| ທ່ານ ເລຂາທິການໃຫຍ່ ໂຕເລິມ ໄດ້ຮັບການມອບລາງວັນສັນຕິພາບ Lev N. Tolstoy ປີ 2026 ເຊື່ອມໂຍງປະຊາຊົນ, ຊຸກຍູ້ການຮ່ວມມື ຫວຽດນາມ - ອີຣານ |
“ຄົນ ຫວຽດນາມ ຄົນໜຶ່ງ ທີ່ເກີດຢູ່ ກູບາ”
“ບາງເທື່ອ ຂ້ອຍແມ່ນຄົນ ຫວຽດນາມ ຄົນໜຶ່ງ ທີ່ເກີດຢູ່ ກູບາ”, ທ່ານ ເອກອັກຄະລັດຊະທູດ ກູບາ ປະຈຳ ຫວຽດນາມ Rogelio Polanco Fuentes ທົບທວນຄືນຄຳເວົ້າຂອງ ທ່ານນາງ Melba Hernández ຢູ່ທີ່ພິທີອາໄລຫາ ພາຍໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ຄົບຮອບ 105 ປີ ຂອງເພິ່ນ, ເຊິ່ງຈັດຂຶ້ນໃນວັນທີ 24/7 ຢູ່ທີ່ ຮ່າໂນ້ຍ. ຕາມ ທ່ານ ເອກອັກຄະລັດຊະທູດ, ຄຳເວົ້ານັ້ນ ໄດ້ສັງເກດຮວບຮວມຄວາມເລິກເຊິ່ງ ຂອງຄວາມຮັກແພງ ທີ່ທ່ານນາງ ວິຣະສະຕີ ປະຕິວັດ ກູບາ ມອບໃຫ້ແກ່ ຫວຽດນາມ - ຄວາມຮັກແພງ ທີ່ກ້າວຂ້າມທຸກໆຊາຍແດນ, ໄດ້ຮັບການເພີ່ມພູນຄູນສ້າງ ພາຍໃນບັນດານປີຊຸມປີ ທີ່ສອງປະຊາຊົນ ພ້ອມກັນແບ່ງປັນ ບັນດາການຕໍ່ສູ້ ແລະ ຄວາມຫວັງ.
ພິທີອາໄລຫາ ໄດ້ຮັບການຈັດຕັ້ງຂຶ້ນ ຢູ່ທີ່ ສະທານທູດ ກູບາ ປະຈຳ ຫວຽດນາມ, ບ່ອນທີ່ ທ່ານນາງ Melba ເຄີຍດຳລົງຕຳແໜ່ງ ເອກອັກຄະລັດຊະທູດ ກູບາ ປະຈຳ ຫວຽດນາມ ແຕ່ປີ 1977 ເຖິງ ປີ 1980.
![]() |
| ພິທີອາໄລຫາ ທ່ານນາງ ວິຣະສະຕີ ປະຕິວັດ ກູບາ Melba Hernández ພາຍໃນໂອກາດ ສະເຫຼີມສະຫຼອງ ວັນຄ້າຍວັນເກີດ ຄົບຮອບ 105 ປີ ຂອງເພິ່ນ. (ພາບ: ດິງຮວ່າ) |
ຕໍ່ກັບບັນດາຜູ້ທີ່ເຄີຍຮູ້ຈັກ ແລະ ປະຕິບັດວຽກງານຮ່ວມກັບເພິ່ນ, ທ່ານ ເອກອັກຄະລັດຊະທູດ Rogelio Polanco Fuentes ຖືວ່າ ການອາໄລຫາ Melba ຢູ່ທີ່ “ບ້ານເກີດເມືອງນອນທີສອງ” ຂອງເພິ່ນ ແມ່່ນມີຄວາມໝາຍເປັນພິເສດ.
“ຕື້ນຕັນໃຈຢ່າງແທ້ຈິງ ເມື່ອໄດ້ຮັບການອາໄລຫາສະຫາຍ ຢູ່ທີ່ບ້ານເກີດເມືອງນອນທີສອງ ຂອງຕົນ, ຫວຽດນາມ; ຢູ່ທີ່ສະທານທູດ ບ່ອນທີ່ສະຫາຍເຄີຍດຳລົງຕຳແໜ່ງ ເອກອັກຄະລັດຊະທູດ ແລະ ຢູ່ທ່າມກາງບັນດາເພື່ອນມິດ ຫວຽດນາມ ທີ່ຍາມໃດກໍນັບຖືສະຫາຍ ຍ້ອນການອຸທິດເຫຼືອເກີນ ເພື່ອພາລະກິດປົດປ່ອຍ ແລະ ສ້າງສາປະເທດຊາດອ້າຍນ້ອງນີ້”, ທ່ານ ເອກອັກຄະລັດຊະທູດ Rogelio Polanco Fuentes ກ່າວ.
ທ່ານ ຟານອານເຊີນ, ປະທານສະຫະພັນບັນດາອົງການມິດພາບ ຫວຽດນາມ, ເອີ້ນ ທ່ານນາງ Melba Hernández ວ່າແມ່ນ “ເພື່ອນຜູ້ພິເສດທີ່ສຸດຄົນໜຶ່ງ ຂອງ ຫວຽດນາມ”. ຕາມເພິ່ນ, ຖ້າ ທ່ານ ປະທານ ໂຮ່ຈີມິນ ແລະ ທ່ານ ຜູ້ບັນຊາການສູງສຸດ Fidel Castro ແມ່ນບັນດາສັນຍາລັກ ຂອງສາຍພົວພັນພິເສດ ຫວຽດນາມ - ກູບາ, ທ່ານນາງ Melba ກໍແມ່ນຂົວຕໍ່ທີ່ຍືນຍົງ ລະຫວ່າງ ປະຊາຊົນສອງປະເທດ. ການທີ່ຜູ້ນຳ Fidel Castro ເລືອກເອົານັກຮົບຍິງ ທີ່ເຄີຍເຂົ້າຮ່ວມການບຸກໂຈມຕີຄ່າຍທະຫານ Moncada ເຮັດເປັນ ປະທານຄົນທຳອິດ ຂອງຄະນະກຳມະການ ກູບາ ສາມັກຄີກັບ ຫວຽດນາມ ທາງໃຕ້ ກໍໃຫ້ເຫັນເຖິງການຖືເປັນສຳຄັນ ແລະ ຄວາມຮັກແພງເປັນພິເສດ ທີ່ຜູ້ນຳປະຕິວັດ ກູບາ ມອບໃຫ້ແກ່ ຫວຽດນາມ.
![]() |
| ທ່ານ ຟານອານເຊີນ, ປະທານສະຫະພັນບັນດາອົງການມິດພາບ ຫວຽດນາມ ກ່າວຄຳເຫັນ ຢູ່ທີ່ພິທີອາໄລຫາ. (ພາບ: ດິງຮວ່າ) |
ທາງຫຼັງຂອງການເລືອກນັ້ນ ແມ່ນເສັ້ນທາງປະຕິວັດທີ່ເຕັມໄປດ້ວຍມາກໝາຍ. Melba Hernández ເກີດວັນທີ 28/7/1921 ຢູ່ທີ່ Cruces, ສັງກັດແຂວງ Las Villas ໃນເມື່ອກ່ອນ, ເຊິ່ງປັດຈຸບັນແມ່ນແຂວງ Villa Clara, ພາຍໃນຄອບຄົວທີ່ມີມູນເຊື້ອຮັກຊາດ. ພາຍຫຼັງສຳເລັດການສຶກສາດ້ານກົດໝາຍ ຢູ່ທີ່ ໂຮງຮຽນມະຫາວິທະຍາໄລ ລາຮາວານ (La Habana), ເພິ່ນໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຕ້ານລະບອບເຜັດເສັດ Fulgencio Batista ແຕ່ຫົວທີ.
ວັນທີ 26/7/1953, ທ່ານນາງ Melba Hernández ພ້ອມດ້ວຍ ທ່ານນາງ Haydée Santamaría ໄດ້ກາຍເປັນແມ່ຍິງສອງຄົນດຽວ ທີ່ເຂົ້າຮ່ວມການບຸກໂຈມຕີຄ່າຍທະຫານ Moncada ໂດຍແມ່ນ ທ່ານ Fidel Castro ເປັນຜູ້ນຳພາ. ການບຸກໂຈມຕີ ບໍ່ໄດ້ຮັບໄຊຊະນະທາງດ້ານການທະຫານ ແຕ່ໄດ້ເປີດໄລຍະໃໝ່ ພາຍໃນການຕໍ່ສູ້ປະຕິວັດ ຂອງປະຊາຊົນ ກູບາ.
ທ່ານນາງ Melba ຖືກຈັບ ແລະ ຂັງຢູ່ທີ່ຄຸກຍິງ Guanajay. ພາຍຫຼັງໄດ້ຮັບການປ່ອຍຕົວ ພາຍໃນເດືອນ 2/1954, ເພິ່ນໄດ້ກັບຄືນມາເຄື່ອນໄຫວພັນລັບ. ຄຽງຄູ່ກັບ ທ່ານນາງ Haydée Santamaría ແລະ ບັນດາສະຫາຍ, ທ່ານນາງ Melba ໄດ້ເຕົ້າໂຮມ, ຮຽບຮຽງ, ພິມ ແລະ ແຜ່ກະຈາຍພັນລັບ ບົດປ້ອງກັນຕົນເອງ ຂອງຜູ້ນຳ Fidel Castro ຢູ່ທີ່ສານຕັດສິນ ບັນດາຜູ້ເຂົ້າຮ່ວມການບຸກໂຈມຕີ Moncada. ເອກະສານນີ້ ພາຍຫຼັງໄດ້ຮັບການຮູ້ຈັກ ດ້ວຍຊື່ເອີ້ນວ່າ “ປະຫວັດສາດ ຈະລົບລ້າງໂທດໃຫ້ຂ້ອຍ”.
ເພິ່ນ ສືບຕໍ່ເຂົ້າຮ່ວມຄະນະນຳພາທຳອິດ ຂອງຂະບວນການ ວັນທີ 26 ເດືອນ 7, ປະກອບສ່ວນກວດກາແກ້ໄຂ ໃຫ້ແກ່ການຂ້າມທະເລ ຂອງກຳປັ່ນ Granma ເຊິ່ງນຳເອົາ ທ່ານ Fidel Castro ແລະ ບັນດານັກຮົບປະຕິວັດ ຈາກ ເມັກຊິໂກ ກັບຄືນມາ ກູບາ. ພາຍຫຼັງນັ້ນ, ເພິ່ນ ໄດ້ເຂົ້າຮ່ວມໜຶ່ງໃນບັນດາກອງກຳລັງລຸກປະທ້ວງ ຢູ່ທີ່ພູ Sierra Maestra, ທາງຕາເວັນອອກ ກູບາ, ຈົນຮອດເວລາປະຕິວັດໄດ້ຮັບໄຊຊະນະ ວັນທີ 1/1/1959.
ທົບທວນຄືນເສັ້ນທາງນັ້ນ, ທ່ານ ເອກອັກຄະລັດຊະທູດ Rogelio Polanco Fuentes ຢັ້ງຢືນວ່າ ກູບາ ຍາມໃດກໍພາກພູມໃຈກ່ຽວກັບ Melba Hernández ແລະ Haydée Santamaría - ແມ່ຍິງສອງຄົນ ທີ່ໄດ້ມີໜ້າພາຍໃນການບຸກໂຈມຕີ Moncada, ມາກໝາຍໃຫຍ່ ຂອງປະຫວັດສາດປະຕິວັດ ກູບາ.
ພາຍຫຼັງໄຊຊະນະ ຂອງການປະຕິວັດ ກູບາ ປີ 1959, Melba ໄດ້ຮັບການມອບຫຼາຍພາລະກິດສຳຄັນ ພາຍໃນວຽກງານການຕ່າງປະເທດ ແລະ ການສາມັກຄີສາກົນ. ພາຍໃນພາລະກິດເຄື່ອນໄຫວຢ່າງບໍ່ຮູ້ອິດຮູ້ເມື່ອຍ ຂອງເພິ່ນ, ທ່ານ ເອກອັກຄະລັດຊະທູດ Rogelio Polanco Fuentes ເນັ້ນໜັກເປັນພິເສດ ເຖິງຕຳແໜ່ງ ປະທານຜູ້ກໍ່ຕັ້ງ ຄະນະກຳມະການ ກູບາ ສາມັກຄີກັບ ຫວຽດນາມ ທາງໃຕ້ (ພາຍຫຼັງແມ່ນ ຄະນະກຳມະການສາມັກຄີກັບ ຫວຽດນາມ, ລາວ ແລະ ກຳປູເຈຍ - ຕົ້ນກຳເນີດ ຂອງສະມາຄົມມິດພາບ ກູບາ - ຫວຽດນາມ ພາຍໃນປັດຈຸບັນ).
“ພາຍໃນພາລະກິດປະຕິວັດຢ່າງບໍ່ຮູ້ອິດຮູ້ເມື່ອຍ ຂອງສະຫາຍ Melba, ຕຳແໜ່ງ ປະທານຜູ້ກໍ່ຕັ້ງ ຂອງຄະນະກຳມະການ ກູບາ ສາມັກຄີກັບ ຫວຽດນາມ ທາງໃຕ້ ຈະໄດ້ຮັບການວາງຢູ່ເທິງແທ່ນບູຊາອັນປະເສີດທີ່ສຸດ ຕະຫຼອດໄປ”, ທ່ານ ເອກອັກຄະລັດຊະທູດ ກ່າວ.
![]() |
| ທ່ານ ເອກອັກຄະລັດຊະທູດ ກູບາ ປະຈຳ ຫວຽດນາມ Rogelio Polanco Fuentes ກ່າວຄຳປາໄສຢູ່ທີ່ພິທີອາໄລຫາ. (ພາບ: ດິງຮວ່າ) |
ພາລະກິດທີ່ ທ່ານ Fidel Castro ມອບໃຫ້ Melba ບໍ່ພຽງແຕ່ແມ່ນການນຳພາອົງການມິດພາບອົງການໜຶ່ງເທົ່ານັ້ນ. ພາຍໃນບັນດານປີທີ່ສົງຄາມດຳເນີນໄປຢ່າງຮ້າຍແຮງ ຢູ່ທີ່ ຫວຽດນາມ, ເພິ່ນ ພ້ອມດ້ວຍ ຄະນະກຳມະການ ໄດ້ເຕົ້າໂຮມບັນດາອົງການຈັດຕັ້ງທາງການເມືອງ, ມວນຊົນ, ອົງການລັດ ແລະ ຫຼາຍຊັ້ນຄົນປະຊາຊົນ ກູບາ ມຸ່ງໜ້າຫາການຕໍ່ສູ້ ຂອງປະຊາຊົນ ຫວຽດນາມ.
ຈາກພາລະກິດນັ້ນ, Melba ໄດ້ກາຍເປັນໜຶ່ງໃນບັນດາບຸກຄົນ ທີ່ມີບົດບາດໂດດເດັ່ນ ພາຍໃນການວາງພື້ນຖານ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີ ລະຫວ່າງ ປະຊາຊົນສອງປະເທດ. ຫຼາຍເຊັນຄົນພະນັກງານ, ນັກສຶກສາ ຫວຽດນາມ ຢູ່ທີ່ ກູບາ ພາຍຫຼັງ ໄດ້ເອີ້ນເພິ່ນຢ່າງອົບອຸ່ນວ່າ “Mami Melba” (ແມ່ Melba).
“ແນວໂຮມທົ່ວປະເທດ” ສາມັກຄີກັບ ຫວຽດນາມ
ທ່ານ ຫງວຽນຊວນຟອງ, ອະດີດຫົວໜ້າກົມອາເມລິກາ (ກະຊວງການຕ່າງປະເທດ) ເລົ່າວ່າ, ເພິ່ນໄດ້ເລີ່ມພົບປະໂດຍກົງກັບ ທ່ານນາງ Melba Hernández ແຕ່ປີ 1965, ເມື່ອປະຕິບັດວຽກງານ ຢູ່ທີ່ ອົງການຕາງໜ້າແນວໂຮມປົດປ່ອຍປະຊາຊົນ ຫວຽດນາມ ທາງໃຕ້ ຢູ່ທີ່ ລາຮາວານ (La Habana).
ພາຍໃນບັນດານປີປະຕິບັດວຽກງານ ຢູ່ທີ່ ກູບາ, ເກືອບຄືວ່າທຸກໆອາທິດ ເພິ່ນ ล้วນມີໂອກາດໄດ້ພົບເພິ່ນ: ມີທັງຢູ່ທີ່ກອງບັນຊາການ ຄະນະກຳມະການ ກູບາ ສາມັກຄີກັບ ຫວຽດນາມ ທາງໃຕ້, ມີທັງພາຍໃນບັນດາການສາມະນາ, ແລະ ບາງເທື່ອກໍຢູ່ທີ່ເຮືອນສ່ວນຕົວ ຂອງ ທ່ານນາງ Melba.
![]() |
| ງານນິດທັດສະການພາບ ກ່ຽວກັບ ທ່ານນາງ ວິຣະສະຕີ ປະຕິວັດ ກູບາ Melba Hernández ແລະ ຫວຽດນາມ. (ພາບ: ດິງຮວ່າ) |
ບັນດາການພົບປະປະຈຳ ຊ່ວຍໃຫ້ ທ່ານ ຫງວຽນຊວນຟອງ ເຂົ້າໃຈຢ່າງຈະແຈ້ງ ບົດບາດຂອງ ທ່ານນາງ Melba ບໍ່ພຽງແຕ່ ພາຍໃນບັນດາການເຄື່ອນໄວ້ມິດພາບ ເທົ່ານັ້ນ, ແຕ່ພາຍໃນວິທີທີ່ ກູບາ ຈັດຕັ້ງ ຂະບວນການສັງຄົມຢ່າງກວ້າງຂວາງ ມຸ່ງໜ້າຫາ ຫວຽດນາມ. ພາຍໃຕ້ການນຳພາ, ການຈັດຕັ້ງ ແລະ ການສົ່ງແຮງບັນດານໃຈ ຂອງເພິ່ນ, ຄະນະກຳມະການ ກູບາ ສາມັກຄີກັບ ຫວຽດນາມ ທາງໃຕ້ ໄດ້ເຕົ້າໂຮມຜູ້ຕາງໜ້າ ບັນດາອົງການຈັດຕັ້ງທາງການເມືອງ, ມວນຊົນ ພ້ອມກັບຫຼາຍກະຊວງ, ຂະແໜງການ ຂອງ ກູບາ, ພາຍໃນນັ້ນ ມີບັນດາອົງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສາທາລະນະສຸກ ແລະ ການສຶກສາ. ທ່ານ ຫງວຽນຊວນຟອງ ເອີ້ນສິ່ງນັ້ນວ່າແມ່ນ “ແນວໂຮມທົ່ວປະເທດ ສາມັກຄີກັບ ຫວຽດນາມ”.
ຄະນະກຳມະການ ປະຕິບັດສອງພາລະກິດ ທີ່ຕິດພັນຢ່າງແໜ້ນແຟ້ນ. ກ່ອນອື່ນໝົດ ແມ່ນການຈັດຕັ້ງບັນດາການເຄື່ອນໄຫວ ສະໜັບສະໜູນການຕໍ່ສູ້ ຂອງປະຊາຊົນ ຫວຽດນາມ, ປະກອບສ່ວນນຳເອົາ ກູບາ ກາຍເປັນໜຶ່ງໃນບັນດາຄົງເກີຍບຸກເບີກ ຂອງຂະບວນການສາກົນ ສາມັກຄີກັບ ຫວຽດນາມ.
ຄຽງຄູ່ກັນນັ້ນ, ຄະນະກຳມະການ ຍັງແມ່ນຊ່ອງທາງໜຶ່ງ ທີ່ຊ່ວຍໃຫ້ປະຊາຊົນ ກູບາ ເຂົ້າໃຈກ່ຽວກັບປະເທດຊາດ, ຄົນ ແລະ ການຕໍ່ສູ້ ຂອງປະຊາຊົນ ຫວຽດນາມ; ໂດຍຜ່ານນັ້ນ ເພີ່ມພູນຄູນສ້າງຄວາມຮັກຊາດ, ລັດທິວິຣະຊົນ ແລະ ຄວາມເຊື່ອໝັ້ນ ເຂົ້າໃນພະລັງແຮງ ຂອງປະຊາຊົນ ທີ່ຮູ້ສາມັກຄີ, ອີງໃສ່ຕົນເອງເປັນຕົ້ນ ແລະ ຍາດແຍ່ງເອົາການສະໜັບສະໜູນ ຂອງເພື່ອນມິດສາກົນ.
ບົດບາດຂອງ Melba ບໍ່ໄດ້ຢຸດຢູ່ພາຍໃນຂອບເຂດ ກູບາ. ເພິ່ນ ຍັງປະກອບສ່ວນນຳເອົາສຽງເວົ້າ ສະໜັບສະໜູນ ຫວຽດນາມ ເຂົ້າເຖິງບັນດາເວທີປຶກສາຫາລື ແລະ ອົງການຈັດຕັ້ງສາມັກຄີສາກົນ.
ທ່ານ ຫວູຈີ໊ກົງ, ອະດີດເອກອັກຄະລັດຊະທູດ ຫວຽດນາມ ປະຈຳ ກູບາ, ໃຫ້ຮູ້ວ່າ ການເຄື່ອນໄຫວຂອງ Melba ໄດ້ກ້າວຂ້າມຂອບເຂດສາຍພົວພັນທະວີພາຄີ, ໂດຍສະເພາະແມ່ນ ພາຍໃນໄລຍະເວລາທີ່ເພິ່ນ ປະຕິບັດວຽກງານ ຢູ່ທີ່ ອົງການສາມັກຄີປະຊາຊົນ ອາຊີ, ອາຟຣິກາ ແລະ ລາຕິນອາເມລິກາ (OSPAAAL).
ດ້ວຍພື້ນຖານຂອງນັກນິຕິສາດ, Melba ໄດ້ນຳໃຊ້ບັນດາຂໍ້ອ້າງທາງການເມືອງ ແລະ ທາງກົດໝາຍ ເພື່ອສົ່ງສຽງເວົ້າ ກ່ຽວກັບສົງຄາມ ຢູ່ທີ່ ຫວຽດນາມ, ນຳເອົາບັນດາຄວາມເສຍໄພ, ການສະຫຼະຊີວິດ ແລະ ຄວາມມຸ່ງຫວັງສັນຕິພາບ ຂອງປະຊາຊົນ ຫວຽດນາມ ເຂົ້າເຖິງຫາງສຽງສາກົນ. ຕາມຄຳເລົ່າຂອງ ທ່ານ ຫວູຈີ໊ກົງ, ການປະກອບສ່ວນຂອງເພິ່ນ ຢູ່ທີ່ບັນດາເວທີປຶກສາຫາລືສາກົນ, ພາຍໃນນັ້ນ ມີ ສານ Bertrand Russell, ໄດ້ຊ່ວຍຂະຫຍາຍຄວາມເຫັນດີ ແລະ ການສະໜັບສະໜູນ ຕໍ່ກັບການຕໍ່ສູ້ອັນຊອບທຳ ຂອງປະຊາຊົນ ຫວຽດນາມ ພາຍໃນບັນດານປີ 1960.
ທ່ານ ຫວູຈີ໋ກົງ ປຽບທຽບ Melba ຄືກັນກັບ “ແມ່ເຫຼັກ”, ດຶງດູດບັນດາຄວາມຮັກແພງ ແລະ ຄຸນຄ່າອັນດີງາມ ຂອງສັງຄົມ ກູບາ ມຸ່ງໜ້າຫາ ຫວຽດນາມ. ອິດທິພົນຂອງ ທ່ານນາງ ວິຣະສະຕີ ປະຕິວັດ, ຄວາມສາມາດຈັດຕັ້ງ ແລະ ຄວາມຮັກແພງອັນຈິງໃຈ ຊ່ວຍໃຫ້ Melba ນຳເອົາຈິດໃຈສາມັກຄີ ກ້າວຈາກບັນດາເວທີປຶກສາຫາລືສາກົນ ເຂົ້າສູ່ຊີວິດການເປັນຢູ່ທາງສັງຄົມ ກູບາ. ຫວຽດນາມ ບໍ່ແມ່ນປະເທດຊາດທີ່ຫ່າງໄກ ຢູ່ອ່າງອີກເບື້ອງໜຶ່ງຂອງໂລກອີກຕໍ່ໄປ, ແຕ່ໄດ້ກາຍເປັນສ່ວນໜຶ່ງ ພາຍໃນຄວາມຮັບຮູ້ ແລະ ຄວາມຮັກແພງ ຂອງຫຼາຍເຊັນຄົນ ກູບາ. ມໍລະດົກ ທີ່ Melba ຝາກໄວ້ ຍ້ອນແນວນັ້ນ ບໍ່ພຽງແຕ່ນອນຢູ່ທີ່ ອົງການຈັດຕັ້ງໜຶ່ງ ຫຼື ໄລຍະໜຶ່ງຂອງການຂົນຂວາຍ. ນັ້ນຍັງແມ່ນພື້ນຖານທາງສັງຄົມທີ່ຍືນຍົງ ຂອງສາຍພົວພັນມິດພາບ ຫວຽດນາມ - ກູບາ, ສືບຕໍ່ໄດ້ຮັບການສືບທອດ ແລະ ເພີ່ມພູນຄູນສ້າງ ໂດຍຜ່ານຫຼາຍເຊັນຄົນ.
ເປີດໂຕ ປື້ມສອງພາສາ ກ່ຽວກັບ Melba Hernándezຢູ່ທີ່ພິທີອາໄລຫາ, ສະທານທູດ ກູບາ ປະຈຳ ຫວຽດນາມ ໄດ້ແນະນຳ ປື້ມສອງພາສາ ແອັດສະປາຍ - ຫວຽດນາມ “Melba ແລະ ຫວຽດນາມ: ສັນຍາລັກ ຂອງຈິດໃຈສາມັກຄີ”. ປື້ມດັ່ງກ່າວ ແມ່ນບົດໜຶ່ງ ພາຍໃນປື້ມ “Melba, ແມ່ຍິງ ຂອງທຸກໆຍຸກສະໄໝ” ຂອງສອງຜູ້ປະພັນ Margarita Isástegui Avilés ແລະ Gladys Rosa Álvarez Porro, ໂດຍແມ່ນ ສຳນັກພິມ Verde Olivo ຈັດພິມອອກຈຳໜ່າຍ. ຕາມ ທ່ານ ເອກອັກຄະລັດຊະທູດ Rogelio Polanco Fuentes, ປື້ມເລື່ອງນີ້ ແມ່ນຂົວຕໍ່ວັດທະນະທຳ ທີ່ຊ່ວຍໃຫ້ຜູ້ອ່ານ ເຂົ້າໃກ້ກວ່າ ເຖິງເສັ້ນທາງ ຂອງນັກຮົບປະຕິວັດແບບຢ່າງ ຄົນໜຶ່ງ ແລະ ມໍລະດົກສາມັກຄີສາກົນ ທີ່ເພິ່ນ ຝາກໄວ້. ບົດປະພັນ ມີຄຳນຳ ຂອງ ທ່ານ ພົນເອກ Raúl Castro Ruz. ພາຍໃນໂອກາດນີ້, ຜູ້ຕາງໜ້າ ສະມາຄົມມິດພາບ ຍ່ອຍ ສຳນັກຂ່າວສານຫວຽດນາມ ໄດ້ມອບ ສູນຮວບຮວມພາບ ກ່ຽວກັບ ທ່ານນາງ Melba Hernández ໃຫ້ແກ່ ສະທານທູດ ກູບາ ປະຈຳ ຫວຽດນາມ. ຫຼານຊາຍ ຂອງ ທ່ານນາງ Melba Hernández - ທ່ານ Manuel Enrique Montañé Enriquez ໄດ້ມອບ ສຳເນົາຈົດໝາຍ ຂອງຜູ້ນຳ Fidel Castro ສົ່ງເຖິງ ທ່ານນາງ Melba ພາຍໃນໂອກາດ ແຕ່ງຕັ້ງເພິ່ນ ເຮັດເປັນ ເອກອັກຄະລັດຊະທູດ ກູບາ ປະຈຳ ຫວຽດນາມ. |
ສະຫະພັນບັນດາອົງການມິດພາບ ຫວຽດນາມ ມອບເງິນ 1,2 ຕື້ດົ່ງ ສະໜັບສະໜູນ ປະຊາຊົນ ກູບາຢູ່ທີ່ພິທີອາໄລຫາ, ທ່ານ ຟານອານເຊີນ, ປະທານສະຫະພັນບັນດາອົງການມິດພາບ ຫວຽດນາມ, ໄດ້ມອບເງິນເປັນສັນຍາລັກ 1,2 ຕື້ດົ່ງ, ເທົ່າກັບປະມານ 46.000 ໂດລາສະຫະລັດ, ໃຫ້ແກ່ ທ່ານ ເອກອັກຄະລັດຊະທູດ ກູບາ ປະຈຳ ຫວຽດນາມ Rogelio Polanco Fuentes ເພື່ອສະໜັບສະໜູນ ປະຊາຊົນ ກູບາ.
ຈຳນວນເງິນດັ່ງກ່າວ ໂດຍແມ່ນ ສະຫະພັນບັນດາອົງການມິດພາບ ຫວຽດນາມ, ສະມາຄົມມິດພາບ ຫວຽດນາມ - ກູບາ, ສະໂມສອນອະດີດນັກສຶກສາ ຫວຽດນາມ ຢູ່ທີ່ ກູບາ ພ້ອມກັບບັນດາອົງການຈັດຕັ້ງສະມາຊິກ ພາຍໃນລະບົບສະຫະພັນ ຂົນຂວາຍ ພາຍໃນເດືອນ 6/2026, ພາຍໃນໂອກາດ ສະເຫຼີມສະຫຼອງ ວັນຄ້າຍວັນເກີດ ຄົບຮອບ 105 ປີ ຂອງທ່ານນາງ ວິຣະສະຕີ Melba Hernández. “ພວກຂາ້ພະເຈົ້ານັບຖືສິ່ງນີ້ ຄືກັນກັບຂອງຂວັນສ່ວນໜຶ່ງ, ການສະໜັບສະໜູນເລັກໆນ້ອຍໆ ແຕ່ສະແດງໃຫ້ເຫັນເຖິງນ້ຳໃຈອັນຍິ່ງໃຫຍ່, ຄວາມເອົາໃຈໃສ່ເປັນພິເສດ ຂອງປະຊາຊົນ ຫວຽດນາມ ຕໍ່ກັບປະຊາຊົນ ກູບາ ອ້າຍນ້ອງ”, ທ່ານ ຟານອານເຊີນ ກ່າວ. ປະທານສະຫະພັນບັນດາອົງການມິດພາບ ຫວຽດນາມ ຂອບໃຈບັນດາອົງການຈັດຕັ້ງ, ບຸກຄົນ ທີ່ໄດ້ຮ່ວມເດີນທາງ, ປະກອບສ່ວນ; ພ້ອມດຽວກັນນັ້ນ ໃຫ້ຮູ້ວ່າ ສະຫະພັນບັນດາອົງການມິດພາບ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍ ບັນດາການເຄື່ອນໄຫວຂົນຂວາຍ, ສະໜັບສະໜູນ ປະຊາຊົນ ກູບາ ພາຍໃນໄລຍະເວລາຕໍ່ໄປ. ຈຳນວນເງິນ ຈະໄດ້ຮັບການສົ່ງ ໂດຍສະທານທູດ ກູບາ ປະຈຳ ຫວຽດນາມ ໄປເຖິງ ສະມາຄົມມິດພາບ ກູບາ - ຫວຽດນາມ ແລະ ສະຖາບັນ ກູບາ ມິດພາບກັບບັນດາປະຊາຊົນ (ICAP) ເພື່ອສະໜັບສະໜູນ ປະຊາຊົນ ກູບາ. ທ່ານ ເອກອັກຄະລັດຊະທູດ Rogelio Polanco Fuentes ຂອບໃຈນ້ຳໃຈສາມັກຄີ ແລະ ການສະໜັບສະໜູນ ຂອງພັກ, ລັດ, ບັນດາອົງການຈັດຕັ້ງ ແລະ ປະຊາຊົນ ຫວຽດນາມ. ຕາມ ທ່ານ ເອກອັກຄະລັດຊະທູດ, ບ່ວງເງິນສະໜັບສະໜູນ ແມ່ນການສະໜັບສະໜູນຢ່າງແທດຕົວຈິງ, ພ້ອມດຽວກັນນັ້ນ ກໍແມ່ນແຫຼ່ງກຳລັງໃຈ ຕໍ່ກັບປະຊາຊົນ ກູບາ ພາຍໃນໄລຍະທີ່ຍັງມີຫຼາຍຄວາມຍຸ້ງຍາກ. |
ຍສໝ - ມຸ່ງໜ້າໄປເຖິງ ກອງປະຊຸມການທູດ ຄັ້ງທີ 33 ແລະ ກອງປະຊຸມການຕ່າງປະເທດທົ່ວປະເທດ ຄັ້ງທີ 22 ທີ່ກຳລັງຈະມາເຖິງ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂງເລວັນ ໄດ້ມີບົດຂຽນ ກ່ຽວກັບວຽກງານການຕ່າງປະເທດປະຊາຊົນ: “ນະວັດຕະກຳວຽກງານການຕ່າງປະເທດປະຊາຊົນ, ປະກອບສ່ວນສ້າງສັນພະລັງແຮງລວມ ຂອງພື້ນຖານການທູດ ຫວຽດນາມ”. |
ຍສໝ - ໜ່ວຍພັກນັກສຶກສາ ແລະ ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ຮ່ວມມືກັນຈັດໂຄງການ “ໂຄງການຄືນສູ່ຮາກເຫງົ້າ 2026 - ຕາມຮອຍເທົ້າເພິ່ນ ເຖົ້າຈີນ” ຢູ່ທີ່ສອງແຂວງ ພິດສະນຸໂລກ ແລະ ພິຈິດ, ໂດຍມີການເຂົ້າຮ່ວມຂອງນັກສຶກສາຫວຽດນາມ ຈຳນວນ 23 ທ່ານ ທີ່ພວມສຶກສາຮຽນຮູ້ຢູ່ບັນດາມະຫາວິທະຍາໄລຕ່າງໆ ໃນ ປະເທດໄທ. |
ມິງດຶກ




