| ອົງການ Sunflower Mission (ອາເມລິກາ) ອຸປະຖຳໂຄງການກໍ່ສ້າງການສຶກສາ ມູນຄ່າ 4,9 ຕື້ດົ່ງ ຢູ່ແຂວງ ອານຢາງ ຫວຽດນາມ ມີຜູ້ພິພາກສາຢູ່ພາຍໃດສານກົດໝາຍທະເລສາກົນ ເປັນຄັ້ງທຳອິດ |
![]() |
| ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ Marco Rubio. |
ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ຕີລາຄາສູງຕໍ່ການເຂົ້າຮ່ວມ ແລະ ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Marco Rubio ຢູ່ທີ່ບັນດາກອງປະຊຸມຂອງ ອາຊຽນ, ໂດຍຜ່ານນັ້ນ ສະແດງໃຫ້ເຫັນຄຳມັ້ນສັນຍາການຮ່ວມມື ແລະ ການປະກົດຕົວຢ່າງຕັ້ງໜ້າຂອງ ສະຫະລັດ ອາເມລິກາ ເພື່ອສັນຕິພາບ, ຄວາມສະຫງົບ ແລະ ຄວາມຈະເລີນຮຸ່ງເຮືອງ ຢູ່ທີ່ພູມິພາກ ແລະ ບົດບາດສູນກາງຂອງ ອາຊຽນ.
ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ຢັ້ງຢືນວ່າ ຫວຽດນາມ ຖືເອົາ ສະຫະລັດ ອາເມລິກາ ເປັນໜຶ່ງໃນບັນດາຄູ່ຮ່ວມມືອັນສຳຄັນແຖວໜ້າ, ມຸ່ງຫວັງທີ່ຈະຮ່ວມກັບ ສະຫະລັດ ອາເມລິກາ ສືບຕໍ່ນຳເອົາສາຍພົວພັນສອງປະເທດ ກ້າວເຂົ້າສູ່ແນວເລິກ, ມີປະສິດທິຜົນ, ແທດຕົວຈິງ ແລະ ຮອບດ້ານ, ສອດຄອງກັບຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນສັນຕິພາບ, ຄວາມສະຫງົບ, ການຮ່ວມມື ແລະ ການພັດທະນາ ຢູ່ທີ່ພູມິພາກ ແລະ ຢູ່ທີ່ທົ່ວໂລກ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ໄດ້ສະເໜີໃຫ້ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Marco Rubio ຊ່ວຍສົ່ງສານຈາກ ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຖິງ ທ່ານ ປະທານາທິບໍດີ Donald Trump ໂດຍຢັ້ງຢືນເຖິງການໃຫ້ຄວາມສຳຄັນ ແລະ ມຸ່ງຫວັງທີ່ຈະຮ່ວມກັນສືບຕໍ່ຊຸກຍູ້ສາຍພົວພັນສອງປະເທດ ໃຫ້ພັດທະນານັບມື້ນັບແທດຕົວຈິງ.
ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ຕີລາຄາສູງຕໍ່ການທີ່ສອງກະຊວງການຕ່າງປະເທດ ໄດ້ປະສານງານຢ່າງແໜ້ນແຟ້ນ ຕັ້ງແຕ່ຕົ້ນປີມາຮອດປັດຈຸບັນ, ປະກອບສ່ວນຊຸກຍູ້ການຮ່ວມມື ທັງພາຍໃນຂອບເຂດສອງຝ່າຍ, ພູມິພາກ ແລະ ສາກົນ, ແລະ ສະເໜີໃຫ້ສອງກະຊວງການຕ່າງປະເທດ ສືບຕໍ່ເສີມຂະຫຍາຍບົດບາດປະສານງານ ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ ພາຍໃນໄລຍະຕໍ່ໄປ; ຮັກສາ ແລະ ຍົກສູງປະສິດທິຜົນ ຂອງບັນດາກົນໄກການເຈລະຈາສອງຝ່າຍ ພາຍໃນບັນດາຂົງເຂດ.
ສະແດງຄວາມເຫັນດີເຫັນພ້ອມກັບບັນດາການຕີລາຄາຂອງ ທ່ານ ລັດຖະມົນຕີ ເລຮວ່າຍຈຸງ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Marco Rubio ຢັ້ງຢືນວ່າ ສາຍພົວພັນ ຫວຽດນາມ - ສະຫະລັດ ອາເມລິກາ ພວມຮັກສາທ່າແຮງການພັດທະນາຢ່າງຕັ້ງໜ້າ ແລະ ບັນລຸໄດ້ຫຼາຍຜົນງານອັນສຳຄັນ ພາຍໃນໄລຍະທີ່ຜ່ານມາ; ໂດຍຖືວ່າ ບັນດາຜົນງານທີ່ບັນລຸໄດ້ນັ້ນ ສືບຕໍ່ຢັ້ງຢືນສານທີ່ວ່າ ສາຍພົວພັນການຮ່ວມມື ຫວຽດນາມ - ສະຫະລັດ ອາເມລິກາ ນຳເອົາຜົນປະໂຫຍດທີ່ແທດຕົວຈິງມາໃຫ້ແກ່ປະຊາຊົນສອງປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນສັນຕິພາບ, ຄວາມສະຫງົບ, ການພັດທະນາ ຢູ່ທີ່ພູມິພາກ ແລະ ຢູ່ທີ່ທົ່ວໂລກ.
ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ, ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ໄດ້ຢັ້ງຢືນຄືນອີກຄັ້ງ ເຖິງຄວາມຕັດສິນໃຈຂອງ ຫວຽດນາມ ພາຍໃນການຮ່ວມກັບ ສະຫະລັດ ອາເມລິກາ ເພື່ອສະຫຼຸບການເຈລະຈາ ຂໍ້ຕົກລົງການຄ້າຕອບສະໜອງ, ເຄິ່ງຕ່າງກັນ ແລະ ສົມດູນ ຫວຽດນາມ - ສະຫະລັດ ອາເມລິກາ ໃຫ້ສຳເລັດໂດຍໄວ; ເຊື່ອໝັ້ນວ່າ ຂໍ້ຕົກລົງນີ້ ຈະແມ່ນແຮງຍູ້ ແລະ ແມ່ນພື້ນຖານອັນສຳຄັນ ເພື່ອໃຫ້ສອງປະເທດ ກ້າວເຂົ້າສູ່ໄລຍະການຮ່ວມມືໃໝ່ ທີ່ມີປະສິດທິຜົນ ແລະ ໝັ້ນຄົງຍິ່ງຂຶ້ນ.
ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ສະເໜີໃຫ້ສອງຝ່າຍ ຮັກສາການແລກປ່ຽນຢ່າງຕັ້ງໜ້າ, ສ້າງສັນ ແລະ ມີເຈດຕະນາດີ, ຈັດການບັນດາວຽກງານທີ່ຍັງມີຄວາມແຕກຕ່າງກັນ ຢູ່ເທິງພື້ນຖານການມອງເຫັນຮູບພາບຮວມ, ຍາວນານ ຂອງສາຍພົວພັນສອງປະເທດ ແລະ ຮັບປະກັນຜົນປະໂຫຍດອັນຊອບທຳຂອງແຕ່ລະຝ່າຍ, ສະຫຼຸບການສືບສວນຕາມມາດຕາ 301 ໃຫ້ສຳເລັດໂດຍໄວ ດ້ວຍຂໍ້ສະຫຼຸບຢູ່ເທິງພື້ນຖານການຮັບຮູ້ຢ່າງຄົບຖ້ວນ ເຖິງຄວາມພະຍາຍາມຂອງ ຫວຽດນາມ, ສອດຄ່ອງກັບຈິດໃຈທີ່ ສະຫະລັດ ອາເມລິກາ ສະໜັບສະໜູນ ຫວຽດນາມ ທີ່ເຂັ້ມແຂງ, ເປັນເອກະລາດ, ຕ້ານທານໄດ້ດີ ແລະ ຈະເລີນຮຸ່ງເຮືອງ.
ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ເນັ້ນໜັກວ່າ ຫວຽດນາມ ໃຫ້ຄວາມສຳຄັນ ແລະ ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ບັນດາວິສາຫະກິດ ສະຫະລັດ ອາເມລິກາ ເຂົ້າອາຍຸການເຄື່ອນໄຫວ, ລົງທຶນຍາວນານ, ມີຄຸນນະພາບສູງ ຢູ່ທີ່ ຫວຽດນາມ; ໂດຍໃຫ້ຮູ້ວ່າ ຫວຽດນາມ ພວມເຈົ້າການກວດກາ, ປັບປຸງລະບົບກົດໝາຍໃຫ້ສົມບູນ ແນ່ງໃສ່ຄວາມໂປ່ງໃສ, ທັນສະໄໝ, ສອດຄ່ອງກັນ, ໂດຍຜ່ານນັ້ນ ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ, ດຳເນີນທຸລະກິດ ແລະ ສ້າງຄວາມສະດວກຍິ່ງຂຶ້ນ ໃຫ້ແກ່ການເຂົ້າເຖິງຕະຫຼາດ.
![]() |
| ພາບບັນຍາກາດພາຍໃນການພົບປະ. |
ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Marco Rubio ຢັ້ງຢືນວ່າ ການຮ່ວມມືດ້ານເສດຖະກິດ - ການຄ້າ ສືບຕໍ່ແມ່ນພື້ນຖານອັນສຳຄັນ ຂອງສາຍພົວພັນສອງຝ່າຍ; ໂດຍຖືວ່າ ສອງຝ່າຍຈຳເປັນຕ້ອງຮັກສາການແລກປ່ຽນຢ່າງແໜ້ນແຟ້ນ ແລະ ມຸ່ງຫວັງໃຫ້ ຫວຽດນາມ ແລະ ສະຫະລັດ ອາເມລິກາ ບັນລຸຂໍ້ຕົກລົງດ້ານການຄ້າ ທີ່ມີມາດຕະຖານສູງ, ມີລັກສະນະຕອບສະໜອງ, ເຄິ່ງຕ່າງກັນ ແລະ ສົມດູນ ໄດ້ໂດຍໄວ, ໂດຍຜ່ານນັ້ນ ສ້າງໂອກາດດ້ານເສດຖະກິດ, ວຽກເຮັດງານທຳ ແລະ ຜົນປະໂຫຍດຕື່ມອີກ ໃຫ້ແກ່ທັງສອງປະເທດ.
ທ່ານ ລັດຖະມົນຕີ Marco Rubio ກໍໄດ້ເຫັນດີກັບ ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ກ່ຽວກັບການທີ່ສອງປະເທດ ຮ່ວມກັນສ້າງແຜນການຮ່ວມມືຮອບດ້ານ ພາຍໃນບັນດາຂົງເຂດ ເສດຖະກິດ - ການຄ້າ, ຄວາມໝັ້ນຄົງ - ປ້ອງກັນຊາດ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ ແລະ ການແລກປ່ຽນປະຊາຊົນ… ໂດຍຜ່ານນັ້ນ ນຳເອົາສາຍພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ສືບຕໍ່ພັດທະນາຢ່າງແທດຕົວຈິງ, ກ້າວເຂົ້າສູ່ແນວເລິກ.
ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ແລະ ທ່ານ ລັດຖະມົນຕີ Marco Rubio ເຫັນດີເປັນເອກະພາບ ສອງປະເທດຈຳເປັນຕ້ອງຮັກສາຈັງຫວະການຮ່ວມມືດ້ານປ້ອງກັນຊາດ - ຄວາມໝັ້ນຄົງ ໃຫ້ສອດຄ່ອງກັບຄວາມຕ້ອງການ, ຄວາມມຸ່ງຫວັງຂອງແຕ່ລະປະເທດ ແລະ ສະພາບການຕົວຈິງ; ຕັ້ງໜ້າຜັນຂະຫຍາຍຜົນຂອງບັນດາການພົບປະ ແລະ ບາດກ້າວຢ້ຽມຢາມ ຂອງບັນດາເຈົ້າໜ້າທີ່ປ້ອງກັນຊາດ ສອງປະເທດ ພາຍໃນໄລຍະທີ່ຜ່ານມາ. ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ກໍໄດ້ຮັບຮູ້ເຖິງການທີ່ ຂະແໜງອຸດສາຫະກຳປ້ອງກັນຊາດ ສະຫະລັດ ອາເມລິກາ ຈະສືບຕໍ່ມີການປະກົດຕົວ ແລະ ປະກອບສ່ວນເຂົ້າໃນຄວາມປະສົບຜົນສຳເລັດ ຂອງງານນິທັດສະການປ້ອງກັນຊາດສາກົນ ຫວຽດນາມ ພາຍໃນທ້າຍປີ 2026.
ສອງຝ່າຍ ເຫັນດີສືບຕໍ່ຮ່ວມມື ແກ້ໄຂຜົນກະທົບຈາກສົງຄາມ, ຈັດການມົນລະພິດ ດິໂອກຊິນ (Dioxin), ເກັບກູ້ລະເບີດມາຍ, ຊ່ວຍເຫຼືອຄົນພິການ, ຊອກຫາທະຫານ ສະຫະລັດ ອາເມລິກາ ທີ່ເສຍສາບສູນພາຍໃນສົງຄາມ, ກໍຄືການຊອກຫາ, ເກັບກູ້ ແລະ ກຳນົດລາຍຊື່/ຕົວຕົນ ອັດຖິຂອງນັກຮົບເກົ່າ ຫວຽດນາມ. ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ແບ່ງປັນກ່ຽວກັບຄວາມພະຍາຍາມຂອງ ພັກ ແລະ ຣັດຖະບານ ຫວຽດນາມ ພາຍໃນການຊຸກຍູ້ການປະຕິບັດການຊອກຫາ, ເກັບກູ້ ແລະ ກຳນົດລາຍຊື່/ຕົວຕົນ ອັດຖິຂອງນັກຮົບເກົ່າ ຫວຽດນາມ, ພ້ອມດຽວກັນນັ້ນ ກໍຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນ ກ່ຽວກັບສຳນວນເອກະສານ, ຂໍ້ມູນຂ່າວສານ ແລະ ຫຼັກຖານ, ເຕັກໂນໂລຊີການກວດຊັນນະສູດ ADN ຈາກຝ່າຍ ສະຫະລັດ ອາເມລິກາ ແລະ ສະເໜີໃຫ້ຝ່າຍ ສະຫະລັດ ອາເມລິກາ ສືບຕໍ່ຮັກສາ, ຂະຫຍາຍການຮ່ວມມື ແລະ ສະໜອງແຫຼ່ງທຶນທີ່ເໝາະສົມ ໃຫ້ແກ່ຂົງເຂດນີ້.
ທ່ານ ລັດຖະມົນຕີ ສອງທ່ານ ເນັ້ນໜັກເຖິງຄຳມັ້ນສັນຍາ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ພາຍໃນບັນດາວຽກງານພູມິພາກ ແລະ ສາກົນ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ຄວາມສະຫງົບ, ການຮ່ວມມື ແລະ ການພັດທະນາ ຢູ່ທີ່ພູມິພາກ ແລະ ຢູ່ທີ່ທົ່ວໂລກ. ທ່ານ ລັດຖະມົນຕີ ເລຮວ່າຍຈຸງ ຍິນດີຕ້ອນຮັບ ແລະ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ສະຫະລັດ ອາເມລິກາ ຈັດຕັ້ງ ກອງປະຊຸມສຸດຍອດ ບັນດາຜູ້ນຳກຸ່ມ 20 ເສດຖະກິດພັດທະນາ ແລະ ພົ້ນເດັ່ນ (G20) ຢູ່ທີ່ Miami, Florida, ພາຍໃນເດືອນ 12/2026 ໄດ້ຢ່າງປະສົບຜົນສຳເລັດ. ທ່ານ ລັດຖະມົນຕີ Marco Rubio ຢັ້ງຢືນວ່າ ສະຫະລັດ ອາເມລິກາ ຈະຕັ້ງໜ້າເຂົ້າຮ່ວມ ແລະ ສະໜັບສະໜູນ ຫວຽດນາມ ຈັດຕັ້ງ ປີ APEC 2027 ໄດ້ຢ່າງປະສົບຜົນສຳເລັດ.
ໃນໂອກາດນີ້, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ເຊື້ອເຊີນ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Marco Rubio ມາຢ້ຽມຢາມ ຫວຽດນາມ ພາຍໃນເວລາທີ່ເໝາະສົມ ແລະ ທ່ານ ລັດຖະມົນຕີ Marco Rubio ໄດ້ຮັບຄຳເຊີນດ້ວຍຄວາມດີໃຈ.
ຍສໝ - ວັນທີ 6/5, ຢູ່ ຮ່າໂນ້ຍ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ (Nguyễn Minh Hằng) ໄດ້ຕ້ອນຮັບຄະນະວິສາຫະກິດ ສະຫະລັດ ອາເມລິກາ ໂດຍແມ່ນທ່ານ John Goyer, ຜູ້ອຳນວຍການບໍລິຫານພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ສະພາການຄ້າ ສະຫະລັດ ອາເມລິກາ (USCC) ເປັນຫົວໜ້າຄະນະ ແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ເພີ່ມທະວີການປະສານສົມທົບຂອງປະຊາຄົມວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ການທີ່ ຫວຽດນາມ ຮັບບົດບາດເປັນເຈົ້າພາບ ປີ ເອເປັກ (APEC) 2027. |
ຍສໝ - Expo ANTAD 2026 ເຕົ້າໂຮມເອົາຫຼາຍກວ່າ 1.800 ວິສາຫະກິດ ຂອງ 70 ປະເທດ, ເຂດແຄ້ນ. |
ມິງດຶກ

