ເຊື່ອມໂຍງປະຊາຊົນ, ຊຸກຍູ້ການຮ່ວມມື ຫວຽດນາມ - ອີຣານ

18:02 | 25/07/2026

ຍສໝ - ວັນທີ 24/7 ຢູ່ທີ່ ຮ່າໂນ້ຍ, ທ່ານ ປະທານສະຫະພັນບັນດາອົງການຈັດຕັ້ງມິດພາບ ຫວຽດນາມ ຟານອານເຊີນ ຕ້ອນຮັບ ທ່ານ ເອກອັກຄະລັດຊະທູດ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ປະຈຳ ຫວຽດນາມ Akbar Ghasemi Ali Abadi. ສອງຝ່າຍ ຢັ້ງຢືນການຖືເປັນສຳຄັນ ສາຍພົວພັນມິດພາບ ຫວຽດນາມ - ອີຣານ, ເປັນເອກະພາບ ເພີ່ມທະວີການຊຸກຍູ້ການແລກປ່ຽນປະຊາຊົນ, ຂະຫຍາຍການເຊື່ອມໂຍງທ້ອງຖິ່ນ, ວິສາຫະກິດ ແລະ ອົງການຈັດຕັ້ງ ຂອງສອງປະເທດ, ປະກອບສ່ວນນຳເອົາສາຍພົວພັນທະວີພາຄີ ພັດທະນາຢ່າງແທດຕົວຈິງ, ສົມກ່ຽວກັບທ່າແຮງ.

ມອບຫຼຽນກາ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນເຜົ່າ” ໃຫ້ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ ເອກອັກຄະລັດຖະທູດ ອີຣານ: ນະໂຍບາຍການຕ່າງປະເທດຂອງຫວຽດນາມ ມີລັກສະນະສ້າງສັນ ແລະ ຮອບດ້ານ

ທ່ານ ເອກອັກຄະລັດຊະທູດ Akbar Ghasemi Ali Abadi ຢັ້ງຢືນວ່າ ບັນດາອົງການມິດພາບ ຍາມໃດກໍແມ່ນ “ປະຕູທຳອິດ” ພາຍໃນຂະບວນການສ້າງສາ ແລະ ພັດທະນາສາຍພົວພັນ ລະຫວ່າງ ບັນດາປະເທດ, ຖືບົດບາດບຸກເບີກ ພາຍໃນການເຊື່ອມໂຍງປະຊາຊົນ, ເພີ່ມພູນຄູນສ້າງຄວາມເຊື່ອໝັ້ນ. ຕາມ ທ່ານ ເອກອັກຄະລັດຊະທູດ, ສະຫະພັນບັນດາອົງການຈັດຕັ້ງມິດພາບ ຫວຽດນາມ ແມ່ນຂົວຕໍ່ສຳຄັນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຊຸກຍູ້ສາຍພົວພັນ ລະຫວ່າງ ປະຊາຊົນສອງປະເທດ.

ຮັບຮູ້ວ່າ ສາຍພົວພັນ ຫວຽດນາມ - ອີຣານ ຍັງມີຂອບເຂດຫຼາຍຢ່າງ ເພື່ອພັດທະນາ, ທ່ານ ເອກອັກຄະລັດຊະທູດ Akbar Ghasemi Ali Abadi ສະເໜີໃຫ້ສອງຝ່າຍ ເພີ່ມທະວີການແລກປ່ຽນຄະນະ, ຂະຫຍາຍການເຊື່ອມໂຍງ ລະຫວ່າງ ບັນດາຊ່ຽວຊານ, ສະຖາບັນຄົ້ນຄວ້າ ແລະ ບັນດາອົງການຈັດຕັ້ງ ຂອງສອງປະເທດ ແນ່ງໃສ່ຊຸກຍູ້ການຮ່ວມມື ຢູ່ເທິງຫຼາຍຂົງເຂດ. ພ້ອມດຽວກັນນັ້ນ, ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຕິດພັນ ລະຫວ່າງ ປະຊາຊົນສອງປະເທດ, ຕ້ອງຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ແລກປ່ຽນກ່ຽວກັບປະຫວັດສາດ, ເຊື່ອມໂຍງບັນດາໂຮງຮຽນມະຫາວິທະຍາໄລ, ທ້ອງຖິ່ນ ແລະ ວິສາຫະກິດ ຂອງ ຫວຽດນາມ ແລະ ອີຣານ.

ທ່ານ ເອກອັກຄະລັດຊະທູດ Akbar Ghasemi Ali Abadi ຢັ້ງຢືນວ່າ ສະທານທູດ ອີຣານ ປະຈຳ ຫວຽດນາມ ຈະສືບຕໍ່ປະສານງານຢ່າງແໜ້ນແຟ້ນ ກັບ ສະຫະພັນບັນດາອົງການມິດພາບ ຫວຽດນາມ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນ, ການຮ່ວມມືປະຊາຊົນ ແລະ ເພີ່ມທະວີການເຊື່ອມໂຍງ ກັບບັນດາອົງການຈັດຕັ້ງ ແລະ ທ້ອງຖິ່ນ ຂອງສອງປະເທດ.

ເຊື່ອມໂຍງປະຊາຊົນ, ຊຸກຍູ້ການຮ່ວມມື ຫວຽດນາມ - ອີຣານ
ທ່ານ ປະທານສະຫະພັນບັນດາອົງການມິດພາບ ຫວຽດນາມ ຟານອານເຊີນ ຕ້ອນຮັບ ທ່ານ ເອກອັກຄະລັດຊະທູດ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ປະຈຳ ຫວຽດນາມ Akbar Ghasemi Ali Abadi. (ພາບ: ດິງຮວ່າ)

ທ່ານ ປະທານສະຫະພັນບັນດາອົງການມິດພາບ ຫວຽດນາມ ຟານອານເຊີນ ອວຍພອນ ທ່ານ ເອກອັກຄະລັດຊະທູດ Akbar Ghasemi Ali Abadi ຮັບພາລະກິດ ຢູ່ທີ່ ຫວຽດນາມ, ເຊື່ອໝັ້ນວ່າ ທ່ານ ເອກອັກຄະລັດຊະທູດ ຈະມີວາລະການດຳລົງຕຳແໜ່ງທີ່ປະສົບຜົນສຳເລັດ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາສາຍພົວພັນມິດພາບ ຫວຽດນາມ - ອີຣານ.

ຕີລາຄາສູງ ບັນດາຂໍ້ສະເໜີ ຂອງ ທ່ານ ເອກອັກຄະລັດຊະທູດ Akbar Ghasemi Ali Abadi, ທ່ານ ປະທານ ຟານອານເຊີນ ຢັ້ງຢືນວ່າ ສະຫະພັນບັນດາອົງການມິດພາບ ຫວຽດນາມ ແລະ ສະມາຄົມມິດພາບ ຫວຽດນາມ - ອີຣານ ພ້ອມແລ້ວທີ່ຈະປະສານງານ ຈັດຕັ້ງບັນດາໂຄງການແລກປ່ຽນ, ສະໜັບສະໜູນບັນດາຄະນະ ອີຣານ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ ຫວຽດນາມ. ທ່ານ ຟານອານເຊີນ ເຊື່ອໝັ້ນວ່າ ສອງຝ່າຍ ຈະຜັນຂະຫຍາຍຫຼາຍຂໍ້ລິເລີ່ມການຮ່ວມມືຢ່າງແທດຕົວຈິງ ແນ່ງໃສ່ຊ່ວຍໃຫ້ປະຊາຊົນສອງປະເທດ ເຂົ້າໃຈຢ່າງຈະແຈ້ງກວ່າ ກ່ຽວກັບປະເທດຊາດ, ຄົນ ແລະ ທ່າແຮງການຮ່ວມມື ຂອງກັນແລະກັນ.

ສອງຝ່າຍ ເຊື່ອໝັ້ນວ່າ ການປະສານງານຢ່າງແໜ້ນແຟ້ນ ລະຫວ່າງ ສະຫະພັນບັນດາອົງການຈັດຕັ້ງມິດພາບ ຫວຽດນາມ ແລະ ສະທານທູດ ອີຣານ ປະຈຳ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດ ຂອງການຕ່າງປະເທດປະຊາຊົນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ນຳເອົາສາຍພົວພັນ ຫວຽດນາມ - ອີຣານ ພັດທະນາຢ່າງສົມກ່ຽວກັບທ່າແຮງການຮ່ວມມື.

ຂີດໝາຍສຳຄັນນຳການພົວພັນ ຫວຽດນາມ - ອີຣານ ຂຶ້ນສູ່ລະດັບສູງໃໝ່ ຂີດໝາຍສຳຄັນນຳການພົວພັນ ຫວຽດນາມ - ອີຣານ ຂຶ້ນສູ່ລະດັບສູງໃໝ່
ຍສໝ - ທ່ານເອກອັກຄະລັດຖະທູດ ເລືອງກວັກຮູຍ ໃຫ້ຮູ້ວ່າ ການຢ້ຽມຢາມໄດ້ມີຄວາມໝາຍສຳຄັນທີ່ສຸດ ເຊິ່ງໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຣານ (04/8/1973 - 4/8/2023)
ຫວຽດນາມ - ອີຣານ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແມ່ນ​ບຸລິມະສິດ​ໃຈກາງ​ໃນ​ການ​ພົວພັນ​ສອງ​ຝ່າຍ ຫວຽດນາມ - ອີຣານ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແມ່ນ​ບຸລິມະສິດ​ໃຈກາງ​ໃນ​ການ​ພົວພັນ​ສອງ​ຝ່າຍ
ຍສໝ - ວັນ​ທີ 22 ກັນຍາ, ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຢູ່​ນິວຢອກ (ອາ​ເມ​ລິ​ກາ), ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເມັກ​ຊິກ ​ແລະ ອີຣານ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ