮູບເງົາ ຫວຽດນາມ ໄດ້ເຂົ້າຮ່ວມລາຍການຕາມຄຳເຊີນຂອງທ່ານ Shovgi Mehdizada, ເອກອັກຄະລາຊະທູດ ອາແຊກໄບຊານ ປະຈຳ ຫວຽດນາມ ແລະ ຄະນະຈັດງານວັນຮູບເງົາ ອາແຊກໄບຊານ.
ປີ 2026 ເປັນຄັ້ງທຳອິດທີ່ຄະນະຈັດງານໄດ້ຂະຫຍາຍຂະໜາດຂອງກິດຈະກຳ ດ້ວຍການເຊີນແຂກຮັບເຊີນຈາກຕ່າງປະເທດ, ໃນນັ້ນມີ ຫວຽດນາມ. ກິດຈະກຳນີ້ປະກອບສ່ວນເສີມສ້າງການແລກປ່ຽນທາງວັດທະນະທຳ ພ້ອມທັງສືບຕໍ່ຄຸນຄ່າທາງປະຫວັດສາດທີ່ປະຊາຊົນສອງປະເທດໄດ້ຮ່ວມກັນສ້າງສົມຜ່ານວົງການຮູບເງົາຕະຫຼອດຫຼາຍຮຸ່ນຄົນ.
![]() |
| ທ່ານ Rashad Azizov, ຜູ້ອຳນວຍການໃຫຍ່ອົງການຮູບເງົາ ອາແຊກໄບຊານ ມອບຂອງຂວັນໃຫ້ຄະນະສະຖາບັນຮູບເງົາ ຫວຽດນາມ. |
ການເຂົ້າຮ່ວມຂອງຄະນະຜູ້ແທນ ຫວຽດນາມ ຢູ່ນະຄອນ ບາກູ ຍັງເປັນການລະນຶກເຖິງການປະກອບສ່ວນອັນສຳຄັນຂອງຜູ້ກຳກັບຮູບເງົາຊາວ ອາແຊກໄບຊານ Ajdar Ibrahimov ຕໍ່ຂະບວນການກໍ່ຮ່າງ ແລະ ພັດທະນາຂອງວົງການຮູບເງົາປະຕິວັດ ຫວຽດນາມ.
ໃນປີ 1959, ຕາມຄຳເຊີນຂອງປະທານ ໂຮ່ຈີມິນ, ຜູ້ກຳກັບ Ajdar Ibrahimov ໄດ້ເດີນທາງມາ ຫວຽດນາມ ເພື່ອຮ່ວມຝຶກອົບຮົມບຸກຄະລາກອນດ້ານຮູບເງົາ ໃນຊ່ວງທີ່ປະເທດຍັງປະສົບຄວາມຫຍຸ້ງຍາກຈາກສົງຄາມ.
ດ້ວຍຄວາມຮູ້ ແລະ ປະສົບການວິຊາຊີບ, ທ່ານໄດ້ປະກອບສ່ວນຝຶກອົບຮົມນັກສິລະປິນຫຼາຍຮຸ່ນ ແລະ ວາງຮາກຖານໃຫ້ແກ່ການພັດທະນາວົງການຮູບເງົາ ຫວຽດນາມ ໃນຫຼາຍທົດສະວັດຕໍ່ມາ.
ກ່າວໃນງານດັ່ງກ່າວ, ທ່ານນາງ ເລທິຮ່າ, ຫົວໜ້າສະຖາບັນຮູບເງົາ ຫວຽດນາມ ໃຫ້ຮູ້ວ່າ ເຖິງວ່າ ຫວຽດນາມ ແລະ ອາແຊກໄບຊານ ຈະຢູ່ຫ່າງໄກກັນທາງພູມສາດ ແຕ່ທັງສອງປະເທດຍັງຄົງມອບຄວາມຮູ້ສຶກຈິງໃຈ ແລະ ຄວາມໄວ້ວາງໃຈໃຫ້ແກ່ກັນສະເໝີ. ຕາມທ່ານນາງ ເລທິຮ່າ, ຄຸນຄ່າທີ່ໄດ້ສ້າງສົມມາຫຼາຍທົດສະວັດ ແມ່ນພື້ນຖານສຳຄັນໃຫ້ສອງປະເທດສືບຕໍ່ຊຸກຍູ້ການແລກປ່ຽນ ແລະ ຂະຫຍາຍການຮ່ວມມືໃນຂົງເຂດຮູບເງົາ.
ໃນງານນີ້, ສະຖາບັນຮູບເງົາ ຫວຽດນາມ ໄດ້ແນະນຳຕໍ່ຜູ້ຊົມຊາວ ອາແຊກໄບຊານ ຜົນງານຄລາສສິກຂອງຮູບເງົາປະຕິວັດ ຫວຽດນາມ 3 ເລື່ອງ ປະກອບມີ “Con chim vành khuyên”, “Hai người lính” ແລະ “Một ngày đầu thu”. ຮູບເງົາເຫຼົ່ານີ້ ລ້ວນຜູກພັນກັບໄລຍະທີ່ຜູ້ກຳກັບ Ajdar Ibrahimov ໄດ້ຮ່ວມຝຶກອົບຮົມ ແລະ ຊີ້ນຳນັກສິລະປິນຮູບເງົາຮຸ່ນບຸກເບີກຂອງ ຫວຽດນາມ.
ນອກຈາກຜົນງານຮູບເງົາ, ຄະນະຜູ້ແທນ ຫວຽດນາມ ຍັງໄດ້ແນະນຳປຶ້ມ “Những gì tôi thấy ở Việt Nam” ຂອງ Ajdar Ibrahimov. ຜົນງານດັ່ງກ່າວ ຊ່ວຍໃຫ້ປະຊາຊົນ ອາແຊກໄບຊານ ເຂົ້າໃຈຫຼາຍຂຶ້ນເຖິງຄວາມຮັກທີ່ທ່ານມີຕໍ່ປະເທດ ແລະ ປະຊາຊົນ ຫວຽດນາມ, ພ້ອມທັງຜົນງານອັນສຳຄັນຂອງຜູ້ກຳກັບຕໍ່ວົງການຮູບເງົາປະຕິວັດ ຫວຽດນາມ.
ທ່ານນາງ ເລທິຮ່າ ເນັ້ນໜັກວ່າ ມໍລະດົກທີ່ຜູ້ກຳກັບ Ajdar Ibrahimov ປະໄວ້ ໄດ້ກາຍເປັນສັນຍາລັກອັນງົດງາມຂອງຄວາມສຳພັນມິດຕະພາບ ຫວຽດນາມ - ອາແຊກໄບຊານ.
ການນຳສະເໜີບັນດາຮູບເງົາ ຫວຽດນາມ ພ້ອມທັງເອກະສານກ່ຽວກັບຊີວິດ ແລະ ຜົນງານຂອງທ່ານ ຢູ່ນະຄອນ ບາກູ ແມ່ນການສະແດງຄວາມເຄົາລົບຕໍ່ມິດສະຫາຍຜູ້ຍິ່ງໃຫຍ່ຂອງວົງການຮູບເງົາ ຫວຽດນາມ, ພ້ອມທັງປະກອບສ່ວນອະນຸລັກຄວາມຊົງຈຳຮ່ວມກັນຂອງປະຊາຊົນສອງປະເທດ.
ຫຼັງຈາກງານດັ່ງກ່າວ, ບັນດາແຂກໄດ້ແລກປ່ຽນກັບຄະນະສະຖາບັນຮູບເງົາ ຫວຽດນາມ ກ່ຽວກັບຮ່ອງຮອຍຂອງຜູ້ກຳກັບ Ajdar Ibrahimov ຢູ່ ຫວຽດນາມ ແລະ ຄວາມເປັນໄປໄດ້ໃນການເສີມສ້າງການຮ່ວມມືລະຫວ່າງອົງການຮູບເງົາຂອງສອງປະເທດໃນອະນາຄົດ.
ທ່ານ Shovgi Mehdizada, ເອກອັກຄະລາຊະທູດ ອາແຊກໄບຊານ ພ້ອມດ້ວຍນັກສ້າງຮູບເງົາ ແລະ ນັກວິຊາການຊາວ ອາແຊກໄບຊານ ໄດ້ສະແດງຄວາມຊື່ນຊົມຕໍ່ການທີ່ ຫວຽດນາມ ຍັງຄົງອະນຸລັກ ແລະ ສືບສານຄຸນຄ່າທີ່ຜູ້ກຳກັບ Ajdar Ibrahimov ປະໄວ້.
ບັນດາຜູ້ແທນເຫັນວ່າ ການທີ່ຜົນງານຮູບເງົາ ຫວຽດນາມ ໄດ້ຖືກນຳມາສາຍຢູ່ນະຄອນ ບາກູ ຄຽງຄູ່ກັບການສືບຕໍ່ອະນຸລັກເອກະສານກ່ຽວກັບຜູ້ກຳກັບຊາວ ອາແຊກໄບຊານ ຜູ້ນີ້ ແມ່ນຫຼັກຖານອັນຊັດເຈນຂອງມິດຕະພາບອັນຍາວນານລະຫວ່າງສອງປະເທດ.
ຍສໝ - ຄະນະຜູ້ແທນ ສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ໂດຍແມ່ນ ສ. ປະລິນຍາເອກ ເຈິ່ນຕວນແອັງ, ຮອງປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ປະທານສະມາຄົມ ເປັນຫົວໜ້າຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ໂອຕຣິດ. ຄະນະໄດ້ພົບປະກັບນັກວິຊາການຫວຽດນາມ, ເຮັດວຽກກັບ ສະຖານເອກອັກຄະລັດຖະທູດຫວຽດນາມ ພ້ອມດ້ວຍບັນດາຮາກຖານຄົ້ນຄວ້າ, ມະຫາວິທະຍາໄລ ແລະ ອົງການຈັດຕັ້ງສາກົນ ຢູ່ ໂອຕຣິດ, ແລກປ່ຽນຄວາມສາມາດໃນການຮ່ວມມື ເຂົ້າໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ການປະດິດສ້າງໃໝ່. |
ຍສໝ - ໃນນາມຄະນະບໍລິຫານງານສູນກາງພັກ, ສະຫາຍ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ລົງນາມປະກາດໃຊ້ມະຕິຂອງກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ວ່າດ້ວຍການກໍ່ສ້າງ ແລະ ພັດທະນາ ຫວຽດນາມ ໃຫ້ກາຍເປັນປະເທດທະເລທີ່ເຂັ້ມແຂງ (ມະຕິເລກທີ 20-NQ/TW ລົງວັນທີ 28 ກໍລະກົດ 2026). |
ມິງດຶກ
