| ເປີດອອກໄລຍະແຫ່ງການພັດທະນາໃໝ່ໃຫ້ແກ່ສາຍພົວພັນ ຫວຽດນາມ - ສີລັງກາ ສ້າງການບຸກທະລຸທາງດ້ານຍຸດທະສາດ ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອິນເດຍ ແລະ ສີລັງກາ |
ວັນທີ 28 ກໍລະກົດ ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ-ສີລັງກາ (ສະມາຄົມ) ໄດ້ຈັດກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ II ອາຍຸການ 2026-2031. ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳ ກອງປະຊຸມ.
ເຂົ້າຮ່ວມຍັງມີ ທ່ານ ຫງໍເລວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ Poshitha Perera, ເອກອັກຄະລາຊະທູດສີລັງກາປະຈຳຫວຽດນາມ; ຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການ, ອົງການ, ວິສາຫະກິດ ພ້ອມທັງບັນດາກຳມະການຄະນະປະຈຳ, ຄະນະບໍລິຫານ ແລະ ສະມາຊິກຂອງສະມາຄົມ.
ກອງປະຊຸມ ໄດ້ເລືອກຕັ້ງຄະນະບໍລິຫານອາຍຸການ 2026-2031 ຈຳນວນ 35 ທ່ານ ແລະ ຄະນະກວດກາ ຈຳນວນ 3 ທ່ານ. ຮອງສາດສະດາຈານ ປອ. ຟ້າມວັນລິງ, ອະດີດຮອງປະທານສະພາທິດສະດີສູນກາງ, ປະທານສະມາຄົມໃນໄລຍະ 2014-2026 ໄດ້ຮັບຄວາມໄວ້ວາງໃຈ ແລະ ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະມາຄົມຕໍ່ໄປ.
![]() |
| ກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ II ຂອງສະມາຄົມມິດຕະພາບ ຫວຽດນາມ-ສີລັງກາ ອາຍຸການ 2026-2031. (ພາບ: ດິງຮ່ວາ) |
ຫັນບັນດາໂຄງການຮ່ວມມືປະຊາຊົນໃຫ້ເປັນຮູບປະທຳ
ບົດລາຍງານທີ່ກອງປະຊຸມ ໃຫ້ຮູ້ວ່າ, ໃນອາຍຸການ 2026-2031, ສະມາຄົມ ຈະນຳໃຊ້ໃຫ້ເກີດຜົນດີບັນດາຄວາມສະດວກຈາກການທີ່ ຫວຽດນາມ ແລະ ສີລັງກາ ໄດ້ຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຮອບດ້ານ, ເພື່ອເພີ່ມທະວີການແລກປ່ຽນລະຫວ່າງບັນດາອົງການ, ອົງການຈັດຕັ້ງ ແລະ ປະຊາຊົນຂອງສອງປະເທດ; ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ກະສິກຳ, ການຄ້າ, ການທ່ອງທ່ຽວ ແລະ ບັນດາຂົງເຂດທີ່ຍັງມີທ່າແຮງອີກຫຼາຍ.
| ຕາມບົດລາຍງານທີ່ນຳສະເໜີຕໍ່ກອງປະຊຸມແລ້ວ, ໃນໄລຍະ 2014-2026, ສະມາຄົມ ໄດ້ຮັກສາສາຍພົວພັນກັບ ສະມາຄົມສາມັກຄີສີລັງກາ, ດຳເນີນການບັນທຶກຄວາມຈຳວ່າດ້ວຍການຮ່ວມມື ໄລຍະ 2014-2019 ແລະ ຈັດຕັ້ງບາງກິດຈະກຳແລກປ່ຽນຄະນະ. ໃນປີ 2015, ຄະນະຂອງສະມາຄົມ ໄດ້ໄປຢ້ຽມຢາມ ສີລັງກາ; ໃນປີ 2016, ສະມາຄົມ ໄດ້ຕ້ອນຮັບຄະນະຂອງສະມາຄົມມິດຕະພາບຝ່າຍສີລັງກາ ມາຢ້ຽມຢາມ ຫວຽດນາມ, ຈັດກິດຈະກຳແລກປ່ຽນ, ແນະນຳວິສາຫະກິດ ແລະ ບັນດາບ້ານຫັດຖະກຳພື້ນເມືອງຂອງ ຫວຽດນາມ. ໃນໄລຍະການລະບາດຂອງ COVID-19, ສະມາຄົມ ໄດ້ລະດົມເງິນກວ່າ 1 ຕື້ດົ່ງ ເພື່ອຊ່ວຍເຫຼືອປະຊາຊົນ ສີລັງກາ ໃນການຊື້ຢາ ແລະ ອຸປະກອນທາງການແພດບາງປະເພດ ສຳລັບວຽກງານປ້ອງກັນ ແລະ ຕ້ານການລະບາດ. ຂະນະດຽວກັນ, ສອງຝ່າຍ ຍັງຄົງຮັກສາການສົ່ງສານອວຍພອນ ແລະ ສອບຖາມທຸກສຸກເຊິ່ງກັນ ແລະ ກັນ ໃນເວລາທີ່ບັນດາກິດຈະກຳໂດຍກົງຕ້ອງຖືກຢຸດຊະງັກ. ໃນປີ 2026, ສະມາຄົມ ໄດ້ປະສານງານຈັດການຢ້ຽມຢາມ ແລະ ເຮັດວຽກຂອງທ່ານ Poshitha Perera, ເອກອັກຄະລາຊະທູດສີລັງກາປະຈຳຫວຽດນາມ ຢູ່ແຂວງ ບັກນິງ, ເພື່ອຊຸກຍູ້ການເຊື່ອມໂຍງໃນຂົງເຂດການລົງທຶນ, ການຄ້າ, ວັດທະນະທຳ ແລະ ການທ່ອງທ່ຽວທາງຈິດວິນຍານ. |
ສະມາຄົມ ກຳນົດຂະຫຍາຍສາຍພົວພັນກັບບັນດາອົງການ ແລະ ຄູ່ຮ່ວມງານຢູ່ ສີລັງກາ ແລະ ພາກພື້ນອາຊີໃຕ້; ເຂົ້າຮ່ວມບັນດາໂຄງການຮ່ວມມືຫຼາຍຝ່າຍ ແລະ ເວທີປາໄສລະດັບພາກພື້ນ; ຫຼາກຫຼາຍຮູບການຂອງກິດຈະກຳແລກປ່ຽນດ້ານວັດທະນະທຳ-ສິລະປະ, ການສຶກສາ-ການຝຶກອົບຮົມ, ສາສະໜາ ແລະ ສັງຄົມ.
ໃນຂົງເຂດເສດຖະກິດ, ສະມາຄົມ ຈະສະໜັບສະໜູນວິສາຫະກິດຫວຽດນາມ ໃນການຊອກຮູ້ ແລະ ຂະຫຍາຍຕະຫຼາດຢູ່ ສີລັງກາ; ເພີ່ມທະວີການເຊື່ອມໂຍງດ້ານການລົງທຶນ, ການຄ້າ ແລະ ການຮ່ວມມືດ້ານກະສິກຳ, ປະກອບສ່ວນບັນລຸເປົ້າໝາຍຍົກມູນຄ່າການຄ້າສອງຝ່າຍໃຫ້ບັນລຸເກືອບ 1 ຕື້ USD. ນອກນັ້ນ, ສະມາຄົມ ຍັງຈະປະສານງານໃນການສະໜອງຂໍ້ມູນ, ເຊື່ອມໂຍງຄູ່ຮ່ວມງານ ແລະ ຊອກຫາວິທີແກ້ໄຂເພື່ອຫຼຸດຜ່ອນບັນດາອຸປະສັກດ້ານໂຄງລ່າງພື້ນຖານ, ການຂົນສົ່ງ, ກົດໝາຍ ແລະ ຄ່າໃຊ້ຈ່າຍທາງການຄ້າ.
ວຽກງານດ້ານການຈັດຕັ້ງ, ການບໍລິຫານ ແລະ ການພັດທະນາແຫຼ່ງຊັບພະຍາກອນ ຈະສືບຕໍ່ໄດ້ຮັບການປັບປຸງໃໝ່. ສະມາຄົມ ຈະຍົກສູງຄວາມສາມາດຂອງພະນັກງານ, ນຳໃຊ້ງົບປະມານ ແລະ ແຫຼ່ງຊັບພະຍາກອນທີ່ຖືກກົດໝາຍໃຫ້ມີປະສິດທິຜົນ; ຮັກສາການແລກປ່ຽນຂໍ້ມູນກັບບັນດາອົງການດ້ານການຕ່າງປະເທດ ແລະ ອົງການສັງຄົມ-ປະຊາຊົນ ຢູ່ ຫວຽດນາມ ແລະ ສີລັງກາ. ແຜນປະຕິບັດງານປະຈຳປີ ຈະກຳນົດໜ້າທີ່ຈຸດສຸມ, ແຫຼ່ງຊັບພະຍາກອນບູລິມະສິດ ແລະ ເປົ້າໝາຍການຈັດຕັ້ງປະຕິບັດໃຫ້ຈະແຈ້ງ.
![]() |
| ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ກ່າວຄຳປາໄສຢູ່ທີ່ກອງປະຊຸມ. (ພາບ: ດິງຮ່ວາ) |
ກ່າວຄຳປາໄສຊີ້ນຳກອງປະຊຸມ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ກ່າວວ່າ ກອງປະຊຸມຄັ້ງນີ້ຈັດຂຶ້ນໃນຫ້ວງເວລາທີ່ມີຄວາມໝາຍສຳຄັນຕໍ່ສາຍພົວພັນຂອງສອງປະເທດ. ເດືອນກໍລະກົດ ປີ 2026 ເປັນວາລະຄົບຮອບ 56 ປີ ຂອງການສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ສີລັງກາ; ຂະນະດຽວກັນ ສາຍພົວພັນສອງຝ່າຍຫາກໍໄດ້ຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຮອບດ້ານ, ໃນນັ້ນ ການສຶກສາ, ວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ ໄດ້ຖືກກຳນົດເປັນໜຶ່ງໃນສີ່ເສົາຄ້ຳຫຼັກຂອງການຮ່ວມມື.
ທ່ານໄດ້ຊົມເຊີຍຄວາມພະຍາຍາມຂອງຄະນະບໍລິຫານສະມາຄົມອາຍຸການທີ I ໃນການຮັກສາກິດຈະກຳ ແລະ ຈັດຕັ້ງກອງປະຊຸມຄັ້ງທີ II ເຖິງວ່າຈະປະສົບຄວາມຫຍຸ້ງຍາກດ້ານໄລຍະຫ່າງທາງພູມສາດ, ເຄືອຂ່າຍຄູ່ຮ່ວມມື ແລະ ແຫຼ່ງຊັບພະຍາກອນ.
ສຳລັບໜ້າທີ່ໃນໄລຍະຕໍ່ໄປ, ທ່ານ ຟານແອງເຊີນ ໄດ້ສະເໜີໃຫ້ສະມາຄົມ ຄົ້ນຄວ້າ ແລະ ຮຽບຮຽງເອກະສານກ່ຽວກັບສາຍພົວພັນ ຫວຽດນາມ-ສີລັງກາ ນັບແຕ່ປີ 1970 ຈົນເຖິງປັດຈຸບັນ, ໂດຍສຸມໃສ່ເຮັດໃຫ້ແຈ້ງເຖິງຮາກຖານແຫ່ງຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ. ເນື້ອໃນຄວນສະທ້ອນໃຫ້ເຫັນຄວາມຮັກແພງ ແລະ ການສະໜັບສະໜູນຂອງປະຊາຊົນສີລັງກາ ຕໍ່ການຕໍ່ສູ້ເພື່ອຍາດເອົາເອກະລາດ, ທ້ອນໂຮມປະເທດ ແລະ ພາລະກິດສ້າງສາ ແລະ ພັດທະນາຫວຽດນາມ; ພ້ອມທັງ ຊູໃຫ້ເຫັນຄຸນຄ່າທາງວັດທະນະທຳ ແລະ ສາສະໜາທີ່ຄ້າຍຄືກັນ, ໃນນັ້ນ ພຸດທະສາສະໜາ ແມ່ນສາຍໃຍສຳຄັນທີ່ເຊື່ອມຜູກສອງປະເທດ.
ສະມາຄົມຄວນສ້າງແຜນການຮ່ວມມືທີ່ເປັນຮູບປະທຳກັບບັນດາຄູ່ຮ່ວມງານຫຼັກຢູ່ ສີລັງກາ, ກ່ອນອື່ນໝົດແມ່ນ ສະມາຄົມສາມັກຄີສີລັງກາ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ສີລັງກາ-ຫວຽດນາມ ແລະ ກອງທຶນມິດຕະພາບຂອງພັກແນວໂຮມປົດປ່ອຍປະຊາຊົນສີລັງກາ; ພ້ອມທັງກຳນົດເນື້ອໃນການປະສານງານກັບແຕ່ລະຄູ່ຮ່ວມງານໃນແຕ່ລະປີໃຫ້ຈະແຈ້ງ.
ທ່ານ ຟານແອງເຊີນ ຍັງໄດ້ສະເໜີໃຫ້ສະມາຄົມ ນຳໃຊ້ຈຸດແຂງຂອງການແລກປ່ຽນດ້ານພຸດທະສາສະໜາ ຄວບຄູ່ກັບການທ່ອງທ່ຽວ; ເຊື່ອມໂຍງບັນດາໂຄງການແລກປ່ຽນພະສົງ-ສາມະເນນ, ການສຶກສາພຸດທະສາສະໜາ ແລະ ການຕ້ອນຮັບຜູ້ນຳສາສະໜາຂອງ ສີລັງກາ ເຂົ້າກັບກິດຈະກຳມິດຕະພາບປະຊາຊົນ. ຜ່ານນັ້ນ, ພະສົງ ແລະ ຜູ້ນຳສາສະໜາຂອງສອງປະເທດ ສາມາດປະກອບສ່ວນໃນການແນະນຳ ແລະ ເຜີຍແຜ່ຂໍ້ມູນກ່ຽວກັບສາຍພົວພັນ ຫວຽດນາມ-ສີລັງກາ ໃນຊຸມຊົນ.
ສະມາຄົມຄວນເພີ່ມທະວີການຕິດຕໍ່ພົວພັນກັບຊຸມຊົນຄົນຫວຽດນາມຢູ່ ສີລັງກາ, ສ້າງເງື່ອນໄຂໃຫ້ຊຸມຊົນໄດ້ຮັບຂໍ້ມູນ, ເຂົ້າຮ່ວມກິດຈະກຳມິດຕະພາບ ແລະ ປະກອບສ່ວນໃນການຂະຫຍາຍເຄືອຂ່າຍສາຍພົວພັນລະຫວ່າງປະຊາຊົນ. ການເຊີນຜູ້ແທນຊຸມຊົນເຂົ້າຮ່ວມກິດຈະກຳ ຫຼື ຄະນະບໍລິຫານຂອງສະມາຄົມ ກໍສາມາດຄົ້ນຄວ້າພິຈາລະນາໄດ້ ເມື່ອມີເງື່ອນໄຂເໝາະສົມ.
ໃນໄລຍະອັນໃກ້ນີ້, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ແນະນຳໃຫ້ສະມາຄົມ ດຳເນີນ 3 ວຽກງານສຳຄັນ ຄື: ປະສານງານຈັດການຢ້ຽມຢາມທ້ອງຖິ່ນໃຫ້ແກ່ເອກອັກຄະລາຊະທູດສີລັງກາປະຈຳຫວຽດນາມ ເພື່ອກ້າວໄປສູ່ການເຊື່ອມໂຍງລະຫວ່າງທ້ອງຖິ່ນຂອງຫວຽດນາມ ກັບ ທ້ອງຖິ່ນຂອງສີລັງກາ; ຈັດການພົບປະວິສາຫະກິດຂອງສອງປະເທດ ເພື່ອຊອກຫາໂອກາດດ້ານການຄ້າ ແລະ ການລົງທຶນ; ຊຸກຍູ້ການຮ່ວມມືລະຫວ່າງມະຫາວິທະຍາໄລໜຶ່ງຂອງຫວຽດນາມ ກັບ ມະຫາວິທະຍາໄລໜຶ່ງຂອງສີລັງກາ.
ຕາມຄຳເຫັນຂອງທ່ານແລ້ວ, ບັນດາໂຄງການທີ່ມີຄູ່ຮ່ວມງານ, ໜ່ວຍປະສານງານ ແລະ ເນື້ອໃນການຈັດຕັ້ງປະຕິບັດທີ່ຈະແຈ້ງ ຈະຊ່ວຍໃຫ້ສະມາຄົມ ປະກອບສ່ວນຢ່າງເປັນຮູບປະທຳ ເຂົ້າໃນເສົາຄ້ຳດ້ານການສຶກສາ, ວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ ຂອງສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ສີລັງກາ.
ຖ້ຽວບິນກົງ ເພີ່ມເງື່ອນໄຂໃນການເຊື່ອມໂຍງ
ກ່າວຄຳປາໄສອວຍພອນກອງປະຊຸມ, ທ່ານ Poshitha Perera, ເອກອັກຄະລາຊະທູດສີລັງກາປະຈຳຫວຽດນາມ ໄດ້ຢືນຢັນວ່າ ສີລັງກາ ຍາມໃດກໍຖືວ່າ ຫວຽດນາມ ເປັນມິດສະຫາຍທີ່ໜ້າເຊື່ອຖື. ທ່ານໄດ້ຫວນຄືນເຖິງການທີ່ ສີລັງກາ ໄດ້ຮັບຮູ້ຢ່າງເປັນທາງການ ສາທາລະນະລັດປະຊາທິປະໄຕຫວຽດນາມ ໃນປີ 1970, ສະທ້ອນໃຫ້ເຫັນຄວາມເຊື່ອໝັ້ນອັນແນ່ວແນ່ ຕໍ່ຄຸນຄ່າຂອງອະທິປະໄຕ, ເອກະລາດ ແລະ ສັກສີຂອງແຕ່ລະປະເທດ.
![]() |
| ທ່ານ Poshitha Perera, ເອກອັກຄະລາຊະທູດສີລັງກາປະຈຳຫວຽດນາມ ກ່າວອວຍພອນກອງປະຊຸມ. (ພາບ: ດິງຮ່ວາ) |
ຕາມຄຳເຫັນຂອງທ່ານເອກອັກຄະລາຊະທູດແລ້ວ, ມິດຕະພາບ ຫວຽດນາມ-ສີລັງກາ ໄດ້ກ້າວເຂົ້າສູ່ບົດໃໝ່ ພາຍຫຼັງທີ່ສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມມືຮອບດ້ານ. ກອບຄວາມຮ່ວມມືໃໝ່ນີ້ ໄດ້ເປີດກວ້າງໂອກາດການຮ່ວມມືໃນຂົງເຂດການສົນທະນາທາງການເມືອງ, ການຄ້າ ແລະ ການລົງທຶນ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ, ກະສິກຳ, ບັນຫາທາງທະເລ, ການທ່ອງທ່ຽວ, ການປ້ອງກັນຊາດ, ການແລກປ່ຽນວັດທະນະທຳ ແລະ ການເຊື່ອມໂຍງລະຫວ່າງປະຊາຊົນ.
ທ່ານເອກອັກຄະລາຊະທູດ ໄດ້ເນັ້ນໜັກວ່າ ສາຍການບິນ Vietnam Airlines ແລະ VietJet ຈະເລີ່ມເປີດບໍລິການຖ້ຽວບິນກົງລະຫວ່າງ ຫວຽດນາມ ແລະ ສີລັງກາ ຕັ້ງແຕ່ເດືອນສິງຫາ 2026. ທ່ານເອີ້ນສິ່ງນີ້ວ່າ “ຂົວເຊື່ອມຕໍ່ລະຫວ່າງປະຊາຊົນ, ວິສາຫະກິດ, ສະຖາບັນການສຶກສາ, ນັກທ່ອງທ່ຽວ ແລະ ວັດທະນະທຳຂອງສອງປະເທດ”.
![]() |
| ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ທ່ານ Poshitha Perera, ເອກອັກຄະລາຊະທູດສີລັງກາປະຈຳຫວຽດນາມ ສະແດງຄວາມຍິນດີຕໍ່ຄະນະນຳຂອງສະມາຄົມມິດຕະພາບ ຫວຽດນາມ-ສີລັງກາ ອາຍຸການ 2026-2031. (ພາບ: ດິງຮ່ວາ) |
ຕາມຄວາມເຫັນຂອງທ່ານແລ້ວ, ການເປີດເສັ້ນທາງການບິນໂດຍກົງ ຈະຊ່ວຍຊຸກຍູ້ການທ່ອງທ່ຽວສອງທິດທາງ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ຂະຫຍາຍການຮ່ວມມືດ້ານການສຶກສາ, ເພີ່ມທະວີສາຍພົວພັນລະຫວ່າງປະຊາຄົມວິສາຫະກິດ ແລະ ການແລກປ່ຽນລະຫວ່າງປະຊາຊົນ.
ໂດຍຕີລາຄາວ່າ ສະມາຄົມມິດຕະພາບ ຫວຽດນາມ-ສີລັງກາ ເປັນຄູ່ຮ່ວມງານທີ່ໜ້າເຊື່ອຖືຂອງສະຖານທູດ, ທ່ານ Poshitha Perera ໄດ້ສະແດງຄວາມເຊື່ອໝັ້ນວ່າ ຄະນະນຳຂອງສະມາຄົມໃນອາຍຸການ 2026-2031 ຈະສືບຕໍ່ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ວາງໃຈຊຶ່ງກັນ ແລະ ກັນ ພ້ອມທັງເປີດກວ້າງໂອກາດການຮ່ວມມືໃໝ່ໆ ເພື່ອຜົນປະໂຫຍດຮ່ວມຂອງປະຊາຊົນສອງປະເທດ.
![]() |
| ບັນດາຜູ້ແທນ ແລະ ຄະນະບໍລິຫານສະມາຄົມມິດຕະພາບ ຫວຽດນາມ-ສີລັງກາ ຖ່າຍຮູບເປັນທີ່ລະນຶກຮ່ວມກັນ. (ພາບ: ດິງຮ່ວາ) |
ໃນໂອກາດນີ້, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບໃບຍ້ອງຍໍຂອງສະຫະພັນ ໃຫ້ແກ່ ພຣະອາຈານ ທິກດຶກທ້ຽນ, ຮອງປະທານ ແລະ ເລຂາທິການໃຫຍ່ ສະພາບໍລິຫານ ສາສະໜາພຸດຫວຽດນາມ, ຮອງປະທານສະມາຄົມ; ແລະ ທ່ານ ໂຕຮ່ວາຍນາມ, ຮອງປະທານປະຈຳ ແລະ ເລຂາທິການໃຫຍ່ ສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ, ຮອງປະທານສະມາຄົມ, ເນື່ອງຈາກມີຜົນງານດີເດັ່ນພິເສດໃນກິດຈະກຳຂອງສະມາຄົມ ໃນໄລຍະ 2014-2026.
ຍສໝ - ເພື່ອເລີ່ມຕົ້ນໃຫ້ການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສີລັງກາ (1970-2025), ສະຖານທູດ ຫວຽດນາມ ປະຈຳ ສີລັງກາ ໄດ້ສົມທົບກັບກະຊວງການຕ່າງປະເທດ ສີລັງກາ ແລະ ໜັງສືພິມ Colombo Times ໄດ້ຈັດຕັ້ງພິທີປຸກລະດົມການເສັງຊອກຮູ້ກ່ຽວກັບການພົວພັນ ຫວຽດນາມ - ສີລັງກາ ແລະ ການເສັງອອກແບບ Logo ກ່ຽວກັບການພົວພັນລະຫວ່າງ 2 ປະເທດ. |
ຍສໝ - ຈັດຕັ້ງການແຂ່ງຂັນສອບຖາມ, ຈັດຕັ້ງສັບປະດາຮູບເງົາຫວຽດນາມ ແລະ ສັບປະດາອາຫານຫວຽດນາມ; ການເປີດຈຳໜ່າຍຊຸດສະແຕມລວມ ຫວຽດນາມ -ສີລັງກາ... ແມ່ນບັນດາການເຄື່ອນໄຫວທີ່ຈະດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສີລັງກາ (1970 – 2025). |
ມິງດຶກ




