ສາຍພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນ ກຳລັງກາຍເປັນໜຶ່ງໃນແຮງຂັບເຄື່ອນສຳຄັນ ທີ່ປະກອບສ່ວນເຮັດໃຫ້ສາຍພົວພັນ ຫວຽດນາມ - ລາວ ເລິກເຊິ່ງຍິ່ງຂຶ້ນ. ເນື່ອງໃນໂອກາດກອງປະຊຸມວຽກງານການຕ່າງປະເທດທົ່ວປະເທດຄັ້ງທີ 22, ທ່ານ ຫງວຽນມິງເຕີມ, ເອກອັກຄະລາຊະທູດ ຫວຽດນາມ ປະຈຳ ລາວ ໄດ້ແບ່ງປັນວ່າ ສະຖານເອກອັກຄະລາຊະທູດ ຈະສືບຕໍ່ຖືເອົາວິສາຫະກິດ ແລະ ທ້ອງຖິ່ນ ເປັນໃຈກາງຂອງວຽກງານການທູດເສດຖະກິດ, ປະກອບສ່ວນຜັນຂະຫຍາຍເນື້ອໃນຂອງ “ການເຊື່ອມໂຍງຍຸດທະສາດ” ລະຫວ່າງສອງປະເທດໃຫ້ເປັນຈິງ.
![]() |
| ທ່ານ ຫງວຽນມິງເຕີມ, ເອກອັກຄະລາຊະທູດ ຫວຽດນາມ ປະຈຳ ລາວ. |
ຄຽງຄູ່ກັບບັນດາທ້ອງຖິ່ນ ແລະ ວິສາຫະກິດ
ຕາມທ່ານ ຫງວຽນມິງເຕິມ, ເອກອັກຄະລາຊະທູດ ຫວຽດນາມ ປະຈຳ ລາວ, ໃນ 6 ເດືອນຕົ້ນປີ 2026, ສະຖານເອກອັກຄະລາຊະທູດ ຫວຽດນາມ ປະຈຳ ລາວ ໄດ້ສຸມໃສ່ຜັນຂະຫຍາຍຫຼາຍກິດຈະກຳການທູດດ້ານເສດຖະກິດ ເພື່ອຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຄ້າ, ສະໜັບສະໜູນວິສາຫະກິດ ແລະ ເສີມສ້າງການເຊື່ອມໂຍງລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ. ນີ້ຖືວ່າເປັນບັນດາວຽກງານສຳຄັນ ທີ່ປະກອບສ່ວນນຳເອົາບັນດາຂໍ້ຕົກລົງລະດັບສູງ ຫວຽດນາມ - ລາວ ໄປສູ່ການປະຕິບັດຕົວຈິງ, ສ້າງພື້ນຖານໃຫ້ການຮ່ວມມືສອງຝ່າຍພັດທະນາຢ່າງເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງຂຶ້ນ.
ສະຖານເອກອັກຄະລາຊະທູດ ໄດ້ຊຸກຍູ້ການຜັນຂະຫຍາຍບັນດາສົນທິສັນຍາ ແລະ ຂໍ້ຕົກລົງລະຫວ່າງການນຳລະດັບສູງຂອງສອງພັກ, ສອງລັດ ຢ່າງຕັ້ງໜ້າ ຜ່ານການຮັກສາການແລກປ່ຽນຢ່າງສະໝ່ຳສະເໝີກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ ລາວ; ປະສານງານກວດກາບັນດາໂຄງການຮ່ວມມື, ແກ້ໄຂບັນຫາຫຍຸ້ງຍາກໄດ້ທັນການ ເພື່ອຮັບປະກັນຄວາມຄືບໜ້າ ແລະ ປະສິດທິຜົນ.
ຄຽງຄູ່ກັນນັ້ນ, ວຽກງານສົ່ງເສີມການລົງທຶນ ແລະ ສະໜັບສະໜູນວິສາຫະກິດ ກໍໄດ້ຖືກຊຸກຍູ້ຢ່າງເຂັ້ມແຂງ. ໃນ 6 ເດືອນຕົ້ນປີ, ສະຖານເອກອັກຄະລາຊະທູດ ໄດ້ສະໜັບສະໜູນວິສາຫະກິດ ຫວຽດນາມ ຊອກຫາໂອກາດລົງທຶນຢູ່ ລາວ ໃນຫຼາຍຂົງເຂດ ເຊັ່ນ ພະລັງງານ, ບໍ່ແຮ່, ກະສິກຳ, ການຜະລິດລົດໄຟຟ້າ ແລະ ເຕັກໂນໂລຊີຊີວະພາບທາງການແພດ; ພ້ອມທັງເຊື່ອມໂຍງວິສາຫະກິດ ແລະ ກຸ່ມບໍລິສັດຫຼາຍແຫ່ງ ໃຫ້ເດີນທາງໄປສຳຫຼວດບັນດາຂົງເຂດໃໝ່ ທີ່ກ່ຽວພັນກັບການຫັນສູ່ສີຂຽວ, ການຫັນເປັນດິຈິຕອນ ແລະ ການພັດທະນາຢ່າງຍືນຍົງ.
“ສິ່ງທີ່ໜ້າຍິນດີທີ່ສຸດ ແມ່ນການເພີ່ມຂຶ້ນຂອງການລົງທຶນ, ການຄ້າ ແລະ ຈຳນວນໂຄງການທີ່ໄດ້ຮັບການແກ້ໄຂບັນຫາ. ນີ້ແມ່ນພື້ນຖານສຳຄັນ ໃຫ້ການຮ່ວມມືເສດຖະກິດ ຫວຽດນາມ - ລາວ ຫັນຈາກການຮ່ວມມືແບບດັ້ງເດີມ ໄປສູ່ການເຊື່ອມໂຍງການພັດທະນາທີ່ເລິກເຊິ່ງ, ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງຂຶ້ນ,” ທ່ານ ຫງວຽນມິງເຕິມ ເນັ້ນໜັກ.
ນອກຈາກການທູດດ້ານເສດຖະກິດ, ການຮ່ວມມືລະຫວ່າງທ້ອງຖິ່ນ ຍັງຖືກຖືວ່າເປັນໜຶ່ງໃນຊ່ອງທາງຮ່ວມມືທີ່ສຳຄັນ. ສະຖານເອກອັກຄະລາຊະທູດ ໄດ້ຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ ໃນຂົງເຂດການສຶກສາ, ສາທາລະນະສຸກ, ວັດທະນະທຳ, ຊົນລະປະທານ, ການພັດທະນາໂຄງລ່າງພື້ນຖານ ແລະ ສະຫວັດດີການສັງຄົມ; ພ້ອມທັງປະສານກັບບັນດາອົງການຂອງ ລາວ ແລະ ສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ລາວ ເພື່ອໂຄສະນາສັກກະຍະພາບ, ຈຸດແຂງ ແລະ ຜະລິດຕະພັນສົ່ງອອກຂອງບັນດາທ້ອງຖິ່ນ, ຈາກນັ້ນຂະຫຍາຍການເຊື່ອມໂຍງວິສາຫະກິດ ແລະ ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.
ຜັນຂະຫຍາຍເນື້ອໃນ “ການເຊື່ອມໂຍງຍຸດທະສາດ” ໃຫ້ເປັນຈິງ
ກ່າວເຖິງບັນດາໜ້າທີ່ສຳຄັນໃນ 6 ເດືອນທ້າຍປີ 2026, ທ່ານເອກອັກຄະລາຊະທູດ ໃຫ້ຮູ້ວ່າ ສະຖານເອກອັກຄະລາຊະທູດ ຈະສືບຕໍ່ຜັນຂະຫຍາຍກິດຈະກຳຕາມທິດທາງທີ່ຕັ້ງໜ້າ, ເປັນຮູບປະທຳ ແລະ ມີປະສິດທິຜົນຍິ່ງຂຶ້ນ, ສຸມໃສ່ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງລະດັບສູງຂອງສອງປະເທດ, ເພີ່ມທະວີການເຊື່ອມໂຍງລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ຮັບປະກັນໃຫ້ບັນດາຄຳໝັ້ນສັນຍາ ຖືກປ່ຽນເປັນຜົນການຮ່ວມມືທີ່ເປັນຮູບປະທຳ.
“ສະຖານເອກອັກຄະລາຊະທູດ ຈະສືບຕໍ່ຜັນຂະຫຍາຍກິດຈະກຳຕາມທິດທາງທີ່ຕັ້ງໜ້າ, ຄຽງຄູ່, ເປັນຮູບປະທຳ ແລະ ມີປະສິດທິຜົນ, ໂດຍຖືເອົາວິສາຫະກິດ ແລະ ທ້ອງຖິ່ນ ເປັນສູນກາງໃນການບໍລິການ,” ທ່ານ ຫງວຽນມິງເຕິມ ຢືນຢັນ.
ຕາມນັ້ນ, ສະຖານເອກອັກຄະລາຊະທູດ ຈະສືບຕໍ່ຮັກສາກົນໄກການແລກປ່ຽນຢ່າງສະໝ່ຳສະເໝີກັບຊຸມຊົນວິສາຫະກິດ ຫວຽດນາມ ປະຈຳ ລາວ, ປະສານກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ ລາວ ເພື່ອແກ້ໄຂບັນຫາຫຍຸ້ງຍາກ ແລະ ອຸປະສັກໄດ້ທັນການ, ພ້ອມທັງຈັດຕັ້ງບັນດາເວທີວິສາຫະກິດ, ກອງປະຊຸມສົ່ງເສີມການລົງທຶນ ແລະ ໂຄງການເຊື່ອມໂຍງການຄ້າ.
ທ່ານເອກອັກຄະລາຊະທູດ ຍັງໃຫ້ຮູ້ວ່າ ສະຖານເອກອັກຄະລາຊະທູດ ຈະໃຫ້ບຸລິມະສິດແກ່ການຊຸກຍູ້ບັນດາໂຄງການເຊື່ອມຕໍ່ໂຄງລ່າງພື້ນຖານຍຸດທະສາດລະຫວ່າງສອງປະເທດ, ໂດຍຖືວ່ານີ້ແມ່ນໜຶ່ງໃນເສົາຄ້ຳສຳຄັນຂອງເນື້ອໃນ “ການເຊື່ອມໂຍງຍຸດທະສາດ”. ພ້ອມກັນນັ້ນ ຈະຂະຫຍາຍການຮ່ວມມືໃນບັນດາຂົງເຂດໃໝ່ ເຊັ່ນ ເສດຖະກິດດິຈິຕອນ, ການຫັນເປັນດິຈິຕອນ, ເສດຖະກິດສີຂຽວ, ພະລັງງານທົດແທນ, ນະວັດຕະກຳ ແລະ ການພັດທະນາບຸກຄະລາກອນຄຸນນະພາບສູງ.
ສຳລັບການຮ່ວມມືລະຫວ່າງທ້ອງຖິ່ນ, ທ່ານເອກອັກຄະລາຊະທູດ ເນັ້ນໜັກວ່າ ຈະສືບຕໍ່ສະໜັບສະໜູນບັນດາທ້ອງຖິ່ນ ໂດຍສະເພາະບັນດາແຂວງຊາຍແດນ ແລະ ທ້ອງຖິ່ນທີ່ມີຄວາມສຳພັນເປັນຄູ່ຮ່ວມມິດ, ເພີ່ມທະວີການແລກປ່ຽນຄະນະ, ເຊື່ອມໂຍງວິສາຫະກິດ, ໂຄສະນາສັກກະຍະພາບ ແລະ ສ້າງບັນດາໂຄງການຮ່ວມມືໃຫ້ເລິກເຊິ່ງ ໃນຂົງເຂດກະສິກຳເທັກໂນໂລຊີສູງ, ການແປຮູບເລິກ, ໂລຈິສຕິກ, ການທ່ອງທ່ຽວ, ເສດຖະກິດສີຂຽວ, ການຫັນເປັນດິຈິຕອນ ແລະ ການພັດທະນາບຸກຄະລາກອນ.
“ໂດຍສະເພາະ, ບັນດາແຂວງຊາຍແດນ ຄວນໄດ້ຮັບຄວາມສົນໃຈຫຼາຍຍິ່ງຂຶ້ນ ເພື່ອກາຍເປັນຂົ້ວການເຕີບໂຕໃໝ່ ແລະ ສູນກາງເຊື່ອມໂຍງເສດຖະກິດລະຫວ່າງສອງປະເທດ,” ທ່ານ ຫງວຽນມິງເຕິມ ເນັ້ນໜັກ.
ຕາມທ່ານເອກອັກຄະລາຊະທູດ, ຄຽງຄູ່ກັບການຊຸກຍູ້ບັນດາໂຄງການຊ່ວຍເຫຼືອ ແລະ ບັນດາກໍ່ສ້າງທີ່ມີຄວາມໝາຍເປັນສັນຍາລັກຂອງສາຍພົວພັນ ຫວຽດນາມ - ລາວ, ສະຖານເອກອັກຄະລາຊະທູດ ຈະສືບຕໍ່ປະຕິບັດບົດບາດເປັນຂົວເຊື່ອມ, ໃຫ້ຄຳປຶກສາດ້ານຍຸດທະສາດ ແລະ ຄຽງຄູ່ກັບວິສາຫະກິດ ແລະ ທ້ອງຖິ່ນ, ປະກອບສ່ວນນຳເອົາບັນດາຂໍ້ຕົກລົງລະດັບສູງໄປສູ່ຊີວິດຕົວຈິງ, ຜັນຂະຫຍາຍເນື້ອໃນ “ການເຊື່ອມໂຍງຍຸດທະສາດ” ໃຫ້ເປັນຈິງ ແລະ ເຮັດໃຫ້ການຮ່ວມມືດ້ານເສດຖະກິດ ສືບຕໍ່ເປັນໜຶ່ງໃນເສົາຄ້ຳສຳຄັນຂອງສາຍພົວພັນ ຫວຽດນາມ - ລາວ ໃນໄລຍະພັດທະນາໃໝ່.
ຍສໝ - ວັນທີ 25/7, ສະມາຄົມມິດຕະພາບ ຫວຽດນາມ - ລາວ ພ້ອມດ້ວຍຄະນະປະຕິບັດງານ ໄດ້ເຂົ້າຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ ທະຫານເສຍອັງຄານ, ທະຫານເຈັບປ່ວຍ, ອະດີດເຍົາວະຊົນກອງອາສາສະໝັກ ແລະ ເລີ່ມດຳເນີນການກໍ່ສ້າງ “ເຮືອນແຫ່ງຄວາມຮັກແພງ” ໃຫ້ແກ່ຄອບຄົວເປົ້າໝາຍນໂຍບາຍ ຢູ່ທີ່ ແຂວງ ເຫງະອານ. |
ຍສໝ - ຂະບວນການດັ່ງກ່າວມີຈຸດປະສົງເພື່ອເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສາມປະເທດ, ຕີລາຄາສະພາບຕົວຈິງ, ຊອກຫາຂໍ້ຫຍຸ້ງຍາກໃນຂະບວນການເຊື່ອມຕໍ່ເສັ້ນທາງທ່ອງທ່ຽວ ເພື່ອສະເໜີມາດຕະການສົ່ງເສີມການພັດທະນາການທ່ອງທ່ຽວໃນໄລຍະຕໍ່ໄປ. |
ມິງດຶກ
