| ຫວຽດນາມ ເຂົ້າຮ່ວມງານວາງສະແດງສິລະປະຢູ່ ອີຕາລີ ເປັນຄັ້ງທຳອິດ ອີຕາລີ ແລະ ຍີ່ປຸ່ນ ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດ |
ໃນໂອກາດການຕ້ອນຮັບ, ທ່ານ ພົນເອກ ເລືອງຕາມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ໄດ້ຕີລາຄາສູງຕໍ່ປະສົບການ ແລະ ຂີດຄວາມສາມາດຂອງກຸ່ມບໍລິສັດ Leonardo - ໜຶ່ງໃນບັນດາກຸ່ມອຸດສາຫະກຳເຕັກໂນໂລຊີຊັ້ນສູງແນວໜ້າຂອງ ອີຕາລີ ແລະ ເອີຣົບ.
ກຸ່ມບໍລິສັດ Leonardo ມີຈຸດແຂງໃນຂົງເຂດປ້ອງກັນຊາດ, ຄວາມປອດໄພ, ອາກາດຍານ-ອະວະກາດ, ເຮລິຄອບເຕີ, ອຸປະກອນອີເລັກໂຕຣນິກ ແລະ ເຕັກໂນໂລຊີດິຈິຕອນ. ນອກຈາກນັ້ນ, ກຸ່ມບໍລິສັດ ຍັງພັດທະນາຫຼາຍວິທີແກ້ໄຂດ້ານຄວາມປອດໄພທາງໄຊເບີ, ລະບົບບັນຊາການ ແລະ ຄວບຄຸມ, ເຣດາ, ເຊັນເຊີ, ການຕິດຕາມຊາຍແດນ, ການປົກປ້ອງບັນດາສິ່ງກໍ່ສ້າງ ແລະ ລະບົບທີ່ສຳຄັນ.
![]() |
| ທ່ານ ພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໃຫ້ການຕ້ອນຮັບທ່ານ Daniele Tavano, ຮອງປະທານອາວຸໂສຂອງກຸ່ມບໍລິສັດ Leonardo S.p.A. (ອີຕາລີ). |
ຕາມທ່ານ ເລືອງຕາມກວາງ ແລ້ວ, ຫວຽດນາມ ພວມຊຸກຍູ້ການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ; ພ້ອມກັນນັ້ນ ກໍ່ກຳລັງປັບປຸງນິຕິກຳ, ຊຸກຍູ້ອຸດສາຫະກຳປ້ອງກັນຊາດ, ຄວາມປອດໄພ ແລະ ດຶງດູດເຕັກໂນໂລຊີກ້າວໜ້າຈາກຕ່າງປະເທດ.
ນີ້ແມ່ນພື້ນຖານໃຫ້ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ຂະຫຍາຍການຮ່ວມມືກັບບັນດາວິສາຫະກິດເຕັກໂນໂລຊີຊັ້ນນຳຂອງໂລກ, ໃນນັ້ນມີກຸ່ມບໍລິສັດ Leonardo, ໃນການຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ, ຝຶກອົບຮົມບຸກຄະລາກອນ ແລະ ພັດທະນາການແກ້ໄຂທີ່ທັນສະໄໝ ເພື່ອຮັບໃຊ້ວຽກງານຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັນລະບຽບ, ຄວາມສະຫງົບປອດໄພຂອງສັງຄົມ ແລະ ຕ້ານອາຊະຍາກຳ.
ລັດຖະມົນຕີ ໄດ້ສະເໜີໃຫ້ກຸ່ມບໍລິສັດ Leonardo ເພີ່ມທະວີການແບ່ງປັນເຕັກໂນໂລຊີໂດດເດັ່ນໃຫ້ແກ່ບັນດາພະແນກທີ່ກ່ຽວຂ້ອງຂອງກະຊວງປ້ອງກັນຄວາມສະຫງົບ; ແລກປ່ຽນປະສົບການໃນການນຳໃຊ້ປັນຍາປະດິດ (AI), AI Vision, ການວິເຄາະຂໍ້ມູນຂະໜາດໃຫຍ່ (Big Data), ການປະມວນຜົນແບບ Cloud, ການກໍ່ສ້າງສູນຂໍ້ມູນ ແລະ ພັດທະນາແພລດຟອມດິຈິຕອນ ເພື່ອຮັບໃຊ້ວຽກງານຄຸ້ມຄອງ, ຊີ້ນຳ ແລະ ບໍລິຫານ.
ສອງຝ່າຍ ຍັງໄດ້ສະເໜີໃຫ້ປະສານງານໃນການຝຶກອົບຮົມບຸກຄະລາກອນຄຸນນະພາບສູງ, ຖ່າຍທອດເຕັກໂນໂລຊີ ແລະ ຈັດຕັ້ງບັນດາໂຄງການຄົ້ນຄວ້າຮ່ວມ ໃຫ້ສອດຄ່ອງກັບຄວາມຕ້ອງການ, ເງື່ອນໄຂ ແລະ ທິດທາງການພັດທະນາ.
ທ່ານ Daniele Tavano ໄດ້ສະແດງຄວາມປະທັບໃຈຕໍ່ທ່າແຮງການພັດທະນາຂອງ ຫວຽດນາມ, ພ້ອມທັງ ໄດ້ຢືນຢັນວ່າ ກຸ່ມບໍລິສັດ Leonardo ຈະສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືສຳຄັນ, ປະກອບສ່ວນຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ.
ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ຝ່າຍກວດກາ ແລະ ກຳນົດທິດສ້າງຂອບນິຕິກຳໃຫ້ສົມບູນແບບ, ສ້າງພື້ນຖານທີ່ສະດວກໃຫ້ແກ່ການເປີດກວ້າງການຮ່ວມມື 2 ຝ່າຍ, ຍົກລະດັບການພົວພັນໃນໄລຍະຈະມາເຖິງ. |
ດ້ວຍບັນດາການເຄື່ອນໄຫວທີ່ແທດຈິງ, ການປະຕິບັດງານ ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບບັນດາອົງການຈັດຕັ້ງຫຼາຍຝ່າຍ, ສະແດງໃຫ້ເຫັນວ່າ ຫວຽດນາມ ມີບັນດາການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນ ແລະ ມີຄວາມຮັບຜິດຊອບ. |
ມິງດຶກ
