ຊາວຫວຽດນາມອາໄສຢູ່ຕ່າງປະເທດ - ຂົວຕໍ່ຂອງວຽກງານການຕ່າງປະເທດ ຫວຽດນາມ

14:54 | 05/08/2026

ຍສໝ - ຊຸມຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ຝາກຄວາມຄາດຫວັງຫຼາຍປະການໄວ້ກັບບັນດາທິດທາງໃໝ່ຂອງກອງປະຊຸມການທູດຄັ້ງທີ 33, ດ້ວຍຈິດໃຈສົ່ງເສີມບົດບາດນຳໜ້າ ແລະ ປະຕິບັດພາລະກິດອັນສຳຄັນ, ເປັນປະຈຳຂອງວຽກງານການຕ່າງປະເທດ ຫວຽດນາມ ໃນຍຸກໃໝ່.

ຊາວຫວຽດນາມອາໄສຢູ່ຕ່າງປະເທດໃນຫຼາຍປະເທດ ຮ່ວມກັນສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ຟົດຟື້ນການແຂ່ງຂັນເຕະບານຮັດແໜ້ນຄວາມສາມັກຄີຂອງຊຸມຊົນຄົນຫວຽດນາມ ຢູ່ ແຂວງ ອີຊິກາວະ (ປະເທດຍີ່ປຸ່ນ)

ບັນດາຄຳແບ່ງປັນຈາກນັກຊ່ຽວຊານ, ການນຳບັນດາສະມາຄົມ ແລະ ຄົນຮຸ່ນໃໝ່ທີ່ເປັນຊາວຫວຽດນາມອາໄສຢູ່ຕ່າງປະເທດ ທີ່ໃຫ້ສຳພາດແກ່ TG&VN ສະທ້ອນໃຫ້ເຫັນຄວາມເຊື່ອໝັ້ນວ່າ ຂະແໜງການທູດຈະສືບຕໍ່ປ່ຽນໃໝ່ແນວຄິດ, ມີບົດບາດສ້າງສັນ, ທັນສະໄໝ ແລະ ເຊື່ອມໂຍງຢ່າງແຂງແຮງກັບແຫຼ່ງພະລັງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ.

ສົ່ງເສີມພະລັງອຳນາດອ່ອນຂອງຊາດ

ທ່ານ ຟ້າມແຄັງນາມ, ຫົວໜ້າບັນນາທິການວາລະສານ ເຮືອງຫວຽດ ຢູ່ ເຢຍລະມັນ, ກ່າວວ່າ ໃນສະພາບການຫັນປ່ຽນດິຈິຕອນ ແລະ ການເຊື່ອມໂຍງສາກົນທີ່ນັບມື້ນັບເລິກເຊິ່ງ, ຄວາມຕ້ອງການໃນການປ່ຽນໃໝ່ວຽກງານຂ່າວສານການຕ່າງປະເທດ ແລະ ສົ່ງເສີມພະລັງອຳນາດອ່ອນຂອງຊາດ ຍິ່ງກາຍເປັນຂໍ້ຮຽກຮ້ອງທີ່ຊັດເຈນຂຶ້ນ. ຈາກພາກປະຕິບັດນັ້ນ, ການສືບຕໍ່ປັບປຸງກົນໄກປະສານງານລະຫວ່າງກະຊວງການຕ່າງປະເທດ, ບັນດາອົງການຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດ ກັບບັນດາສະມາຄົມ, ວິສາຫະກິດ, ອົງການສື່ມວນຊົນ ແລະ ອົງການຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ມີຄວາມໝາຍສຳຄັນ.

“ການຊຸກຍູ້ບັນດາຂໍ້ລິເລີ່ມດ້ານການທູດວັດທະນະທຳ, ການເຊື່ອມໂຍງວິສາຫະກິດ, ການຮ່ວມມືດ້ານການສຶກສາ, ວິທະຍາສາດ-ເທັກໂນໂລຊີ ແລະ ການຫັນປ່ຽນດິຈິຕອນໃນວຽກງານການຕ່າງປະເທດ ຈະປະກອບສ່ວນເປີດກວ້າງພື້ນທີ່ການຮ່ວມມື, ເສີມສ້າງຄວາມຜູກພັນລະຫວ່າງຊຸມຊົນຊາວຫວຽດນາມກັບປິຕຸພູມ, ພ້ອມທັງຍົກສູງປະສິດທິຜົນໃນການໂຄສະນາເຜີຍແຜ່ພາບພົດຂອງຊາດ,” ທ່ານ ນາມ ເນັ້ນໜັກ.

ຊາວຫວຽດນາມອາໄສຢູ່ຕ່າງປະເທດ - ຂົວຕໍ່ຂອງວຽກງານການຕ່າງປະເທດ ຫວຽດນາມ
ກິດຈະກຳໂຄສະນາເຜີຍແຜ່ວັດທະນະທຳ ຫວຽດນາມ ຢູ່ ຝຣັ່ງ ໄດ້ຮັບການຄຽງຂ້າງຈາກຊຸມຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນຢ່າງສະເໝີມາ.

ທ່ານນາງ ຮວ່າງທູຈາງ, ປະທານ ແລະ ຜູ້ຮ່ວມກໍ່ຕັ້ງສະມາຄົມ ART SPACE ຢູ່ ຝຣັ່ງ, ກໍໄດ້ສະແດງຄວາມຄາດຫວັງວ່າ ກອງປະຊຸມການທູດຄັ້ງທີ 33 ຈະສືບຕໍ່ຢືນຢັນວ່າ ວັດທະນະທຳແມ່ນໜຶ່ງໃນເສົາຄ້ຳສຳຄັນຂອງວຽກງານການຕ່າງປະເທດ ຫວຽດນາມ ໃນຍຸກໃໝ່.

ຫຼັງຈາກເກືອບ 20 ປີຂອງການດຳລົງຊີວິດ ແລະ ເຮັດວຽກຢູ່ ເອີຣົບ, ທ່ານນາງຮັບຮູ້ວ່າ ພາບພົດຂອງ ຫວຽດນາມ ໃນປັດຈຸບັນ ກຳລັງໄດ້ຮັບຄວາມສົນໃຈ ແລະ ຄວາມປະທັບໃຈຈາກເພື່ອນມິດສາກົນຢ່າງຫຼວງຫຼາຍ. ແນວໃດກໍຕາມ, ເພື່ອໃຫ້ວັດທະນະທຳກາຍເປັນພະລັງອຳນາດອ່ອນຂອງຊາດຢ່າງແທ້ຈິງ, ຈຳເປັນຕ້ອງລົງທຶນຫຼາຍຂຶ້ນໃຫ້ແກ່ບັນດາເລື່ອງລາວທາງວັດທະນະທຳທີ່ທັນສະໄໝ, ສ້າງສັນ ແລະ ສາມາດເຂົ້າເຖິງສາທາລະນະຊົນທົ່ວໂລກ.

“ຂ້າພະເຈົ້າຫວັງວ່າ ຂະແໜງການທູດຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ອົງການຂອງຊຸມຊົນ, ສິນລະປິນ, ຜູ້ຜະລິດຮູບເງົາ, ນັກສ້າງສັນເນື້ອຫາ ແລະ ໂດຍສະເພາະແມ່ນຄົນຮຸ່ນໃໝ່ທີ່ເປັນຊາວຫວຽດນາມອາໄສຢູ່ຕ່າງປະເທດ ໄດ້ມີສ່ວນຮ່ວມຫຼາຍຂຶ້ນໃນການໂຄສະນາເຜີຍແຜ່ພາບພົດຂອງປະເທດ. ໃນຍຸກດິຈິຕອນ, ຄົນໜຸ່ມສາວແຕ່ລະຄົນສາມາດກາຍເປັນ ‘ທູດວັດທະນະທຳ’ ໄດ້ ຖ້າຫາກໄດ້ຮັບໂອກາດ ແລະ ການເຊື່ອມໂຍງທີ່ເໝາະສົມ.”

ຈາກປະສົບການໃນການຈັດງານບຸນ, ນິທັດສະການ, ໂຄງການຮູບເງົາ ແລະ ສິລະປະ ຢູ່ຫຼາຍປະເທດໃນ ເອີຣົບ, ທ່ານນາງ ຈາງ ເຫັນວ່າ ເພື່ອນມິດສາກົນບໍ່ພຽງແຕ່ຢາກຮູ້ວ່າ ຫວຽດນາມ ມີຫຍັງ, ແຕ່ຍັງຢາກເຂົ້າໃຈວ່າ ຄົນ ຫວຽດນາມ ແມ່ນໃຜ, ໂດຍສະເພາະຄົນຮຸ່ນໃໝ່, ພວກເຮົາດຳລົງຊີວິດ, ສ້າງສັນ ແລະ ປະກອບສ່ວນໃຫ້ໂລກແນວໃດ. ດັ່ງນັ້ນ, ຕາມທ່ານນາງແລ້ວ, ການທູດດ້ານວັດທະນະທຳໃນໄລຍະໃໝ່ ຄວນປ່ຽນແປງຢ່າງແຂງແຮງຈາກການແນະນຳວັດທະນະທຳ ໄປສູ່ການບອກເລົ່າເລື່ອງລາວຂອງ ຫວຽດນາມ ດ້ວຍພາສາສາກົນທີ່ທັນສະໄໝ, ໜຸ່ມແໜ້ນ ແລະ ສ້າງສັນ.

ທ່ານນາງແບ່ງປັນວ່າ: “ໃນຖານະເປັນຊາວຫວຽດນາມອາໄສຢູ່ຕ່າງປະເທດ, ເປັນແມ່ຂອງລູກທີ່ເກີດ ແລະ ເຕີບໃຫຍ່ຢູ່ ຝຣັ່ງ, ແລະ ເປັນຜູ້ເຮັດວຽກດ້ານວັດທະນະທຳ, ຂ້າພະເຈົ້າປາດຖະໜາຢາກສືບຕໍ່ຄຽງຂ້າງກັບບັນດາອົງການການຕ່າງປະເທດ ເພື່ອສ້າງຂົວຕໍ່ທີ່ຍືນຍົງລະຫວ່າງ ຫວຽດນາມ ກັບໂລກ, ພ້ອມທັງສ້າງແຮງບັນດານໃຈໃຫ້ແກ່ຄົນຮຸ່ນໃໝ່ທີ່ມີເຊື້ອສາຍ ຫວຽດນາມ ໃນການຮັກສາເອກະລັກ, ພູມໃຈໃນຮາກເຫງົ້າ ແລະ ເຜີຍແຜ່ຄຸນຄ່າທີ່ດີງາມຂອງ ຫວຽດນາມ ສູ່ສາກົນຢ່າງຕັ້ງໜ້າ.”

ຮ່ວມກັນດ້ວຍຄວາມປາດຖະໜາອຸທິດຕົນ

ຕິດຕາມຂ່າວສານກ່ຽວກັບກອງປະຊຸມການທູດຄັ້ງທີ 33, ທ່ານ ຫງໍວັນຕ່າຍ, ເລຂາທິການໜ່ວຍພັກນັກສຶກສາ ຫວຽດນາມ ຢູ່ ໄທ, ຮອງປະທານສະມາຄົມນັກສຶກສາ ຫວຽດນາມ ຢູ່ ໄທ, ເຫັນວ່າ ນີ້ບໍ່ພຽງແຕ່ເປັນເຫດການສຳຄັນຂອງຂະແໜງການທູດ, ແຕ່ຍັງມີຄວາມໝາຍຕໍ່ຊຸມຊົນຊາວ ຫວຽດນາມ ທີ່ກຳລັງຮຽນ ແລະ ເຮັດວຽກຢູ່ຕ່າງປະເທດ. ຕາມທ່ານແລ້ວ, ບັນດາຜົນສຳເລັດຂອງວຽກງານການຕ່າງປະເທດໃນໄລຍະຜ່ານມາ ໄດ້ ແລະ ກຳລັງເປີດກວ້າງຫຼາຍໂອກາດໃຫ້ແກ່ຄົນຮຸ່ນໃໝ່ ໃນການຮຽນຮູ້, ເຊື່ອມໂຍງ ແລະ ປະກອບສ່ວນຢ່າງເປັນຮູບປະທຳຕໍ່ການພັດທະນາຂອງປະເທດ.

ຊາວຫວຽດນາມອາໄສຢູ່ຕ່າງປະເທດ - ຂົວຕໍ່ຂອງວຽກງານການຕ່າງປະເທດ ຫວຽດນາມ
ນັກສຶກສາ ຫວຽດນາມ ຢູ່ ໄທ ເຂົ້າຮ່ວມກິດຈະກຳແລກປ່ຽນມິດຕະພາບລະຫວ່າງສອງປະເທດ.

“ໃນອະດີດ, ຂ້າພະເຈົ້າມັກຄິດວ່າ ວຽກງານການທູດສ່ວນໃຫຍ່ກ່ຽວຂ້ອງກັບການຢ້ຽມຢາມລະດັບສູງ ຫຼື ການເຈລະຈາລະຫວ່າງປະເທດ. ມີພຽງແຕ່ເມື່ອໄດ້ໄປຮຽນ ແລະ ຄົ້ນຄວ້າຢູ່ຕ່າງປະເທດ ຂ້າພະເຈົ້າຈຶ່ງຮູ້ສຶກໄດ້ຢ່າງຊັດເຈນວ່າ ວຽກງານການຕ່າງປະເທດຢູ່ໃກ້ຊິດກັບຊີວິດປະຈຳວັນຫຼາຍກວ່າທີ່ຄິດ, ຕັ້ງແຕ່ການສ້າງເງື່ອນໄຂທີ່ສະດວກໃນການຮຽນ ແລະ ຄົ້ນຄວ້າ, ໂອກາດຮ່ວມມືກັບເພື່ອນຮ່ວມງານສາກົນ ຈົນຮອດຄວາມພູມໃຈເມື່ອແນະນຳຕົນເອງວ່າເປັນຄົນ ຫວຽດນາມ ແລະ ໄດ້ຮັບຄວາມສົນໃຈ ແລະ ຄວາມປະທັບໃຈຈາກເພື່ອນມິດສາກົນຢູ່ສະເໝີ,” ທ່ານ ຕ່າຍ ແບ່ງປັນ.

ໂດຍສະເພາະ, ໃນໄລຍະທີ່ສຶກສາລະດັບປະລິນຍາເອກ ແລະ ປັດຈຸບັນເປັນນັກຄົ້ນຄວ້າຫຼັງປະລິນຍາເອກຢູ່ ໄທ, ທ່ານມີໂອກາດເຮັດວຽກກັບເພື່ອນຮ່ວມງານສາກົນຫຼາຍຄົນ. ຕາມທ່ານແລ້ວ, ການແລກປ່ຽນດ້ານວິຊາການຫຼາຍຄັ້ງ ມັກເລີ່ມຕົ້ນຈາກເລື່ອງລາວກ່ຽວກັບ ຫວຽດນາມ. ສິ່ງທີ່ເຮັດໃຫ້ທ່ານຮູ້ສຶກຍິນດີ ຄື ມີເພື່ອນມິດສາກົນນັບມື້ນັບຮູ້ຈັກ ຫວຽດນາມ ບໍ່ພຽງແຕ່ຜ່ານວັດທະນະທຳ ແລະ ອາຫານ, ແຕ່ຍັງສົນໃຈດ້ານການສຶກສາ, ວິທະຍາສາດ, ນະວັດຕະກຳ ແລະ ທ່າແຮງການຮ່ວມມື.

“ຜ່ານບັນດາການສົນທະນາເຫຼົ່ານັ້ນ, ຂ້າພະເຈົ້າຮັບຮູ້ວ່າ ຊາວຫວຽດນາມອາໄສຢູ່ຕ່າງປະເທດແຕ່ລະຄົນ ລ້ວນສາມາດປະກອບສ່ວນເຜີຍແຜ່ພາບພົດຂອງປະເທດ ດ້ວຍຄວາມຈິງຈັງໃນການຮຽນ, ຈິດໃຈຮັບຜິດຊອບໃນວຽກງານ ແລະ ວິທີປະພຶດໃນຊີວິດປະຈຳວັນ,” ທ່ານກ່າວ.

ໃນຖານະນັກວິທະຍາສາດໜຸ່ມຢູ່ ໄທ, ທ່ານຫວັງວ່າ ຂະແໜງການທູດຈະສືບຕໍ່ສົ່ງເສີມບົດບາດຂົວຕໍ່, ສ້າງກົນໄກເພີ່ມເຕີມເພື່ອໃຫ້ທີມງານນັກວິຊາການ ຫວຽດນາມ ຢູ່ຕ່າງປະເທດ ໄດ້ເຊື່ອມໂຍງກັບບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດໃນປະເທດ, ນຳເອົາຄວາມຮູ້, ປະສົບການ ແລະ ເຄືອຂ່າຍຮ່ວມມືສາກົນ ມາຮັບໃຊ້ການພັດທະນາປະເທດ.

ທ່ານຢືນຢັນວ່າ: “ຂ້າພະເຈົ້າເຊື່ອວ່າ ຄົນໜຸ່ມສາວ ຫວຽດນາມ ຢູ່ຕ່າງປະເທດຈຳນວນຫຼາຍ ລ້ວນປາດຖະໜາຢາກປະກອບສ່ວນໃຫ້ແກ່ປິຕຸພູມດ້ວຍຄວາມຊ່ຽວຊານຂອງຕົນເອງ. ສຳລັບພວກເຮົາ, ຄວາມຮັກຊາດບໍ່ໄດ້ສະແດງອອກພຽງແຕ່ເມື່ອກັບຄືນປະເທດ, ແຕ່ຍັງຢູ່ໃນຄວາມພະຍາຍາມຮຽນຮູ້, ເຮັດວຽກຢ່າງມີຄວາມຮັບຜິດຊອບ ແລະ ປະກອບສ່ວນເຜີຍແຜ່ພາບພົດຂອງ ຫວຽດນາມ ຢູ່ປະເທດທີ່ຕົນອາໄສ. ຫວັງວ່າ ຂະແໜງການທູດຈະສືບຕໍ່ຄຽງຂ້າງ ເພື່ອໃຫ້ຄວາມປາດຖະໜາທີ່ຢາກອຸທິດຕົນນີ້ ມີໂອກາດກາຍເປັນຈິງຫຼາຍຂຶ້ນ.”

ລະດົມພະລັງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ

ຕາມ ທ່ານນາງ ເລເທືອງ, ຮອງປະທານສະຫະພັນສະມາຄົມຊາວຫວຽດນາມຢູ່ ຍີ່ປຸ່ນ, ຂະແໜງການທູດຄວນສືບຕໍ່ເປັນຂົວຕໍ່ໃນການຮັບຟັງ ແລະ ສ້າງເງື່ອນໄຂໃຫ້ນັກວິຊາການ, ນັກທຸລະກິດ ແລະ ຄົນຮຸ່ນໃໝ່ທີ່ເປັນຊາວຫວຽດນາມອາໄສຢູ່ຕ່າງປະເທດ ມີໂອກາດປະກອບສ່ວນຫຼາຍຂຶ້ນໃນຂົງເຂດການສຶກສາ, ວິທະຍາສາດ-ເທັກໂນໂລຊີ, ນະວັດຕະກຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ.

ຈາກປະສົບການການເຄື່ອນໄຫວຢູ່ ຍີ່ປຸ່ນ, ທ່ານນາງເຫັນວ່າ ການທູດປະຊາຊົນ ຄວບຄູ່ກັບກິດຈະກຳແລກປ່ຽນດ້ານວັດທະນະທຳ ແລະ ການສຶກສາ ມີບົດບາດສຳຄັນໃນການສ້າງຄວາມເຂົ້າໃຈ ແລະ ຄວາມເຊື່ອໝັ້ນລະຫວ່າງປະຊາຊົນຂອງບັນດາປະເທດ.

“ພວກເຮົາຊາວຫວຽດນາມອາໄສຢູ່ຕ່າງປະເທດ ລ້ວນປາດຖະໜາຢາກກາຍເປັນ ‘ທູດວັດທະນະທຳ’ ໂດຍສະໝັກໃຈ, ປະກອບສ່ວນເຜີຍແຜ່ພາບພົດຂອງ ຫວຽດນາມ ທີ່ສະຫງົບສຸກ, ມີຄວາມກະຕືລືລົ້ນ, ເປີດກວ້າງສູ່ສາກົນ ແລະ ອຸດົມດ້ວຍເອກະລັກ ໃຫ້ແກ່ເພື່ອນມິດສາກົນ,” ທ່ານນາງກ່າວ.

ຊາວຫວຽດນາມອາໄສຢູ່ຕ່າງປະເທດ - ຂົວຕໍ່ຂອງວຽກງານການຕ່າງປະເທດ ຫວຽດນາມ
ບັນດາຜູ້ແທນ, ນັກສິລະປິນ ແລະ ຊຸມຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ຮ່ວມຖ່າຍຮູບເປັນທີ່ລະນຶກໃນລາຍການ “ສີສັນ ຫວຽດນາມ” ຢູ່ນະຄອນ Higashi Osaka, ຍີ່ປຸ່ນ.

ເຫັນດີນຳກັນ, ທ່ານ ປອ. ເຈິ່ນຫາຍແລງ, ກຳມະການຄະນະກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມນັກທຸລະກິດ ແລະ ການລົງທຶນ ຫວຽດນາມ - ສ.ເກົາຫຼີ (VKBIA), ປະທານຜູ້ກໍ່ຕັ້ງສະມາຄົມຊ່ຽວຊານ ແລະ ປັນຍາຊົນ ຫວຽດນາມ - ສ.ເກົາຫຼີ (VKEIA), ກໍເຫັນວ່າ ໃນຍຸກໃໝ່, ຂະແໜງການທູດຕ້ອງສືບຕໍ່ຢືນຢັນບົດບາດການສ້າງສັນ, ກາຍເປັນຂົວຕໍ່ຍຸດທະສາດເພື່ອໂຮມພະລັງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດກວ່າ 6 ລ້ານຄົນ.

ຕາມທ່ານແລ້ວ, ເມື່ອສ້າງກົນໄກການເຊື່ອມໂຍງທີ່ມີປະສິດທິຜົນໄດ້, ຊາວຫວຽດນາມອາໄສຢູ່ຕ່າງປະເທດແຕ່ລະຄົນຈະກາຍເປັນ “ທູດປະຊາຊົນ”, ນັກທຸລະກິດແຕ່ລະຄົນຈະເປັນຂົວຕໍ່ການລົງທຶນ, ນັກວິທະຍາສາດແຕ່ລະຄົນຈະເປັນແກນກາງຂອງນະວັດຕະກຳ, ຊ່ວຍເພີ່ມທະວີພະລັງຂອງວຽກງານການຕ່າງປະເທດ, ປະກອບສ່ວນຢ່າງເປັນຮູບປະທຳໃຫ້ແກ່ການພັດທະນາປະເທດ ແລະ ຍົກສູງຖານະຂອງ ຫວຽດນາມ ໃນເວທີສາກົນ.

ສາມາດເຫັນໄດ້ວ່າ, ເມື່ອກ້າວເຂົ້າສູ່ຍຸກໃໝ່, ຂໍ້ກຳນົດທີ່ວາງອອກຕໍ່ຂະແໜງການທູດ ບໍ່ແມ່ນພຽງແຕ່ການຂະຫຍາຍສາຍພົວພັນການຕ່າງປະເທດ, ແຕ່ຍັງຕ້ອງສົ່ງເສີມປະສິດທິຜົນຂອງບົດບາດໃນການເຊື່ອມໂຍງແຫຼ່ງພະລັງຕ່າງໆ ເພື່ອຮັບໃຊ້ການພັດທະນາປະເທດ. ຄວາມຄາດຫວັງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ສະທ້ອນເຖິງການຄຽງຂ້າງ ແລະ ຄວາມເຊື່ອໝັ້ນທີ່ມີຕໍ່ຂະແໜງການທູດ ໃນການສືບຕໍ່ເສີມສ້າງມະຫາສາມັກຄີແຫ່ງຊາດ, ເຮັດໃຫ້ຊຸມຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ຜູກພັນກັບປິຕຸພູມຫຼາຍຍິ່ງຂຶ້ນ ແລະ ປະກອບສ່ວນຢ່າງເປັນຮູບປະທຳຕໍ່ປະເທດຊາດ.

ຊາວຫວຽດນາມອາໄສຢູ່ອົດສະຕາລີ ກໍ່ສ້າງໂຮງຮຽນທີ່ມີມູນຄ່າກວ່າ 1.1 ຕື້ດົ່ງໃຫ້ແກ່ເດັກນ້ອຍໃນເຂດພູດອຍດ້ຽນບຽນ. ຊາວຫວຽດນາມອາໄສຢູ່ອົດສະຕາລີ ກໍ່ສ້າງໂຮງຮຽນທີ່ມີມູນຄ່າກວ່າ 1.1 ຕື້ດົ່ງໃຫ້ແກ່ເດັກນ້ອຍໃນເຂດພູດອຍດ້ຽນບຽນ.
ຍສໝ - ຊຸມຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ທີ່ກຳລັງຮຽນ ແລະ ດຳລົງຊີວິດຢູ່ເມືອງ ເມວເບີນ ປະເທດອົດສະຕາລີ ໄດ້ລະດົມແຫຼ່ງທຶນເພື່ອກໍ່ສ້າງໂຮງຮຽນ ຫ້ວຍເມົາ ໃນຕາແສງຈຽງຊິງ ແຂວງດ້ຽນບຽນ ດ້ວຍມູນຄ່າທັງໝົດປະມານ 1 ຕື້ດົ່ງ. ໂຄງການນີ້ປະກອບສ່ວນເຂົ້າໃນການປັບປຸງເງື່ອນໄຂການຮຽນຮູ້ໃຫ້ແກ່ເດັກນ້ອຍໃນເຂດທີ່ມີຄວາມຫຍຸ້ງຍາກ ແລະ ຊຸກຍູ້ການພົວພັນທາງການທູດລະຫວ່າງປະຊາຊົນຫວຽດນາມ ແລະ ອົດສະຕາລີ.
ການໂຄສະນາການທ່ອງທ່ຽວຫວຽດນາມ ໃນງານວາງສະແດງໃຫຍ່ຢູ່ ການາດາ ການໂຄສະນາການທ່ອງທ່ຽວຫວຽດນາມ ໃນງານວາງສະແດງໃຫຍ່ຢູ່ ການາດາ
ຍສໝ - ງານວາງສະແດງການທ່ອງທ່ຽວ ແລະ ການພັກຜ່ອນ ຄັ້ງທີ 29 ໄດ້ດຳເນີນໄປຢ່າງຟົດຟື້ນໃນໄລຍະສອງວັນພັກທ້າຍອາທິດທີ່ຜ່ານມາ, ໂດຍມີການເຂົ້າຮ່ວມຂອງ ສະຖານທູດຫວຽດນາມ, ຜູ້ຕາງໜ້າບັນດາອົງການການທູດ, ວິສາຫະກິດການທ່ອງທ່ຽວ, ສາຍການບິນ ພ້ອມດ້ວຍຫຼາຍພາກສ່ວນສົ່ງເສີມການທ່ອງທ່ຽວທັງພາຍໃນ ແລະ ສາກົນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ